ບາດກ້າວຫັນປ່ຽນສຳຄັນຢູ່ທະເລຕາເວັນອອກປີ 2017

(VOVWORLD) -ປີ 2017 ແມ່ນປີຮັບຮູ້ບາດກ້າວສຳຄັນໃນສະຖານະການຢູ່ທະເລຕາເວັນອອກ ເມື່ອ 10 ປະເທດອາຊຽນ ແລະ ຈີນ ໄດ້ຮັບຮອງເອົາຮ່າງກົດແຫ່ງການປະພຶດໃນທະເລຕາເວັນອອກ (COC) ຢ່າງເປັນທາງການ, ພາຍຫຼັງເຈລະຈາມາເປັນເວລາຫຼາຍປີ. ເຖິງວ່າ ຍັງມີສິ່ງທ້າທາຍຫຼາຍຢ່າງ, ແຕ່ນີ້ໄດ້ຮັບຖືວ່າແມ່ນໜຶ່ງໃນບັນດາບາດກ້າວສຳຄັນ, ຊ່ວຍຄວບຄຸມຄວາມເຄັ່ງຕຶງອາດຈະເກີດຂຶ້ນ ທີ່ກ່ຽວຂ້ອງເຖິງການຂັດແຍ້ງກັນຢູ່ທະເລຕາເວັນອອກ.

ບາດກ້າວຫັນປ່ຽນສຳຄັນຢູ່ທະເລຕາເວັນອອກປີ 2017 - ảnh 1ກອງປະຊຸມລັດຖະມົນຕີການຕ່າງປະເທດຄັ້ງທີ 50 ຢູ່ມານີລາ, ປະເທດຟິລິບປີນ

(ພາບ: TTXVN)

ວັນທີ 06 ສິງຫາ 2017, ຢູ່ມານີລາ, ປະເທດຟິລິບປີນ, ລັດຖະມົນຕີການຕ່າງປະເທດ 10 ປະເທດອາຊຽນ ແລະ ຈີນ ໄດ້ລົງນາມຮັບຮອງເອົາຮ່າງກົດແຫ່ງການປະພຶດໃນທະເລຕາເວັນອອກ (COC) ຢ່າງເປັນທາງການ, ເລີ່ມຕົ້ນວິວັດທະນາການເຈລະຈາ COC ຢ່າງແທດຈິງ, ມີຜົນສັກສິດ ແລະ ຜູກມັດດ້ານກົດໝາຍ, ປະກອບສ່ວນຮັກສາສັນຕິພາບ ແລະ ສະຖຽນລະພາບຢູ່ພາກພື້ນ. ຮ່າງ COC ຊີ້ແຈ້ງພື້ນຖານດ້ານກົດໝາຍ ກໍຄືການປະພຶດຂອງບັນດາປະເທດໃນພາກພື້ນຢ່າງລະອຽດ.

ໝາກຜົນໃນເບື້ອງຕົ້ນສ້າງຄວາມໄວ້ເນື້ອເຊື່ອໃຈ

        ກົດແຫ່ງການປະພຶດໃນທະເລຕາເວັນອອກ ໄດ້ຍົກອອກມາແຕ່ທົດສະວັດ 1990, ເຊິ່ງອາຊຽນ ແລະ ຈີນ ໄດ້ປຶກສາຫາລືນັບແຕ່ປີ 2002, ໃນສະພາບຄວາມເຄັ່ງຕຶງທີ່ກ່ຽວຂ້ອງເຖິງການຂັດແຍ້ງອະທິປະໄຕຜືນແຜ່ນດິນຢູ່ເຂດທະເລນີ້ເພີ່ມຂຶ້ນ. ແຕ່ໃນຕະຫຼອດຫຼາຍປີຜ່ານມາ, ວິວັດການເຈລະຈາ COC ພັດຖືກໂຈະໄວ້ຢ່າງຕໍ່ເນື່ອງ, ໂດຍບໍ່ຫົວຊາຕໍ່ຄວາມມານະພະຍາຍາມຂອງບັນດາສະມາຊິກອາຊຽນ, ເຊິ່ງຕົ້ນຕໍແມ່ນຍ້ອນມີຄວາມແຕກໂຕນກັນລະຫວ່າງບັນດາຝ່າຍ.

        ນັບແຕ່ປີ 2013, ຈີນ ໄດ້ເຫັນດີເລີ່ມເຂົ້າຮ່ວມວິວັດການທາບທາມຄວາມເຫັນກ່ຽວກັບກົດແຫ່ງການປະພຶດຢ່າງເປັນທາງການ. ແລະພາຍຫຼັງໄລຍະເກືອບ 4 ປີແຫ່ງການເຈລະຈາ, ອາຊຽນ ແລະ ຈີນ ຈຶ່ງສຳເລັດຮ່າງ COC ໃນກາງປີ 2017. ເຖິງວ່າ ເສັ້ນທາງຕໍ່ໜ້າຍັງຍາວໄກ ເພື່ອໃຫ້ COC ກາຍເປັນກົດແຫ່ງການປະພຶດຢ່າງສົມບູນ ແລະ ກ້າວເຂົ້າສູ່ພຶດຕິກຳຕົວຈິງກໍ່ຕາມ, ແຕ່ເລື່ອງບັນລຸໄດ້ຮ່າງ COC ອາດຈະໄດ້ຮັບຖືວ່າແມ່ນບາດກ້າວມີຄວາມໝາຍສຳຄັນ, ສະແດງໃຫ້ເຫັນວ່າ ຄວາມໄວ້ເນື້ອເຊື່ອໃຈລະຫວ່າງອາຊຽນ ແລະ ຈີນ ເລີ່ມປະກົດອອກ. ທ່ານປະລິຍາເອກ, ເລດິ່ງຕິ້ງ, ຮອງຫົວໜ້າສະຖາບັນຄົ້ນຄວ້າທະເລຕາເວັນອອກ, ສະຖາບັນການຕ່າງປະເທດ, ຖືວ່າ.

        “ທາດແທ້ຂອງ COC ບໍ່ແມ່ນກົນໄກເພື່ອແກ້ໄຂການຂັດແຍ້ງກັນ ແຕ່ COC ໄດ້ສ້າງຄວາມໄວ້ເນື້ອເຊື່ອໃຈ ກໍ່ຄືກົນໄກເຈລະຈາລະຫວ່າງບັນດາຝ່າຍ, ກໍຄືສະໜອງຫຼັກການ ຜ່ານນັ້ນບັນດາຝ່າຍແກ້ໄຂບັນດາບັນຫານຳກັນ, ໃນນັ້ນມີການແກ້ໄຂບັນຫາຂັດແຍ້ງກັນ. ຕົວຢ່າງຄື ຫຼັກການນຳໃຊ້ບັນດາມາດຕະການສັນຕິພາບ, ການເຈລະຈາ, ບໍ່ນຳໃຊ້ອາວຸດ ແລະ ນາບຂູ່ນຳໃຊ້ອາວຸດ ຫຼື ບັນດາຫຼັກການກ່ຽວກັບຄວາມເສລີ, ຄວາມປອດໄພ, ຄວາມໝັ້ນຄົງໃນການເດີນເຮືອ. ກົດນີ້ບໍ່ແກ້ໄຂການຂັດແຍ້ງກັນ ຫາກສວມບົດບາດສຳຄັນໃນການສ້າງເງື່ອນໄຂເພື່ອໃຫ້ບັນດາປະເທດກ້າວໄປເຖິງແກ້ໄຂການຂັດແຍ້ງກັນ”.

        ອາດເຫັນໄດ້ວ່າ, ພາຍຫຼັງ 1 ປີນັບແຕ່ພາຍຫຼັງສານອະນຸຍາໂຕຕຸລາການ ໄດ້ຍົກອອກຄຳຕັດສິນກ່ຽວກັບຄະດີຮ້ອງຟ້ອງຂອງຟີລິບປີນ ຢູ່ທະເລຕາເວັນອອກ, ເຂດທະເລດັ່ງກ່າວບໍ່ພຽງແຕ່ແມ່ນຄວາມສົນໃຈຂອງບັນດາປະເທດທີ່ມີຖະແຫຼງອະທິປະໄຕຢູ່ທະເລຕາເວັນອອກເທົ່ານັ້ນ, ຫາກໄດ້ກາຍເປັນຄວາມສົນໃຈລວມຂອງບັນດາປະເທດນອກພາກພື້ນອີກດ້ວຍ. ບັນຫາທະເລຕາເວັນອອກຍັງປະກົດຂຶ້ນ ແລະ ກາຍເປັນຫົວເລື່ອງສຳຄັນຢູ່ບັນດາເວທີປາໄສ, ບັນດາກົນໄກຮ່ວມມືຫຼາຍຝ່າຍຄື: G7, APEC… ແລະຕໍ່ໜ້າຄວາມຄືບໜ້າທີ່ສຳຄັນນີ້, ຮ່າງກອບ COC ໄດ້ຮັບຄວາມຊົມເຊີຍຈາກຫາງສຽງສາກົນ. ທ່ານເອກອັກຄະລັດຖະທູດອັງກິດ ປະຈຳຫວຽດນາມ Giles Lever, ສະແດງຄວາມເຫັນວ່າ.

        “ໃນໄລຍະຜ່ານມາ, ພວກເຮົາໄດ້ເຫັນປະຈັກຕາຄວາມມານະພະຍາຍາມຢ່າງໃຫຍ່ຫຼວງຂອງບັນດາຝ່າຍ ເພື່ອສ້າງ COC ແລະ ເຖິງວ່າຍັງມີຫຼາຍບັນຫາບໍ່ທັນຮຽບຮ້ອຍເທົ່າທີ່ຄວນກໍຕາມ, ແຕ່ພວມເຮົາເຫັນໄດ້ຄວາມສາມາດບົ່ມຊ້ອນ, ຄວາມໄວ້ເນື້ອເຊື່ອໃຈເພື່ອສືບຕໍ່ສ້າງ COC. COC ອາດສາມາດກາຍເປັນເຄື່ອງມືທີ່ມີຄວາມໝາຍ ແລະ ມີປະສິດທິຜົນ, ຊ່ວຍໃຫ້ພວກເຮົາສາມາດຄວບຄຸ້ມບັນດາການເຄື່ອນໄຫວຢູ່ທະເລຕາເວັນອອກ ກໍຄືຮັບປະກັນສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບຢູ່ພາກພື້ນ”.

ຕ້ອງເພີ່ມຄວາມມານະພະຍາຍາມຫຼາຍຢ່າງຕື່ມອີກເພື່ອໃຫ້ທະເລຕາເວັນອອກມີຄວາມ “ສະຖຽນລະພາບ”

        ເລື່ອງຮັບຮອງເອົາຮ່າງ COC ແມ່ນສັນຍານທີ່ຕັ້ງໜ້າ ໃນການພົວພັນລະຫວ່າງອາຊຽນ ແລະ ຈີນ. ພ້ອມທັງສະແດງໃຫ້ເຫັນຄວາມເຫັນດີເຫັນພ້ອມຂອງ 10 ປະເທດອາຊຽນ ໃນບັນຫາເຊິ່ງເຄີຍສັບສົມ ແລະ ສະດຸງໄວ້ຢູ່ພາກພື້ນໃນຫຼາຍປີຜ່ານມາ. ເຖິງຢ່າງໃດກໍ່ຕາມ, ນີ້ພຽງແຕ່ແມ່ນບາດກ້າວເລີ່ມຕົ້ນ. ສິ່ງທ້າທາຍທຳອິດເຊິ່ງອາຊຽນ ຕ້ອງປະເຊີນໜ້າໃນວິວັດທະນາການເຈລະຈາ COC ແມ່ນບັນດາຝ່າຍຕ້ອງຍົກອອກທັດສະນະທີ່ເປັນເອກະພາບກ່ຽວກັບບັນຫາທະເລຕາເວັນອອກ. ຍັງມີສິ່ງທ້າທາຍອີກອັນໜຶ່ງແມ່ນປະສິດທິພາບດ້ານກົດໝາຍຂອງເອກະສານ. ສິ່ງດັ່ງກ່າວຕ້ອງການມີຄວາມານະພະຍາຍາມ ແລະ ເຈດຕະນາດີຂອງທຸກໆຝ່າຍ. ທ່ານປະລິຍາເອກ ເລດິ່ງຕິ້ງ, ຖືວ່າ.

        “ກົດໝາຍສາກົນເອງ ໄດ້ສວນບົດບາດສຳຄັນສຳລັບພາກພື້ນນີ້, ແຕ່ຍັງຂາດຢູ່ຄື, ຂາດບັນດາຂໍ້ຕົກລົງ, ບັນດາຄຳໝັ້ນສັນຍາຂອງບັນດາປະເທດໃນການຜັນຂະຫຍາຍບັນດາຫຼັກການຂອງກົດໝາຍສາກົນ, ຮັບປະກັນຄວາມເປັນລະບຽບຮຽບຮ້ອຍ, ສັນຕະພາບ, ສະຖຽນລະພາບລວມ. ສົນທິສັນຍາກົດໝາຍວ່າດ້ວຍທະເລຕາເວັນອອກປີ 1982 (UNCLOS) ໄດ້ສະໜອງກົນໄກແກ້ໄຂການຄັດແຍ້ງກັນ, ສ່ວນ COC ພັດບໍ່ມີ. ເຖິງຢ່າງໃດກໍ່ຕາມ, ຂ້າພະເຈົ້າຖືວ່າ, ຄວາມປາດຖະໜາຂອງອາຊຽນ ແມ່ນຢາກເຮັດໃຫ້ການເຈລະຈາ COC ຍິ່ງໄວກໍ່ຍິ່ງດີ, ບັນດາເນື້ອໃນຂອງ COC ຕ້ອງແທດຈິງ ແລະ ມີຄຸນຄ່າດ້ານກົດໝາຍ”.

        ຄຳຖາມກ່ຽວກັບລັກສະນະຜູກມັດຂອງ COC ແນ່ນອນວ່າ ຈະແມ່ນບັນຫາຫຼັກແຫຼ່ງໃນວິວັດການເຈລະຈາລະຫວ່າງອາຊຽນ ແລະ ຈີນ ໃນໄລຍະຈະມາເຖິງ. ເຖິງຢ່າງໃດກໍ່ຕາມ, ດ້ວຍພະລັງຊີວິດ ແລະ ຜົນສະທ້ອນຂອງອາຊຽນ ໃນໄລຍະ 5 ທົດສະວັດຜ່ານມາ, ພ້ອມກັບບັນດາລະບອບລະບຽບການພາກພື້ນທີ່ມີຢູ່ແລ້ວ, ຫວັງວ່າ, ອາຊຽນ ແລະ ຈີນ ຈະບັນລຸໄດ້ຄວາມເຫັນດີເຫັນເປັນເອກະພາບລວມກ່ຽວກັບກົດແຫ່ງການປະພຶດສົມບູນໂດຍໄວ, ປະກອບສ່ວນກຳນົດທິດການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ ໃນໄລຍະຈະມາເຖິງ, ດ້ວຍຄາດໝາຍສຸດທ້າຍແມ່ນສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພ້ອມກັນພັດທະນາໃຫ້ທຸກໆຝ່າຍ.

ຕອບກັບ

ຂ່າວ/ບົດ​ອື່ນ