ພັດທະນາເສດຖະກິດແມ່ນຫນ້າທີ່ຈຸດສຸມນັບແຕ່ຊຸມມື້ຕົ້ນປີໃຫມ່

(VOVWORLD) -ພັດທະນາເສດຖະກິດແມ່ນຫນ້າທີ່ສຳຄັນແຖວຫນ້າຂອງແຕ່ລະປະເທດ ແມ່ນປັດໄຈຕົ້ນຕໍເພື່ອຮັບປະກັນສະຖຽນລະພາບຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ. ນັບແຕ່ຊຸມມື້ຕົ້ນປີ 2020, ຫວຽດນາມ ສະແດງໃຫ້ເຫັນຄວາມຕັດສິນໃຈປະຕິບັດບັນດາຕົວເລກຄາດໝາຍພັດທະນາເສດຖະກິດຂອງທັງປີໃຫ້ສຳເລັດ ເພາະ ບັນດາໝາກຜົນທີ່ບັນລຸໄດ້ໃນປີ ມີຄວາມໝາຍສຳຄັນເພື່ອໃຫ້ທັງປະເທດສາມາດສຳເລັດຄາດໝາຍທີ່ວາງອອກໃຫ້ໄລຍະ 5 ປີ ຄືແຕ່ປີ 2016 2020 ຊື່ງມະຕິກອງປະຊຸມໃຫຍ່ຄັ້ງທີ 12 ຂອງພັກກອມມູນິດຫວຽດນາມ ວາງອອກຢ່າງມີໄຊ.

ພັດທະນາເສດຖະກິດແມ່ນຫນ້າທີ່ຈຸດສຸມນັບແຕ່ຊຸມມື້ຕົ້ນປີໃຫມ່ - ảnh 1 ກອງປະຊຸມຜັນຂະຫຍາຍມະຕິຂອງສະພາແຫ່ງຊາດຊຸດທີ 14 ກ່ຽວກັບຫນ້າທີ່ພັດທະນາເສດຖະກິດສັງຄົມປີ 2020

ພາບ:TTXVN

ປີ 2020 ຫວຽດນາມສືບຕໍ່ປັບປຸງ, ເພີ່ມທະວີພື້ນຖານເສດຖະກິດມະຫາພາກ, ຄວບຄຸມໄພເງິນເຟີ້, ຍົກສູງປະສິດທິຜົນ, ສະມັດຕະພາບ, ຄຸນນະພາບ, ລັກສະນະເປັນເຈົ້າຕົນເອງ ແລະ ກຳລັງແກ້ງແຍ້ງຂອງພື້ນຖານເສດຖະກິດ. ຍູ້ແຮງການປ່ຽນແປງໃຫມ່, ສ້າງລະບອບນະໂຍບາຍໃຫ້ສົມບູນແບບ, ສ້າງແຫລ່ງກຳລັງໃຫ້ເຂັ້ມແຂງ, ສ້າງສະພາບແວດລ້ອມແຫ່ງການລົງທຶນ ດຳເນີນທຸລະກິດຢ່າງສະດວກງ່າຍດາຍ.

ການພັດທະນາບຸກທະລຸນັບແຕ່ປີ 2019

ປີ 2019 ເສດຖະກິດຫວຽດນາມ ບັນລຸໄດ້ຜົນງານເປັນຫນ້າປະທັບໃຈຫລາຍຢ່າງ. ຜົນງານພົ້ນເດັ່ນນັ້ນແມ່ນລະດັບການຈະເລີນເຕີບໂຕ GDP ບັນລຸ 7,2% ແມ່ນລະດັບສູງສຸດໃນໂລກ ແລະ ພາກພື້ນ. ເມື່ອສັງເກດຕົວເລກສະຖິຕິລະດັບການເຕີບໂຕ GDP ແຕ່ປີ 2016 ມາຮອດປະຈຸບັນ, ຈຶ່ງເຫັນໄດ້ຄວາມມານະພະຍາຍາມຈົນສຸດຄວາມສາມາດຂອງຕົນ ແລະ ຄວາມຕັດສິນໃຈຢ່າງສູງຂອງທົ່ວພັກ, ທົ່ວປວງຊົນ ແລະ ທົ່ວກອງທັບ.

ນີ້ແມ່ນປີທີສອງຢ່າງລຽນຕິດ GDP ຂອງຫວຽດນາມ ເຕີບໂຕຢູ່ໃນລະດັບກວ່າ 7%. ພ້ອມກັບລະດັບການເຕີບໂຕ GDP ຢູ່ໃນລະດັບສູງ, ເສດຖະກິດມະຫາພາກຍັງຄົງເປັນປົກກະຕິ, ດັດຊະນີລາຄາໃຊ້ສອຍທັງປີ ຍັງຄົງນອນໃນຄາດໝາຍຊື່ງສະພາແຫ່ງຊາດໄດ້ມອບໝາຍໃຫ້. ເປັນຫນ້າສົນໃຈ ເປັນຄັ້ງທຳອິດ ທີ່ວົງເງິນນຳເຂົ້າສົ່ງອອກບັນລຸລະດັບ 500 ຕື້ USD, ພາຍຫລັງພຽງ 2 ປີເມື່ອບັນລຸລະດັບ 400 ຕື້ USD. ຜົນງານນີ້ນັບມື້ນັບມີຄວາມໝາຍໃນສະພາບການຫລາຍປະເທດໃນພາກພື້ນ ແລະ ໂລກ ການນຳເຂົ້າສົ່ງອອກຊຸດໂຊມ ແລະ ໝາກຜົນນີ້ໄດ້ຊ່ວຍໃຫ້ຫວຽດນາມ ແມ່ນປະເທດສົ່ງອອກເກີນດຸນປີທີ 4 ລຽນຕິດ.

ປີ 2019 ບໍ່ພຽງແຕ່ຖືກຜົນກະທົບຈາກສະພາບການເສດຖະກິດໂລກເທົ່ານັ້ນ ຫາກເສດຖະກິດຫວຽດນາມ ຍັງຖືກຜົນສະທ້ອນຈາກໄພທຳມະຊາດ, ໂລກລະບາດອີກດ້ວຍ. ເຖິງຢ່າງໃດກໍຕາມ ຫວຽດນາມ ສ້າງໄດ້ຜົນງານອັນມະຫັດສະຈັນ ບໍ່ພຽງແຕ່ຮັກສາທ່າເຕີບໂຕເທົ່ານັ້ນ ຫາກຍັງລື່ນກາຍຄາດໝາຍເບື້ອງຕົ້ນ. ອາດເວົ້າໄດ້ວ່າ ໝາກຜົນການພັດທະນາຂອງປີ 2019 ແມ່ນການພິສູດໃຫ້ເຫັນຄວາມມານະພະຍາຍາມຢ່າງບໍ່ຮູ້ອິດບໍ່ຮູ້ເມື່ອຍ, ຈິດໃຈເຈດຈຳນົງອົງອາດກ້າແກ່ນຂອງຫວຽດນາມ.

ກ່າວຄຳເຫັນທີ່ກອງປະຊຸມຂອງລັດຖະບານກັບບັນດາທ້ອງຖິ່ນໃນວັນທີ 30 ທັນວາ ຢູ່ ຮ່າໂນ້ຍ, ທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ຫງວຽນຟູຈ້ອງ ໄດ້ຕີລາຄາວ່າ: ຫວຽດນາມ ບັນລຸໄດ້ໝາກຜົນສຳຄັນຫລາຍຢ່າງ, ຮອບດ້ານ ເປັນຫນ້າຊື່ນຊົມໃນເກືອບທັງໝົດຂົງເຂດ, ແມ່ນດີກວ່າປີ 2018. ກ່ອນຫນ້ານັ້ນ ທ່ານເລຂາທິການໃຫຍ່ ກໍ່ຊີ້ແຈ້ງວ່າ ພາຍຫລັງ 50 ປີແຫ່ງການປະຕິບັດພິໄນກຳຂອງປະທານໂຮ່ຈິມີນ, “ປະເທດຫວຽດນາມ ຍັງບໍ່ທັນມີເວລາໃດໝັ້ນຄົງເຂັ້ມແຂງຄືປະຈຸບັນ”.

ຢຶດໝັ້ນຄາດໝາຍປີ 2020

ກ້າວເຂົ້າສູ່ປີ 2020, ແມ່ນປີມີຄວາມໝາຍຕັດສິນໃຈສຳເລັດຄາດໝາຍ, ຫນ້າທີ່ຊື່ງກອງປະຊຸມໃຫຍ່ຄັ້ງທີ 12 ຂອງພັກໄດ້ວາງອອກ. ໂດຍຮັບຮູ້ໄດ້ຄວາມສຳຄັນນີ້ ເມື່ອກ່າວຄຳເຫັນທີ່ກອງປະຊຸມຂອງລັດຖະບານກັບບັນດາທ້ອງຖິ່ນ, ທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ຫງວຽນຟູຈ້ອງ ແລະ ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ລ້ວນແຕ່ເນັ້ນຫນັກວ່າ: ບໍ່ຄວນພໍໃຈຕໍ່ໝາກຜົນທີ່ບັນລຸໄດ້, ຫວຽດນາມ ຕ້ອງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ 12 ຂອງພັກວາງອອກຢ່າງມີໄຊ ດ້ວຍຈິດໃຈລວມ ແມ່ນເປັນເຈົ້າການ, ຕັ້ງຫນ້າ, ຂະຫຍັນຂັນເຄື່ອນ, ປະດິດຄິດສ້າງກວ່າ, ບັນລຸໝາກຜົນສັງລວມໃຫ້ສູງກວ່າເມື່ອທຽບໃສ່ປີ 2019.

ໃນຄວາມຕັດສິນໃຈລວມນັ້ນ ຫນ້າທີ່ທຳອິດແມ່ນ ຕ້ອງພັດທະນາເສດຖະກິດ. ລະອຽດ: ຫວຽດນາມ ຈະສືບຕໍ່ປັບປຸງ, ເພີ່ມທະວີພື້ນຖານເສດຖະກິດມະຫາພາກ, ຄວບຄຸມໄພເງິນເຟີ້, ຍົກສູງກຳລັງຄວາມສາມາດພາຍໃນ ແລະ ລັກສະນະເປັນເຈົ້າຕົນເອງຂອງພື້ນຖານເສດຖະກິດ. ລັດຖະບານສຸມໃສ່ປັບປຸງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດ, ຊຸກຍູ້ການເຕີບໂຕຢ່າງວ່ອງໄວ ແລະ ມີຄຸນນະພາບກວ່າ; ຍົກສູງກຳລັງແກ້ງແຍ້ງຂອງພື້ນຖານເສດຖະກິດ. ປີ 2020 ຫວຽດນາມ ຕ້ອງມີບາດກ້າວບຸກທະລຸໃນການໝູນໃຊ້ການປະຕິວັດ 4.0 ນັ້ນແມ່ນເສດຖະກິດດີຈິີຕອນ, ເສດຖະກິດແບ່ງປັນ, ການເງິນອັດສະລິຍະ, ການຄ້າເອເລັກໂຕນິກ, Startup ປະດິດຄິດສ້າງ…ນີ້ແມ່ນປັດໄຈຫລັກແຫລ່ງໃນການສ້າງໂຄງປະກອບເສດຖະກິດຄືນໃຫມ່ ແມ່ນຄວາມສາມາດບົ່ມຊ້ອນເຕີບໂຕທີ່ດີ.

ໃນຊຸມມື້ຕົ້ນປີ 2020, ລັດຖະບານໄດ້ປະກາດໃຊ້ມະຕິສຳຄັນ 2 ສະບັບ ກ່ຽວກັບການຊີ້ນຳ, ບໍລິຫານແຜນການພັດທະນາເສດຖະກິດສັງຄົມ ແລະ ງົບປະມານແຫ່ງລັດປີ 2020; ຫນ້າທີ່, ມາດຕະການຕົ້ນຕໍປັບປຸງສະພາບແວດລ້ອມແຫ່ງການດຳເນີນທຸລະກິດ, ຍົກສູງກຳລັງແກ້ງແຍ້ງແຫ່ງຊາດ. ມະຕິ 2 ສະບັບນີ້ໄດ້ຮັບຖືວ່າ ແມ່ນບັນຫາພື້ນຖານ, ຈຸດພົ້ນເດັ່ນໃນວຽກງານຊີ້ນຳ, ບໍລິຫານຢ່າງທະລຸລ່ວງ ແລະ ເປັນເອກະພາບນັບແຕ່ຊຸມມື້ຕົ້ນປີ 2020 ຂອງລັດຖະບານຫວຽດນາມ.

ປີ 2020ໂອກາດໃຫມ່ພວມເປີດອອກໃຫ້ເສດຖະກິດຫວຽດນາມ. ຄວາມຕັດສິນໃຈ, ມານະພະຍາຍາມ, ຄວາມເປັນເອກະພາບໃນການກະທຳຈາກສູນກາງ ລົງຮອດທ້ອງຖິ່ນ, ການສະຫນັບສະຫນູນຈາກປະຊາຄົມວິສາຫະກິດຈະເພີ່ມກຳລັງແຮງໃຫ້ແກ່ພື້ນຖານເສດຖະກິດຫວຽດນາມ ບັນລຸການເຕີບໂຕຢູ່ໃນລະດັບສູງກວ່າໃນປີ 2020.

ຕອບກັບ

ຂ່າວ/ບົດ​ອື່ນ