ສິດສ້າງຕັ້ງສະມາຄົມໄດ້ຮັບຄວາມເຄົາລົບ ແລະ ປະຕິບັດຢູ່ ຫວຽດນາມ

(VOVWORLD) -ສິດສ້າງຕັ້ງສະມາຄົມແມ່ນໜຶ່ງໃນບັນດາສິດພື້ນຖານຂອງພົນລະເມືອງ ຫວຽດນາມ ທີ່ໄດ້ບັນທຶກໄວ້ໃນລັດຖະທຳມະນູນສະບັບຕ່າງໆ ເຊິ່ງສະພາແຫ່ງຊາດ ຫວຽດນາມ ໄດ້ຮັບຮອງເອົານັ້ນແຕ່ກ່ອນມາຮອດປະຈຸບັນ.

ສິດສ້າງຕັ້ງສະມາຄົມກໍ່ໄດ້ຮັບການປະຕິບັດໃນສະພາບການຕົວຈິງ, ໄດ້ສະແດງໃຫ້ເຫັນບັນດາຄວາມເຫັນທີ່ກົງກັນຂ້າມກ່ຽວກັບບັນຫານີ້ ແມ່ນຂາດພາວະວິໄສ, ຈົງໃຈເສກສັນປັ້ນແຕ່ງບັນຫາສິດທິມະນຸດຢູ່ ຫວຽດນາມ. ບົດຂຽນຂອງ ທູຮວາ ດ້ວຍຫົວຂໍ້ວ່າ “ສິດສ້າງຕັ້ງສະມາຄົມໄດ້ຮັບຄວາມເຄົາລົບ ແລະ ປະຕິບັດຢູ່ ຫວຽດນາມ”.

ໃນຂະນະທີ່ ຫວຽດນາມ ພວມພິຈາລະນາສ້າງກົດໝາຍວ່າດ້ວຍສະມາຄົມຕາມຂັ້ນຕອນ, ຫາງສຽງໄດ້ປະກົດມີບາງຄຳເຫັນໂດຍຖືວ່າ ຫວຽດນາມ ຍັງ “ລະແວງ” ກ່ຽວກັບສິດເສລີໃນການສ້າງຕັ້ງສະມາຄົມ, ຍ້ອນແນວຄວາມຄິດສ້າງກົດໝາຍວ່າດ້ວຍສະມາຄົມ ໄດ້ມີມາແຕ່ດົນນານແລ້ວ ແຕ່ວ່າມາຮອດປະຈຸບັນ ຍັງຢູ່ໃນວິວັດການສ້າງ. ບັນດາຄຳເຫັນສະເໜີອື່ນໆຄວນມີ “ຂົງເຂດພົນລະເຮືອນ” ໃຫ້ແກ່ສັງຄົມ ແລະ ບໍ່ຄວນ “ຄວບຄຸມ” ທຸກສະມາຄົມ, ທຸກກຸ່ມໃນສັງຄົມ. ຫວ່າງແລ້ວນີ້, ພາຍຫຼັງວາລະພິພາກສາ ຫງວຽນວັນດ່າຍ ແລະ ເພື່ອນຮ່ວມລະເມີດກົດໝາຍອາຍາ, ດ້ວຍໂທດສວຍໃຊ້ການຕໍ່ສູ້ “ອະທິປະໄຕ, ສິດທິມະນຸດ”, “ສັງຄົມພົນລະເຮືອນ” ເພື່ອປົກປິດຈຸດປະສົງການເຄື່ອນໄຫວຂອງ “ສະມາຄົມອ້າຍນ້ອງປະຊາທິປະໄຕ”, ມີບາງຫາງສຽງໄດ້ເຕື້ອງເຖິງບັນຫາສະມາຄົມ, ກຸ່ມ ແລະ ສິດເສລີໃນການປາກເວົ້າຢູ່ ຫວຽດນາມ.

“ຂົງເຂດພົນລະເຮືອນ” ຢູ່ ຫວຽດນາມ ໄດ້ຮັບປະກັນ

ຄວາມຈິງແລ້ວ, “ຂົງເຂດພົນລະເຮືອນ” ໃຫ້ແກ່ສັງຄົມໄດ້ ແລະ ຍັງຄົງຕົວຢູ່ ຫວຽດນາມ. ນັບແຕ່ເມື່ອຍັງບໍ່ທັນມີກົດໝາຍວ່າດ້ວຍສະມາຄົມນັ້ນ, ໃນສັງຄົມ ຫວຽດນາມ ກໍ່ ມີສະມາຄົມ, ມີກຸ່ມພົນລະເຮືອນເຄື່ອນໄຫວຫຼາຍທີ່ສຸດ. ຄິດໄລ່ຮອດໝົດປີ 2017, ຫວຽດນາມ ມີປະມານ 68.000 ສະມາຄົມເຄື່ອນໄຫວໃນຫຼາຍຂົງເຂດຄື: ມະນຸດສະທຳ, ການກຸ້ສົນ, ສະໜອງການບໍລິການສຶກສາ, ການບຳລຸງສ້າງ, ສົ່ງເສີມສຸຂະພາບ, ກິລາ ກາຍຍະກຳ, ປົກປັກຮັກສາສິ່ງແວດລ້ອມ… ມາຮອດປະຈຸບັນ, ຍັງບໍ່ທັນມີຜູ້ໃດກີດຂວາງເລື່ອງບັນດາສ່ວນບຸກຄົນ, ອົງການສ້າງຕັ້ງສະມາຄົມ, ກຸ່ມ ຫຼື ຄວບຄຸມ, ບັນດາສະມາຄົມ, ກຸ່ມນັ້ນເຄື່ອນໄຫວ, ເວັ້ນເສຍແຕ່ບັນດາສະມາຄົມ, ກຸ່ມນັ້ນລະເມີດກົດໝາຍ.

ໃນແງ່ມູມດ້ານນິຕິກຳແລ້ວ, ສິດສ້າງຕັ້ງສະມາຄົມແມ່ນໜຶ່ງໃນບັນດາສິດພື້ນຖານຂອງພົນລະເມືອງ ຫວຽດນາມ. ໃນມາດຕາ 10 ຂອງລັດຖະທຳມະນູນປີ 1946 ໄດ້ຊີ້ແຈ້ງວ່າ: ພົນລະເມືອງ ຫວຽດນາມ ມີສິດເສລີໃນການປາກເວົ້າ, ສິດເສລີໃນການພິມຈຳໜ່າຍ, ສິດເສລີ ໃນການຈັດຕັ້ງ ແລະ ໂຮມປະຊຸມ, ສິດເສລີໃນການເຫຼື້ອມໃສ, ສິດເສລີ ໃນການຢູ່ອາໄສ, ໄປມາຢູ່ພາຍໃນປະເທດ ແລະ ຕ່າງປະເທດ. ມາດຕາ 25 ຂອງລັດຖະທຳມະນູນປີ 1959: “ພົນລະເມືອງປະເທດສາທາລະນະລັດປະຊາທິປະໄຕ ຫວຽດນາມ ມີສິດເສລີໃນການປາກເວົ້າ, ສື່ສານ, ປະຊຸມ, ສ້າງຕັ້ງສະມາຄົມ ແລະ ແຫ່ຂະບວນປະທ້ວງ. ລັດຮັບປະກັນບັນດາເງື່ອນໄຂທາງດ້ານວັດຖຸທີ່ຈຳເປັນເພື່ອໃຫ້ພົນລະເມືອງໄດ້ຊົມໃຊ້ບັນດາສິດນັ້ນ”. ໃນມາດຕາ 67 ຂອງລັດຖະທຳມະນູນປີ 1980, ມາດຕາ 69 ຂອງລັດຖະທຳມະນູນປີ 1992 ແລະ ມາດຕາ 25 ຂອງລັດຖະທຳມະນູນປີ 2013 ກໍ່ລ້ວນແຕ່ໄດ້ກຳນົດບັນຫານີ້.

ສວຍໃຊ້ສິດເສລີໃນການສ້າງຕັ້ງສະມາຄົມເພື່ອມ້າງເພທຳລາຍ ຫວຽດນາມ ແມ່ນຜິດກົດໝາຍ

       ສາຍເຫດທີ່ ຫວຽດນາມ ມີບັນດາສະມາຄົມ, ອົງການຈັດຕັ້ງສະມາຄົມ, ສະຫະສະມາຄົມເປັນຈຳນວນຫຼາຍ… ຍ້ອນວ່າລັດຖະບານ ໄດ້ມານະພະຍາຍາມຮັບປະກັນ ແລະ ເສີມຂະຫຍາຍທຸກສິດຜົນປະໂຫຍດອັນຊອບທຳຂອງພົນລະເຮືອນຢ່າງສຸດຂີດ, ໃນນັ້ນມີສິດເສລີໃນການສ້າງຕັ້ງສະມາຄົມຕາມເນື້ອໃນຈິດໃຈຂອງສົນທິສັນຍາສາກົນວ່າດ້ວຍບັນດາສິດການເມືອງ ແລະ ພົນລະເຮືອນປີ 1966 ເຊິ່ງ ຫວຽດນາມ ໄດ້ເຂົ້າຮ່ວມລົງນາມ. ຂໍ້ 1, ມາດຕາ 22 ຂອງສົນທິສັນຍາໄດ້ຊີ້ແຈ້ງວ່າ: “ໃຜໆກໍ່ມີສິດເສລີໃນການສ້າງຕັ້ງສະມາຄົມ, ນັບທັງສິດສ້າງຕັ້ງ ແລະ ເຂົ້າຮ່ວມບັນດາສະມາຄົມເພື່ອປົກປ້ອງສິດຜົນປະໂຫຍດຂອງຕົນ”. ແຕ່ເຖິງຢ່າງໃດກໍ່ຕາມ, ຂໍ້ 2 ຂອງມາດຕາ 22 ພັດຊີ້ແຈ້ງວ່າ: “ເລື່ອງປະຕິບັດສິດນີ້ອາດຈະຖືກຈຳກັດຍ້ອນກົດໝາຍ, ເພາະວ່າບັນດາຄວາມຕ້ອງການທີ່ຈຳເປັນໃນສັງຄົມປະຊາທິປະໄຕ ເພື່ອຮັບປະກັນຄວາມໝັ້ນຄົງແຫ່ງຊາດ, ຄວາມປອດໄພສາທາລະນະ, ຄວາມເປັນລະບຽບຮຽບຮ້ອຍສາທາລະນະ, ສຸຂະພາບສາທາລະນະ, ສັດຈະທຳ, ຫຼື ບັນດາສິດເສລີຂອງຄົນອື່ນ…”. ບັນດາສິດໂດຍສົນທິສັນຍາສາກົນຖືວ່າແມ່ນສິດພື້ນຖານຂອງມະນຸດ, ໃນນັ້ນ ມີສິດເສລີ ໃນການໂຮມປະຊຸມ, ສ້າງຕັ້ງສະມາຄົມ ເຊິ່ງໄດ້ລັດຖະບານ ຫວຽດນາມ ກໍ່ໄດ້ຮັບປະກັນດ້ວຍກົດໝາຍ. ປະມວນກົດໝາຍອາຍາ ຫວຽດນາມ ໄດ້ກຳນົດແຈ້ງບັນດາໂທດ ລະເມີດສິດປະຊຸມ, ສ້າງຕັ້ງສະມາຄົມ, ສິດເສລີໃນການເຫຼື້ອມໃສ, ສາສະໜາຂອງພົນລະເຮືອນ.

ເປັນທີ່ຈະແຈ້ງແມ່ນ ບໍ່ສາມາດສ້າງຕັ້ງສະມາຄົມໄດ້ ຖ້າຫາກວ່າ ເລື່ອງສ້າງຕັ້ງສະມາຄົມສົ່ງຜົນຮ້າຍເຖິງຜົນປະໂຫຍດຂອງປະເທດ ແລະ ສິດເສລີຂອງຄົນອື່ນ. ລັດຖະທຳມະນູນ ແລະ ກົດໝາຍຫວຽດນາມຍາມໃດກໍເຄົາລົບສິດເສລີສ້າງຕັ້ງສະມາຄົມ ແລະ ບໍ່ມີໃຜຖືກຈຳກັດ ຖ້າຫາກວ່າບັນດາສະມາຄົມນັ້ນໆມີການເຄື່ອນໄຫວເພື່ອມະນຸດ, ເພື່ອຜົນປະໂຫຍດຂອງປະຊາຊົນຢ່າງແທ້ຈິງ. ເຖິງຢ່າງໃດກໍຕາມ, ການສ້າງຕັ້ງບັນດາອົງການເອກະລາດນັ້ນ ເພື່ອກາຍເປັນຝ່າຍຄ້ານກັບບັນດາອົງການຈັດຕັ້ງໃນລະບົບການເມືອງຫວຽດນາມ ໝາຍຄວາມວ່າການກະທຳດັ່ງກ່າວແມ່ນໄປຝືນກັບຜົນປະໂຫຍດຂອງປະຊາຊົນ, ລະເມີດກົດໝາຍຂອງຫວຽດນາມ, ກົດໝາຍສາກົນ. ສິ່ງເຫຼົ່ານັ້ນແມ່ນບໍ່ສາມາດຍອມຮັບໄດ້ຢູ່ຫວຽດນາມ.

        ມີບາງບຸກຄົນພວມຮ້ອງໂຮ່ວ່າ “ແມ່ນບັນດານັກເຄື່ອນໄຫວການເມືອງ”, “ນັກໂທດມະໂນທຳ”… ແຕ່ຄວາມຈິງແລ້ວແມ່ນບັນດາຜູ້ລະເມີດກົດໝາຍ, ຖືກພິພາກສາຢ່າງເປີດເຜີຍຕາມບັນດາໂທດທີ່ລະບຸໄວ້ໃນປະມວນກົດໝາຍອາຍາຂອງ ສສ.ຫວຽດນາມ. ສານຫວຽດນາມພິພາກສາບັນດາຜູ້ລະເມີດກົດໝາຍເຫຼົ່ານັ້ນ, ບໍ່ແມ່ນການກະທຳລະເມີດສິດທິມະນຸດ, ຫາກເພື່ອແນໃສ່ປົກປັກຮັກສາລັກສະນະເຄົາລົບກົດໝາຍ. ຂໍ້ອ້າງວ່າຫວຽດນາມລະເມີດສິດທິມະນຸດເປັນທີ່ຈະແຈ້ງແມ່ນຈົ່ງໃຈເສກສັນປັ້ນແຕ່ງ ຄວາມຈິງແມ່ນຫວຽດນາມໄດ້ ແລະ ກຳລັງຮັບປະກັນສິດເສລີໃນການສ້າງຕັ້ງສະມາຄົມເປັນຢ່າງດີ, ນັບທັງແງ່ມູມດ້ານກົດໝາຍ ແລະ ໃນສະພາບການຕົວຈິງ.

ຕອບກັບ

ຂ່າວ/ບົດ​ອື່ນ