ສືບຕໍ່ເສີມຂະຫຍາຍບົດບາດແມ່ນສະມາຊິກຕັ້ງຫນ້າໃນAPEC

(vovworld)- ກອງ​ປະ​ຊຸມ​ສຸດຍອດ​ບັນ​ດາ​ການ​ນຳ​ເວ​ທີ​ປາ​ໄສ​ຮ່ວມ​ມື​ເສດ​ຖະ​ກິດ ອາ​ຊີ -ປາ​ຊີ​ຟີກ ຄັ້ງ​ທີ 22 (ກ​ອງ​ປະ​ຊຸມ​ສຸດຍອດ APEC 22) ຖືກ​ໄຂ​ຂ​ຶ້ນ​ໃນ​ວັນ​ທີ 10/11 ຢູ່ ນະ​ຄອນ​ຫລວງ ປັກ​ກີງ ປະ​ເທດ ຈີນ. ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ​ເຈືອງ​ເຕີນ​ຊາງ ນຳ​ຫນ້າ​ຄະ​ນະ​ຜູ້​ແທນ​ຫວຽດ​ນາມ ເຂົ້າ​ຮ່ວມກອງ​ປະ​ຊຸມ​ດັ່ງ​ກ່າວ ເພື່ອ​ສືບ​ຕໍ່​ເສີມ​ຂະ​ຫຍາຍ​ບົດ​ບາດ​ແມ່ນ​ສະ​ມາ​ຊິກ​ຕັ້ງ​ຫນ້າ​ໃນ APEC, ປະ​ກອບ​ສ່ວນ​ຢ່າງ​ແທດ​ຈິງ​ເຂົ້າ​ໃນ​ບັນ​ດາ​ເນື້ອ​ໃນ​ທີ່​ປຶກ​ສາ​ຫາ​ລື​ຢູ່ກອງ​ປະ​ຊຸມ​ຄັ້ງ​ນີ້.

ສືບຕໍ່ເສີມຂະຫຍາຍບົດບາດແມ່ນສະມາຊິກຕັ້ງຫນ້າໃນAPEC - ảnh 1

​ທ່ານປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ ນຳ​ໜ້າ​ຄະ​ນະ​ຜູ້​ແທນ ຫວຽດ​ນາມ ເຂົ້າ​ຮ່ວມກອງ​ປະ​ຊຸມ

ກ​ອງ​ປະ​ຊຸມ​ສຸດຍອດ APEC 22 ປີນີ້ ມ​ີ​ຫົວ​ຂໍ້​ວ່າ: “ກຳ​ນົດ​ອະ​ນາ​ຄົດ​ຜ່ານ​ການ​ຮ່ວມ​ມື ອາ​ຊີ- ປາ​ຊີ​ຟີກ”. ໃນເວ​ລາ 2 ວັນ, ກ​ອງ​ປະ​ຊຸມ​ສຸດຍອດ APEC 22 ສຸ​ມ​ໃສ່​ປຶກ​ສ​າ​ຫາ​ລ​ື​ບັນ​ດາ​ເນື້ອ​ໃນ​ຄື: ເຊື່ອມ​ຈອດ​ບັນ​ດາ​ສະ​ມາ​ຊິ​ກ​ພາຍ​ໃນ​ກຸ່ມ; ສ້າງ​ເຂດ​ການ​ຄ້າ​ເສ​ລີ ອາ​ຊີ - ປາ​ຊີ​ຟີກ(FTAAP) ແລະ ບັນ​ດາ​ເນື້ອ​ໃນ​ຮ່ວມ​ມືດ້ານ​ເສດ​ຖະກິດ-ການ​ຄ້າ​ໃຫມ່. ຕາມ​ການ​ຕີ​ລາ​ຄາ​ຂອງ​ບັນ​ດາ​ຜູ້​ຊ່ຽວ​ຊານ​ເສດ​ຖະ​ກິດ​ໂລກ​ແລ້ວ, ກອງ​ປະ​ຊຸມ​ຄັ້ງ​ນີ້ ດຳ​ເນີນ​ໄປ​ຢູ່​ປະ​ເທດ​ຈີນ ຊື່ງ​ແມ່ນ​ພື້ນ​ຖານ​ເສດ​ຖະ​ກິດ​ພວມ​ພັດ​ທະ​ນາ​ຢ່າງ​ແຂງ​ແຮງ ເຮັດ​ໃຫ້​ບັນ​ດາ​ພື້ນ​ຖານ​ເສດ​ຖະ​ກິ​ດ​ສະ​ມາ​ຊິກ APEC ພວມ​ຕັ້ງ​ຄວາມ​ຫວັງ​ຫລາຍ​ຢ່າງ​ກ່ຽວ​ກັບ​ບາດ​ກ້າວ​ໃຫມ່, ກຳ​ລັງ​ຫນູນ​ໃຫມ່​ທີ່​ບັນ​ລຸ​ໄດ້, ເປັນ​ຕົ້ນ​ໃນ​ສະ​ພາບ​ປີ 2014, ສິ່ງ​ທ້າ​ທາຍ​ກ່ຽວ​ກັບ​ການ​ພັດ​ທະ​ນາ,ກ່ຽວ​ກັບ​ສະ​ພາບ​ແວດ​ລ້ອມ​ສັນ​ຕິ​ພາບ​ໃນ​ໂລກ ແລະ ພາກ​ພື້ນ ຢ່າງ​ຈະ​ແຈ້ງ.

        APEC ພາຍ​ຫລັງໄລ​ຍະ25 ປີ​ແຫ່ງ​ການ​ສ້າງ​ຕັ້ງ ແລະ ພັດ​ທະ​ນາ​

APEC ໄດ້ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ເມື່ອ​ປີ 1989. ໃນ 25 ປີ​ຜ່ານ​ມາ, ຜ່ານ​ເວ​ທີ​ປາ​ໄສ, ພື້ນ​ຖານ​ເສດ​ຖະ​ກິດ​ພາກ​ພື້ນ ອາ​ຊີ - ປາ​ຊີ​ຟີກ ໄດ້​ມີ​ບັນ​ດາ​ຜົນ​ງານ​ດີ​ພໍ​ສົມ​ຄວນ, ລະ​ອຽດ ໄດ້​ຫລຸດ​ຜ່ອນ​ພາ​ສີ 3 ຄັ້ງ, ການ​ພົວ​ພັນ​ດ້ານ​ການ​ຄ້າ​ພາຍ​ໃນ​ກຸ່ມ​ເພື່ອ​ຂຶ້ນ​ທົບ 3 ເທົ່າ, ການ​ພົບ​ປະແລກ​ປ່ຽນ​ປະ​ຊາ​ຊົນ ແລະ ຫນັງ​ສື​ຜ່ານ​ແດນ​ຂອງ​ນັກ​ທຸ​ລະ​ກິດ​ໄດ​້​ຮັບ​ການ​ສ້າງ​ເງື່ອນ​ໄຂ​ສະ​ດວກ​ທີ່ບໍ່​ເຄີຍ​ມີ​ມາ​ກ່ອນ, ສ້າງ​ກຳ​ລັງ​ຫນູນ​ໃຫຍ່​ເພື່ອ​ໃຫ້ APEC ແລະ ພາກ​ພື້ນ ອາ​ຊີ​ ປາ​ຊີ​ຟີກ ພັດ​ທະ​ນາ​ຢ່າງ​ຂະ​ຫຍັນ​ຂັນ​ເຄື່ອນ. ທ່ານ ຫງວຽນ​ເກີມ​ຕູ, ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ​ຫວຽດ​ນາມ ໃຫ້​ຮູ້​ວ່າ:

“APEC ມີ​ບັນ​ດາ​ລາຍ​ການ​ແທດ​ຈິງ​ທີ່​ສຸດ ເພ່​ືອ​ພັດ​ທະ​ນາ​ດ້ານ​ການ​ຄ້າ, ຕົວ​ຢ່າງ​ຄື: ໄລ​ຍະ 2010-2015, APEC ມີ​ລາຍ​ການ​ຫລຸດ​ຜ່ອນ​ລາຍ​ຈ່າຍ ແລະ ໄລ​ຍະ​ເວ​ລາ​ຕິດ​ຕໍ່​ພົວ​ພັນ. APEC ກໍ​ສ້າງ​ເງື່ອນ​ໄຂ​ສະ​ດວກ​ໃຫ​້​ແກ່​ການ​ຕິດ​ຕໍ່​ພົວ​ພັນ​ຂອງ​ບັນ​ດາ​ວິ​ສາ​ຫະ​ກິດ​ໃນ​ການ​ເຄື່ອນ​ໄຫວ​ດ້ານ​ການ​ຄ້າ. ນອກນັ້ນ APEC ຍັງ​ມີ​ລະ​ບົບ​ຂໍ້​ມູນ​ອຸ​ດົມ​ສົມ​ບູນ​ກ່ຽວ​ກັບ​ລະ​ບອບ​ນະ​ໂຍ​ບາຍ, ດ້ານ​ການ​ຄ້າ​ຂອງ​ປະ​ເທດ​ສະ​ມາ​ຊິກ​ທັງ​ໝົດ ຊ່ວຍ​ໃຫ້​ບັນ​ດາ​ວິ​ສາ​ຫະ​ກິດ​ເມື່ອ​ສຳ​ພັດ​ກັບ​ລະ​ບົນ​ຂ​ໍ້​ມູນນີ້ ສາ​ມາດ​ປະ​ຢັດ​ ເວ​ລາ​ຊອກ​ຮູ້​ຕະ​ຫລາດ, ຊອກ​ຮູ້​ກ່ຽວ​ກັບ​ລະ​ບອບ​ນະ​ໂຍ​ບາຍ​ຂອງ​ປະ​ເທດ​ສະ​ມາ​ຊິກ​ໃນ​ວິ​ວັດ​ການ​ພົວ​ພັນ​ແລກ​ປ່ຽນ​ການ​ຄ້າ​ຂອງ​ຕົນ. ນັ້ນ​ແມ່ນ​ບັນ​ດາ​ສິ່ງ​ສຳ​ຄັນ​ທີ່​ສຸດ ຊື່ງ APEC ໄດ້​ສະ​ຫນອງ​ໃຫ້​ແກ່​ການ​ພັດ​ທະ​ນາ​ດ້ານ​ການ​ຄ້າ​ຂອງ​ພາກ​ພື້ນ ອາ​ຊີ ປາ​ຊີ​ຟີກ ໃນ​ໄລ​ຍະ​ຜ່ານ​ມາ.”

        ປີ 2014 ເປັນ​ຂີ​ດ​ໝາຍ​ໄລ​ຍະ 25 ປີ​ແຫ່ງ​ການ​ສ້າງ​ຕັ້ງ ແລະ 20 ປີ APEC ປະ​ຕິ​ບັດ​ບັນ​ດາ​ຈຸດ​ໝາຍ​ກ່ຽວ​ກັບ​ຫັນ​ການ​ຄ້​າ ແລະ ການ​ລົງ​ທຶນ​ເປັນ​ເສ​ລີ ແລະ ສະ​ດວກ. ສະ​ນັ້ນ ກ​ອງ​ປະ​ຊຸມ​ສຸດຍອດ APEC 22 ນີ້​ແມ່ນ​ໂອ​ກາດ​ເພື່ອ​ໃຫ້ APEC ພ້ອມ​ກັນຫວນ​ຄືນບັນ​ດາ​ຜົນ​ງານ​ທີ່​ບັນ​ລູ​ໄດ້​ພາຍ​ຫລັງ 25 ປີ​ແຫ່ງ​ການ​ຮ່ວມ​ມື ແລະ ກຳ​ນົດ​ທິດ​ພັດ​ທະ​ນາ​ໃນ​ໄລ​ຍະ​ຈະ​ມາ​ເຖິງ.

       16 ປີ​ທີ່​ຫວຽດ​ນາມ​ແມ່ນ​ສະ​ມາ​ຊິກ​ຕັ້ງ​ຫນ້າ

​ຫວຽດ​ນາມ​ເຂົ້າ​ຮ່ວມ APEC ເມື່ອ​ປີ 1998. ເຂົ້າ​ຮ່ວມ APEC ເປັນ​ຂີດ​ໝາຍ​ແຫ່ງ​ການ​ຜັນ​ຂະ​ຫຍາຍ​ໃນ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​ເປີດ​ກ້​ວາງ, ຫລາຍ​ຮູບ​ຫລາຍ​ແບບ, ຫລາຍ​ຝ່າຍ ແລະ ເຊື່ອມ​ໂຍງ​ເຂົ້າ​ກັບ​ສ​າ​ກົນ​ຂອງ​ຫວຽດ​ນາມ. 16 ປີ​ ເຂົ້າ​ຮ່ວມ APEC, APEC ນັບ​ມື້​ນັບ​ສະ​ແດງ​ໃຫ້​ເຫັນ​ແມ່ນ​ກົນ​ໄກ​ຮ່ວມ​ມື​ນຳ​ມາ​ເຊິ່ງ​ຜົນ​ປະ​ໂຫຍດ​ຫລາຍ​ຢ່າງ​ໃຫ້​ແກ່​ຫວຽດ​ນາມ. ທ່າ​ນ ຫງວຽນ​ເກີມ​ຕູ, ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ​ຫວຽດ​ນາມ ໃຫ້​ຮູ້​ວ່າ:

        “ໂດຍ​ແມ່ນ​ເວ​ທີ​ປ​າ​ໄສ​ເສດ​ຖະ​ກິດ​ເປີດ, APEC ໄດ້​ນຳ​ມ​າ​ເຊິ່ງ​ບັນ​ດາ​ຂໍ້​ຕົກ​ລົງ​ທີ່ບໍ່​ມີ​ລັກ​ສະ​ນະ​ຄຳ​ໝັ້ນ​ສັນ​ຍາ, ແມ່ນ​ສ້າງ​ຄວາມ​ສະ​ດວກ​ໃຫ້​ແກ່​ບັນ​ດາ​ປະ​ເທດ​ທີ່​ມີລະ​ດັບ​ການ​ພັດ​ທະ​ນາ​ຍັງ​ຈຳ​ກັດ​ຄື: ຫວຽດ​ນາມ ສາ​ມາດ​ເລືອກ​ເຟັ້ນ​ບັນ​ດາ​ເງື່ອ​ນ​ໄຂ​ສະ​ດວກ​ເພື່ອ​ເຂົ້າ​ຮ່ວ​ມ. APEC ຍັງ​ມີ​ບັນ​ດາ​ກົນ​ໄກ​ເພື່ອ​ເຈ​ລະ​ຈາ​ກ່ຽວ​ກັບ​ນະ​ໂຍ​ບາຍ, ພິ​ເສດ ແມ່ນ​ນະ​ໂຍ​ບາຍ​ດ້ານ​ການ​ຄ້າ. ນັ້ນ​ແມ່ນ​ກົນ​ໄກ​ສະ​ດວກ​ທີ່​ສຸດ​ໃຫ້​ແກ່​ບັນ​ດາ​ປະ​ເທດ​ຄ​ື​ຫວຽດ​ນາມ, ດ້ານ​ຫນຶ່ງ​ແມ່ນປັບ​ປຸງລະ​ບອບ​ນະ​ໂຍ​ບາຍ​ດ້ານ​ການ​ຄ້າ​ໂລກ​ ພ້ອມ​ທັງ​ປັ​ບ​ປຸງລະ​ບອບ​ນະ​ໂຍ​ບາຍ​ໃຫ້​ແກ່​ຕົນ​ເອງ​.”

        ກ້າວ​ເຂົ້າ​ສູ່​ໄລ​ຍ​ະ​ຍຸດ​ທະ​ສາດ​ພັດ​ທະ​ນາ​ໃຫມ່, ອາ​ຊີ - ປາ​ຊີ​ຟີກ ເວົ້າ​ລວມ ແລະ ເວ​ທີ​ປ​າ​ໄສ  APEC ເວົ້າ​ສະ​ເພາະ ຍິ່ງ​ມີ​ຄວາມ​ໝາຍ​ສຳ​ຄັນ​ພິ​ເສດ​ສຳ​ລັບ​ຫວຽດ​ນາມ. ນີ້​ແມ່ນ​ພາກ​ພື້ນ ຍາມ​ໃດ​ກໍ​ຕິດ​ພັນ​ຢ່າງ​ແຫນ້ນ​ແຟ້ນ​ກັບ​ການ​ພັດ​ທະ​ນາ​ຂອງ​ຫວຽດ​ນາມ ໃນ​ທຸກ​ຂົງ​ເຂດ​ຄື: ເສດ​ຖະ​ກິດ, ການ​ຕ່າງ​ປະ​ເທດ ,ການ​ປ້ອງ​ກັນ​ຄວາ​ມ​ສະ​ຫງົບ ແລະ ພັດ​ທະ​ນາ. ທ່ານ ບູ່ຍ​ແທງ​ເຊີນ, ລັດ​ຖະ​ມົນ​ຕີ​ຊ່ວຍ​ການ​ການກ​ະ​ຊວງ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ຢືນ​ຢັນ​ວ່າ:

        “APEC ແມ່ນ​ພ​າກ​ພື້ນ​ມີ​ຜົນ​ປະ​ໂຫຍດ​ຕໍ່​ຫວຽດ​ນາມ, ກວມ​ປະ​ມານ 65% ຍອດ​​ຈຳ​ນວນທຶນ​ຂອງ​ບັນ​ດາ​ປະ​ເທດ​ລົງ​ທຶນ​ເຂົ້າ​ຫວຽດ​ນາມ. 60% ສິນ​ຄ້າ​ສົ່ງ​ອອກ​ຂອງ​ຫວຽດ​ນາມ ເຂົ້າ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ ຂອງ APEC,  70% ຈຳ​ນວນ​ນັກ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດ​ເຂົ້າ​ຫວຽດ​ນາມ ແມ່ນ​ມາ​ຈາກ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ APEC. ນີ້​ກໍ​ແມ່ນ​ພາ​ກ​ພື້ນ​​ທີ່ພວກ​ເຮົາ​ມີ​ເຄືອ​ຂ່າຍ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ, ຄູ່​ຮ່ວມ​ມື​ຮອບ​ດ້ານ​ກັບ​ຫລາຍ​ປະ​ເທດ​ສະ​ມາ​ຊິກ. ​ດ້ວຍ​ຄວາມ​ຮ​ັບ​ຮູ້​ຄື​ດັ່ງ​ກ່າວ​ພວກ​ເຮົາ​ໄດ້ເປັນ​ເຈົ້າ​ການ​ເຂົ້າ​ຮ່ວມ APEC ຢ່າງ​ຕັ້ງ​ຫນ້າ.”

        ສືບ​ຕໍ່​ເສີມ​ຂະ​ຫຍາຍ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ຫນ້າ​ໃນ  APEC, ໃນ 2 ວັນ​ດຳ​ເນີນ ກອງ​ປະ​ຊຸມ APEC 22, ທ່ານ​ປະ​ທານ​ປະ​ເທດ ເຈ​ືອງ​ເຕີນ​ຊາງ ໄດ້​ເຂົ້າ​ຮ່ວມ​ບັນ​ດາ​ວາ​ລະ​ປະ​ຊຸມ​ຄົບ​ຄະ​ນະ, ເຈ​ລະ​ຈາ​ຕາມ​ຫນ່ວຍ, ພົບ​ປະ​ຂັ້ນ​ສູງ, ພົບ​ປ​ະ​ສອງ​ຝ່າຍ​ກັບ​ການ​ນຳ​ບັນ​ດາ​ພື້ນ​ຖານ​ເສດ​ຖະ​ກິດ​ສະ​ມາ​ຊິກ ເພື່ອ​ສືບ​ຕໍ່​ຜັນ​ຂະ​ຫຍາຍ​ແນວ​ທາງ​ການ​ຕ່າງ​ປະ​ເທດ​ເປັນ​ເຈົ້າ​ການ, ຕັ້ງ​ຫນ້າ ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ, ສະ​ແດງ​ໃຫ້​ເຫັນ​ນະ​ໂຍ​ບາຍ​ຖື​ເປັນ​ສຳ​ຄັນ ແລະ ເສີມ​ຂະ​ຫຍາຍ​ບົດ​ບາດ​ທີ່​ບັນ​ດາ​ກົນ​ໄກ​ຮ່ວມມ​ື​ຢູ່ ອາ​ຊີ ປາ​ຊີ​ຟີກ, ເພີ່ມ​ທະ​ວີ​ການ​ພົວ​ພັນ​ສອງ​ຝ່າຍ ລະ​ຫວ່າງ​ຫວຽດ​ນາມ ກັບ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ຫລັ​ກ​ແຫລ່ງ​ຂອງ APEC. ນີ້​ກໍ​ແມ່ນ​ໂອ​ກາດ​ເພື່ອ​ໃຫ້​ຫວຽດ​ນາມ ຍາດ​ແຍ່ງ​ບັນ​ດາ​ລາຍ​ການ​ຮ່ວມ​ມື​ເໝາະ​ສົມ​ຂອງ APEC ເພື່ອ​ປະ​ກອບ​ສ່ວນ​ຮັກ​ສາ​ເສດ​ຖະ​ກິດ​ມະ​ຫາ​ພາກ​ເປັນ​ປົກ​ກະ​ຕິ, ຮັບ​ໃຊ້​ບັນ​ດາ​ຈຸດ​ໝາຍ​ພັດ​ທະ​ນາ​ເສດ​ຖະ​ກິດ ສັງ​ຄົມ, ປ່ຽ​ນ​ໃຫມ່​ຮູບ​ແບບ​ການ​ຈະ​ເລີນ​ເຕ​ີ​ບ​ໂຕ​ຢູ່​ຫວຽດ​ນາມ, ພິ​ເສດ​ແມ່ນ​ບາດ​ກ້າວ​ກະ​ກຽມ​ເພື່ອ​ໃຫ້​ຫວຽດ​ນາມ ເປັນ​ເຈົ້າ​ພາບ​ຈັດ​ຕັ້ງ​ກອງ​ປະ​ຊຸມ​ສຸດຍອດ APEC 24 ໃນ​ປີ 2015.

ຂ່າວ/ບົດ​ອື່ນ