ສາກົນ ແລະ ບັນດາສິ່ງທ້າທາຍໃນການລົບລ້າງການຈຳແນກປະພືດເຊື້ອຊາດເຜົ່າພັນ

(VOVWORLD) -

ສະຫະປະຊາຊາດ ໄດ້ເລືອກເອົາວັນທີ 21 ມີນາ ຂອງແຕ່ລະປີ ເປັນວັນສາກົນລົບລ້າງການຈຳແນກປະພືດເຊື້ອຊາດເຜົ່າພັນ. ໃນສະພາບການປະທະກັນທີ່ເພີ່ມຂຶ້ນ, ຄວາມຂາດສະຖຽນລະພາບດ້ານເສດຖະກິດ, ວິກິດການດ້ານດິນຟ້າອາກາດ ແລະ ການພັດທະນາຢ່າງແຮງຂອງເຕັກໂນໂລຊີ, ບັ້ນຮົບຕ້ານການຈຳແນກການປະພືດເຊື້ອຊາດເຜົ່າພັນໃນໂລກກໍ່ຍິ່ງປະສົບກັບສິ່ງທ້າທາຍໃຫຍ່ຫຼວງ.

ສາກົນ ແລະ ບັນດາສິ່ງທ້າທາຍໃນການລົບລ້າງການຈຳແນກປະພືດເຊື້ອຊາດເຜົ່າພັນ - ảnh 1

ປີ 1979, ສະມັດຊາໃຫຍ່ ສປຊ ໄດ້ເລືອກເອົາວັນທີ 21 ມີນາ ຂອງແຕ່ລະປີເປັນວັນສາກົນລົບລ້າງສະພາບຈຳແນກປະພືດເຊື້ອຊາດເຜົ່າພັນຢ່າງເປັນທາງການ, ເພື່ອແນໃສ່ໄຫວ້ອາໄລເຫດການຜູ້ແຫ່ຂະບວນປະທ້ວງຂອງຄົນຜິວສີ ຊາວອາຟຣີກາໃຕ້ 69 ຄົນທີ່ຖືກເຂັ່ນຂ້າໃນການແຫ່ຂະບວນປະທ້ວງເພື່ອສັນຕິພາບ ຕ້ານລະບອບ Apartheid ຢູ່ປະເທດນີ້ ໃນວັນທີ 21 ມີນາ 1960.

ຄວາມຍຸຕິທຳສຳລັບ ອາຟຣີກາ

ພາຍຫຼັງ 45 ປີທີ່ປະຊາຄົມສາກົນກຳນົດແມ່ນໜຶ່ງໃນບັນດາບຸລິມະສິດການກະທຳແຖວໜ້າ, ບັ້ນເຄື່ອນໄຫວຕ້ານການຈຳແນກປະພືດເຊື້ອຊາດເຜົ່າພັນໃນທົ່ວໂລກໄດ້ມີບັນດາບາດກ້າວໃຫຍ່. ກົດໝາຍຫຼາຍສະບັບ ທີ່ມີລັກສະນະຈຳແນກປະພືດເຊື້ອຊາດເຜົ່າພັນກໍ່ຖືກລົບລ້າງຢູ່ເກືອບທຸກໆປະເທດ, ພ້ອມດຽວກັນນັ້ນ, ປະຊາຄົມສາກົນກໍ່ໄດ້ສ້າງບັນດາຂອບນິຕິກຳສຳຄັນ, ຄື: ສົນທິສັນຍາສາກົນກ່ຽວກັບການລົບລ້າງທຸກໆຮູບການຂອງການຈຳແນກປະພືດເຊື້ອຊາດເຜົ່າພັນ ແລະ ພິເສດແມ່ນຖະແຫຼງການ Durban 2001 ວ່າດ້ວຍໂຄງການກະທຳ “ການແກ້ໄຂ, ຄວາມຍຸຕິທຳເຊື້ອຊາດຜິວພັນ ແລະ ຄວາມສະເໝີພາບ ໃຫ້ສຳລັບລຸ້ນລູກຫຼານຂອງຊາວ ອາຟຣີກາ”. ເດືອນ ທັນວາ 2013, ສະມັດຊາໃຫຍ່ ສປຊ ກໍ່ໄດ້ເລີ່ມປະຕິບັດ“ທົດສະວັດສາກົນເພື່ອລຸ້ນລູກຫຼານຂອງຊາວ ອາຟຣີກາ”, ເລີ່ມແຕ່ວັນທີ 1 ມັງກອນ 2015 ແລະ ສິ້ນສຸດລົງໃນວັນທີ 31 ທັນວາ 2024. ໃນສະພາບການນັ້ນ, ເພື່ອແນໃສ່ຫວນຄືນຜົນງານການເຄື່ອນໄຫວໃນໜຶ່ງທົດສະວັດຜ່ານມາ, ວັນສາກົນລົບລ້າງການຈຳແນກປະພືດເຊື້ອຊາດເຜົ່າພັນປີນີ້ດ້ວຍຫົວຂໍ້ “ໜຶ່ງທົດສະວັດຂອງການຮັບຮູ້, ຄວາມຍຸຕິທຳ ແລະ ການພັດທະນາ: ການປະຕິບັດທົດສະວັດສາກົນ ເພື່ອລຸ້ນລູກຫຼານຂອງຊາວ ອາຟຣີກາ”.

ຕາມບັນດາຕົວເລກຂອງ ສປຊ ແລ້ວ, ປະຈຸບັນ, ໃນໂລກມີປະຊາກອນປະມານ 200 ລ້ານຄົນ ເຊິ່ງເປັນລຸ້ນລູກຫຼານຂອງຊາວ ອາຟຣີກາ ທີ່ພວມດຳລົງຊີວິດຢູ່ ອາເມລິກາ ແລະ ປະມານຮ້ອຍໆລ້ານຄົນອື່ນທີ່ພວມດຳລົງຊີວິດຢູ່ຫຼາຍປະເທດທີ່ບໍ່່ແມ່ນຢູ່ ອາຟຣີກາ, ຄື: ອັງກິດ, ຝລັ່ງ, ບຣາຊິນ, ບັນດາປະເທດເກາະ Caribe... ນີ້ແມ່ນບັນດາເປົ້າໝາຍຫຼັກຂອງໄພຈຳແນກປະພືດເຊື້ອຊາດເຜົ່າພັນໃນໂລກ, ພ້ອມທັງກໍ່ແມ່ນບັນດາຜູ້ແບກຫາບບັນດາຜົນຮ້າຍຢ້ອນຫຼັງອັນໜັກໜ່ວງຂອງອະດີດທີ່ເປັນຂ້າທາດ ແລະ ລ່າເມືອງຂຶ້ນ. ໃນບົດລາຍງານກ່ຽວກັບສິດທິມະນຸດເດືອນ ສິງຫາ 2023, ສະພາສິດທິມະນຸດ ສປຊ (OHCHR) ໃຫ້ຮູ້ວ່າ: ສະພາບການຈຳແນກປະພືດເຊື້ອຊາດເຜົ່າພັນສຳລັບຊາວ ອາຟຣີກາ ຍັງມີທ່າອ່ຽງເພີ່ມຂຶ້ນໃນທົ່ວໂລກ. ທ່ານນາງ Ravina Shamdasami, ໂຄສົກຂອງ OHCHR, ໃຫ້ຮູ້ວ່າ:

 “ບົດລາຍງານຂອງພວກຂ້າພະເຈົ້າໄດ້ສະແດງໃຫ້ເຫັນການຈຳແນກປະພືດເຊື້ອຊາດເຜົ່າພັນທີ່ມີລັກສະນະເປັນລະບົບ ຍັງສືບຕໍ່ສົ່ງຜົນກະທົບທີ່ຫຍໍ້ທໍ້ເຖິງທຸກແງ່ມູມໃນຊີວິດສັງຄົມ ຂອງບັນດາຜູ້ເປັນລຸ້ນລູກຫຼານຂອງຊາວ ອາຟຣີກາ. ເລື່ອງຊາວເຊື້ອຊາດ ອາຟຣີກາ ເສຍຊີວິດໃນ ແລະ ຫຼັງບັນດາການພົບປະກັບພະນັກງານປະຕິບັດກົດໝາຍຍັງສືບຕໍ່ເກີດຂຶ້ນ ແລະ ໃນການລົງໂທດຕໍ່ການກະທຳນີ້ກໍ່ບໍ່ມີຄວາມກ້າວໜ້າປານໃດ, ໂດຍບໍ່ຫົວຊາຕໍ່ບັນດາຄວາມມານະພະຍາຍາມຮຽກຮ້ອງຕ້ອງມີຄວາມຮັບຜິດຊອບຈາກບັນດາຄອບຄົວ”.

ຕາມທ່ານນາງ Epsy Campbell Barr, ປະທານຜູ້ປະຈຳການເວທີປາໄສກ່ຽວກັບລຸ້ນລູກຫຼານຂອງຊາວ ອາຟຣີກາ ແລ້ວ, ໜຶ່ງໃນບັນດາບຸລິມະສິດທີ່ຕ້ອງໄດ້ຮັບການປະຕິບັດແມ່ນແກ້ໄຂບັນຫາຂອງຍຸກຄ້າຂາຍຂ້າທາດ ແລະ ລະບອບລ່າເມືອງຂຶ້ນໃນທັນທີ. ຂໍ້ມູນຕົວເລກຂອງ ສປຊ ໄດ້ສະແດງໃຫ້ເຫັນວ່າ ຊາວ ອາຟຣີກາ ປະມານ 25 – 30 ລ້ານຄົນຖືກຂາຍໄປເປັນຂ້າທາດ ແລະ ຖືກຍົກຍ້າຍແບບບັງຄັບອອກຈາກ ອາຟຣີກາ ໃນໄລຍະແຕ່ກາງສະຕະວັດທີ 16 ຮອດກາງສະຕະວັດທີ 19. ບັນດາຜູ້ຄົນນີ້ໄດ້ຖືກການປະພຶດຕໍ່ທີ່ຊົ່ວຮ້າຍ, ຖືກຢຶດເອົາທຸກໆສິດກ່ຽວກັບການເມືອງ - ເສດຖະກິດ - ສັງຄົມ ແລະ ລູກຫຼານຂອງເຂົາເຈົ້າ ຕ້ອງຮັບການຈຳແນກການປະພຶດ ທີ່ເປັນລະບົບໃນຫຼາຍລຸ້ນຄົນ. ສປຊ ຖືນີ້ແມ່ນບັນດາໂທດກຳຕ້ານຄືນມວນມະນຸດ ແລະ ຖືວ່າຄວາມຍຸຕິທຳໃນການແກ້ໄຂຕ້ອງໄດ້ຮັບການປະຕິບັດ. ດັ່ງນັ້ນ, ໃນ 2 – 3 ປີຜ່ານມາ, 15 ປະເທດຂຶ້ນກັບປະຊາຄົມບັນດາປະເທດເຂດ Caribe (CARICOM) ໄດ້ເລີ່ມດຳເນີນການເຄື່ອນໄຫວດ້ານນິຕິກຳ ເພື່ອບັງຄັບໃຫ້ 10 ປະເທດ ເອີລົບ ຕ້ອງຊົດເຊີຍທາງດ້ານວັດຖຸ ແລະ ຈິດໃຈໃຫ້ແກ່ລຸ້ນລູກຫຼານຂອງຊາວ ອາຟຣີກາ.

ສາກົນ ແລະ ບັນດາສິ່ງທ້າທາຍໃນການລົບລ້າງການຈຳແນກປະພືດເຊື້ອຊາດເຜົ່າພັນ - ảnh 2ທ່ານເລຂາທິການໃຫຍ່ ສປຊ Antonio Guterres
(ພາບ:Salvatore Di Nolfi/AP)

ຕ້ານການຈຳແນກປະພືດເຊື້ອຊາດເຜົ່າພັນໃນຍຸກສະໄໝເຕັກໂນໂລຊີ

ໄປຄຽງຄູ່ກັບບັນດາຄວາມມານະພະຍາຍາມຍາດເອົາຄວາມຍຸຕິທຳຄືນ, ຮັບປະກັນການປະພຶດທີ່ຍຸຕິທຳໃຫ້ແກ່ປະຊາຄົມເຊື້ອຊາດ ອາຟຣີກາ ນັ້ນ, ໄລຍະຜ່ານມາ, ສປຊ ແລະ ບັນດາອົງການທີ່ກ່ຽວຂ້ອງຂອງອົງການນີ້ກໍ່ໄດ້ມີສຽງເວົ້າຫຼາຍກວ່າກ່ຽວກັບການປະກົດຂຶ້ນຂອງການຈຳແນກປະພຶດແບບໃໝ່ທີ່ຫຼາກຫຼາຍຮູບແບບ, ໃນສະພາບຂະບວນການຫົວຮຸນແຮງ ພວມນັບມື້ນັບແຜ່ລາມຢູ່ຫຼາຍສັງຄົມ, ພ້ອມທັງບັນດາພື້ນຖານເຕັກໂນໂລຊີ ໄດ້ເຮັດໃຫ້ເລື່ອງແຜ່ກະຈາຍບັນດາແນວຄວາມຄິດຈຳແນກປະພືດເຊື້ອຊາດເຜົ່າພັນກາຍເປັນສິ່ງຍາກທີ່ຈະຄວບຄຸມໄດ້. ຕາມທ່ານເລຂາທິການໃຫຍ່ ສປຊ Antonio Guterres ແລ້ວ, ທ່າອ່ຽງອັນຕະລາຍປະກົດຂຶ້ນໃນຊຸມປີມໍ່ໆມານີ້ແມ່ນເລື່ອງນັກການເມືອງຝ່າຍຂວາຈັດຫຼາຍທ່ານຢູ່ຫຼາຍປະເທດ ໄດ້ນຳໃຊ້ບັນດາຖ້ອຍທຳນອງກ່ຽວກັບຄວາມບໍ່ເຊື່ອໃຈ, ການຈຳແນກປະພືດເຊື້ອຊາດເຜົ່າພັນເພື່ອຈຸດປະສົງການເມືອງ:

 “ຄວາມບໍ່ເຊື່ອໃຈຕໍ່ກຸ່ມຄົນຜິວສີ, ຄວາມຄິດທີ່ເປັນອະຄະຕິ ແລະ ບັນດາຄຳເວົ້າທີ່ເປັນປໍລະປັກພວມເພີ່ມຂຶ້ນ. ບັນດານັກການເມືອງຫັນຊາວອົບພະຍົບກາຍເປັນຜູ້ຮັບໂທດແທນ, ດ້ວຍບັນດາຜົນຕາມມາທີ່ຮ້າຍແຮງ, ໃນຂະນະທີ່ບັນດາຜູ້ທີ່ມີຜົນສະທ້ອນຕາມແນວຄິດຄົນຜິວຂາວແມ່ນຢູ່ລະດັບສູງສຸດໃນການສວຍໃຊ້ການຈຳແນກປະພືດເຊື້ອຊາດເຜົ່າພັນໃນສື່ສັງຄົມອອນລາຍ”.

ທ່ານເລຂາທິການໃຫຍ່ ສປຊ ກ່າວເຕືອນພາຍຫຼັງໄລຍະເວລາໜຶ່ງທີ່ມີການເພີ່ມຂຶ້ນຫຼາຍພໍສົມຄວນກ່ຽວກັບສະຕິຄວາມຮັບຮູ້ໃນການຕ້ານຈຳແນກປະພືດເຊື້ອຊາດເຜົ່າພັນ ປະຈຸບັນ, ຫຼາຍປະເທດພວມເຫັນປະຈັກຕາທ່າອ່ຽງຕ່າວປິ້ນ, ໃນຂະນະທີ່ບັນດານະໂຍບາຍ ແລະ ວິທີການປະພຶດທີ່ມີປັດໄຈຈຳແນກປະພືດເຊື້ອຊາດເຜົ່າພັນໄດ້ກັບຄືນມາອີກ.  ກໍ່ຕາມຜູ້ນຳ ສປຊ ແລ້ວ, ບັນດາຄວາມສ່ຽງກ່ຽວກັບຂໍ້ມູນທີ່ຜິດເຂວ, ຂ່າວປອມເຊິ່ງກ່ຽວຂ້ອງເຖິງຫົວຂໍ້ການຈຳແນກປະພືດເຊື້ອຊາດເຜົ່າພັນ ນັບມື້ນັບຫຼາຍກວ່າ ໃນຂະນະທີ່ເຕັກໂນໂລຊີປັນຍາປະດິດ (AI) ໄດ້ນຳໃຊ້ຢ່າງກ້ວາງຂວາງນັ້ນ, ເຮັດໃຫ້ສະພາບ ຈຳແນກປະພືດເຊື້ອຊາດເຜົ່າພັນແຜ່ຂະຫຍາຍຢ່າງກ້ວາງຂວາງໃນສື່ສັງຄົມອອນລາຍ. ຍ້ອນເຫດນັ້ນ, ທີ່ສານໃນວັນສາກົນລົບລ້າງການຈຳແນກປະພືດເຊື້ອຊາດເຜົ່າພັນປີນີ້, ເປັນຄັ້ງທຳອິດ, ທ່ານເລຂາທິການໃຫຍ່ ສປຊ Antonio Guterres ໄດ້ຮຽກຮ້ອງບັນດາກຸ່ມບໍລິສັດເຕັກໂນໂລຊີ ຮ່ວມແຮງຮ່ວມໃຈມີການກະທຳເພື່ອຄວບຄຸມ AI, ຜ່ານນັ້ນ ກໍ່ລົບລ້າງທຸກໆຂໍ້ມູນຂ່າວດ້ວຍຄວາມຄິດທີ່ເປັນອະຄະຕິ ພາໄປເຖິງການ ຈຳແນກປະພືດເຊື້ອຊາດເຜົ່າພັນໃນໂລກ./.

ຕອບກັບ

ຂ່າວ/ບົດ​ອື່ນ