ຫວຽດນາມມານະພະຍາຍາມແກ້ໄຂ ຜົນຮ້າຍຢ່ອນຫຼັງຈາກລູກລະເບີດຍັງບໍ່ທັນແຕກ


ນັບ​ຕັ້ງ​ແຕ່​ປີ 1975 ມາ​ຮອດ​ປະຈຸ​ບັນ, ​ໄດ້​ມີ 42.000 ຄົນເສຍຊີວິດ, 62.000 ຄົນ ໄດ້ຮັບບາດເຈັບຍ້ອນ ລູກລະເບີດຝັງ​ດິນ. ພ້ອມ​ກັບ​ການ​ໜູນ​ຊ່ວຍ​ຂອງ​ຫຼາຍ​ປະ​ເທດ, ອົງການ​ຈັດ​ຕັ້ງ​ສາກົນ. ລັດຖະບານ​ຫວຽດນາມ​ໄດ້​ຈາ​ຍ​ເງິນ​ປະມານ 100 ລ້ານ USD/ປີ ​ເພື່ອ​ແກ້​ໄຂ​ຜົນ​ຮ້າຍ​ຢ່ອນ​ຫຼັງ​ອັນ​ໜັກໜ່ວງ​ຂອງ​ລູກ​ລະ​ເບີດ, ໝາກ​ໝິ່ນ, ວັດຖຸ​ລະ​ເບີດ, ​ໃນ​ນັ້ນ ມີ​ການ​ຮັບປະກັນ​ຊີວິດ​ອິນ​ຊີ, ຊັບ​ສິນ​ຂອງ​ປະຊາຊົນ, ພ້ອມ​ທັງ​ພັດທະນາ​ເສດຖະກິດ​ສັງຄົມ​ຢູ່​ບັນດາ​ທ້ອງ​ຖິ່ນ​ຖືກ​ມົນ​ລະ​ພິດ​ຈາກ​ລູກ​ລະ​ເບີດ,​ໝາກ​ໝິ່ນ.

ຫວຽດນາມມານະພະຍາຍາມແກ້ໄຂ ຜົນຮ້າຍຢ່ອນຫຼັງຈາກລູກລະເບີດຍັງບໍ່ທັນແຕກ - ảnh 1
ຍອດ​ເນື້ອ​ທີ່​ດິນ​ຖືກ​ມົນ​ລະ​ພິດ​ຈາກ​ລູກ​ລະ​ເບີດ,​ ໝາກ​ໝິ່ນ​ຢູ່​ຫວຽດນາມ​ ກວມ​ເອົາ​ກ່ວາ 20%ຍອດ​ເນື້ອ​ທີ່​ດິນ​ໃນ​ທົ່ວ​ປະ​ເທດ
(ພາບ:Vietnamnet)

   
ປະລິມານລູກ​ລະ​ເບີດ,​ໝາກ​ໝິ່ນ​ໂດຍ​ກອງທັບ​ອາ​ເມ​ລິ​ກາ​ນຳ​ໃຊ້​ໃນ​ສົງຄາມ​ຢູ່​ຫວຽດນາມ​ແມ່ນ​ກ່ວາ 15 ລ້ານ​ໂຕນ, ຫຼາຍ​ທົບ 4 ​ເທົ່າ​​ເມື່ອ​ທຽບ​ໃສ່ ປະລິມານລູກ​ລະ​ເບີດ, ​ໝາກ​ໝິ່ນ, ລູກປືນ​ຊຶ່ງ​ບັນດາ​ປະ​ເທດ​ໄດ້​ນຳ​ໃຊ້​ໃນ​ສົງຄາມ​ໂລກ​ຄັ້ງ​ທີ 2. ສິ້ນ​ສຸດ​ສົງຄາມ, ຫວຽດນາມ​ຖືກ​ຈັດ​ເຂົ້າ​ບັນຊີ​ລາຍ​ຊື່​ບັນດາ​ປະ​ເທດ​ທີ່ມີ​ສະພາບ​ມົນ​ລະ​ພິດ​ຈາກ​ລູກ​ລະ​ເບີດ,​ໝາກ​ໝິ່ນ​ໜັກ​ກວ່າ​ໝູ່​ໃນ​ໂລກ. ຍອດ​ເນື້ອ​ທີ່​ດິນ​ຖືກ​ມົນ​ລະ​ພິດ​ຈາກ​ລູກ​ລະ​ເບີດ,​ ໝາກ​ໝິ່ນ​ຢູ່​ຫວຽດນາມ​ແມ່ນ​ປະມານ 6,6 ລ້ານ​ແຮັກ​ຕາ, ກວມ​ເອົາ​ກ່ວາ 20%ຍອດ​ເນື້ອ​ທີ່​ດິນ​ໃນ​ທົ່ວ​ປະ​ເທດ. ປະລິມານ​ລູກ​ລະ​ເບີ​ດຍັງ​ບໍ່​ທັນ​ແຕກ​ແມ່ນ​ຖຶກຕົກ​ຄ້າງ​ຢູ່​ກະ​ແຈກ​ກະຈາຍ​ໃນ​ບັນດາ​ແຂວງ, ນະຄອນ​ເກືອບ​ທັງ​ໝົດ​ໃນທົ່ວ​ປະ​ເທດ, ​ໃນ​ນັ້ນ, ຫຼາຍ​ກ່ວາ​ໝູ່​ແມ່ນ​ຢູ່​ບັນດາ​ແຂວງ​ພາກ​ກາງ​ຫວຽດນາມ.  ພິ​ເສດ, ​ມີທ້ອງຖິ່ນມີ ເຖິງ 80% ເນື້ອທີ່ຖືກມົນລະພິດ.

   ລູກ​ລະ​ເບີດ,​ໝາກ​ໝິ່ນ, ວັດຖຸລະເບີດກໍ່​ຜົນ​ຮ້າຍ​ຢ່ອນ​ຫຼັງ​ອັນ​ໜັກໜ່ວງ

  ຕາມການຄິດໄລຂອງບັນດາອົງການມີໜ້າທີ່ຮັບຜິດຊອບ, ຢາກເກັບກູ້ລູກ​ລະ​ເບີດ,​ ໝາກ​ໝິ່ນ, ວັດຖຸລະເບີດຍັງບໍ່ທັນແຕກທັງໝົດທີ່ຖືກຕົກຄ້າງໃນສົງຄາມ ຢູ່ຫວຽດນາມນັ້ນ, ແມ່ນຕ້ອງເສຍເວລານັບຮ້ອຍປີ. ທ່ານນາຍົກລັດຖະມົນຕີ ຫງວຽນເຕີ້ນຢຸງ, ຫົວໜ້າຄະນະຊີ້ນຳແຫ່ງລັດກ່ຽວກັບໂຄງການເຄື່ອນໄຫວ ແຫ່ງຊາດແກ້ໄຂ​ຜົນ​ຮ້າຍ​ຢ່ອນ​ຫຼັງ​ຈາກລູກ​ລະ​ເບີດ,​ ໝາກ​ໝິ່ນພາຍຫຼັງສົງຄາມ (ຄະນະຊີ້ນຳ 504) ໃຫ້ຮູ້ວ່າ : 

   “ ສະພາບລູກ​ລະ​ເບີດ,​ ໝາກ​ໝິ່ນ, ວັດຖຸລະເບີດທີ່ຖືກຕົກຄ້າງໃນປາງ ສົງຄາມ ຍັງຄົງປະກົດຕົວຢູ່ ທ້ອງຖິ່ນເກືອບທັງໝົດໃນທົ່ວປະເທດຫວຽດນາມ, ອັນໄດ້ສົ່ງຜົນສະທ້ອນ ທີ່ຫຍໍ້ທໍ້ເຖິງພາລະກິດ ພັດທະນາເສດຖະກິດສັງຄົມຂອງປະເທດຊາດ, ຂອງແຕ່ລະທ້ອງຖິ່ນ ແລະ ໄດ້ກໍ່​ຜົນ​ຮ້າຍ​ຢ່ອນ​ຫຼັງ​ອັນ​ໜັກໜ່ວງ ໃຫ້ແກ່ການດຳລົງຊີວິດຂອງປະຊາຊົນ. ຄິດສະເລ່ຍໃນແຕ່ລະປີ, ຢູ່ຫວຽດນາມ ມີກວ່າ 1.500 ຄົນ​ເສຍ​ຊີວິດ ​ແລະ ​ເກືອບ 2.300 ຄົນ​ໄດ້​ຮັບ​ບາດ​ເຈັບ​ຍ້ອນລູກ​ລະ​ເບີດ,​ໝາກ​ໝິ່ນ, ວັດຖຸລະເບີດ ຖືກຕົກຄ້າງໃນສົງຄາມກໍ່​ຂຶ້ນ, ​ໃນ​ນັ້ນ​ມີ​ເດັກນ້ອຍ​ຫຼາຍ​ຄົນ ”

      ຕາມ​ການ​ຄາດ​ຄະ​ເນ​ແລ້ວ, ຢາກເກັບກູ້ລູກ​ລະ​ເບີດ,​ ໝາກ​ໝິ່ນ, ຍັງບໍ່ທັນ ແຕກທັງໝົດນັ້ນ, ຫວຽດນາມ​ຕ້ອງການ​​ເງິນ​ກວ່າ 10 ຕື້ USD, ນັ້ນ​ແມ່ນ​ຍັງ​ບໍ່​ທັງ​ຄິດ​ໄລ​ເຖິງ​ນັບ​ຕື້ USD ອີກ​ເພື່ອ​ຕັ້ງ​ຖິ່ນ​ຖານ​ຄົງ​ທີ່​ຄືນ​ໃໝ່​ໃຫ້​ແກ່​ປະຊາຊົນ ​ແລະ ຮັບປະກັນ​ຊີວິດ​ສັງຄົມ​ຢູ່​ເຂດ​ຖືກ​ມົນ​ລະ​ພິດ​ຍ້ອນ ລູກ​ລະ​ເບີດ,​ໝາກ​ໝິ່ນຍັງ​ບໍ່​ທັນ​ແຕກ.

  ຫວຽດນາມ​ມານະ​ພະຍາຍາມ​ແກ້​ໄຂ​ຜົນ​ຮ້າຍ​ຢ່ອນ​ຫຼັງ​ຈາກລູກ​ລະ​ເບີດ,​ໝາກ​ໝິ່ນ, ວັດຖຸ​ລະ​ເບີດ​ຍັງ​ບໍ່​ທັນ​ແຕກ.

   ພາຍຫຼັງ​ສິ້ນ​ສຸດ​ສົງຄາມ, ລັດຖະບານ​ຫວຽດນາມ​ໄດ້​​ເອົາ​ໃຈ​ໃສ່ແກ້​ໄຂ​ຜົນ​ຮ້າຍ​ຢ່ອນ​ຫຼັງ​ຈາກລູກ​ລະ​ເບີດ,​ໝາກ​ໝິ່ນ, ວັດຖຸ​ລະ​ເບີດ​ຍັງ​ບໍ່​ທັນ​ແຕກ ​ແນ​ໃສ່​ປົດ​ປ່ອຍ​ທີ່​ດິນ, ນຳ​ປະຊາຊົນ​ກັບ​ຄືນ​ດຳລົງ​ຊີວິດ. ​ແຕ່ລະ​ປີ, ຫວຽດນາມ​ສະຫງວນ​ເງິນ​ປະມານ 30 ລ້ານ USD ​ໃຫ້​ແກ່​ວຽກ​ງານເກັບກູ້ລູກ​ລະ​ເບີດຍັງບໍ່ທັນແຕກ. ​ແລະ​ຈຳນວນ​ເງິນ​ປະມານ 50 ລ້ານ USD ອີກ ຈະຖືກ​ລົງທຶນ​ໃຫ້​ແກ່​ການ​ເຄື່ອນ​ໄຫວ ຕັ້ງ​ຖິ່ນ​ຖານ​ຄົງ​ທີ່​ຄືນ​ໃໝ່​ໃຫ້​ແກ່​ປະຊາຊົນ ​ແລະ ຮັບປະກັນ​ຊີວິດ​ສັງຄົມ​ຢູ່​ເຂດ​ຖືກ​ມົນ​ລະ​ພິດ​ຍ້ອນລູກ​ລະ​ເບີດ, ​ໝາກ​ໝິ່ນຍັງ​ບໍ່​ທັນ​ແຕກ. ມຸ່ງ​ໄປ​ສູ່​ເປົ້າໝາຍ​ແກ້​ໄຂ ສະພາບມົນ​ລະ​ພິດ​ຈາກ​ລູກ​ລະ​ເບີດ,​ໝາກ​ໝິ່ນ​ແບບ​ຍືນ​ຍົງ​ນັ້ນ, ນາຍົກລັດຖະມົນຕີຫວຽດນາມ​ໄດ້​ເຊັນ​ອະນຸມັດ ​ແລະ ຜັນ​ຂະຫຍາຍ​ປະຕິບັດໂຄງການເຄື່ອນໄຫວ ແຫ່ງຊາດແກ້ໄຂ​ຜົນ​ຮ້າຍ​ຢ່ອນ​ຫຼັງ​ຈາກລູກ​ລະ​ເບີດ,​ ໝາກ​ໝິ່ນພາຍຫຼັງສົງຄາມ​ໄລຍະ 2010-2015(ຫຼື​ເອີ້ນ​ຫຍໍ້​ວ່າ ​ໂຄງການ 504 ), ດ້ວຍ​ຈຸດໝາຍ “ ລະດົມ​ແຫຼ່ງກຳລັງ​ຢູ່​ພາຍ​ໃນ​ປະ​ເທດ ​ແລະ ສາກົນ​ແນ​ໃສ່​ຫຼຸດຜ່ອນ ກໍ​ຄື​ກ້າວ​ໄປ​ເຖິງ​ການ​​ແກ້​ໄຂຜົນ​ສະທ້ອນຈາກລູກ​ລະ​ເບີດ, ​ໝາກ​ໝິ່ນຍັງ​ບໍ່​ທັນ​ແຕກຢ່າງ​ສິ້ນ​ເຊິ່ງ​ເພື່ອ​ຮັບ​ໃຊ້​ການ​ພັດທະນາ​ເສດຖະກິດ​ສັງຄົ​ມ, ຮັບປະກັນ​ຄວາມ​ປອດ​ໄພ​ໃຫ້​ແກ່​ປະຊາຊົນ; ຊ່ວຍ​ເຫຼືອ​ຜູ້​ຮັບ​ເຄາະ​ຮ້າຍ​ຈາກລູກ​ລະ​ເບີດ, ​ໝາກ​ໝິ່ນ ​ເຊື່ອມ​ຕົວ​ເຂົ້າກັບ​ຊີວິດ​ສັງຄົມ”. ສູນ​ກະທຳ​ສຳລັບລູກ​ລະ​ເບີດ, ​ໝາກ​ໝິ່ນ​ແຫ່ງ​ຊາດ​ຫວຽດນາມ (VNMAC) ຫາ​ກໍ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ດ້ວຍ​ໜ້າ​ທີ່​ຈັດ​ຕັ້ງ, ບໍລິຫານ, ສົມທົບ​ຜັນ​ຂະຫຍາຍ​ບັນດາ​ໜ້າທີ່ຂອງ ໂຄງການ 504. ທ່ານນາຍົກລັດຖະມົນຕີ ຫງວຽນເຕີ້ນຢຸງ ຖື​ວ່າ : 

   “ ວຽກ​ງານແກ້​ໄຂ​ຜົນ​ຮ້າຍ​ຢ່ອນ​ຫຼັງ​ຈາກລູກ​ລະ​ເບີດ​ຍັງ​ບໍ່​ທັນ​ແຕກຂອງ​ຫວຽດນາມ​ໃນ​ໄລຍະ​ທີ່​ຜ່ານ​ມາ ​ໄດ້​ບັນລຸ​ໝາກຜົນ​ທີ່​ສຳຄັນ​ທີ່​ສຸດ. ລູກ​ລະ​ເບີດ,​ໝາກ​ໝິ່ນ, ວັດຖຸ​ລະ​ເບີດ​ຍັງ​ບໍ່​ທັນ​ແຕກຖືກ​ຕົກ​ຄ້າງ​ໃນ​ເນື້ອ​ທີ່​ດິນ​ນັບ​ແສນ ​ແຮັກ​ຕາ ​ໄດ້​ຮັບ​ການ​ເກັບ​ກູ້. ຫວຽດນາມ​ກໍ​ໄດ້​ສຳ​ເລັດ​ວຽກ​ງານ​ສຳ​ຫຼວດ, ສ້າງ​​ແຜນ​ທີ່​ກ່ຽວ​ກັບລູກ​ລະ​ເບີດ,​ໝາກ​ໝິ່ນ​ຍັງ​ບໍ່​ທັນ​ແຕກ. ມີ​ຫຼາຍ​ໂຄງການ​ເກັບ​ກູ້ລູກ​ລະ​ເບີດ,​ໝາກ​ໝິ່ນ​ຍັງ​ບໍ່​ທັນ​ແຕກຢູ່​ບັນດາ​ເຂດ​ຖືກ​ມົນ​ລະ​ພິດ​ຍ້ອນລູກ​ລະ​ເບີດ, ​ໝາກ​ໝິ່ນ ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ປະຕິບັດ ​ແລະ ​ໄດ້​ບັນດາ​ໝາກຜົນ​ທີ່​ຕັ້ງໜ້າ. ​ເຖິງຢ່າງ​​ໃດ​ກໍ​ຕາມ, ຍ້ອນ​ຜົນ​ຮ້າຍ​ຢ່ອນ​ຫຼັງ​ຈາກສົງ​ຄາມ​ແມ່ນ​ໃຫຍ່ຫຼວງ​ທີ່​ສຸດ, ດັ່ງ​ນັ້ນ, ໜ້າ​ທີ່ແກ້​ໄຂ​ຜົນ​ຮ້າຍ​ຢ່ອນ​ຫຼັງ​ຈາກລູກ​ລະ​ເບີດຍັງ​ບໍ່​ທັນ​ແຕກ, ຮັບປະກັນ​ຄວາມ​ປອດ​ໄພ​ໃຫ້​ແກ່​ປະຊາຊົນ; ຊ່ວຍ​ເຫຼືອ​ຜູ້​ຮັບ​ເຄາະ​ຮ້າຍ​ຈາກລູກ​ລະ​ເບີດ, ​ໝາກ​ໝິ່ນ​ເຊື່ອມ​ຕົວ​ເຂົ້າກັບ​ຊີວິດ​ສັງຄົມ ​ແມ່ນ​ຍັງ​ຫຍຸ້ງຍາກ ​ແລະ ໜັກໜ່ວງ​ທີ່​ສຸດຢູ່”

    ​ເພີ່ມ​ທະວີ​ການ​ຮ່ວມ​ມື​ສາກົນ​ເພື່ອ​ແກ້​ໄຂ​ສະພາບ​ມົນ​ລະ​ພິດ​ຈາກລູກ​ລະ​ເບີດ, ​ໝາກ​ໝິ່ນ

   ​ໃນ​ຊຸມ​ປີ​ທີ່​ຜ່ານ​ມາ, ປະຊາ​ຄົມ​ບັນດາ​ນັກ​ອຸປະຖຳ​ສາກົນ ​ແລະ ບັນດາ​ອົງການ​ທີ່​ບໍ່​ຂຶ້ນ​ກັບ​ລັດຖະບານ, ​ໄດ້​ໜູນ​ຊ່ວຍ​ພາຫະ​ນະອຸປະກອນ, ​ເງິນ​ທຶນ​ລວມມູນ​ຄ່າ​ນັບ​ສີ​ບລ້ານ USD ​ເພື່ອ​ໃຫ້​ຫວຽດນາມແກ້​ໄຂ​ຜົນ​ຮ້າຍ​ຢ່ອນ​ຫຼັງ​ຈາກລູກ​ລະ​ເບີດ,​ໝາກ​ໝິ່ນຍັງ​ບໍ່​ທັນ​ແຕກພາຍ​ຫຼັງ​ສົງຄາມ. ນັບ​ແຕ່​ປີ 2004, UNICEF ​ໄດ້​ສະຫງວນ​ບ້ວງ​ເງິນ​ອຸປະ​ຖຳ 5 ລ້ານ USD ​ໃນ​ຮອບ​ເວລາ 5 ປີ​ເພື່ອ​ສຶກສາ​ຄວາມ​ຮູ້​ກ່ຽວ​ກັບ ລູກ​ລະ​ເບີດ, ​ໝາກ​ໝິ່ນ​ໃຫ້​ແກ່​ເດັກ​ຢູ່ 6 ​ແຂວງ​ພາກ​ກາງ​ຫວຽດນາມ. ພິ​ເສດ​ນັບ​ແຕ່​ປີ 1993 ມາ​ຮອດ​ປະຈຸ​ບັນ, ຫວຽດນາມ​ໄດ້​ຮັບ​ເງິນ​ຊ່ວຍ​ເຫຼືອ​ກ່ວາ 65 ລ້ານ USD ຈສກລັດຖະບານ​ອາ​ເມ​ລິ​ກາ​ກ່ຽວ​ກັບ​ການ​ຮ່ວມ​ມື ແກ້​ໄຂ​ຜົນ​ຮ້າຍ​ຢ່ອນ​ຫຼັງ​ຈາກລູກ​ລະ​ເບີດ, ​ໝາກ​ໝິ່ນ​ຍັງ​ບໍ່​ທັນ​ ​ແຕກພາຍຫຼັງສົງຄາມ​ຢູ່​ຫວຽດນາມ. ​ໃນ​ມໍ່ໆ​ມາ​ນີ້, ລັດຖະບານ 2 ປະ​ເທດ​ໄດ້​ເຊັນ​ບົດ​ບັນທຶກ​ຊ່ວຍ​ຈຳ​ກ່ຽວ​ກັບ​ການ​ຮ່ວມ​ມືແກ້​ໄຂ​ຜົນ​ຮ້າຍ​ຢ່ອນ​ຫຼັງ​ຈາກລູກ​ລະ​ເບີດ,​ໝາກ​ໝິ່ນ​ຍັງ​ບໍ່​ທັນ​ແຕກພາຍຫຼັງສົງຄາມ​ຢູ່​ຫວຽດນາມ. ທ່ານ​ເອກ​ອັກຄະ​ລັດຖະທູດ​ອາ​ເມ​ລິ​ກາປະຈຳ​ຫວຽດນາມ David Shear ​ໃຫ້​ຮູ້​ວ່າ: 

   “ ​ເອກະສານ​ໄດ້​ຮັບ​ການ​ລົງ​ນາມ ຈະ​ສ້າງ​ຂອບ​ເຂດ 2 ຝ່າຍ​ໄລຍະ​ຍາວ​ໃຫ້​ແກ່​ການ​ຮ່ວມ​ມື​ມະນຸດສະທຳ​ກ່ຽວກັບ​ການ​ກະທຳ​ສຳລັບລູກ​ລະ​ເບີດ, ​ໝາກ​ໝິ່ນລະຫວ່າງ​ຫວຽດນາມ ​ແລະ ອາ​ເມ​ລິ​ກາ. ອາ​ເມ​ລິ​ກາຫວັງ​ຈະ​ຮອດ​ວັນ​ທີ່​ປະຊາຊົນ​ຫວຽດນາມ ບໍ່​ຖືກ​ນາບ​ຂູ່​ຍ້ອນ ລູກ​ລະ​ເບີດຍັງ​ບໍ່​ທັນ​ແຕກອີກ. ”

    ​ໂຄງການແກ້​ໄຂ​ຜົນ​ຮ້າຍ​ຢ່ອນ​ຫຼັງ​ຈາກລູກ​ລະ​ເບີດ​ຍັງ​ບໍ່​ທັນ​ແຕກຂອງ​ຫວຽດນາມ​ໄດ້​ຮັບ​ການ​ຕີ​ລາຄາ​ຈາກ​ສາກົນ​ວ່າ ​ໂຄງການ​ໃຫຍ່​ກ່ວາ​ໝູ່​ໃນ​ໂລກ ​ແລະ ຫວຽດນາມ​ແມ່ນ​ແບບຢ່າງ​ເພື່ອ​ໃຫ້​ບັນດາ​ປະ​ເທດອື່ນ​ພາຍຫຼັງ​ສົງຄາມຮຽນ​ຕາມ. ພ້ອມ​ກັບ​ການ​ໜູນ​ຊ່ວຍ​ຈາກ​ບັນດາ​ຄູ່​ຮ່ວມ​ມື​ສາກົນ, ລັດຖະບານ​ຫວຽດນາມ​ພວມ​ພະຍາຍາມສູ້​ຊົນ​ໃນ​ໄວໆ​ນີ້, ຢູ່​ດິນ​ແດນ​ຫວຽດນາມ​ບໍ່​ມີລູກ​ລະ​ເບີດ,​ໝາກ​ໝິ່ນ​ບໍ່​ທັນ​ແຕກຖືກ​ຕົກ​ຄ້າງຈາກ​ສົງຄາມ, ​ແລະ ປະຊາຊົນ​ຈະ​ມີ​ຊີວິດ​ໃນ​ຄວາມ​ປອດ​ໄພ, ຜາ​ສຸກ, ປະ​ເທດ​ຊາດ​ນັບ​ມື້​ນັບພັດທະນາ.

ຕອບກັບ

ຂ່າວ/ບົດ​ອື່ນ