ຫວຽດນາມສຸມໃສ່ລົງທຶນເພື່ອປົວແປງສະມັດທະພາບການອອກແຮງງານ

ໃນ​ສະ​ພາ​ວະ​ທີ່​ຫວຽດ​ນາມ​ເພີ່ມ​ທະ​ວີ​ການ​ເຊື່ອມ​ໂຍງ​ເຂົ້​າກັບສາ​ກົນ​ໃນ​ປີ 2016 ນັ້ນ, ບັນ​ຫາ​ສະ​ມັດ​ທະ​ພາບ​ການ​ອອກ​ແຮງ​ງານ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ຈາກລັດ​ຖະ​ບານ ແລະ ທົ່ວ​ສັງ​ຄົມຍ້ອນ​ການ​ສົ່ງ​ຜົນ​ກະ​ທົບ​ທີ່​ສຳ​ຄັນ​ເຖິງ​ຄວາມ​ສາ​ມາດ​ແກ່ງ​ແຍ້ງ​ລະ​ດັບ​ຊາດ ແລະ ລະ​ດັບ​ຄອງ​ຊີບ​ຂອງ​ປະ​ຊາ​ຊົນ. ເພື່ອ​ປົວ​ແປງ​ສະ​ມັດ​ທະ​ພາບ​ການ​ອອກ​ແຮງ​ງານ, ຫວຽດ​ນາມ​ໄດ້​ສຸມ​ໃສ່​ລົງ​ທຶນ​ທາງ​ດ້ານ​ທຶນ​ຮອນ, ວິ​ທະ​ຍາ​ສາດ, ເຕັກ​ໂນ​ໂລ​ຢີ ແລະ ມະ​ນຸດ.

ຫວຽດນາມສຸມໃສ່ລົງທຶນເພື່ອປົວແປງສະມັດທະພາບການອອກແຮງງານ  - ảnh 1

ຫວຽດ​ນາມ​​ສຸມ​ໃສ່​ລົງ​ທຶນເພື່ອ​ປົວ​ແປງສະ​ມັດ​ທະ​ພາບ​ການ​ອອກ​ແຮງ​ງານ

       ນັບ​ແຕ່​ປີ 2000 ມາ​ຮອດ​ປະ​ຈຸ​ບັນ, ​ສະ​ມັດ​ທະ​ພາບ​ການ​ອອກ​ແຮງ​ງານຢູ່​ຫວຽດ​ນາມ​ໄດ້​ຮັບ​ການ​ປົວ​ແປງຫຼາຍ​ພໍ​ສົມ​ຄວນ, ເພີ່ມ​ຂຶ້ນກວ່າ 3%/ປີ, ແຂງ​ແຮງ​ທີ່​ສຸດ​ແມ່ນ​ຢູ່​ໃນ​ຂົງ​ເຂດ​ອຸດ​ສາ​ຫະ​ກຳ ແລະ ການກໍ່​ສ້າງ. ລະ​ດັບ​ຄວາມ​ຜິດ​ໂຕນ​ກັນ​ທາງ​ດ້ານ​ສະ​ມັດ​ທະ​ພາບ​ການ​ອອກ​ແຮງ​ງານ​ຂອງ​ຫວຽດ​ນາມ​ເມື​ອ່​ທຽບ​ໃສ່​ບັນ​ດາ​ປະ​ເທດ​ໃນ​ພາກ​ພື້ນ​ອາ​ຊຽນ​ພວມ​ຖືກ​ຮັດ​ແຄບ​ເທື່ອ​ລະ​ກ້າວ. ແຕ່ລະ​ດັບ​ຄວາມ​ຜິດ​ໂຕນ​ກັນ​ທາງ​ດ້ານ​ສະ​ມັດ​ທະ​ພາບ​ການ​ອອກ​ແຮງ​ງານ​ຂອງ​ຫວຽດ​ນາມ​ເມື​ອ່​ທຽບ​ໃສ່​ບັນ​ດາ​ປະ​ເທດພັດ​ທະ​ນາ​ແມ່ນ​ຍັງຫຼາຍ​ຢູ່.

    ການ​ລົງ​ທຶນ​ເຂົ້າ​ໃນ​ຂົງ​ເຂດ ວິ​ທະ​ຍາ​ສາດ, ເຕັກ​ໂນ​ໂລ​ຢີແມ່ນ​ສຳ​ຄັນ

  ທ່ານ​ຫງວຽນ​ແອງ​ຕ້ວນ, ຫົວ​ໜ້າ​ສະ​ຖາ​ບັນສະ​ມັດ​ທະ​ພາບ​ຫວຽດ​ນາມ ໃຫ້​ຮູ້​ວ່າ : ເພື່ອ​ຍົກ​ສູງ ​ສະ​ມັດ​ທະ​ພາບ​ການ​ອອກ​ແຮງ​ງານ, ຫຼາຍ​ປະ​ເທດ​ໃນ​ໂລກ​ສຸມ​ໃສ່​ຍົກ​ສູງ ​ສະ​ມັດ​ທະ​ພາບ​ສັງ​ລວມ​ເຊັ່ນ: ເພີ່ມທະ​ວີ​ດ້ານ​ທຶນ​ຮອນ, ລົງ​ທຶນ​ດ້ານ​ພາ​ຫະ​ນະ​ອຸ​ປະ​ກອນ​ທີ່​ທັນ​ສະ​ໄໝ. ຫວຽດ​ນາມ​ແມ່ນ​ປະ​ເທດ​ພວມ​ພັດ​ທະ​ນາ, ດັ່ງ​ນັ້ນ ໃນ​ໄລ​ຍະ​ນີ້, ການ​ເພີ່ມ​ທະ​ວີ​ແຫຼ່ງ​ທຶນ​ແມ່ນ​ມີ​ບົດ​ບ​າດ​ສຳ​ຄັນ​ໃນ​ການ​ເຕີບ​ໂຕ​ເສດ​ຖະ​ກິດ. ແຕ່​ເຖິງ​ຢ່າງ​ໃດ​ກໍ​ດີ, ເພື່ອ​ພັດ​ທະ​ນາ​ເສດ​ຖະ​ກິດ​ແບບ​ຍືນ​ຍົງ ແລະ ຮັບ​ປະ​ກັນ​ໃຫ້​ທ່ວງ​ທັນ​ກັບ​ບັນ​ດາ​ປະ​ເທດ​ພັດ​ທະ​ນານັ້ນ, ຫວຽດ​ນາມ​ຄວນ​ສຸມ​ໃສ່ຫຼາຍກວ່າ​ອີກ​ເຂົ້າ​ໃນ​ການ​ຊຸກ​ຍູ້​ການ​ເພີ່ມ​ ​ສະ​ມັດ​ທະ​ພາບ​ໂດຍ​ຜ່ານ​ການ​ພັດ​ທະ​ນາວິ​ທະ​ຍາ​ສາດ, ເຕັກ​ໂນ​ໂລ​ຢີ: ເຕັກ​ນິກ, ຄຸນ​ນະ​ພາບ​ການ​ອອກ​ແຮງ​ງານ ແລະ ປະ​ສິດ​ທິ​ຜົນ​ການ​ຈັດ​ແບ່ງ​ບັນ​ດາ​ແຫຼ່ງ​ກຳ​ລັງ​ໃນ​ພື້ນ​ຖານ​ເສດ​ຖະ​ກິດ. ທ່ານ​ຫງວຽນ​ແອງ​ຕ້ວນ ຍັງ​ຖື​ວ່າ ການ​ລົງ​ທຶນ​ທາງ​ດ້ານວິ​ທະ​ຍາ​ສາດ, ເຕັກ​ໂນ​ໂລ​ຢີແມ່ນ​ຂໍ້​ກຸນ​ແຈ, ເປັນ​ອັດ​ຕາ​ສ່ວນ​ກົງ​ກັບ​ໝາກ​ຜົນ​ສະ​ມັດ​ທະ​ພາບ​ການ​ອອກ​ແຮງ​ງານ​ແຫ່ງຊາດ. ທ່ານ​ຫງວຽນ​ແອງ​ຕ້ວນ ໃຫ້​ຮູ້​ວ່າ : 

   “ ຖ້າ​ຫາກ​ພວກ​ເຮົາ​ມ​ີຫຼາຍ​ຂະ​ແໜງ​ອາ​ຊ​ີບ​ໃຫ້ ​ສະ​ມັດ​ທະ​ພາບ​ຕ່ຳ, ນຳ​ໃຊ້​ແຮງ​ງານຫຼາຍ, ມູນ​ຄ່າ​ຜະ​ລິດ​ຕະ​ພັນຕ່ຳ​ນັ້ນ, ແນ່ນອນ​ວ່າ ​ສະ​ມັດ​ທະ​ພາບ​ການ​ອອກ​ແຮງ​ງານຂອງ​ທົ່ວ​ສັງ​ຄົມ​ຈະ​ຕ່ຳ. ເພາະ​ສະ​ນັ້ນ, ຕ້ອງ​ສຸມ​ໃສ່​ລົງ​ທຶນ​ທາງ​ດ້ານ​ພາ​ຫະ​ນະ​ທີ່​ສາ​ມາດ​ໃຫ້​ສະ​ມັດ​ທະ​ພາບ​ສູງ ແລະ ຕ້ອງ​ຍົກ​ສູງ​ລະ​ດັບ​ການ​ຄຸ້ມ​ຄອງ, ຊຸກ​ຍູ້​ການ​ເຄຶ່ອນ​ໄຫວ​ປັບ​ປຸງ​ໃນ​ວິ​ສາ​ຫະ​ກິດ​ເພື່ອ​ມີ​ບັນ​ດາການ​ເຄື່ອນ​ໄຫວທີ່​ເຮັດ​ແນວ​ໃດ​ເພື່ອ​ໃຫ້​ວິ​ສາ​ຫະ​ກິດ​ມີ​ຄວາມ​ເອກ​ອ້າງ​ທະ​ນົງ​ໃຈ​ວ່າ ຕົນ​ເອງ​ແມ່​ນ​ວິ​ສາ​ຫະ​ກິດທີ່​ເຄື່ອນ​ໄຫວ​ດີ. ຈາກນັ້ນ ​ສະ​ມັດ​ທະ​ພາບ​ຂອງ​ຫວຽດ​ນາມ​ຈະ​ເພີ່​ມຂຶ້ນ ”

   ຈຳ​ເປັນ​ຕ້ອງ​ສ້າງ​ໂຄງ​ປະ​ກອບ​ຂະ​ແໜງ​ອາ​ຊີບ​ຄືນ​ໃໝ່

    ທາງ​ດ້ານ​ທິດ​ສະ​ດີ, ຢາກ​ເພີ່ມ ​ສະ​ມັດ​ທະ​ພາບ​ການ​ອອກ​ແຮງ​ງານນັ້ນ, ແມ່ນ​ຕ້ອງ ຕ້ອງ​ສ້າງ​ໂຄງ​ປະ​ກອບ​ຂະ​ແໜງ​ອາ​ຊີບ​ຄືນ​ໃໝ່ ແລະ ເລັ່ງ​ໃສ່​ບັນ​ດາຂະ​ແໜງ​ອາ​ຊີບທີ່​ໃຫ້​ມູນ​ຄ່າ​ເພີ່ມ​ສູງ. ປະ​ຈຸ​ບັນ, ຫວຽດ​ນາມຍັງ​ຄົງ​ສຸມ​ໃສ່ຕົ້ນ​ຕໍ​ເຂົ້າ​ໃນ​​ຂົງ​ເຂດ​ອຸດ​ສາ​ຫະ​ກຳຜະ​ລິດ, ອຸດ​ສາ​ຫະ​ກຳ​ຂຸດ​ຄົ້ນ​ແຮ່​ທາດ ແລະ ກໍ່​ສ້າງ​ພື້ນ​ຖານ​ໂດຍ​ລົງ​ທຶນ​ທາງ​ດ້ານ​ພາ​ຫະ​ນະ​ບໍ່​ຫຼາຍ. ຂະ​ແໜງ​ກະ​ສີ​ກຳ, ຕົ້ນ​ຕໍແມ່ນ​ການອ​ອກ​ແຮ​ງານ​ດ້ວຍ​ມື ແລະ ຂະ​ຫຍາຍ​ການ​ຜະ​ລິດ​ແບບ​ຄອບ​ຄົວ. ຂະ​ແໜງ​ການ​ບໍ​ລິ​ການ​ກໍ​ໃຫ້​ມູນ​ຄ່າ​ເພີ່ມ​ຕ່ຳ. ໜຶ່ງ​ໃນ​ບັນ​ດາ​ວິ​ທີ​ການ​ແກ້​ໄຂ​ປົວ​ແປງ ​ສະ​ມັດ​ທະ​ພາບ​ການ​ອອກ​ແຮງ​ງານ​ຂອງ​ທົ່ວ​ສັງ​ຄົມ​ແມ່ນ​ການ​ຫັນ​ປ່ຽນ​ໂຄງ​ປະ​ກອບ​ແຮງ​ງານ​ຈາກ​ຂະ​ແໜງ​ທີ່​ໃຫ້ ​ສະ​ມັດ​ທະ​ພາບ​​ຕ່ຳ​ໄປ​ສູ່​ຂະ​ແໜງ​ທີ່​ໃຫ້ ​ສະ​ມັດ​ທະ​ພາບ​ສູງ, ພ້ອມ​ກັນ​ນັ້ນ ກໍ​ເອົາ​ໃຈ​ໃສ່​ເຖິງ​ຄຸນ​ນະ​ພາບ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ, ການນຳ​ໃຊ້ວິ​ທະ​ຍາ​ສາດ, ເຕັກ​ໂນ​ໂລ​ຢີ, ເປີດ​ກ້​ວາງ​ຕະຫຼາດ, ຊຸກ​ຍູ້​ການ​ສົ່ງ​ອອກ​ສິນ​ຄ້າທີ່​ໃຫ້​ມູນ​ຄ່າ​ເພີ່ມ​ສູງ. ທ່ານ​ຫງວຽນ​ມິນ​ຟອງ, ຜູ້​ຊ່ຽວ​ຊານ​ທາງ​ດ້ານ​ເສດ​ຖະ​ກິດ​ໃຫ້​ຮູ້​ວ່າ : 

   “ ໃນ​ຂົງ​ເຂດ​ອຸດ​ສາ​ຫະ​ກຳ, ພວກ​ເຮົາ​ໄດ້​ມີ​ກາ​ນ​ກຳ​ນົດ​ທິດ​ທີ່​ຖືກ​ຕ້ອງ, ນັ້ນ​ແມ່ນ​ການ​ໜູນ​ຊ່ວຍແກ່​ການ​ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ຫນູນ​ຊ່ວຍຢ່າງ​ແຂງ​ແຮງ, ພິ​ເສດ​ແມ່ນ​ບັນ​ດາ​ຂະ​ແໜງ​ການ​ທີ່​ສາ​ມາດ​ເຂົ້າ​ຮ່ວມ​ລະ​ບົບ​ການ​ສະ​ໜອງ​ທົ່ວ​ໂລກ. ຫວຽດ​ນາມ​ກໍ​ຕ້ອງ​ພັດ​ທະ​ນາ​ເຕັກ​ໂນ​ໂລ​ຢີ​ຂໍ້​ມູນ​ຂ່າວ​ສານ​ໃຫ້​ແຂງ​ແຮງ. ພ້ອມກ​ັນ​ນັ້ນ, ຂະ​ແໜງ​ເຕັກ​ໂນ​ໂລ​ຢີ​ປຸງ​ແຕ່ງ ແລະ ເຕັກ​ໂນ​ໂລ​ຢີ​ແມ່ນ​ຍຳ ກໍ​ຈຳ​ເປັນ​ທີ່​ສຸດ. ຂະ​ແໜງ​ກະ​ສີ​ກຳ​ຄວນ​ເລັ່ງ​ໃສ່ການ​ກະ​ສີ​ກຳ​ໃຊ້​ເຕັກ​ໂນ​ໂລ​ຢີ​ສູງ, ກະ​ສີ​ກຳ​ຊີ​ວະ​ພາບ. ສ່ວນ​ການ​ບໍ​ລິ​ການ ກໍ​ຄວນ​ເລັ່ງ​ໃສ່​ຂະ​ແໜງ​ທະ​ນາ​ຄານ, ການ​ເງິນ, ໂທ​ລະ​ຄົມ… ”

    ການກໍ່​ສ້າງ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ທີ່​ມີ​ຄຸນ​ນະ​ພາບ​ສູງ

  ໜຶ່ງ​ໃນ​ບັນ​ດາປັດ​ໄຈ​ປະ​ກອບ​ສ່ວນ​ເພີ່ມ ​ສະ​ມັດ​ທະ​ພາບ​ການ​ອອກ​ແຮງ​ງານ​ແມ່ນຄົນງານ. ດ້ວຍ​ຈຳ​ນວນ​ແຮງ​ງານ​ຄ້າຍ​ຄື​ກັນ, ຖ້າ​ຫາກ​ມີ​ເງື່ອນ​ໄຂ​ປະ​ກອບພາ​ຫະ​ນະ​ຮັບ​ໃຊ້​ການ​ຜະ​ລິດ​ທີ່​ດີກວ່ານັ້ນ, ຄົນ​ງານ​ຈະ​ສາ​ມາດ​ຜະ​ລິດ​ອອກວັດ​ຖຸ​ເຄື່ອງ​ຂອງ​ໄດ້ຫຼາຍກວ່າ, ຊ່ວຍ​ໃຫ້ເພີ່ມ ​ສະ​ມັດ​ທະ​ພາບ​ການ​ອອກ​ແຮງ​ງານ. ທ່ານ ເຢືອງ​ດຶກ​ເລີນ ຫົວ​ໜ້າ​ກົ​ມ​ໃຫຍ່​ກາ​ນ​ຊ່າງ ສັງ​ກັດ​ກະ​ຊວງ​ແຮງ​ງານ, ທະ​ຫານ​ເສຍ​ອົງ​ຄະ ແລະ ສັງ​ຄົມ​ຫວຽດ​ນາມ​ໃຫ້​ຮູ້​ວ່າ :

   “ ແຮງ​ງານ​ເຂົ້າ​ຮ່ວມ​ໃນ​ວິ​ວັດ​ການ​ຜະ​ລິດ, ດຳ​ເນີນ​ທຸ​ລະ​ກິດ ການ​ບໍ​ລິ​ການ​ ແລະ ສົ່ງ​ຜົນ​ກະ​ທົບ​ເຖິງສະ​ມັດ​ທະ​ພາບ​ການ​ອອກ​ແຮງ​ງານໂດຍ​ກົງ. ພວກ​ຂ້າ​ພະ​ເຈົ້າ​ຖື​ວ່າ ຖ້າ​ຫາກວ່າ ການ​ສ້າງວິ​ຊາ​ຊີບ​ໄດ້​ຮັບ​ການ​ເອົາ​ໃຈ​ໃສ່ ແລະ ລົງ​ທຶນ​ຢ່າງ​ຖືກ​ຕ້ອງນັ້ນ ກໍ​ເປັນ​ການ​ປະ​ກອບ​ສ່ວນ​ຢ່າງ​ໃຫຍ່ຫຼວງ​ເຂົ້າ​ໃນ​ການ​ຍົກ​ສູງ ​ສະ​ມັດ​ທະ​ພາບ​ການ​ອອກ​ແຮງ​ງານ”

    ພ້ອມ​ກັບ​ການ​ປະ​ຕິ​ບັດ​​ບັນ​ດາ​ວິ​ທີ​ການ​ແກ້​ໄຂຢ່າງ​ຄົບ​ຊຸດ, ມີ​ປະ​ສິດ​ທິ​ຜົນ, ພິ​ເສດ​ແມ່ນ​ການ​ສ້າງ​ລະ​ບອບ​ເສດ​ຖະ​ກິດ​ຕະຫຼາດ​ໃຫ້​ສົມ​ບູນ​ແບບ, ຫວຽດ​ນາມ​ກໍ​ເລັ່ງ​ໃສ່​ກໍ່​ສ້າງ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ, ເພີ່ມ​ທະ​ວີ​ການ​ປ່ຽນ​ແປງ​ໃໝ່​ທາງ​ດ້ານ​ ວິ​ທະ​ຍາ​ສາດ, ເຕັກ​ໂນ​ໂລ​ຢີ, ສ້າງ​ກຳ​ລັງ​ໜູນ​ເພື່ອ​ຍົກ​ສູງ ​ສະ​ມັດ​ທະ​ພາບ​ການ​ອອກ​ແຮງ​ງານ, ກຳ​ລັງ​ແກ່ງ​ແຍ້ງ, ພັດ​ທະ​ນາຢ່າງວ່ອງ​ໄວ ແລະ​ຍືນ​ຍົງ, ຮັດ​ແຄບ​ຄວາມ​ແຕກ​ໂຕນ​ກັນ​ໃນ​ການ​ພັດ​ທະ​ນາ​ກັບ​ບັນ​ດາ​ປະ​ເທດ​ໃນ​ພາກ​ພື້ນ.

ຕອບກັບ

ຂ່າວ/ບົດ​ອື່ນ