ຫວຽດນາມ ນັບມື້ນັບປະກອບສ່ວນຢ່າງແທດຈິງ, ເລິກເຊິ່ງ ແລະ ມີປະສິດທິຜົນໃນກິດຈະການຮັກສາສັນຕິພາບໂລກຂອງ ສປຊ

(VOVWORLD) - ກະຊວງປ້ອງກັນປະເທດຫວຽດນາມ ຫາກໍ່ມອບຂໍ້ຕົກລົງຂອງທ່ານປະທານປະເທດ ໃຫ້ແກ່ນາຍທະຫານຜູ້ທີສອງຂອງ ຫວຽດນາມ ໄປປະຕິບັດຫນ້າທີ່ຢູ່ ສຳນັກງານ ສະຫະປະຊາຊາດ (ສປຊ) ແລະ ສະຫລຸບອາຍຸການປະຕິບັດງານ ຂອງ ນາຍທະຫານ ຫວຽດນາມ 9 ຄົນທີ່ໄດ້ສິ້ນສຸດ ອາຍຸການ ຢູ່ ບັນດາ ຄະນະປະຕິບັດງານຮັກສາສັນຕິພາບ ສປຊ  ຢູ່ ຊູດັງໃຕ້ ແລະ ສ. ອາຟະລິກາກາງ.  ໝາກຜົນຂອງພາລະກຳພິເສດນີ້  ໃນ 5 ປີຜ່ານມາ ຍິ່ງຢັ້ງຢືນການປະກອບສ່ວນ ຂອງຫວຽດນາມໃນການຮັກສາສັນຕິພາບໂລກ ນັບມື້ນັບເພີ່ມຂຶ້ນ.

ຫວຽດນາມ ນັບມື້ນັບປະກອບສ່ວນຢ່າງແທດຈິງ, ເລິກເຊິ່ງ ແລະ ມີປະສິດທິຜົນໃນກິດຈະການຮັກສາສັນຕິພາບໂລກຂອງ ສປຊ - ảnh 1ພົນໂທ ຫງວຽນຈີວິ້ງ ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ມອບຂໍ້ຕົກລົງຂອງປະທານປະເທດໃຫ້ພັນໂທ ເຈີນດຶກເຫືອງ ໄປປະຕິບັດຫນ້າທີ່ ຢູ່ ສຳນັກງານ ສປຊ (ພາບ:TTXVN)

ນາຍທະຫານຜູ້ທີສອງ ຂອງຫວຽດນາມ ໄດ້ຮັບເລືອກເຂົ້າເຮັດວຽກຢູ່ ສຳນັງການ ຂອງ ສປຊ ຊື່ງກ່ອນນັ້ນ ປະຕິບັດບັນດາຫນ້າທີ່ຢູ່ ຄະນະປະຕິບັດງານຂອງ ສປຊ ເປັນຢ່າງດີ ໃນຖານະເປັນນາຍທະຫານເສນາທິການ. ຕໍ່ຈາກນັ້ນ ນາຍທະຫານຜູ້ນີ້ ຕ້ອງຜ່ານຜ່າການສອບເສັງ ໂດຍມີນາຍທະຫານ 150 -200 ຄົນເຂົ້າຮ່ວມດ້ວຍມາດຖານ ມີລະດັບຄວາມຮູ້ ກຳລັງຄວາມສາມາດ ຈັນຍາບັນສາກົນ. ບັນດານາຍທະຫານເຂົ້າຮ່ວມການປະຕິບັດງານ ຢູ່ ສຳນັກງານສປຊ ນັ້ນແມ່ນປະຕິບັດແຜນນະໂຍບາຍ, ແນວທາງຂອງພັກ, ລັດ ປະຕິບັດກົດໝາຍ ຫວຽດນາມໃນສະພາບແວດລ້ອມສາກົນ.

ນີ້ກໍ່ແມ່ນການປະກອບສ່ວນແທດຈິງໃຫ້ແກ່ບັນດາການເຄື່ອນໄຫວຮັກສາສັນຕິພາບຂອງ ສປຊ ເວົ້າສະເພາະ ກໍ່ຄື ບັນດາການເຄື່ອນໄຫວເຊື່ອມໂຍງເຂົ້າກັບສາກົນຂອງປະເທດຊາດ ແລະ ກອງທັບເວົ້າລວມ. ເລື່ອງນາຍທະຫານ ຫວຽດນາມ ຮັບໃຊ້ບັນດາຫນ້າທີ່ລວມຂອງ ສປຊ ພິເສດ ໃນອົງການເສນາທິການສູງສຸດຂອງ ສປຊ ເປັນການສະແດງໃຫ້ເຫັນວ່າ ຫວຽດນາມ ນັບມື້ນັບປະກອບສ່ວນຢ່າງແທດຈິງ, ເລິກເຊິ່ງ ແລະ ມີປະສິດທິຜົນໃນກິດຈະການຮັກສາສັນຕິພາບໂລກຂອງ ສປຊ.

ໄປຄຽງຄູ່ກັບເລື່ອງສົ່ງນາຍທະຫານຜູ້ທີສອງ ຂອງຫວຽດນາມໄປປະຕິບັດຫນ້າທີ່ຢູ່ ສຳນັກງານ ສປຊ, ຫວຽດນາມ ຫາກໍ່ຕ້ອນຮັບນາຍທະຫານ 9 ຄົນກັບຄືນມາປະເທດ ພາຍຫລັງສຳເລັດຫນ້າທີ່ຮັກສາສັນຕິພາບຂອງ ສປຊ ຢູ່ ຊູດັງໃຕ້ ແລະ ສ. ອາຟະລິກາກາງ.

ນອກຈາກ ປະຕິບັດສຳເລັດຫນ້າທີ່ຮັກສາສັນຕິພາບ ແລະ ຜ່ານຜ່າໂລກລະບາດໂຄວິດ 19, ບັນດາ ນາຍທະຫານ ດັ່ງກ່າວຍັງສະແດງໃຫ້ເຫັນແບບຢ່າງດີເດັ່ນຂອງນາຍທະຫານກອງທັບປະຊາຊົນຫວຽດນາມ ແຜ່ແຮງບັນດານໃຈໃຫ້ວົງຄະນາຍາດ ແລະ ບັນດາປະເທດອື່ນ ໃນການປ້ອງກັນ ຕ້ານໂລກລະບາດໂຄວິດ 19 ສ້າງຄວາມແຕກຕ່າງຂອງນາຍທະຫານ ຫວຽດນາມ ເມື່ອໄດ້ເຂົ້າຮ່ວມກຳລັງຮັກສາສັນຕິພາບສາກົນ.

ພາຍຫລັງ 5 ປີແຫ່ງການເຂົ້າຮ່ວມກຳລັງຮັກສາສັນຕິພາບສາກົນມາຮອດປະຈຸບັນ ຫວຽດນາມ ໄດ້ສົ່ງພະນັກງານ 40 ເທື່ອຄົນໄປປະຕິບັດຫນ້າທີ່ຢູ່ ບັນດາປະເທດ ສ.ອາຟະລິກາກາງ, ສ. ຊຸດັງໃຕ້ ແລະ ເຮັດວຽກຢູ່ ສຳນັກງານ ສປຊ. ພິເສດ ຫວຽດນາມໄດ້ດຳເນີນໂຄງການໂຮງໝໍກາງສະຫນາມຂັ້ນ 2 ເລກ 2 ດ້ວຍພະນັກງານ ພາລະກອນການແພດ 63 ຄົນເຮັດວຽກຢູ່ ຊູດັງໃຕ້ ແລະ ໄດ້ກຽມພ້ອມ ຈັດສົ່ງໂຮງໝໍກາງສະຫນາມ ຂັ້ນ 2 ເລກ 3 ຮັບຫນ້າທີ່ ຢູ່ ສປຊ ໃນໄລຍະຈະມາເຖິງ.

ການປະກອບສ່ວນຂອງຫວຽດນາມ ສຳລັບບັນດາການເຄື່ອນໄຫວຮັກສາສັນຕິພາບຂອງ ສປຊ ໄດ້ຮັບການຕີລາຄາສູງຈາກປະຊາຄົມ ສາກົນ, ບັນດາຄະນະປະຕິບັດງານຂອງ ສປຊ ແລະບັນດາອົງການຈັດຕັ້ງສາກົນ, ອົງການບໍ່ຂຶ້ນກັບລັດຖະບານ (I/NGOs). ບັນດານາຍທະຫານ ຫວຽດນາມ ໄດ້ຮັບການຕີລາຄາສູງດ້ວຍ ການເຮັດວຽກເປັນມືອາຊີບ, ມີວິໄນ, ຈິດໃຈສາມັກຄີສາກົນ ແລະ ພິເສດ ແມ່ນຄວາມສາມາດຮັບມືຢ່າງວ່ອງໄວກັບສິ່ງແວດລ້ອມຮ້າຍແຮງ, ແລະ ເຮັດວຽກໃນສະພາບນາໆຊາດເຂົ້າຮ່ວມ. ຈາກຄຸນນະພາບນາຍທະຫານເຂົ້າຮ່ວມການຮັກສາສັນຕິພາບ, ຫວຽດນາມ ໄດ້ຮັບເລືອກໃຫ້ເປັນປະເທດທຳອິດຢູ່ ອາຊີຕາເວັນອອກສ່ຽງໃຕ້ ເປັນສະຖານທີ່ຝຶກແອບກຳລັງຮັກສາສັນຕິພາບ ສາກົນ ຈາກ ສປຊ.

ເລື່ອງສົ່ງນາຍທະຫານຜູ້ທີ 2 ຂອງຫວຽດນາມ ໄປປະຕິບັດຫນ້າທີ່ ຢູ່ ສຳນັກງານ ສປຊ ແມ່ນການເຄື່ອນໄຫວທຳອິດຂອງກຳລັງຮັກສາສັນຕິພາບ ສປຊ ຂອງຫວຽດນາມ ພາຍຫລັງ ສະພາແຫ່ງຊາດ ຮັບຮອງເອົາມະຕິວ່າດ້ວຍການເຂົ້າຮ່ວມກຳລັງຮັກສາສັນຕິພາບຂອງ ສປຊ ກ່ອນນີ້ 4ເດືອນ. ເລື່ອງຮັບຮອງເອົາມະຕິດັ່ງກ່າວ ແລະສືບຕໍ່ຈັດສົ່ງນາຍທະຫານໄປປະຕິບັດງານຢູ່ ສຳນັກງານ ສປຊ ໄດ້ເປັນການຢັ້ງຢືນ ຫວຽດນາມ ແມ່ນສະມາຊິກມີຄວາມຮັບຜິດຊອບຂອງປະຊາຄົມສາກົນ, ເຂົ້າຮ່ວມພາລະກຳຮັກສາສັນຕິພາບຂອງ ສປຊ ດ້ວຍກຳລັງແຮງສັງລວມຂອງຊາດ.

 ໃນອະນາຄົດ, ຫວຽດນາມ ປາດຖະຫນາວ່າ ການເຄື່ອນໄຫວຮັກສາສັນຕິພາບ ສປຊ ຂອງຫວຽດນາມ ກໍ່ຄືກຳລັງຮັກສາສັນຕິພາບຂອງ ຫວຽດນາມ ຈະກາຍເປັນກຳລັງເປັນມືອາຊີບ. ການເຄື່ອນໄຫວຮັກສາສັນຕິພາບ ຈະແມ່ນເນື້ອໃນ ແມ່ນວຽກງານເປັນປະຈຳຂອງກອງທັບ ດ້ວຍເປົ້າໝາຍຈະແຈ້ງ ແມ່ນເພື່ອຮັກສາສັນຕິພາບໃຫ້ແກ່ປະເທດຊາດ ດ້ວຍການເຂົ້າຮ່ວມຮັກສາສັນຕິພາບຂອງໂລກ. ຫວຽດນາມ ປາດຖະຫນາຢາກສືບຕໍ່ສົ່ງກຳລັງຮັກສາສັນຕິພາບໄປຍັງບັນດາແຫ່ງອື່ນ ນອກຈາກ ຊູດັງໃຕ້ ແລະ ສ. ອາຟະລິກາກາງ ເພື່ອໃຫ້ຫວຽດນາມ ນັບມື້ນັບປະກອບສ່ວນເຂົ້າໃນການຮັກສາສັນຕິພາບຂອງໂລກ ຫລາຍກວ່າອີກ.

ຕອບກັບ

ຂ່າວ/ບົດ​ອື່ນ