ຫວຽດນາມ ເຂົ້າຮ່ວມກອງປະຊຸມ ASEM 9 ຢ່າງຕັ້ງຫນ້າ

(vovworld) - ພາຍ​ໃຕ້​ຫົວ​ຂໍ້​ວ່າ: “​ເພື່ອນ​ມິດ​ເພື່ອ​ສັນຕິພາບ - ຄູ່​ຮ່ວມ​ມື​ເພື່ອ​ຄວາມ ວັດທະນາ​ຖາວອນ”, ກອງ​ປະຊຸມ​ສຸດ​ຍອດ ຂອງ​ເວທີ​ປາ​ໄສ​ການ​ຮ່ວມ​ມື ອາຊີ - ​ເອີລົບ ຫລື ASEM 9  ຖືກ​ໄຂ​ຂຶ້ນ​ຢ່າງ​ເປັນ​ທາງ​ການ​ໃນ​ວັນ​ທີ 5/11 ຢູ່ ນະຄອນ​ຫລວງ​ວຽງ​ຈັນ. ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ Nguyen Tan Dung ພ້ອມກັບ​ປະມຸກ​ລັດ 50 ທ່ານ ​ແລະ ບັນດາ​ການ​ນຳ​ລັດຖະບານ​ປະ​ເທດ​ສະມາຊິກ ASEM ​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຳຄັນ​ນີ້.

	ຫວຽດນາມ ເຂົ້າຮ່ວມກອງປະຊຸມ  ASEM 9  ຢ່າງຕັ້ງຫນ້າ - ảnh 1
​ກອງ​ປະຊຸມ​ສຸດ​ຍອດ ASEM 9
ພາບ: internet

​ເວທີ​ປາ​ໄສ​ດຳ​ເນີນ​ໄປ​ໃນ​ສະພາບ​ໂລກ​ພວມ​ປະ​ເຊີນ​ຫນ້າ​ກັບ​ຄວາມ​ຫຍຸ້ງຍາກ​ ​ແລະ ສິ່ງ​ທ້າ​ທາຍ​ຫລາຍ​ຢ່າງ, ພິ​ເສດ​ ວິ​ກິດ​ການ​ເສດຖະກິດ​ໂລກ​ແກ່ຍາວ, ສະ​ນັ້ນ ທີ່​ກອງ​ປະຊຸມ​ສຸດ​ຍອດ ASEM 9, ບັນດາ​ການ​ນຳ​ຈະສຸມ​ໃສ່​ປຶກສາ​ຫາລື​ກ່ຽວ​ກັບ​ການ​ຟື້ນ​ຕົ​ວ​ເສດຖະກິດ, ຫັນປ່ຽນ​ຮູບ​ການ​ການ​ເຕີບ​ໂຕ, ສົມທົບ​ນະ​ໂຍບາຍ​ໃນ​ບັນດາ​ບັນຫາ​​ເສດຖະກິດ ການ​ເງິນ ຢູ່ ສອງ​ພາກ​ພື້ນ. ​ໃນ​ຂອບ​ເຂດ​ກອງ​ປະຊຸມ, ASEM 9 ຈະ​ຮັບ​ສາມ​ປະ​ເທດ​ເປັນ​ສະມາຊິກ​​ໃຫມ່ ນັ້ນ​ຄື: ບັງ​ກະລາ​ເທດ, ນອກ​ແວ ​ແລະ ສະ​ວິດ, ຍົກ​ຍອດ​ຈຳນວນ​ສະມາຊິກ​ຂອງ ASEM ຂຶ້ນ​ເຖິງ 51 ປະ​ເທດ. ນີ້​​ເປັນ​ຄັ້ງ​ທຳ​ອິດ ບັນດາ​ປະ​ເທດ​ຢູ່​ນອກ ສະຫະ​ພາບ​ເອີ​ລົບ ​ເຂົ້າ​ຮ່ວມ ASEM , ສ້າງ​ເປັນ​ກົນ​ໄກ​ຮ່ວມ​ມື ອາຊີ ​ເອີ​ລົບ​ນັບ​ມື້​ນັບ​ເລິກ​ເຊິ່ງ ​ແລະ ກວ້າງຂວາງ, ໝັ້ນຄົງ, ສືບ​ຕໍ່​ຢືນຢັນ​ບົດບາດ​ທີ່​ຕັ້ງ ​ແລະ ຍົກ​ສູງ​ຄວາມ​ສາມາດ​ບົ່ມ​ຊ້ອນ​ການ​ຮ່ວມ​ມື​ຂອງ​ເວທີ​ປາ​ໄສ.

 ຊື່​ງ​ແມ່ນ​ຫນຶ່ງ​ໃນ 26 ປະ​ເທດ​ສະມາຊິກ​ສ້າງ​ຕັ້ງ​ຂອງ ASEM, ​​ໃນ 16 ປີຜ່ານມາ, ຫວຽດນາມ ​ໄດ້​ມີ​ການ​ປະກອບສ່ວນ​ສຳຄັນ​ໃນ 3 ​ເສົາ​ຄ້ຳ​ຮ່ວມ​ມື​ຂອງ ASEM ນັ້ນ​ແມ່ນ​ການ​ເຈ​ລະ​ຈາ​ດ້ານ​ການ​ເມືອງ, ການ​ຮ່ວມ​ມື​ເສດຖະກິດ ​ແລະ ການ​ຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດ​ອື່ນ, ​ໃນ​ນັ້ນ ປະກອບສ່ວນ​ພົ້ນ​ເດັ່ນ​ສຸດ​ ​ແລະ ​ເປັນ​ຂີດ​ໝາຍ​ໃນ​ໄລຍະ​ທາງ​ພັດທະນາ​ຂອງ ASEM ນັ້ນ​ແມ່ນ ຫວຽດນາມ ຈັດ​ຕັ້ງ​ກອງ​ປະຊຸມ​ຂັ້ນ​ສູງ ASEM 5 (ປີ 2004) ສຳ​ເລັດຜົນ. ຫວຽດນາມ ກໍ​ເປັນ​ເຈົ້າພາບ​ກອງ​ປະຊຸມ​ຂັ້ນ​ລັດຖະມົນຕີ​ຂອງ ASEM ​ເປັນ​ຫລາຍ​ຄັ້ງ, ສະ​ເຫ​ນີ ​ແລະ ພ້ອມ​ກັບ​ບັນດາ​ປະ​ເທດ​ສະມາຊິກ​ຮັບຮອງ​ເອົາ​ເອກະສານ ​ແລະ ຂໍ້​ຕົກລົງ​ສຳຄັນ​ຫລາຍ​ສະບັບ​ທີ່​ມີ​ລັກສະນະ​ກຳນົດ​ທິດ​ໃນ​ວິວັດທະນາ​ການ​ຮ່ວມ​ມື ASEM . ມາ​ຮອດ​ປະຈຸ​ບັນ, ຫວຽດນາມ ​ໄດ້​ສະ​ເຫ​ນີຂໍ້​ລິ​ເລີ່​ມ 16 ຂໍ້ ​ແລະ ຮ່ວມ​ສ້າງ​ຂໍ້​ລິ​ເລີ່​ມອື່ນ​     ສີ​ບຂໍ້​ກ່ຽວ​ກັບ​ການ​ເພີ່ມ​ທະວີການ​ຮ່ວມ​ມື ASEM ​​ໃນຂົງ​ເຂດວັດທະນະທຳ, ການ​ສຶກສາ, ສາທາລະນະ​ສຸກ, ຄົມມະນາຄົມ​ຂົນ​ສົ່​ງ, ຄວາມ​ໝັ້ນຄົງ​ດ້ານພະລັງງານ, ​ແບ່ງປັນ​ບົດຮຽນ​ໃນ​ການ​​ເພີ່ມ​ວຽກ​ເຮັດ​ງານ​ທຳ ​ແລະ ຮັບປະກັນ​ຊີວິດ​ສັງຄົມ. ທີ່​ກອງ​ປະຊຸມ​ຂັ້ນ​ລັດຖະມົນຕີ ASEM ກ່ຽວ​ກັບ​ແຮງ​ງານ ​ແລະ ວ​ຽກ​ເຮັດ​ງານ​ທຳ​ຄັ້ງ​ທີ 4 ​ດຳ​ເນີນ​ໄປ​ຢູ່​ຮ່າ​ໂນ້ຍຫວ່າງ​ແລ້ວ​ນີ້, ທ່ານນາງ ຟ້າ​ມທິຫາຍ​ຈ່ວຽນ ລັດຖະມົນຕີ​ກະຊວງ​ແຮງ​ງານ ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ

               “ລັດຖະບານ ຫວຽດນາມ ພວມ​ຜັນ​ຂະຫຍາຍ​ແຜນ​ຮ່າງ​ສ້າງ​ວຽກ​ເຮັດ​ງານ​ທຳ​ຄື: ສ້າງ​ໂຄງການ​ວຽກ​ເຮັດ​ງານ​ທຳ​ແຫ່ງ​ຊາດ, ​ໂຄງການ​ສອນ​ວິ​ຊາ​ຊີບ​ໃຫ້​ແກ່​ຊາວ​ຫນຸ່ມ, ​ໂຄງການ​ແກ້​ໄຂ​ວຽກ​ເຮັດ​ງານ​ທຳ​ຕິດ​ພັນ​ກັບ​ການ​ລົບ​ລ້າງ​ຄວາມ​ອຶດຫິວ​ຫລຸດຜ່ອນ​ຄວາມທຸກ​ຍາກ. ຫວຽດນາມ ກ​ໍ​ເລີ່​ມຕົ້ນ​ຜັນ​ຂະຫຍາ​ຍການປະກັນ​ວ່າງ​ງານ ​ແລະ ​ເພີ່ມ​ທະວີ​ກຳລັງ​ຄວາມ​ສາມາດ​ໃຫ້​ແກ່​ລະບົບ​ບໍລິການ​​ວຽກ​ເຮັດ”

          ​ໃນ​ຂອບ​ເຂດ​ການ​ຮ່ວມ​ມື ASEM , ຫວຽດນາມ​ພ້ອມ​ກັບ​ບັນດາ​ປະ​ເທດ​ສະມາຊິກ​ຮອບ​ຮອງ​ເອົາ​ເອກະສານ ​ແລະ ຂໍ້​ຕົກລົງ​ສຳຄັນ​ມີ​ລັກສະນະ​ກຳນົດ​ທິດ​ໃນ​ວິວັດທະນາ​ການ​ຮ່ວມ​ມື ASEM ຄື: ຖະ​ແຫລ​ງການ​ຮ່າ​ໂນ້ຍກ່ຽວ​ກັບ​ການ​ພົວພັນ​ຄູ່​ຮ່ວມ​ມື​ເສດຖະກິດ ASEM ຢ່າງ​ແຫນ້ນ​ແຟ້ນກວ່າ” ​ແລະ ຖະ​ແຫລ​ງການ ASEM ກ່ຽວ​ກັບ​ການ​ເຈລະຈາ​ລະຫວ່າງ​ບັນດາ​ພື້ນຖານ​ວັດທະນະທຳ, ຄວາມສິວິ​ໄລ”.  ​ເວທີ​ປາ​ໄສ ASEM ມີ​ທີ່​ຕັ້ງ​ນັບ​ມື້​ນັບ​ສຳຄັນ​ສຳລັບ​ຫວຽດນາມ ​ໃນ​ວິວັດທະນາ​ການ​ພັດທະນາ​ເສດຖະກິດ​ສັງຄົມ. ຄູ່​ເຈລະຈາ​ທັງ​ໝົດ​ຊື່​ງຫວຽດນາມ​ໄດ້​ສ້າງ​ຕັ້ງການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ​ແລະ ຄູ່​ເຈ​ລະ​ຈາ​ຮອບດ້ານ ລ້ວນ​ແຕ່​ແມ່ນ​ບັນດາ​ສະມາຊິກ ASEM . ASEM ກໍ​ແມ່ນ​ພາກ​ພື້ນ​ລົງທຶນ​ໂດຍ​ກົງ ​ແລະ ສະຫນອງ​ການ​ຊ່ວຍ​ເຫລືອ​ພັດທະນາ​ຫລາຍ​ສຸດ​ໃຫ້​ແກ່​ຫວຽດນາມ. ສະ​ນັ້ນ ​ເລື່ອງ​ເຂົ້າ​ຮ່ວມ​ຢ່າງ​ຕັ້ງຫນ້າ ​ແລະ ​ເປັນ​ເຈົ້າ​ການ​ໃນ​ ASEM ບໍ່​ພຽງ​ແຕ່​ປະກອບສ່ວນ​ຍົກ​ສູງ​ທີ່​ຕັ້ງ​ບົດບາດ​ໃນ​​ເວທີ​ສາກົນ​ຂອງ​ປະ​ເທດ​ຊາດ​ເທົ່າ​ນັ້ນ ຫາກ​ຍັງ​ສ້າງ​ເງື່ອນ​ໄຂ​ສະດວກ​ເພື່ອ​ໃຫ້ ຫວຽດນາມ​ຊຸກຍູ້ ​ແລະ ​ເພີ່ມ​ພູນ​ຄູນ​ສ້າງ​ບັນດາ​ການ​ພົວພັນ​ສອງ​ຝ່າຍກັບ​ບັນດາ​ຄູ່​ຮ່ວມ​ມື​ຢູ່​ສອງ​ທະວີບ, ຫນູນ​ຊ່ວຍ​ຢ່າງ​ຕັ້ງຫນ້າ​ໃຫ້​ແກ່​ການ​ຜັນ​ຂະຫຍາຍ​ນະ​ໂຍບາຍ​ການ​ຕ່າ​ງປະ​ເທດ​ຂອງ​ພັກ ​ແລະ ລັດ​ຫວຽດນາມ. ບົນ​ຈິດ​ໃຈ​ນັ້ນ ຄະນະ​ຜູ້​ແທນ ຫວຽດນາມ ​ໂດຍ​ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung ນຳ​ຫນ້າ​ເຂົ້າ​ຮ່ວມ​ກອງ​ປະຊຸ​ມສຸດ​ຍອດ ​ASEM 9  ຈັດ​ຂຶ້ນ​ຢູ່​ ສປປລາວ ຈະ​ສືບ​ຕໍ່​ສະ​ແດງ​ໃຫ້​ເຫັນ​ບົດບາດ​ສະມາຊິກ​ຕັ້ງຫນ້າ ​ແລະ ມີ​ຄວາມ​ຮັບຜິດຊອບ​ໃນ​ບັນດ​າ​ເວທີ​ປາ​ໄສ​ຫລາຍ​ຝ່າຍ​ໃຫຍ່​ສຸດ​ຊຶ່ງ ຫວຽດນາມ​ເຂົ້າຮ່ວມ​ດ້ວຍ​ຖານະ​ເປັນ​ສະມາຊິກ​ສ້າງ​ຕັ້ງ ASEM . ຫວຽດນາມ​ກໍ​ຈະ​ສືບ​ຕໍ່​ມານະ​ພະຍາຍາມ​ພ້ອມ​ກັບ​ບັນດາ​ປະ​ເທດ​ສະມາຊິກ​ສະ​ເຫ​ນີຂໍ້​ລິ​ເລີ່​ມ​ເພື່ອ​ປະກອບສ່ວນ​ຢ່າງ​ແທດ​ຈິງ​ໃຫ້​ແກ່​ຜົນສຳ​ເລັດ​ຂອງ​ກອງ​ປະຊຸມ, ຍົກ​ສູງ​ ທີ່​ຕັ້ງ ບົດບາດ​ ​ຂອງ​ອາ​ຊຽນ ​ແລະ ປະກອບສ່ວນ​ຊຸກຍູ້​ການ​ພົວພັນ​ຄູ່​ຮ່ວມ​ມື ອາຊີ ​ເອີ​ລົບ​ນັບ​ມື້​ນັບ​ພັດທະນາ, ມີ​ຊີວິດ​ຊີວາ, ​ແທດ​ຈິງ ​ແລະ ມີ​ປະສິດທິ​ຜົນກວ່າ.

 

ຕອບກັບ

ຂ່າວ/ບົດ​ອື່ນ