ຮັບ​ປະ​ກັນ​ລັກ​ສະ​ນະ​ເປັນ​ໄປ​ໄດ້​ຂອງ ຍຸດ​ທະ​ສາດ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ແລະ ຟື້ນ​ຟູ​ເສດ​ຖະ​ກິດ

(VOVWORLD) -ພາຍຫຼັງສິ້ນສຸດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ XV, ໃນຕອນບ່າຍວັນທີ 13 ພະຈິກ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເປັນປະທານກອງປະຊຸມຫົວເລື່ອງສະເພາະ ເດືອນ ພະຈິກ 2021, ໂດຍຮຽກຮ້ອງໃຫ້ຕ້ອງປະຕິບັດສຳເລັດຍຸດທະສາດສັງລວມ ກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ແລະ ໂຄງການຟື້ນຟູ ແລະ ພັດທະນາເສດຖະກິດ - ສັງຄົມ ໂດຍໄວ. ນີ້ແມ່ນໜ້າທີ່ຈຸດສຸມ ຂອງ ລັດຖະບານ ໃນ 2 ເດືອນທ້າຍປີ 2021 ເພື່ອໃຫ້ ຫວຽດນາມ ສາມາດຟື້ນຟູ ແລະ ພັດທະນາເສດຖະກິດ ໂດຍໄວ.

ຮັບ​ປະ​ກັນ​ລັກ​ສະ​ນະ​ເປັນ​ໄປ​ໄດ້​ຂອງ ຍຸດ​ທະ​ສາດ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ແລະ ຟື້ນ​ຟູ​ເສດ​ຖະ​ກິດ - ảnh 1ພາບປະກອບ

ທີ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ XV, ສະພາແຫ່ງຊາດ ໄດ້ມອບໃຫ້ ລັດຖະບານ ຮີບເຮັ່ງສ້າງສຳເລັດ, ປະກາດໃຊ້ ແລະ ຈັດຕັ້ງຜັນຂະຫຍາຍຍຸດທະສາດສັງລວມກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ຢ່າງມີປະສິດທິຜົນ ແລະ ເປັນເອກະພາບ. ສະພາແຫ່ງຊາດ ກໍ່ໄດ້ສະເໜີໃຫ້ລັດຖະບານ ສ້າງ ແລະ ຈັດຕັ້ງປະຕິບັດໂຄງການຟື້ນຟູ, ພັດທະນາເສດຖະກິດ - ສັງຄົມດ້ວຍບັນດາມາດຕະການ, ກົນໄກບຸກທະລຸ, ມີຈຸດສຸມ, ມີຄວາມເປັນໄປໄດ້, ເອົາໃຈໃສ່ເຖິງການສ້າງກຳລັງໜູນການເຕີບໂຕໃໝ່ໃຫ້ເໝາະສົມກັບທ່າອ່ຽງພັດທະນາຂອງ ເສດຖະກິດ ໂລກ ໃນປັດຈຸບັນ.

ເຂົ້າເຖິງປະຊາຊົນ, ຖືປະຊາຊົນເປັນໃຈກາງ

ພາຍຫຼັງປ້ອງກັນຕ້ານໂລກລະບາດໂຄວິດ - 19 ມາເປັນເວລາ 2 ປີ, ຫວຽດນາມ ໄດ້ເຂົ້າໃຈຢ່າງຈະແຈ້ງກ່ວາກ່ຽວກັບໂລກລະບາດໂຄວິດ - 19 ເພື່ອ ຄ່ອຍໆຮັບມືຢ່າງປອດໄພ, ມີໄຫວພິບ, ຄວບຄຸມໂລກລະບາດໂຄວິດ - 19 ຢ່າງມີປະສິດທິຜົນ. ຫວຽດນາມ ໄດ້ກຳນົດ ເປັນການແຍກຕົວ, ວິໄຈຫາເຊື້ອ ແລະ ປິ່ນປົວ.ເສົາຄ້ຳໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19.

ເພາະສະນັ້ນ, ສຳລັບຮ່າງແຜນການຍຸດທະສາດສັງລວມ ກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19, ຄວາມຮຽກຮ້ອງຕ້ອງການທີ່ໄດ້ວາງອອກນັ້ນແມ່ນ ຕິດແທດກັບທັດສະນະເຂົ້ນເຖິງປະຊາຊົນໝົດທຸກຄົນ, ຖືປະຊາຊົນເປັນໃຈກາງ. ພິເສດ, ຕ້ອງຍູ້ໄວອັດຕາການສັກວັກຊິນໃຫ້ປະຊາຊົນຢ່າງທົ່ວເຖິງເພື່ອສ້າງຄວາມສະດວກໃນການຟື້ນຟູ ແລະ ພັດທະນາເສດຖະກິດ - ສັງຄົມ ຕາມຂັ້ນຕອນທີ່ເໝາະສົມ, ເອົາໃຈໃສ່ຍົກສູງກຳລັງຄວາມສາມາດໃນການປິ່ນປົວ, ຫຼຸດຜ່ອນຈຳນວນຜູ້ຕິດເຊື້ອມີອາການໜັກ ແລະ ຜູ້ເສຍຊີວິດ. ທັກສະນະນີ້ ທ່ານນາຍົກລັດຖະມົນຕີ ເຄີຍໄດ້ເນັ້ນໜັກມາແລ້ວໃນຂະນະທີ່ທ່ານກ່າວຄຳເຫັນທີ່ກອງປະຊຸມສະໄໝສາມັນເທື່ອທີ່ 2, ສະພາແຫ່ງຊາດຊຸດທີ XV ທີ່ຜ່ານມາ.

ໃນການປະຕິບັດວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ແລະ ຟື້ນຟູ, ພັດທະນາເສດຖະກິດ - ສັງຄົມ, ພວກເຮົາໝູນໃຊ້ທິດນຳ ແລະ ຫຼັກທິດສະດີກະທຳຂອງ ປະທານໂຮ່ຈີມິນ“ ເອົາສິ່ງທີ່ບໍ່ປ່ຽນແປງຮັບມືກັບສິ່ງປ່ຽນແປງ”. ສິ່ງບໍ່ປ່ຽນແປງແມ່ນເປົ້າໝາຍສູງສຸດ ຕັ້ງໄວ້ເພື່ອປົກປ້ອງຊີວິດອິນຊີ, ສຸຂະພາບ ຂອງປະຊາຊົນ, ສິ່ງປ່ຽນແປງແມ່ນໃນ ເງື່ອນໄຂຜັນແປຂອງໂລກລະບາດ ໂຄວິດ - 19 ຕ້ອງມີວິທີການແກ້ໄຂ ແລະ ວິທີການຈັດຕັ້ງການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ແລະ ຟື້ນຟູເສດຖະກິດ - ສັງຄົມໃຫ້ເໝາະສົມ ແລະ ມີປະສິດທິຜົນ.

ໃນເວລາສ້າງຮ່າງແຜນການຍຸດທະສາດສັງລວມ ກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19, ລັດຖະບານກໍ່ເອົາໃຈໃສ່ເປັນພິເສດເຖິງການສືບຕໍ່ກວດກາຄືນ, ກໍ່ສ້າງໃຫ້ສຳເລັດ ກ່ຽວກັບວິທີການ, ແຜນການ, ແຜນງານເພື່ອຮັບມື, ປ້ອງກັນ, ຫຼຸດຜ່ອນ, ແກ້ໄຂຄວາມສ່ຽງ ແລະ ກະກຽມແຫຼ່ງກຳລັງທີ່ຈຳເປັນ ເພື່ອພ້ອມແລ້ວທີ່ຈະປ້ອງກັນ, ຕ້ານໂລກລະບາດໂຄວິດ - 19. ລັດຖະບານ ກໍ່ຮຽກຮ້ອງຕ້ອງມີການຄົ້ນຄ້ວາ, ລາຍງານໃຫ້ຂັ້ນທີ່ມີສິດອຳນາດ ກ່ຽວກັບການສ້າງກອງທຶນປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ບົນພື້ນຖານກອງທຶນວັກຊິນກັນໂຄວິດ - 19.

ຮັບ​ປະ​ກັນ​ລັກ​ສະ​ນະ​ເປັນ​ໄປ​ໄດ້​ຂອງ ຍຸດ​ທະ​ສາດ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ແລະ ຟື້ນ​ຟູ​ເສດ​ຖະ​ກິດ - ảnh 2ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເປັນປະທານກອງປະຊຸມຫົວເລື່ອງສະເພາະ ເດືອນ ພະຈິກ 2021

ຕ້ອງໄປທັນກັບທ່າອ່ຽງຟື້ນຟູຂອງ ເສດຖະກິດ ໂລກ

ລັດຖະບານພວມລະດົມທຸກແຫຼ່ງກຳລັງ, ສ້າງຮ່າງໂຄງການຟື້ນຟູ ແລະ ພັດທະນາເສດຖະກິດ - ສັງຄົມ ດ້ວຍຂອບຂະໜາດໃຫຍ່ພໍໃຊ້ ເພື່ອໜູນຊ່ວຍປະຊາຊົນ, ວິສາຫະກິດ, ເປັນຕົ້ນແມ່ນຢູ່ໃນບັນດາຂົງເຂດສຳຄັນ ທີ່ໄດ້ຮັບຜົນສະທ້ອນຫຼາຍຈາກໂລກລະບາດໂຄວິດ - 19. ເລື່ອງຫຼາຍປະເທດ, ຄູ່ຮ່ວມມືໃຫຍ່ ຕ້ານການຄ້າ, ການລົງທຶນຂອງ ຫວຽດນາມ ພວມຢູ່ໃນທ່າເຕີບໂຕຢ່າງແຮງ ທັງເປັນກາລະໂອກາດສະດວກເພື່ອຊຸກຍູ້ຟື້ນຟູ ແລະ ພັດທະນາເສດຖະກິດສັງຄົມ ແລະ ທັງແມ່ນສິ່ງທ້າທາຍໃຫຍ່ ກ່ຽວກັບຄວາມສ່ຽງຖືກຖອຍຫຼັງ, ພາດຈັ່ງຫວະກັບທ່າອ່ຽງຟື້ນຟູຂອງ ເສດຖະກິດ ໂລກ ຖ້າຫາກວ່າ ຫວຽດນາມ ບໍ່ມີລັດຖະນະໂຍບາຍ, ວິທີການແກ້ໄຂຢ່າງມີໄຫວພິບ, ເໝາະສົມ, ທັນການ ແລະ ມີປະສິດທິຜົນ. ລັດຖະບານ ພວມສຸມໃສ່ຊີ້ນຳ ປັບປຸງໃຫ້ສຳເລັດ, ລາຍງານຕໍ່ຂັ້ນທີ່ມີສິດອຳນາດກ່ຽວກັບ ຮ່າງໂຄງການຟື້ນຟູ ແລະ ພັດທະນາເສດຖະກິດ - ສັງຄົມ. ທິດນຳວາງອອກນັ້ນແມ່ນ ໜູນຊ່ວຍຢ່າງຖືກຕ້ອງ, ທັນການ, ມີຄວາມເປັນໄປໄດ້ ແລະ ມີປະສິດທິຜົນ. ເປົ້າໝາຍໜູນຊ່ວຍແຍສຸມໃສ່ປະຊາຊົນ, ຜູ້ອອກແຮງງານ, ວິສາຫະກິດ, ສະຫະກອນ, ຄອບຄົວດຳເນີນທຸລະກິດ, ເປັນຕົ້ນແມ່ນໃນບັນດາຂະແໜງການ, ຂົງເຂດສຳຄັນ ທີ່ໄດ້ຮັບຜົນສະທ້ອນຫຼາຍ ຈາກໂລກລະບາດໂຄວິດ - 19 ຕ້ານລຳດັບບຸລິມະສິດ, ລະດັບການໜູນຊ່ວຍ, ຂັ້ນຕອນທີ່ເໝາະສົມ, ມີຄວາມເປັນໄປໄດ້.

ກ່ຽວກັບແຫຼ່ງກຳລັງໃຫ້ແກ່ໂຄງການຟື້ນຟູ ແລະ ພັດທະນາເສດຖະກິດ - ສັງຄົມ, ຫວຽດນາມ ຈະສົມທົບຢ່າງແໜ້ນແຟ້ນ ລະຫວ່າງ ນະໂຍບາຍສົກປີການເງິນ ແລະ ນະໂຍບາຍເງິນຕາ ດ້ວຍຂອບຂະໜາດ, ລະດັບ, ຂັ້ນຕອນ ແລະ ຈຸດເວລາທີ່ເໝາະສົມ ຕິດພັນກັບການເພີ່ມທະວີລະດົມບັນດາແຫຼ່ງກຳລັງສັງຄົມ, ຮັບໃຊ້ການຟື້ນຟູ ແລະ ພັດທະນາເສດຖະກິດ - ສັງຄົມຂອງ ປະເທດຊາດ ຢ່າງມີປະສິດທິຜົນ. ທ່ານນາງ ຫງວຽນທິຮົ່ງ ຜູ້ວ່າການ ທະນາຄານແຫ່ງລັດ ໃຫ້ຮູ້ວ່າ:

ທະນາຄານແຫ່ງລັດ ຈະສືບຕໍ່ຊີ້ນຳ, ພະຍາຍາມຫຼຸດຜ່ອນຄ່າໃຊ້ຈ່າຍໃນການເຄື່ອນໄຫວ ເພື່ອຫຼຸດອັດຕາ ດອກເບ້ຍລົງແຕ່ຕ້ອງຮັບປະກັນລະດັບຄວາມປອດໄພຂອງແຕ່ລະອົງການສິນເຊື່ອ ແລະ ລະບົບ. ພ້ອມກັນນັ້ນ, ທະນາຄານແຫ່ງລັດ ຈະສືບຕໍ່ສົມທົບກັບບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງ ເພື່ອຄິດໄລ່ບັນດາບ້ວງເງິນໜູນຊ່ວຍອັດຕາດອກເບ້ຍ ທີ່ເໝາະສົມ, ບົນພື້ນຖານມະຫາພາກເປັນປົກກະຕິ, ປ້ອງກັນຕ້ານຄວາມສ່ຽງທີ່ອາດຈະເກີດໄພເງິນເຟີ້.

ຍຸດທະສາດສັງລວມ ກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ແລະໂຄງການຟື້ນຟູ ແລະ ພັດທະນາເສດຖະກິດ ສັງຄົມ ແມ່ນ 2 ນະໂຍບາຍສຳຄັນ ຂອງ ຫວຽດນາມ ໃນການຮັບປະກັນ ໃຫ້ສັງຄົມມີສະຖຽນລະພາບ ແລະ ກັບຄືນສູ່ທ່າເຕີບໂຕເສດຖະກິດ. ລັດຖະບານ ຫວຽດນາມ ພວມມານະພະຍາຍາມສ້າງ 2 ຍຸດທະສາດນີ້ໃຫ້ສຳເລັດເພື່ອຍື່ນສະເໜີຕໍ່ຂັ້ນທີ່ມີສິດອຳນາດ ຮັບຮອງ, ຮັບປະກັນລັກສະນະເປັນໄປໄດ້ ເມື່ອນຳໃຊ້ເຂົ້າໃນການດຳລົງຊີວິດຕົວຈິງ.

ຕອບກັບ

ຂ່າວ/ບົດ​ອື່ນ