ເບື້ອງຫຼັງເສິກກາງເມືອງຢູ່ Yemen


(vovworld) - ​ໃນ​ຊຸມ​ມື້​ມໍ່ໆ​ມານີ້, ​ເສິກ​ກາງ​ເມືອງ​ຢູ່ Yemen ​ໄດ້​ກາຍ​ເປັນ​ບັນຫາ​ລວມຂອງ​ທັງ​ພາກ​ພື້ນ, ​ໂລກ​ອິດສະ​ລາມ ​ແລະ ​ໂລກ​ອາ​ຣັບ, ພາຍຫຼັງ​ທີ່​ອາຣັບບີ ຊາ​ອູ​ດິດ ​ແລະ ບາງ​ປະ​ເທດພັນທະ​ມິດ​ແຊກ​ແຊງ​ດ້ານ​ການ​ທະຫານ​​ເຂົ້າປະ​ເທດ​ນີ້. ສະພາບ​ການ​ຢູ່ Yemen ນັບ​ມື້​ນັບ​ດຸ​ເດືອດ, ນາບ​ຂູ່​ເຖິງ​ຄວາມ​ໝັ້ນຄົງ​ໃນ​ພາກ​ພື້ນ.

ເບື້ອງຫຼັງເສິກກາງເມືອງຢູ່ Yemen - ảnh 1

ສົງຄາມຢູ່ Yemen ບໍ່ສາມາດແກ້ໄຂຢ່າງວ່ອງໄວໄດ້

ການ​ບຸກ​ໂຈມ​ຕີ​ທາງ​ອາກາດ​ຂອງ​ກຳລັງ​ທະຫານ​ປະສົມ​ອາຣັບ ​ໂດຍ ອາຣັບບີ ຊາ​ອູ​ດິດ ນຳ​ໜ້າ ​ທີ່​ເລັ່ງ​ໃສ່​ພວກ​ກະບົດ Houthi ຢູ່​ພາກ​ໃຕ້ Yemen ​ໃນ​ວັນ​ທີ 8/4 ​ໄດ້​ກ້າວ​ເຂົ້າ​ສູ່​ມື້​ທີ 14 ​ແລ້ວ, ການ​ປະ​ທະ​ກັນ​ຢ່າງ​ດຸ​ເດືອດ ​ໄດ້​ເຮັດ​ໃຫ້​ສະພາບ​ສິດທິ​ມະນຸດ​ຢູ່ Yemen​ນັບ​ມື້​ນັບ​ຜັນ​ແປ​ໄປ​ຢ່າງ​ສັບສົນ. ຫຼາຍ​ປະ​ເທດ​ສືບ​ຕໍ່​ຜັນ​ຂະຫຍາຍ​ການ​ຍົກຍ້າຍ​ພົນລະ​ເມືອງ​ຂອງ​ຕົນ​ອອກ​ຈາກ Yemen. ​ການ​ບຸກ​ໂຈມ​ຕີ​ດັ່ງກ່າວ​ເຮັ​ດ​ໃຫ້ 500 ກວ່າ​ຄົນ​ເສຍ​ຊີວິດ ​ແລະ 1.000 ກວ່າ​ຄົນ​ໄດ້​ຮັບ​ບາດ​ເຈ​ັບ.

ການ​ປະ​ທະ​ກັນ​ດ້ານ​ເຊື້ອ​ຊາດ​ຜີວພັນ​ບໍ່​ທັນ​ຢຸດຕິ​ເທື່ອ

ຄວາມ​ດຸ​ເດືອດ​ຢູ່ Yemen ນັບ​ມື້​ນັບ​ເພີ່ມ​ຂຶ້ນ​, ພາຍຫຼັງ​ທີ່​ພວກ​ກະບົດ Houthi ຢືດຄອງ​ນະຄອນຫຼວງ Sanaa ​ເມື່ອ​ເດືອນ 9/2014. ການ​ປະ​ທະ​ກັນ​ຢູ່​ປະ​ເທດ​ນີ້​ອາດ​ຈະ​ກາຍ​​ເປັນເສິກ​ກາງ​ເມືອງ, ​ເມື່ອ Houthi ​ເປີດ​ກວ້າງ​ກຳລັງ​ບຸກ​ໂຈມ​ຕີ​ນະຄອນ Aden ທາງພາກ​ໃຕ້ Yemen, ​ແຫ່ງ​ທີ່​ປະທານາທິບໍດີ Yemen ທ່ານ Abd-Rabbu Mansour Hadi ພວມຫຼົບ​ໄພ. ຕໍ່ໜ້າ​ການ​ບຸກ​ໂຈມ​ຕີ​ຂອງ​ພວກ​ກະບົດ Houthi, ​ເພື່ອ​ແນ​ໃສ່ “ປົກ​ປ້ອງ​ອຳນາດ​ການ​ປົກຄອງ​ທີ່​ຖືກຕ້ອງ​ຕາມ​ກົດໝາຍ“ ຂອງ​ປະທານາທິບໍດີ Yemen, ການ​ບຸກ​ໂຈມ​ຕີ​ທາງ​ອາກາດ​ຂອງ​ພັນທະ​ມິດ​ບັນດາ​ປະ​ເທດ​ອາຣັບ, ​ເຊິ່ງນຳ​ໜ້າ​ແມ່ນ ອາຣັບບີ ຊາ​ອູ​ດິດ ​ໄດ້​ຮັບ​ການ​ຜັນ​ຂະຫຍາຍດ້ວຍ​ຂະໜາດ​ໃຫຍ່​ຢ່າງ​ວ່ອງ​ໄວ. ການ​ກະທຳ​ແຊກ​ແຊງ​ດ້ານ​ການ​ທະຫານ​ຂອງ​ພັນທະ​ມິດ​ພວມ​ເຮັດ​ໃຫ້ຫາ​ງສຽງ​ວິຕົກ​ກັງວົນຕໍ່​ເລື່ອງອາດ​ຈະ​ເກີດ​ເສິກ​ກາງ​ເມືອງ​ໃນ​ໂລກ​ອາຣັບລະຫວ່າງ​ນິກາຍ​ ຊີ​ອະ ​ແລະ ຊັນ​ນີ.

ຫວນ​ຄືນ​ຫຼັງ​ປະຫວັດສາດ​ຢູ່​ເຂດ​ຕາ​ເວັນ​ອອກ​ກາງ, ການ​ປະ​ທະ​ກັນ​ລະຫວ່າງ ນິກາຍ​ຊີ​ອະ ​ແລະ ຊັນ​ນີ ​ໄດ້​ແກ່ຍາວ​​ໃນ​ຕະຫຼອດ​ປະຫວັດສາດ​ຂອງ​ໂລກ​ອິດສະ​ລາມ​ນີ້, ຫາກ​ບໍ່​ພຽງ​ແຕ່​ຢູ່ Yemen. ຊາວ​ຊັນ​ນີກວມ​ຈຳນວນ​ຫຼາຍ ສ່ວນ​ຊາວ​ຊີ​ອະ ​ກວມ​ຈຳນວນ​ໜ້ອຍ. ການ​ປະ​ທະ​ກັນທີ່ນອງ​ເລືອດລະຫວ່າງ ນິກາຍ​ຊີ​ອະ ​ແລະ ຊັນ​ນີ​ໄດ້​ເກີດ​ຂຶ້ນ​ກ່ອນ​ນີ້​ນັບ​ສິບ​ສະຕະວັດ. ຊາວ​ອິດສະ​ລາມ​ນິກາຍ​ ຊີ​ອະສ່ວນ​ຫຼາຍ​ແມ່ນ​ຢູ່​ປະ​ເທດ​ອີຣານ ​ແລະ ນີ້​ແມ່ນ​ສາຍ​ເຫດ​ທີ່​ພາ​ໃຫ້​ເກີດ​ຄວາມ​ຂັດ​ແຍ້​ງ​ກັນ​ຢູ່​ພາກ​ພື້ນໃນ​ປະຈຸ​ບັນ. ຄວາມ​ຈິງ​ແລ້ວ, ​ເສິກ​ກາງ​ເມືອງ​ຢູ່ Yemen ​ໃນ​ປະຈຸ​ບັນ​ແມ່ນ​ການ​ປະ​ທະ​ກັນ​ລະຫວ່າງ​ອີຣານ ກັບ​ບັນດາ​ປະ​ເທດ​ອາຣັບ, ​ເຊິ່ງນຳ​ໜ້າ​ແມ່ນ ອາຣັບບີ ຊາ​ອູ​ດິດ, ດ້ວຍ​ການ​ໜູນ​ຫຼັງ​ຂອງ​ອາ​ເມ​ລິ​ກາ.

ການສູ້​ຮັບ​ຍາດ​ເອົາ​ຜົນ​ສະທ້ອນ​ຢູ່​ພາກ​ພື້ນ

ການ​ສູ້​ຮົບ​ຢູ່ Yemen ​​ໂດຍ ອາຣັບບີ ຊາ​ອູ​ດິດ​ນຳ​ໜ້າ, ພາຍ​ໃຕ້​ການ​ໜູນ​ຫຼັງ​ຂອງ​ອາ​ເມ​ລິ​ກາ ​ເພື່ອ​ປົກ​ປັກ​ຮັກສາ​ອຳນາດ​ການ​ປົກຄອງ​ຂອງ ປະທານາທິບໍດີ Abd-Rabbu Mansour Hadi, ​ແຕ່​ຄວາມ​ຈິງ, ​ເບື້ອງ​ຫຼັງ​ຈຸດປະສົງ​ດັ່ງກ່າວ​ແມ່ນ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ຝ່າຍ​ຕ່າງໆ​ຢູ່​ຕາ​ເວັນ​ອອກ​ກາງ.

ສັງ​ເກດ​ການ​ຫັນປ່ຽນ​ຢ່າງ​ວ່ອງ​ໄວ​ໃນ​ໄລຍະ​ມໍ່​ໆ​ມາ​ນີ້ກໍ່​ເຫັນ​ວ່າ​. ຢູ່​ຊີຣີ, ອຳນາດ​ການ​ປົກຄອງ​ຂອງ​ປະທານາທິບໍດີ Al – Assad ສາມາດ​ປັບປຸງ​ທີ່​ຕັ້ງ​ຂອງ​ຕົນ​ໄດ້, ສ່ວນ​ຢູ່​ອີຣັກ, ລັດ​ອິດສະ​ລາມ (IS) ພວກ​ຖືກ​ຍູ້​ອອກ​ຈາກ​ປະ​ເທດ​ນີ້ ດ້ວຍ​ການ​ຊ່ວຍ​ເຫຼືອ​ຢ່າງ​ແຮງ​ຂອງ​ອີຣານ ​ແລະ ບັນດາ​ກຳລັງ​ທ້ອງ​ຖີ່​ນທີ່​ຮ່ວມ​ສຳພັນ​ຢ່າງ​ແໜ້ນ​ແຟ້ນກັບ​ເຕ​ເຮຣານ. ​ໃນ​ຂະນະ​ນັ້ນ, ອີຣານພວມ​ເສີມ​ຂະຫຍາຍ​ຜົນ​ສະທ້ອນ​ຂອງ​ຕົນ​​ໃນ​ທົ່ວ​ພາກ​ພື້ນ. ຂໍ້​ຕົກລົງກ່ຽວ​ກັບ​ບັນຫາ​ນິວຄະ​ເລຍ​ຂອງ​ປະ​ເທດ​ນີ້ ​ທີ່​ຫາ​ກໍ່​ບັນລຸ​ໄດ້​ລະຫວ່າງ​ເຕ​ເຮຣານ ກັບ​ບັນດາ​ປະ​ເທດ​ມະຫາ​ອຳນາດ, ​ແມ່ນ​ແປ້ນ​ຢັນ​ເພື່ອ​ໃຫ້​ອີຣານ ​ເພີ່ມ​ທະວີ​ບົດບາດ, ຜົນ​ສະທ້ອນ​ຂອງ​ຕົນ. ​ເລື່ອງ​ກຳລັງ​ລຸກ​ຮຶ້ຂຶ້ນ Houthi ຢືດ​ໄດ້​ນະຄອນຫຼວງ Sanaa ​ໃນ​ໄລຍະ​ສັ້ນໆ​ນັ້ນ, ​ແມ່ນ​ໄຊຊະນະ​ຂອງ​ອີຣານ, ​ເຮ​ໂບລາ ​ແລະ ຊີຣີ ໃນ​ພາກ​ພື້ນ. ຍ້ອນ​ບໍ່​ຢາກ​ໃຫ້​ອີຣານ ​ເປີດ​ກວ້າງ​ຜົນ​ສະທ້ອນ​ຂອງ​ຕົນ​ຢູ່​ພາກ​ພື້ນ. ອາຣັບບີ ຊາ​ອູ​ດິດ ໄດ້​ຕັດສິນ​ໃຈ​ເຂົ້າ​ຮ່ວມ​ການ​ສູ້​ຮົບ​ຢູ່ Yemen ​ເພື່ອ​ກູ້​ເອົາ​ອຳນາດ​ການ​ປົກຄອງ​ໃນ​ປະຈຸ​ບັນ.

ສາຍ​ເຫດ​ອື່ນ​ອີກ​ທີ່​​ພາ​ໃຫ້ ອ​າ​ຣັບ​ບີ ຊາ​ອູ​ດິດ ແລະ ອ​າ​ເມ​ລິ​ກາ ມີ​ຄວາມ​ວິ​ຕົກ​ວັງ​ວົນ​ເມື່ອ​ກຳ​ລັງ​ລຸກ​ຮື້​ຂຶ້ນ Houthi ຍາດ​ໄດ້​ສິດ​ຄວບ​ຄຸມສະ​ຖານ​ທີ່​ຈຸດ​ສຸມ​ຍຸດ​ທະ​ຍາດ​ຫຼາຍ​ແຫ່ງຢູ່ Yemen ນັ້ນ​ແມ່ນ Yemen ​ມີ​ທີ່​ຕັ້ງສຳ​ຄັນ, ​ບັນ​ດາ​ກຳ​ປັ່ນ​ຂົນ​ສົ່ງ​ນ້ຳ​ມັນ​ອາຍ​ແກຼດ​ຈາກ​ບັນ​ດາ​ປະ​ເທດ ອ​າ​ຣັບ​ບີ ຊາ​ອູ​ດິດ, ​ຢູ​ໄນ​ຕິດ ອາ​ຣັບ​ເອ​ມີ​ເຣດ, ​ກູ​ເວດ ແລະ ອ​ີ​ຣັກ ລ້ວນ​ແຕ່​ຕ້ອງ​ໄປ​ຜ່ານ​​ເຂດ​ທະ​ເລ Yemen, ຜ່າ​ນ​ເຂດ Aden ທີ່ຄັບ​ແຄບ, ກ່ອນ​ທີ່​ເຂົ້າທະ​ເລ​ແດງ ຜ່ານ​ຄອງ​ເໝືອງ Suez ເພື່ອ​​ສົ່ງ​ນ້ຳ​ມັນ​ເຖິງ ເອີ​ລົບ. ດັ່ງ​ນັ້ນ, ອາ​ເມ​ລິ​ກາ ແລະ ບັນ​ດາ​ປະ​ເທດ ອາ​ຣັບ ບໍ່​ສາ​ມາດ​ປະ​ໃຫ້​ອຳ​ນາດ​ການ​ປົກ​ຄອງ​ຂຶ້ນ​ກັບ​ນິ​ກາຍ ຊີ​ອະ ຄວບ​ຄຸມ​ເສັ້​ນ​ທາງ​ດັ່ງ​ກ່າວ. ສະ​ເພາະ​ສຳ​ລັບ ອາ​ເມ​ລິ​ກາ ແລ້ວ, ເລື່ອງ​ອຳ​ນ​າດ​ການ​ປົກ​ຄອງຢູ່ Yemen ຖືກ​ລົ້ມ​ລະ​ລາຍ​ຈະ​ແມ່ນ​ສິ່ງ​ກີດ​ຂວາງ​​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​ຂອງ ອ​າ​ເມ​ລິ​ກາ, ບັງ​ຄັບ ອາ​ເມ​ລິ​ກາ ຕ້ອງ​ຖອນ​ບັນ​ດາ​ການ​ເຄື່ອນ​ໄຫວ​ຂອງ​ທຳ​ນຽບ 5 ແຈ ແລະ ອົງ​ການ​ສືບ​ລາ​ຊະ​ການ​ລັບ​ສູນ​ກາງ ອາ​ເມ​ລິ​ກາ (CIA) ​ທີ່ພວມ​ຜັ​ນ​ຂະ​ຫຍາຍ​ຢູ່ Yemen. ເຖິງ​ຢ່າງ​ໃດ​ກໍ່​ຕາມ, ​ໃນຈຸດ​ເວ​ລານີ້, ອາ​ເມ​ລິ​ກາ ກໍ່​ບໍ່​ຢາກທຳ​ລາຍ​ການ​ພົວ​ພັນ​ກັບ ອີ​ຣານ ພາຍຫຼັງ​ໄລ​ຍະ​ເວ​ລາ​ອັນ​ຍາວ​ນານ​​ທີ່​ໄດ້ມາ​ນະ​ພະ​ຍາ​ຍາມ​ສ້າງ​ສາ, ນອກນັ້ນ​ໃນ​ບັ້​ນ​ຮົບ​ຕ້ານ​ຄືນ​ລັດ​ອິ​ດ​ສະ​ລາມ (IS) ອ້າງ​ຊື​່​ເອງ, ອາ​ເມ​ລິ​ກາ ຍັງ​ຕ້ອງ​ການ​ບົດ​ບາດ​ຂອງ ອີ​ຣານ ເພື່ອ ປະ​ຕິ​ບັດ​ສຳ​ເລັດ​ພາ​ລະ​ກຳ​ຂອງ​ຕົນ. ດັ່ງ​ນັ້ນ, ແນ່ນອນ​ວ່າ ການ​ແຊກ​ແຊງ​ເຂົ້າ​ວໍ​ຊິງ​ຕັນ ເຂົ້າ​ເສິກ​ກາງ​ເມື​ອງ​ຢູ່ Yemen ຈະ​ຢຸດ​ຕິ​ໄວ້​ເພື່ອ​ຜົນ​ປະ​ໂຫຍດ​ຂອງ​ບັນ​ດາ​ສຳ​ພັນ​ທະ​ມິດ.

        ດ້ວຍ​ບັນ​ດາ​ຜົນ​ປະ​ໂຫຍດ ແລະ ຄວາມ​ຂັດ​ແຍ້ງກັນຄື​ແນວນັ້ນ, ອາດ​ຈະ​ຢັ້ງ​ຢືນ​ໄດ້​ວ່າ: ​ເບື້ອງຫຼັງ​ເສິກ​ກາງ​ເມືອງ​ຢູ່ Yemen ​ແມ່ນ​ມີ​ການ​ກະ​ທົບຈາກ​ບັນ​ດາ​ປະ​ເທດ​ໃຫຍ່​, ຫັນ​ເສິກ​ກາງ​ເມືອງ​ເປັນ​ສະ​ໜາ​ມ​ຮົບ​ເພື່ອ​ໃຫ້​ບັນ​ດາ​ປະ​ເທດ​ໃຫຍ່ສ​ະ​ແດງ​ໃຫ​້​ເຫັນ​ຜົນ​ສະ​ທ້ອນ​ຂອງ​ຕົນ. ຄວາມ​ຂາດ​ສະ​ຖຽນ​ລະ​ພາບ​ຢູ່ Yemen ອາດ​ຈະ​​ກາຍ​​ເປັນ​ສົງ​ຄາມລະ​ຫວ່າງ​ເຊື້ອ​ຊາດ​ຜິວ​ພັນໃນ​ທົ່ວ​​ພາກ​ພື້ນ.

ຕອບກັບ

ຂ່າວ/ບົດ​ອື່ນ