ໄມຕີຈິດມິດຕະພາບຫວຽດນາມ-ລັດເຊຍ ຍືນຍົງຄົງຕົວຕະຫຼອດໄປ

        ໂດຍ​ຕອບ​ສະ​ໜອງ​ຕາມ​ຄຳ​ເຊີນ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ ສະ​ຫ​ະ​ພັນ​ລັດ​ເຊຍ Vladimir Putin , ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ ເຈືອງ​ເຕີ້ນ​ຊາງ ໄດ້​ເດີນ​ທາງ​ໄປ​ລັດ​ເຊຍ​ໃນ​ວັນ​ທີ 7/5 ເພື່ອ​ເຂົ້າ​ຮ່ວມ​ພິ​ທີ​ສະ​ເຫຼີມ​ສະຫຼອງ 70 ປີ​ແຫ່ງວັນ​ໄຊ​ຊະ​ນະຂອງ​ສົງ​ຄາມ​ປ້ອງ​ກັນ​ປະ​ເທດ​ຊາດ​ອັນ​ຍິ່ງ​ໃຫຍ່​ແຕ່​ວັນ​ທີ 8-10/5/2015. ການ​ມີ​ໜ້າ​ຂອງ ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ ເຈືອງ​ເຕີ້ນ​ຊາງ ໃນ​ເຫດ​ການ​ອັນ​ຍິ່ງ​ໃຫຍ່​ຂອງ​ປະ​ເທດ​ລັດ​ເຊຍຄັ້ງນີ້ ແມ່ນ​ເພື່ອ​ແນ​ໃສ່​ຢືນ​ຢັນ​ວ່າ : ເຖິງວ່າ​ສະ​ພາບ​ການ​ໂລກ ແລະ ສະ​ພາບ​ການ​ຢູ່​ແຕ່​ລະ​ປະ​ເທດ​ມີ​ການ​ປ່ຽນ​ແປງຫຼາຍ​ຢ່າງ​ກໍ​ຕາມ, ແຕ່​ນ້ຳ​ໃຈ​ຂອງ​ປະ​ຊາ​ຊົນ​ຫວຽດ​ນາມ​ທີ່​ສະ​ຫງວນ​ໃຫ້​ປະ​ຊາ​ຊົນ​ສະ​ຫະ​ພາບ​ໂຊ​ຫວຽດ​​ເມື່ອ​ກ່ອນນີ້ ( ສະ​ຫະ​ພັນ​ລັດ​ເຊຍ​ໃນ​ປະ​ຈຸ​ບັນ) ບໍ່​ມີ​ວັນ​ທີ່ ຈະ​​ປ່ຽນ​ແປງ .

 

ໄມຕີຈິດມິດຕະພາບຫວຽດນາມ-ລັດເຊຍ ຍືນຍົງຄົງຕົວຕະຫຼອດໄປ - ảnh 1
ວັນ​ທີ 8/2/1965, ປະ​ຊາ​ຊົນ​ລັດ​ເຊຍຈັດ​ງານ​​ຊຸມ​ນຸມ​ມິດ​ຕິງ​ສະ​ໜັບ​ສະ​ໜູນ​ຫວຽດ​ນາມ

      ພ້ອມ​ກັບ​ການ​ນຳ​ຂັ້ນ​ສູງ​ປະ​ມານ 30 ທ່ານ​ຂອງ​ປະ​ເທດ​ຕ່າງໆ ກໍ​ຄື​ບັນ​ດາ​ຜູ້​ນຳ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ, ສະ​ຫະ​ປະ​ຊາ​ຊາດ, ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ ເຈືອງ​ເຕີ້ນ​ຊາງ ເຂົ້າ​ຮ່ວມ​ພິ​ທີ​ສວນ​ສະ​ໜາມ​ເນື່ອງ​ໃນ​ໂອ​ກາດ​ວັນ​ໄຊ​ຊະ​ນະ​ປີນີ້​ຢູ່​ຈັດ​ຕຸ​ລັດແດງ​ທີ່​ນະ​ຄອນຫຼວງ​ມົດ​ສ​ກູ. ​ພິ​ທີ​ສວນ​ສະ​ໜາມໄດ້​ຮັບ​ການ​ຕີ​ລາ​ຄາ​ວ່າ​ ມີຂອບ​ຂະ​ໜາດ​ໃຫຍ່ກວ່າ​ໝູ່​ໃນ​ປະ​ຫວັດ​ສາດ​ຍຸກ​ທັນ​ສະ​ໄໝ ຊຶ່ງ​ມີ​ການ​ເຂົ້າ​ຮ່ວມຂອງ 15.000 ຄົນ, ລົດ​ຖັງ, ລົດ​ຫຸ້ມ​ເກາະ, ລົດ​ທະ​ຫານ…ລວມ 200 ຄັນ ພ້ອມ​ກັບອາ​ວຸດ​ຍຸດ​ທະ​ພັນ​ທັນ​ສະ​ໄໝ​ຢ່າງບໍ່​ເຄີຍ​ເຫັນ​ເທື່ອ. ນອກ​ຈາກນັ້ນ, ການ​ຢ້ຽມ​ຢາມ​ ສະ​ຫະ​ພັນ​ລັດ​ເຊຍຂອງ ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ ເຈືອງ​ເຕີ້ນ​ຊາງ ຍັງ​ແມ່ນ​ໂອ​ກາດ​ເພື່ອ​ໃຫ້ 2 ປະ​ເທດ​ສືບ​ຕໍ່​ປັບ​ປຸງ​ການ​ພົວ​ພັນ​ຮ່ວມ​ມື 2 ຝ່າຍ​ຢ່າງ​ສະ​ໜິດ​ແໜ້ນ​ຍິ່ງ​ໆຂຶ້ນ.

    ເປັນການ​ລິ​ເລີ່ມ​ໃຫ້​​ການ​ຕໍ່​ສູ້​ຍາດ​ເອົາ​ເອ​ກະ​ລາດ​ຂອງ​ຫວຽດ​ນາມ

    ກ່ອນນີ້ 70 ປີ, ໄຊ​ຊະ​ນະຂອງ​ສົງ​ຄາມ​ປ້ອງ​ກັນ​ປະ​ເທດ​ຊາດ​ອັນ​ຍິ່ງ​ໃຫຍ່​ຊ​ຶ່ງ ປະ​ຊາ​ຊົນ​ສະ​ຫະ​ພາບ​ໂຊ​ຫວຽດຍາດ​ມາ​ໄດ້​ນັ້ນ, ໄດ້​ເປີດ​ແງ່​ຫວັງ​ໃໝ່​ໃຫ້​ແກ່ມວນ​ມະ​ນຸດ​ເພື່ອກໍ່​ສ້າງ​ສັງ​ຄົມ​ກ້າວ​ໜ້າ, ສ້າງ​ບັນ​ດາ​ເງື່ອນ​ໄຂ​ສະ​ດວກ​ເພື່ອ​ປຸກ​ລຸກ​ຂະ​ບວນ​ການ​ຕໍ່​ສູ້​ປົດ​ປ່ອຍ​ຊາດ, ຕ້ານ​ລັດ​ທິ​ລ່າ​ເມືອງ​ຂຶ້ນໃນ​ທົ່ວ​ທຸກ​ທະ​ວີບ​ໃນ​ຊຸມ​ປີ 1950 ແລະ 1960 ຂອງ​ສະ​ຕະ​ວັດ​ທີ 20. ສຳ​ລັບ​ຫວຽດ​ນາມ ແລ້ວ, ເສ​ັ້ນ​ທາງ​ໄຊ​ຊະ​ນະ​ຂອງ​ປະ​ຊາ​ຊົນ​ຫວຽດ​ນາມ​ແມ່ນ​ເລີ່ມ​ມາ​ຈາກ​ໄຊ​ຊະ​ນະຂອງ​ສົງ​ຄາມ​ປ້ອງ​ກັນ​ປະ​ເທດ​ຊາດ​ອັນ​ຍິ່ງ​ໃຫຍ່​. ຕອບ​ສຳ​ພາດ​ນັກ​ຂ່າວ​ໂທ​ລະ​ພາບ​ລັດ​ເຊຍ ກ່ອນ​ການ​ເດີນ​ທາງ​ຢ້ຽມ​ຢາມ, ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ ເຈືອງ​ເຕີ້ນ​ຊາງ ເນັ້ນ​ໜັກ​ວ່າ :

    “ ສຳ​ລັບ​ຫວຽດ​ນາມ​ແລ້ວ, ໄຊ​ຊະ​ນະ​ຂອງ​ພວກ​ເພື່ອນ​ໄດ້​ປະ​ກອບ​ສ່ວນ​ສຳ​ຄັນ​ໃຫ້​ການ​ປະ​ຕວັດ​ຫວຽດ​ນາມ​ຍາດ​ເອົາ​ໄຊ​ຊະ​ນະ, ເອ​ກະ​ລາດ​ໃນ​ປີ 1945, ສະ​ຖາ​ປະ​ນາ​ປະ​ເທດ​ສາ​ທາ​ລະ​ນະ​ລັດ​ປະ​ຊາ​ທິ​ປະ​ໄຕ​ຫວຽດ​ນາມ. ແລະ ຫຼັງ​ຈາກນັ້ນ ພຽງ 5 ປີ​ເທົ່າ​ນັ້ນ, ລັດ​ຖະ​ບານ​ສະ​ຫະ​ພາບ​ໂຊ​ຫວຽດໃນ​ຄາວນັ້ນ ໄດ້​ຮັບ​ຮູ້​ລັດ​ຖະ​ບານ ສາ​ທາ​ລະ​ນະ​ລັດ​ປະ​ຊາ​ທິ​ປະ​ໄຕ​ຫວຽດ​ນາມ, ພ້ອມ​ທັງ​ຕົກ​ລົງ​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ທາງ​ການ​ທູດ​ກັບ​ຫວຽດ​ນາມ. ພວກ​ຂ້າ​ພະ​ເຈົ້າ​ຖື​ວ່າ ນີ້​ແມ່ນຫຼັກໝາຍ​ປະ​ຫວັດ​ສາດ​ທີ່​ສຳ​ຄັນ​ທີ່​ສຸດ, ມີ​ຄວາມ​ໝາຍ​ອັນ​ຍິ່ງ​ໃຫຍ່​ໃນ​ສາຍ​ພົວ​ພັນ​ທາງ​ການ​ທູດ​​ລະ​ຫວ່າງ ​ຫວຽດ​ນາມ-​ສະ​ຫະ​ພາບ​ໂຊ​ຫວຽດ (​ລັດ​ເຊຍໃນ​ປະ​ຈຸ​ບັນ)”

   ແບບ​ຢ່າງ​ແຫ່ງ​ສາຍ​ໃຈ​ສາ​ກົນ​ທີ່​ປອດ​ໃສ, ສັດ​ຊື່​ບໍ​ລິ​ສຸດ

  ນ້ຳ​ໃຈ​ສາ​ກົນ​ອັນ​ສູງ​ສົ່ງ ແລະ ການ​ສະ​ໜັບ​ສະ​ໜູນ​ທຸກ​ດ້ານ​ຂອງ​ບັນ​ດາ​ປະ​ຊາ​ຊາດ​ໃນສະ​ຫະ​ພາບ​ໂຊ​ຫວຽດອ້າຍ​ນ້ອງ​ໃນ​ສະ​ໄໝ​ນັ້ນ ໄດ້​ປະ​ກອບ​ສ່ວນ​ສຳ​ຄັນ​ເພື່ອ​ໃຫ້​ປະ​ຊາ​ຊົນ​ຫວຽດ​ນາມ​ສ້າງ​ໜ້າ​ປະ​ຫວັດ​ສາດ​ຄຳ​ດ້ວຍ​ໄຊ​ຊະ​ນະ​ລະ​ດູ​ບານ​ໃໝ່​ປີ 1975 ປົດ​ປ່ອຍ​ພາກ​ໃຕ້, ທ້ອນ​ໂຮມ​ປະ​ເທດ​ຊາດ​ເປັນ​ເອ​ກະ​ພາບ. ກຳ​ລັງ​ແຮງ​ຂອງ​ສາ​ຍ​ພົວ​ພັນ​ຫວຽດ​ນາມ - ສະ​ຫະ​ພາບ​ໂຊ​ຫວຽດ ໄດ້​ຖືກ​ສ້າງ​ຂຶ້ນ​ຈາກ ແບບ​ຢ່າງ​ແຫ່ງ​ສາຍ​ໃຈ​ສາ​ກົນ​ທີ່​ປອດ​ໃສ, ສັດ​ຊື່​ບໍ​ລິ​ສຸດ. ເພາະ​ສະ​ນັ້​ນ, ເມື່ອຕອບ​ສຳ​ພາດ​ນັກ​ຂ່າວ​ໂທ​ລະ​ພາບ​ລັດ​ເຊຍ ເນື່ອງ​ໃນ​ໂອ​ກາດນີ້, ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ ເຈືອງ​ເຕີ້ນ​ຊາງ ຢືນ​ຢັນວ່າ : 

     “ ການ​ມີ​ໜ້າ​ຂອງ​ພວກ​ຂ້າ​ພະ​ເຈົ້າທີ່ພິ​ທີ​ສະ​ເຫຼີມ​ສະຫຼອງ 70 ປີ​ແຫ່ງວັນ​ໄຊ​ຊະ​​ລັດ​ທິ​ຟາດ​ຊິດ ແມ່ນ​ເລື່ອງ​ທົ່ວ​ໄປ. ພວກ​ເຮົາ​ຕ່າງ​ກໍ​ຮູ້​ວ່າ ປະ​ຈຸ​ບັນ ໂລກ​ມີ​ການ​ປ່ຽນ​ແປງຫຼາຍ​ຢ່າງ, ສະ​ພາບ​ການ​ຢູ່​ແຕ່​ລະ​ປະ​ເທດ​ກໍ​ມີ​ການ​ປ່ຽນ​ແປງຫຼາຍ​ຢ່າງ, ແຕ່ນ້ຳ​ໃຈ​ຄວາມ​ຮັກ​ແພງ​ລະ​ຫວ່າງປະ​ຊາ​ຊົນ​ຫວຽດ​ນາມ​ ແລະ ​ປະ​ຊາ​ຊົນ​ສະ​ຫະ​ພາບ​ໂຊ​ຫວຽດ​​ເມື່ອ​ກ່ອນນີ້ ( ສະ​ຫະ​ພັນ​ລັດ​ເຊຍ​ໃນ​ປະ​ຈຸ​ບັນ) ບໍ່​ມີ​ວັນ​ທີ່ ຈະ​​ປ່ຽນ​ແປງ”

      ການ​ພົວ​ພັນ​ຫວຽດ​ນາມ-ລັດ​ເຊຍ​ໃນ​ປະ​ຈຸ​ບັນ ແມ່ນ​ໄດ້​ສືບ​ທອດ​ຈາກ​ການ​ພົວ​ພັນ​ຫວຽດ​ນາມ-ສະ​ຫະ​ພາບ​ໂຊ​ຫວຽດ ດ້ວຍ​ຊັບ​ສົມ​ບັດ​ອັນ​ລ້ຳ​ຄ່າ​ແມ່ນ​ບັນ​ດາ​ຜົນ​ງານ​ອັນ​ຍິ່ງ​ໃຫຍ່​ຂອງ​ໄມ​ຕີ​ຈິດ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື​ທີ່​ເປັນ​ມູນ​ເຊື້ອ​ໂດຍ​ເລີ່ມ​ມາ​ຈາກ​ຊຸມ​ປີ​ກ່ອນນີ້. ພາຍຫຼັງ​ຄວາມ​ມາ​ນະ​ພະ​ຍາ​ຍາມຫຼາຍ​ຢ່າ​ງ, ປີ 2001, ​ຫວຽດ​ນາມ ແລະ ລັດ​ເຊຍໄດ້​ສ້າງ​ຕັ້ງ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ແລະ ຮອດ​ປີ 2012 ໄດ້​ຍັກ​ລະ​ດັບ​ເປັນ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດຮອບ​ດ້ານ, ຕອບ​ສະ​ໜອງ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ໃນ​ການ​ຮ່ວມ​ມື 2 ຝ່າຍ​ໃນ​ໄລ​ຍະ​ໃໝ່.

      ໝາກ​ຜົນ​ໃນ​ປະ​ຈຸ​ບັນ, ຄວາມ​ເຊື້ອ​ໝັນ​ຕໍ່​ອະ​ນາ​ຄົດ

  ໃນ 1 ທົດ​ສະ​ວັດ​ແຫ່ງ​ການຜັນ​ຂະ​ຫຍາຍ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ແລະ ເກືອບ 30 ປີ​ແຫ່ງ​ການ​ຜັນ​ຂະ​ຫຍາຍ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານນັ້ນ, ການ​ພົວ​ພັນ​ຫວຽດ​ນາມ-ລັດ​ເຊຍ​ຍາດ​ໄດ້​ບັນ​ດາ​ຜົນ​ງານ​ອັນ​ໃຫຍ່ຫຼວງ, ປະ​ກອບ​ສ່ວນສຳ​ຄັນ​ເຂົ້າໃນກິດ​ຈະ​ການ​ຫັນ​ປັນ​ທັນ​ສະ​ໄໝ ແລະ ພັດ​ທະ​ນາ​ຢູ່​ແຕ່​ລະ​ປະ​ເທດ. 2 ຝ່າຍ​ຖື​ເປັນ​ສຳ​ຄັນ ແລະ ມີ​ຄວາມ​ຕ້ອງ​ການ​ຮ່ວມ​ມື​ນຳ​ກັນ​ບົນ​ພື້ນ​ຖານ​ສະ​ເໝີ​ພາບ, ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ, ທີ່​ຕັ້ງ​ບົດ​ບາດ​ຂອງ​ແຕ່​ລະ​ປະ​ເທດ​ໃນ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​ທີ່​ມີ​ຕໍ່​ກັນ ໄດ້​ເພີ່ມ​ຂຶ້ນຫຼາຍ​ພໍ​ສົມ​ຄວນ. ຈຸດ​ທີ່​ພົ້ນ​ເດັ່ນ​ຂອງ​ການ​ພົວ​ພັນ​ດ້ານ​ການ​ເມືອງ​ຫວຽດ​ນາມ-ລັດ​ເຊຍ ແມ່ນ​ມີ​ຄວາມ​ໄວ້​ວາງ​ໃຈ​ຢ່າງ​ສູງ ດ້ວຍ​ບັນ​ດາ​ຮູບ​ແບບ​ຮ່ວມ​ມື​ທີ່​ມີຫຼາຍ​ຮູບຫຼາຍ​ແບບ. ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ຫວຽດ​ນາມ-ລັດ​ເຊຍ​ນັບ​ມື້​ນັບ​ໄດ້​ຮັບ​ການ​ເພີ່ມ​ທະ​ວີ. ການ​ຮ່ວມ​ມື​ດ້ານ​ມະ​ນຸດ​ສາດ​ລະ​ຫວ່າງ​ຫວຽດ​ນາມ-ລັດ​ເຊຍ​ສືບຕໍ່​ມີ​ບົດ​ບາດ​ເປັນ​ຂົວ​ຕໍ່​ເຊື່ອມ​ຈອດ​ລະ​ຫວ່າງ 2 ຊາດ. ໃນ​ສານ​ທີ່​ສົ່ງ​ເຖິງ​ບັນ​ດາ​ການ​ນຳ​ສະ​ຫະ​ພັນ​ລັດ​ເຊຍ​ເນື່ອງ​ໃນ​ໂອ​ກາດຈັດ​ຕັ້ງສະ​ເຫຼີມ​ສະຫຼອງເຫດ​ການ​ທີ່​ສຳ​ຄັນ​ຍິ່ງນີ້, ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ ເຈືອງ​ເຕີ້ນ​ຊາງ ໄດ້​ຢືນ​ຢັນ​ອີກ​ເທື່ອ​ໜຶ່ງວ່າ : 

    “ ຊຸມ​ວັນ​ເດືອນ​ປີ​ຈະ​ຜ່ານ​ພົ້ນ​ໄປ, ແຕ່​ຊາດ​ຫວຽດ​ນາມ​ບໍ່​ມີ​ວັນ​ຈະຫຼົງ​ລືມ​ຕໍ່​ນ້ຳ​ໃຈ, ການ​ຊ່ວຍ​ເຫຼືອ​ອັນ​ໃຫຍ່ຫຼວງ ແລະ ມີ​ປະ​ສິດ​ທິ​ຜົນຂອງ​ພວກ​ເພື່ອນ​ໃນ​ການ​ຕໍ່​ສູ້​ຍາດ​ເອົາ​ເອ​ກະ​ລາດ ກໍ​ຄ​ື​ໃນ​ກິດ​ຈະ​ການ​ຟື້ນ​ຟູ ແລະ ສ້າງ​ສາປະ​ເທດ​ຊາດ​ໃນ​ປະ​ຈຸ​ບັນ. ອວຍ​ພອນ​ໃຫ້​​ປະ​ເທດ​ລັດ​ເຊຍນັບ​ມື້​ນັບ​ພັດ​ທະ​ນາ​ຢ່າງ​ຈະ​ເລີນ​ຮຸ່ງ​ເຮ​ືອງ, ທີ່​ຕັ້ງ​ບົດ​ບາດ​ຂອງ​ລັດ​ເຊຍ​ບົນ​ເວ​ທີ​ພາກ​ພື້ນ ແລະ ສາ​ກົນ​ນັບ​ມື້​ນັບ​ສູງ​ຂຶ້ນ ”

      ດ້ວຍ​ອະ​ດ​ີດ​ຕະ​ການ​ທີ່​ເຕັມໄປ​ດ້ວຍຄວາມ​ເອກ​ອ້າງ​ທະ​ນົງ​ໃຈ, ບັນ​ດາ​ໝາກ​ຜົນ​ທີ່​ຍິ່ງໃຫຍ່​ໃນ​ປະ​ຈຸບ​ັນ, ດ້ວຍ​ຄວາມ​ຕັດ​ສິນ​ໃຈ ແລະ ຄວາມ​ຫວັງ​ຂອງ​ກາ​ນ​ນຳ ແລ​ະ ປະ​ຊາ​ຊົນ 2 ປະ​ເທດນັ້ນ, ພວກ​ເຮົາ​ມີ​ຄວາມ​ເຊື່ອ​ໝັ້ນ​ຕໍ່​ອະ​ນາ​ຄົດ​ທີ່​ສະ​ຫວ່າງ​ສະ​ໄຫວ​ຂອງ​ການ​​ພົວ​ພັນຫວຽດ​ນາມ-ລັດ​ເຊຍ.

ຕອບກັບ

ຂ່າວ/ບົດ​ອື່ນ