90 ປີແຫ່ງວັນສ້າງຕັ້ງພັກກອມມູນິດ ຫວຽດນາມ - ຄວາມໄວ້ເນື້ຶ້ອເຊື່ອໃຈ ແລະ ຄວາມມຸ່ງຫວັງ

(VOVWORLD) - ໃນຕະຫລອດ 90 ປີນັບແຕ່ວັນສ້າງຕັ້ງພັກກອມມູນິດ ຫວຽດນາມ (03/02/1930) ມາຮອດປັດຈຸບັນ, ປະຊາຊົນ ຫວຽດນາມ ຍາມໃດກໍ່ມີຄວາມໄວ້ເນື້ອເຊື່ອໃຈຕໍ່ພັກ. ຍ້ອນຄວາມໄວ້ເນື້ອເຊື່ອໃຈນັ້ນ, ພັກກອມມູນິດ ຫວຽດນາມ ໄດ້ປຸກລຸກ, ເຕົ້າໂຮມກຳລັງແຮງທົ່ວປວງຊົນທັງຊາດ ແລະ ສ້າງໄຊຊະນະແຫ່ງການປະຕິວັດອັນຍິ່ງໃຫຍ່ທີ່ມີຄວາມໝາຍປະຫວັດສາດ.

 ໃນກິດຈະການປ່ຽນແປງໃໝ່ປະເທດຊາດໃນວັນນີ້, ປະຊາຊົນ ຫວຽດນາມ ຍັງມີຄວາມເຊື່ອໝັ້ນຢ່າງໜັກແໜ້ນວ່າ ພັກຈະປະຕິບັດຢ່າງມີປະຊາທິປະໄຕ, ມີຄວາມສາມັກຄີຢ່າງແທ້ຈິງ ເພື່ອນຳປະເທດຊາດກ້າວໄປ. ພິເສດ, ເລື່ອງພັກສຸມໃສ່ການປັບປຸງ, ເພີ່ມທະວີກຳລັງແຮງການຊີ້ນຳນຳພາ ຍິ່ງນຳມາເຊິ່ງຄວາມໄວ້ເນື້ອເຊື່ອໃຈ ແລະ ຄວາມມຸ່ງຫວັງໃຫ້ແກ່ປະຊາຊົນ.

90 ປີແຫ່ງວັນສ້າງຕັ້ງພັກກອມມູນິດ ຫວຽດນາມ - ຄວາມໄວ້ເນື້ຶ້ອເຊື່ອໃຈ ແລະ ຄວາມມຸ່ງຫວັງ - ảnh 1ສະເຫຼີມສະຫຼອງ 90 ປີ ແຫ່ງວັນສ້າງຕັ້ງພັກກອມມູນິດຫວຽດນາມຢ່າງສຸດໃຈ (3 ກຸມພາ 1930 - 3 ກຸມພາ 2020) ( ພາບ: VGP)

        “ສັບປະດາຄຳ” ແມ່ນໜຶ່ງໃນບັນດາໜ້າປະຫວັດສາດອັນດີງາມທີ່ສຸດກ່ຽວກັບກຳລັງແຮງຂອງຈິດໃຈປະຊາຊົນໃນຊຸມວັນທຳອິດຂອງປະເທດສາທາລະນະລັດປະຊາທິປະໄຕ ຫວຽດນາມ ພາຍຫລັງການປະຕິວັດເດືອນ ສິງຫາ ປີ 1945 ປະສົບຜົນສຳເລັດ. ຄາວນັ້ນ, ອຳນາດການປົກຄອງປະຕິວັດຍັງອ່ອນນ້ອນ ພວມຢືນຢູ່ຕໍ່ໜ້າຄວາມຫຍຸ້ງຍາກ, ສິ່ງທ້າທາຍຫລາຍຢ່າງ, ເປັນຕົ້ນແມ່ນກ່ຽວກັບດ້ານເສດຖະກິດ, ການເງິນ. ຄັງສາງຂອງຊາດເປົ່າວ່າງ, ໄພອຶດຫິວເກີດຂຶ້ນ...ໜຶ່ງໃນບັນດາມາດຕະການເຊິ່ງລັດປະຕິບັດ ເພື່ອແກ້ໄຂບັນດາຄວາມຫຍຸ້ງຍາກນີ້ ແມ່ນອີງໃສ່ການ ສະໝັກໃຈປະກອບສ່ວນຂອງປະຊາຊົນ. 20 ລ້ານດົ່ງ ແລະ ຄຳເກືອບ 400 ກິໂລກຼາມ ແມ່ນຍອດຈຳນວນເງິນ ເຊິ່ງລັດຖະບານສາທາລະນະລັດປະຊາທິປະໄຕ ຫວຽດນາມ ໄດ້ຮັບການປະກອບສ່ວນຈາກປະຊາຊົນທົ່ວປະເທດໃນເຫດການ “ສັບປະດາຄຳ”. ນີ້ແມ່ນໜຶ່ງໃນບັນດາພະຍານຫຼັກຖານຢ່າງຈະແຈ້ງ ເຊິ່ງສະແດງໃຫ້ເຫັນຄວາມໄວ້ເນື້ອເຊື່ອໃຈເປັນທີ່ສຸດຂອງປະຊາຊົນທີ່ມີຕໍ່ພັກ ແລະ ປະທານ ໂຮ່ຈີມິນໃນຄາວນັ້ນ. ນັກວິລະຊົນກຳລັງປະກອບອາວຸດ ເຈິ່ນງອັກເຟືອງ ໃຫ້ຮູ້ວ່າ:

        “ຂ້າພະເຈົ້າເຕີບໃຫຍ່ໃນຂະນະທີ່ພັກນຳພາການປະຕິວັດເດືອນສິງຫາປະສົບຜົນສຳເລັດ. ປະເທດຊາດໃນຄາວນັ້ນ ຍັງຫຍຸ້ງຍາກທີ່ສຸດ. ເຖິງວ່າປະສົບກັບຄວາມຫຍຸ້ງຍາກກໍ່ຕາມ ແຕ່ປະຊາຊົນຍັງເຊື່ອໝັ້ນຕໍ່ພັກ, ເຊື່ອໝັ້ນຕໍ່ລະບອບ ດັ່ງນັ້ນ ປະຊາຊົນພ້ອມແລ້ວທີ່ປະກອບສ່ວນວັດຖຸ, ເງິນຄຳ ເພື່ອປະກອບສ່ວນເຂົ້າໃນການກໍ່ສ້າງລະບອບໃຫ້ດີງາມກ່ວາ. ຂ້າພະເຈົ້າເຊື່ອໝັ້ນວ່າ ນັ້ນແມ່ນຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນ ແລະ ຂອງພວກຂ້າພະເຈົ້າທີ່ມີຕໍ່ພັກ.

        ຍ້ອນຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນທີ່ມີຕໍ່ພັກ, ຍ້ອນຄວາມສະໜິດຕິດພັນແບບເລືອດເນື້ອກັບປະຊາຊົນ, ພັກກອມມູນິດ ຫວຽດນາມ ໄດ້ປຸກລຸກ ແລະ ເຕົ້າໂຮມກຳລັງແຮງທົ່ວປວງຊົນ ເພື່ອສ້າງໄຊຊະນະອັນຍິ່ງໃຫຍ່ຄືໄຊຊະນະຄັ້ງປະຫວັດສາດ ດ້ຽນບຽນຝູ, ມະຫາໄຊລະດູບານໃໝ່ປີ 1975 ແລະ ພິເສດແມ່ນຜົນສຳເລັດຂອງກິດຈະການປ່ຽນແປງໃໝ່ປະເທດຊາດ. ຍ້ອນຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນນັ້ນ ໄດ້ສ້າງກຳລັງແຮງ ເພື່ອໃຫ້ປະເທດຊາດຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍນາໆປະການໃນຕະຫລອດ 90 ປີຜ່ານມາ.

        ໃນກິດຈະການປ່ຽນແປງໃໝ່ຂອງປະເທດຊາດໃນວັນນີ້, ປະຊາຊົນ ຫວຽດນາມ ຍິ່ງມີຄວາມໄວ້ເນື້ອເຊື່ອໃຈຢ່າງໜັກແໜ້ນຕໍ່ພັກກອມມູນິດ ຫວຽດນາມ, ພ້ອມກັບ ພັກສາມັກຄີ ເພື່ອປະຕິບັດຢ່າງມີປະຊາທິປະໄຕ, ນຳປະເທດໄປສູ່ຄວາມພັດທະນາ. ເພື່ອເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນຕໍ່ພັກ, ພັກກອມມູນິດ ຫວຽດນາມ ໄດ້ປະກາດໃຊ້ບັນດາມະຕິ, ຂໍ້ກຳນົດກ່ຽວກັບການສັບຊ້ອນກົງຈັກ, ສ້າງຖັນແຖວພະນັກງານຍຸດທະສາດ, ພິເສດແມ່ນຄວາມຮັບຜິດຊອບເປັນແບບຢ່າງສຳລັບຜູ້ນຳໜ້າໃນພາລະກິດສ້າງສາ ແລະ ປັບປຸງພັກ. ພັກກໍ່ສ້າງມາດຕະຖານ, ຂັ້ນຕອນບຸກຄະລາກອນ ແລະ ວິທີປະຕິບັດຂອງພະນັກງານຕາມທິດແໜ້ນແຟ້ນ, ຈະແຈ້ງ, ຍຸຕິທຳ, ເປີດເຜີຍ ແລະ ພາວະວິໄສເທື່ອລະກ້າວ.

 ພິເສດ, ເລື່ອງພັກດັດດ່ຽວກໍ່ສ້າງ, ປັບປຸງພັກ ແລະ ປະຕິບັດບັນດາມາດຕະການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ໄພຫຍໍ້ທໍ້, ປະຕິບັດວິໄນຕໍ່ພະນັກງານ, ສະມາຊິກຂອງພັກທີ່ມີກະທຳຜິດນັ້ນ ຍິ່ງນຳມາເຊິ່ງຄວາມໄວ້ເນື້ອເຊື້ອໃຈໃຫ້ແກ່ປະຊາຊົນ. ທ່ານ ຮອງສາດສະດາຈານ, ປ.ອ ຫງວຽນມິງຕ໊ວນ,  ຫົວໜ້າສະຖາບັນກໍ່ສ້າງພັກ, ສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ ຢັ້ງຢືນວ່າ:

ໃນອາຍຸການຊຸດທີ 12 ນີ້ິ, ສິ່ງທີ່ພົ້ນເດັ່ນແມ່ນການຕ້ານການສໍ້ລາດບັງຫຼວງ. ໃນອາຍຸການ ໜຶ່ງ ມີສະມາຊິກຂອງພັກກ່ວາ 2 ພັນຄົນຖືກຍົກອອກມາ ພິພາກສາ ຍ້ອນການກະທຳທີ່ກ່ຽວຂ້ອງເຖິງການສໍ້ລາດບັງຫຼວງ. ເປັນທີ່ຈະແຈ້ງແລ້ວວ່າພວກເຮົາຕ້ອງຮັບຮູ້ ຄວາມມານະພະຍາຍາມອັນຍິ່ງໃຫຍ່ຂອງ ທົ່ວພັກເຊິ່ງພວມໄດ້ຮັບຄວາມເຫັນດີເຫັນພ້ອມຈາກປະຊາຊົນ

ໂດຍຕອບຄຳຖາມ: ເປັນຫຍັງພັກກອມມູນິດ ຫວຽດນາມ ຕ້ອງເອົາໃຈໃສ່ເຖິງການຕ້ານພະຍາດອາດຍາສິດ, ການສໍ້ລາດບັງຫຼວງ, ເລິກເຊິ່ງກວ່າການຕ້ານສັດຕູພາຍໃນປະເທດ, ຕ້ານລັດທິສ່ວນບຸກຄົນ ໃນສະພາບການປັດຈຸບັນ. ນັ້ນແມ່ນຍ້ອນຄວາມກັງວົນໃຫຍ່ຫຼວງທີ່ສຸດຂອງ ປະທານໂຮ່ຈີມິນ ເມື່ອສ້າງຕັ້ງພັກກອມມູນິດ ຫວຽດນາມ ແມ່ນ ຄວາມສ່ຽງພັກຕົກເຂົ້າສູ່ ສະພາບຖົດຖອຍ ຍ້ອນ ພະນັກງານ, ສະມາຊິກຂອງ ພັກເສື່ອມທາດຂາດຄຸນ. ສຳລັບພັກກຳອຳນາດ, ຄວາມສ່ຽງສູງທີ່ສຸດແມ່ນຄວາມສ່ຽງຢູ່ຫ່າງໄກຈາກປະຊາຊົນ, ບໍ່ເຂົ້າໃຈສະພາບການຕົວຈິງ. ດັ່ງນັ້ນ, ເພື່ອຕິດພັນກັບປະຊາຊົນ, ຮັກສາໄດ້ຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນທີ່ມີຕໍ່ພັກ, ພະນັກງານ, ສະມາຊິກຂອງ ພັກ ແລະ ທົ່ວພັກ ຕ້ອງຍົກສູງຄຸນນະທາດປະຕິວັດ ແລະ ຄຸນສົມບັດອັນສ່ອງໃສ. ທ່ານ ສາດສະດາຈານ ຮ່ວາງຈີ໊ບ໋າວ, ນັກຊ່ຽວຊານຂັ້ນສູງ, ກຳມະການສະພາທິດສະດີ ສູນກາງໃຫ້ຮູ້ວ່າ:

ປະທານໂຮ່ຈີມິນຍາມໃດກໍ່ຕັກເຕືອນ ແລະ ສຶກສາ ພວກເຮົາຕ້ອງເວົ້າໜ້ອຍເຮັດຫຼາຍ, ເປັນຕົ້ນແມ່ນການກະທຳ, ຕ້ອງຮັກສາໄດ້ຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນດ້ວຍລັກສະນະຍອມເສຍສະຫຼະ ແລະ ການເປັນແບບຢ່າງ, ເຊິ່ງ ເພິ່ນແມ່ນແບບຢ່າງທີ່ດີ. ບົດຮຽນມີພະລັງກ້າໃນການຕໍ່ສູ້ລັດທິສ່ວນຕົວໃຫ້ປະລາໄຊ, ມີພະລັງກ້າຢູ່ນອກຜົນປະໂຫຍດ, ພະລັງກ້າໃນການຊີ້ທິດເຍືອງທາງຍ້ອນປະຊາຊົນຈຶ່ງຮັບໃຊ້. ຖ້າຫາກວ່າ ເຮັດໄດ້ຄືແນວນັ້ນ ແມ່ນພັກຍາມໃດກໍ່ຢູ່ໃນຫົວໃຈ, ໃນແນວຄິດ ແລະ ແມ່ນຄວາມເອກອ້າງຖະນົງໃຈຂອງປະຊາຊົນ.

ໄລຍະ 90 ປີທີ່ຜ່ານມາ ນັບແຕ່ວັນສ້າງຕັ້ງພັກມາຮອດປັດຈຸບັນ ແມ່ນເສັ້ນທາງທີ່ຍາວໄກຢ່າງພຽງພໍເພື່ອທົດລອງຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນທີ່ມີຕໍ່ພັກ, ກໍ່ຄືເສັ້ນທາງທີ່ຮຽກຮ້ອງໃຫ້ພັກກອມມູນິດຫວຽດນາມຕ້ອງມີຄວາມຮັບຜິດຊອບ ແລະ ຄວາມມານະພະຍາຍາມຫຼາຍກ່ວາອີກໃນ ຂະບວນວິວັດແຫ່ງການເສີມຂະຫຍາຍຈຸດດີ, ແກ້ໄຂຈຸດບົກພ່ອງ, ເພີ່ມທະວີກຳລັງແຮງການນຳພາໃນສະພາບການໃໝ່. ໃນບົດຂຽນ ສະເຫຼີມສະຫຼອງ 89 ປີ ແຫ່ງວັນສ້າງຕັ້ງພັກກອມມູນິດ ຫວຽດນາມ. ທ່ານ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງໄດ້ຢັ້ງຢືນວ່າ: “ພັກໝັ້ນຄົງເຂັ້ມແຂງ, ປະເທດດພັດທະນາ, ຊົນຊາດຍືນຍົງຄົງຕົວ”. ດັ່ງນັ້ນ, ພັກໄດ້ປ່ຽນແປງໃໝ່ວິທີການນຳພາ, ເພີ່ມທະວີການພົວພັນລະຫວ່າງພັກ ແລະ ປະຊາຊົນ, ສົມເປັນພັກກຳອຳນາດ ນຳພາພາລະກິດຂອງປະເທດຊາດ ທີ່ມີການພັດທະນາຢ່າງບໍ່ຢຸດຢັ້ງ, ສົມກັບຄວາມໄວ້ເນື້ອເຊື່ອໃຈ ແລະ ຄວາມມຸ່ງຫວັງຂອງປະຊາຊົນຢ່າງແທ້ຈິງ.

ຕອບກັບ

ຂ່າວ/ບົດ​ອື່ນ