FTA ແງ່ຫວັງໃຫມ່ໃຫ້ແກ່ການພົວພັນລະຫວ່າງ ຫວຽດນາມ ແລະ ອີຢູ

(vovworld)- ການເຈລະຈາຮອບ​ທີ 6 ກ່ຽວ​ກັບ​ສັນຍາ​ການ​ຄ້າ​ເສລີ FTA ລະຫວ່າງ ຫວຽດນາມ ​ແລະ ສະຫະພາບ​ເອີ​ລົບ (EU) ຫາ​ກໍ່​ສິ້ນ​ສຸດ​ໃນ​ທ້າຍ​ອາທິດ​ຜ່ານ​ມາ ຢູ່ ນະຄອນຫລວງ ບຣຸກ​ແຊນ ປະ​ເທດ​ແບນ​ຊີກ, ດ້ວຍ 12 ກຸ່ມ​ເຈ​ລະ​ຈາ​ກ່ຽວ​ກັບ​ຫລາຍ​ຂົງ​ເຂດ​ທີ່​ແຕກ​ຕ່າງ​ກັນ. ຕາມ​ການ​ສັງ​ເກດ​ຈາກ​ສອງ​ຝ່າຍ, ​ໃນ​ການ​ເຈ​ລະ​ຈາ​ຄັ້ງ​ນີ້ ສອງ​ຝ່າຍ​ກຳນົດ​ໄດ້​ວິວັດ​ການ​ກ້າວ​ໄປ​ເຖິງ​ສິ້ນ​ສຸດ​ການ​ເຈ​ລະ​ຈາ​ໃນ​ເດືອນ 9/2014. ນີ້​ໄດ້​ຮັບ​ຖື​ວ່າ ​ແມ່ນ​ບາດກ້າວຕັ້ງຫນ້າ​ທີ່​ສຸດ, ​ເປີດ​ແງ່​ຫວັງ​ຮ່ວມ​ມື​ໃຫມ່​ໃນ​ການ​ພົວພັນ​ລະຫວ່າງ ຫວຽດນາມ ​ແລະ ອີ​ຢູ ​ໃນ​ໄລ​ຍະ​ຈະ​ມາ​ເຖິງ.

FTA ແງ່ຫວັງໃຫມ່ໃຫ້ແກ່ການພົວພັນລະຫວ່າງ ຫວຽດນາມ ແລະ ອີຢູ - ảnh 1
ທ່ານ ຟ້າ​ມ​ແຊງ​ເຈົາ, ​ເອກ​ອັກຄະ​ລັດຖະທູດ​ ຫວຽດນາມ ປະຈຳ
 ​ແບນ​ຊີກ ​
photo:citinew.net

          ຕາມ​ຫົວຫນ້າ​ຄະນະ​ເຈ​ລະ​ຈາ​ຫວຽດນາມ ​ແລະ ອີ​ຢູ ​ແລ້ວ, ​ເຖິງ​ວ່າ ມີ​ບາງ​ບັນຫາ​ຍັງ​ຄົງ​ຄ​້າງຄື: ​ເປີດ​ປະ​ຕູ​ຕະຫລາດ​ບໍລິການ, ຕະຫລາດ​ຊື້​ຊັບ​ສິນ​ຂອງ​ລັດຖະບານ… ​ແຕ່​ທີ່ການ​ເຈ​ລະ​ຈາ​ຄັ້ງ​ນີ້, ດ້ວຍ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງ​ສູງ, ສອງ​ຝ່າຍ​ຊອກ​ໄດ້​ສຽງ​ເວົ້າ​ລວມ, ຮັບປະກັນ​ຄວາມດຸນ​ດຽງລະຫວ່າງ​ສິດຜົນປະ​ໂຫຍ​ດຂອງ​ຫວຽດນາມ ກັບ​ສິດຜົນປະ​ໂຫຍ​ດຂອງ ອີ​ຢູ. ​ເຖິງ​ວ່າ ການ​ລົງ​ນາມ​ໃນ​ສັນຍາ FTA ຍັງ​ຕ້ອງ​ອີງ​ໃສ່​ວຽກ​ງານ​ດ້ານ​ເຕັກ​ນິກ, ນິຕິ​ກຳ​ໃນ​ໄລ​ຍະ​ຈະ​ມາ​ເຖິງກໍຕາມ ​ແຕ່​ ສັນຍາ FTA ລະຫວ່າງ​ຫວຽດນາມ ​ແລະ ອີ​ຢູ ອາດ​ຈະ​ສຳ​ເລັດ​ໃນ​ປີ​ນີ້.  ​ເລື່ອງ​ລົງ​ນາມ​ໃນ​ສັນຍາ FTA ​ແນ່ນອນ​ວ່າ​ຈະ​ເປີດ​ໄລຍະ​ຮ່ວມ​ມືໃນລະດັບ​ສູງ​ກວ່າ​ລະຫວ່າງ​ສອງ​ຝ່າຍ.

​ເຂດ​ການ​ຄ້າ​ເສລີ​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ຫວັງ

          ​ເດືອນ 8/2012, ຫວຽດນາມ ​ແລະ ອີ​ຢູ ​ເລີ່​ມຕົ້ນ​ການ​ເຈ​ລະ​ຈາ​ສັນຍາ FTA ​ເປັນ​ຄັ້ງ​ທຳ​ອິດ. ​ໃນ​ເກືອ​ບ 2 ປີຜ່ານມາ, ດ້ວຍ​ການ​ເຈ​ລະ​ຈາ​ໂດຍ​ກົງ​ເປັນ 6 ຄັ້ງ, ບັນດາ​ບັນຫາ​ຮ້ອນ​ເຮັ່ງ​ທີ່​ສຸດ​ເພື່ອ​ກ້າວ​ໄປ​ເຖິງ​ເຂດ​ການ​ຄ້າ​ເສລີ​ໄດ້​ຮັບ​ການ​ແລກປ່ຽນ​ຢ່າງ​ກົງ​ໄປ​ກົງ​ມາ ​ແລະ ຮັບປະກັນ​ຄວາມດຸນ​ດຽງ​ລະຫວ່າງ​ສິດຜົນປະ​ໂຫຍ​ດຂອງ​ສອງ​ຝ່າຍ: ທ່ານ Francs Jensen, ​ເອກ​ອັກຄະ​ລັດຖະທູດ, ຫົວຫນ້າ​ຄະນະ​ຜູ້ຕາງຫນ້າ ອີ​ຢູ ປະ​ຈຳ​ຫວຽດນາມ ​ເນັ້ນ​ຫນັກ​ວ່າ:

        “ບັນຫາ​ຫລັກ​ແຫ​ລ່ງ ນັ້ນແມ່ນສອງ​ຝ່າຍ​​ກຳນົດໄດ້​ຄວາມ​ຫວັງທີ່ແນ່ນອນ. ພ້ອມ​ກັນ​ແບ່ງປັນ ຄວາມ​ຫວັງ ນັ້ນ​ກ່ຽວ​ກັບ​ເຂດ​ການ​ຄ້າ​ເສລີ​ໃນ​ອະນາຄົດ. ​ແຕ່​ວ່າ ​ໃນ​ວິວັດ​ການ​ເຈ​ລະ​ຈາ, ອີ​ຢູ ກໍ​ເຂົ້າ​ໃຈ​ໄດ້​ວ່າ ຫວຽດນາມ ຍັງ​ແມ່ນ​ປະ​ເທດ​ພວມ​ພັດທະນາ ​ແລະ ອີ​ຢູ ໄດ້ຄິດ​ໄລ່​ເຖິງ​ປັດ​ໄຈ​ນີ້ແລ້ວ.”

          ຫວຽດນາມ ​ແມ່ນ​ຄູ່​ຮ່ວມ​ມື​ທີ 3 ຢູ່ ອາ​ຊຽນ ​ຊື່​ງ ອີ​ຢູ ​ເຈ​ລະ​ຈາ​ສັນຍາ FTA, ສ່ວນ ອີ​ຢູ ​ແມ່ນ​ຄູ່​ຮ່ວມື​ໃຫຍ່​ທຳ​ອິດ​ຊື່​ງ ຫວຽດນາມ ​ເຈລະຈາ​ສັນຍາ FTA. FTA ​ໄດ້​ຮັບ​ການ​ລົງ​ນາມ ຈະ​ສ້າງ​ກາລະ​ໂອກາດ​ໃຫ້​ແກ່​ທັງ​ສອງ​ຝ່າຍ. ສຳລັບ ຫວຽດນາມ, FTA ຈະ​ຊ່ວຍ​ລົບລ້າງ​ບັນດາ​ຮົ້ວ​ກີດຂວາງ​ດ້ານ​ການ​ຄ້າ, ພາສີ ​ແລະ ປອດ​ພາສີ, ສ້າງ​ຄວາມ​ສະດວກ​ໃຫ້​ແກ່​ການ​ເຕີບ​ໂຕ​ສົ່ງ​ອອກ​ເວົ້າ​ສ​ະ​ເພາະ ​ແລະ ການ​ເຕີບ​ໂຕ​ເສດຖະກິດ​ເວົ້າ​ລວມ. ປະຈຸ​ບັນ, ມີ​ພຽງປະ​ມານ 42% ສິນຄ້າ​ສົ່ງ​ອອກ​ຂອງ​ຫວຽດນາມ ​ໄປ​ຍັງ ອີ​ຢູ ​ຖືກ​ຍົກ​ເວັ້ນອັດ​ຕາ​ພາສີ 0%. ຖ້າ​ຫາກ FTA ​ໄດ້​ຮັບ​ການ​ປະຕິບັດ, ອັດຕາ​ນີ້ ສາມາດ​ເພີ່ມ​ຂຶ້ນ​ເຖິງ 90%. ຄຽງ​ຄູ່​ກັນ​ນັ້ນ ພ້ອມ​ກັບ​ວິວັດ​ການ​ເຈລະຈາ, FTA,​ EU ຈະຍູ້ແຮງການຮັບຮູ້ຂໍ້ກຳນົດເສດຖະກິດການຕະຫລາດສຳລັບ ຫວຽດນາມ ສ້າງ​ຄວາມ​ສະດວກ​ໃຫ້​ແກ່​ຫວຽດນາມ ​ໃນ​ການ​ຕໍ່ສູ້ກັບ​ບັນດາ​ຮູບ​ການ​ອາລັກ​ຂາ​ດ້ານ​ການ​ຄ້າ​ຄື: ພາສີ​ຕ້ານ​ການ​ຂາຍ​ບຸບ​ລາຄາ. ກົງ​ກັນ​ຂ້າມ, ສຳລັບ ອີ​ຢູ, FTA ຈະ​ຊ່ວຍ​ບັນດາ​ນັກ​ລົງທຶນ ອີ​ຢູ ມີ​ສະພາບ​ແວດ​ລ້ອມ​ຢ່າງ​ສະດວກ​ສະບາຍ​ກວ່າ, ​ເປີດ​ປະຕູ​ກວ່າ, ​ເປັນ​ຕົ້ນ​ໃນ​ບັນດາ​ຂົງ​ເຂດທີ່​ ອີ​ຢູ ມີ​ຫລາຍ​ທ່າ​​ແຮງ. ທ່ານ Francs Jensen ຖື​ວ່າ:

        “ການ​ເຈລະຈາ FTA ​ໄດ້​ນຳ​ມາ​ເຊິ່ງຜົນ​ປະ​ໂຫຍ​ດບໍ່​ພຽງ​ແຕ່​ໃຫ້​ແກ່​ຫວຽດນາມ​ເທົ່າ​ນັ້ນ ຫາກ​ທັງ ​ເອີ​ລົບ ອີກ​ດ້ວຍ. ທັງ​ສອງ​ຝ່າຍ​ແມ່ນ​ບັນດາ​ຄູ່​ຮ່ວມ​ມື​ທີ່​ດີ​ຂອງ​ກັນ, ສະ​ນັ້ນ ທັງ​ສອງ​ຝ່າຍ​ລ້ວນ​ແຕ່​ຕ້ອງ​ມຸ່ງ​ໄປ​ເຖິງ​​ເຂດ​ການ​ຄ້າ​ເສລີ​ທີ່ເຕັມໄປດ້ວຍ​ຄວາມ​ຫວັງ​ກວ່າ, ນຳ​ມາ​ຜົນ​ປະ​ໂຫຍ​ດສູງ​ກວ່າ​ໃຫ້​ສອງ​ຝ່າຍ. ສະ​ນັ້ນ ບໍ່​ຄວນ​ປະ​ໃຫ້​ບັນດາ​ຂໍ້​ຈຳກັດ​ຜູກ​ມັດ​ໃນ​ໄລຍະ​ສັ້ນ, ​ເພາະວ່າ FTA ​​ແມ່ນ​ເພື່ອ​ໄລຍະ​ຍາວ, ມີ​ລັກສະນະ​ພັດທະນາ​ແບບ​ຍືນ​ຍົງ​ໃຫ້​ທັງ​ສອງ​ຝ່າຍ. ”

          ແງ່​ຫວັງ​​ໃຫຍ່​ໃຫ້​ແກ່​ການ​ຮ່ວມ​ມື​ສອງ​ຝ່າຍ

          ປີ 2013, ​ເຖິງ​ວ່າ​ເສດຖະກິດ​ພາກ​ພື້ນ ອີ​ຢູ ບໍ່​ທັນ​​ຟື້ນ​ຕົວ​ກໍ​ຕາມ ​ແຕ່​ວົງ​ເງິນ​ການ​ຄ້າ​ສອງ​ສົ້ນ ຫວຽດນາມ - ອີ​ຢູ ຍັງ​ຄົງ​ບັນລຸ​ກວ່າ 30 ຕື້ USD. ບັນດາ​ປະ​ເພດ​ສິນຄ້າ​ສົ່ງ​ອອກ​ຕົ້ນຕໍ​ຂອງ​ຫວຽດນາມ ລວມມີ: ​ເກີບຫນັງ, ​ເຄື່ອງ​ຕຳ່​ແຜ່ນ​ຕັດຫຍິບ, ກາ​ເຟ, ສິນ​ໃນ​ນ້ຳ, ​ເຄື່ອງ​ເຟນີ​ເຈີ​ຜະລິດ​ດ້ວຍ​ຫນັງ. ພ້ອມ​ກັນ​ນັ້ນ ສິນຄ້າ​ນຳ​ເຂົ້າ​ຈາກ ອີ​ຢູ ຕົ້ນ​ຕໍ ​ແມ່ນ​ບັນດາ​ຜະລິດ​ຕະພັນ​ເຕັກ​ໂນ​ໂລ​ຊີ​ສູງ​ຄື: ກົນ​ຈັກ, ອຸປະກອນ​ໄຟຟ້າ, ​ເຮືອບິນ, ລົດ​ໂອ​ໂຕ, ລົດຈັກ, ຢຸກຢາ, ​ເຫລັກ​ກ້າ.  ດ້ວຍ​ແງ່​ຫວັງ​ລົງ​ນາມ​ໃນ​ສັນຍາ FTA ປະ​ຈຸ​ບັນ, ບັນດາ​ວິ​ສາ​ຫະກິດ ພວມ​ຢືນ​ຕໍ່ຫນ້າ​ກາລະ​ໂອກາດ​ໃຫຍ່​ເພີ່ມ​ການ​ສົ່ງ​ອອກ.  ທ່ານ ຟ້າ​ມ​ແຊງ​ເຈົາ, ​ເອກ​ອັກຄະ​ລັດຖະທູດ​ ຫວຽດນາມ ປະຈຳ ​ແບນ​ຊີກ ​ເຊື່ອ​ໝັ້ນ​ວ່າ:

        “ການ​ຄ້າ​ຍັງ​ຄົງ​ສືບ​ຕໍ່​ເພີ່ມ​ຂຶ້ນ​ດ້ວຍ 24%/ປີ​ໃນ​​ໄລຍະ 2 ປີຜ່ານ​ມາ. ຄຽງ​ຄູ່​ດ້ານ​ການ​ຄ້າ, ການ​ຖ່ອຍ​ທອດ​ເຕັກ​ໂນ​ໂລ​ຊີ ຕັ້ງຫນ້າທີ່​ສຸດ ​ແລະ ສິ່ງ​ທີ່ສຳຄັນ​ ​ແມ່ນຍັງ​ຄົງ​ຮັກສາ​ທຶນ ODA ​ໄດ້. ປະຈຸ​ບັນ, ຫລາຍ​ປະ​ເທດ​ສະມາຊິກ ​ໃນ ອີ​ຢູ ສາມາດ​ຫລຸດ​ລົງ ຫລື​ກ້າວ​ໄປ​ເຖິງ​ການຫລຸດຜ່ອນ​ແຫ​ລ່ງທຶນ​ນີ້ ​ແຕ່ ODA ຂອງ​ ອີ​ຢູ ຍັງ​ສືບ​ຕໍ່​ເພີ່ມ​ຂຶ້ນ. ນັ້ນ​ແມ່ນ​ສິ່ງ​ພິ​ເສດ. ການ​ພົວພັນ​ລະຫວ່າງ ຫວຽດນາມ ​ແລະ ອີ​ຢູ ​ໄດ້​ລື​່ນກາຍ​ຂອບ​​ເຂດ​ການ​ພົວພັນ​ທຳ​ມະ​ດາ​ຂອງ​ປະ​ເທດ​​ໄດ້​ຮັບ​ການ​ຊ່ວຍ​ເຫລືອ ​ແລະ ປະ​ເທດ​ຊ່ວຍ​ເຫລືອ. ດ້ວຍສັນຍາ FTA , ຫວຽດນາມ ນຳ​ສິນຄ້າ​ເຂົ້າ​ຕະຫລາດ ​ເອີ​ລົບ ​ແລະ ປາດ​ຖະຫນາ​ຈະ​ສິ້ນ​ສຸດ​ການ​ເຈລະຈາ​ໃນ​ປີ​ນີ້.”

          ສະຫະພາບ​ເອີ​ລົບ ພາຍຫລັງ​ຮັບຮອງ​ເອົາ​ສົນທິສັນຍາ Lisbon ປີ 2009  ພວມ​ມຸ່ງ​ໄປ​ເຖິງ​ກາຍ​ເປັນ​ແບບຢ່າງ​ສະຫະລັດ ລວມມີ: 28 ປະ​ເທດ, ຍົກ​ສູງ​ລັກສະນະ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ​ຂອງ​ຕົນ. ​ໃນ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ຂອງ​ຕົນ, ອີ​ຢູ ​ເອົາ​ໃຈ​ໃສ່​ເຖິງ ພາກ​ພື້ນ ອາ​ຊຽນກວ່າ, ​ໃນ​ນັ້ນ ມີ​ຫວຽດນາມ.

        ​ເປັນ​ຫນ້າ​ສົນ​ໃຈ ​ແຕ່​ປີ 2013, ບັນດາ​ປະ​ເທດ​ໃນ​ກຸ່ມ ອີ​ຢູ ​ໄດ້​​ຜ່ານ​ຜ່າ​ວິ​ກິດ​ການ​ເສດຖະກິດ​ໃນ​ເບື້ອງ​ຕົ້ນ, ຄ່ອຍໆ​ເຂົ້າ​ສູ່​ສະພາບ​ເປັນ​ປົກກະຕິ, ມີ​ການ​ເຕີບ​ໂຕ, ​ແກ​້​ໄຂວຽກ​ເຮັດ​ງານ​ທຳ ​ແລະ ສະພາບ​ວ່າງ​ງານ. ສະ​ນັ້ນ ປີ 2014 ພວມ​ໄດ້​ຮັບ​ຄວາມ​ມຸ່ງ​ຫວັງ​ວ່າ ພາກ​ພື້ນ​ນີ້ຈະ​ບັນລຸ​ການ​ເຕີບ​ໂຕ​ຢ່າງ​​​ແຮງຄືນ​ໃຫມ່. ບົນ​ພື້ນຖານ ການ​ພົວພັນ​ຮ່ວມ​ມື​ອັນ​ດີງາມ​ທີ່​ມີ​ຢູ່​ແລ້ວ, ​ເລື່ອງ​ສຳ​ເລັດ​ການ​ເຈລະຈາ ​ແລະ ລົງ​ນາມ​ໃນ​ສັນຍາ FTA ​ໂດຍ​ໄວ, ຈະ​ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ການ​ຈະ​ເລີ​ນ​ເຕີບ​ໂຕ​ດ້ານ​ການ​ຄ້າ, ການ​ລົງທຶນ ລະຫວ່າງ ຫວຽດນາມ ​ແລະ ອີ​ຢູ ພັດທະນາ​ໃນ​ຊຸມ​ປີ​ຈະ​ມາ​ເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ