ງານພົບປະແລກປ່ຽນວັດທະນະທຳ ຫວຽດນາມ - ຍີ່ປຸ່ນ: ຄົ້ນຫາເຄື່ອງດົນຕີພື້ນເມືອງບາງປະເພດຂອງ ຍີ່ປຸ່ນ

(VOVWORLD) -ວົງດົນຕີ Ryoma Quartet ລວມມີສະມາຊິກ 4 ຄົນ ແມ່ນບັນດານັກສິລະປິນທີ່ມີຊື່ສຽງຂອງ ຍີ່ປຸ່ນ.
ງານພົບປະແລກປ່ຽນວັດທະນະທຳ ຫວຽດນາມ - ຍີ່ປຸ່ນ: ຄົ້ນຫາເຄື່ອງດົນຕີພື້ນເມືອງບາງປະເພດຂອງ ຍີ່ປຸ່ນ  - ảnh 1(ວົງດົນຕີ Ryoma Quartet)

        ໃນຂອບເຂດບັນດາການເຄື່ອນໄຫວມຸ່ງໄປເຖິງພິທີສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ຍີ່ປຸ່ນ (1973 – 2023), ເດືອນ ຕຸລາ ນີ້, ມະຫາຊົນທີ່ຊົມຊອບສິລະປະ ຫວຽດນາມ ໄດ້ຮັບຟັງບັນດາບົດດົນຕີທີ່ມີລັກສະນະພື້ນເມືອງຂອງ ຫວຽດນາມ ແລະ ຍີ່ປຸ່ນ, ຜ່ານການປະສານສົມທົບລະຫວ່າງວົງດົນຕີພື້ນເມືອງ ສຶກຊົງເມີຍ ຂອງ ຫວຽດນາມ ແລະ ວົງດົນຕີ Ryoma Quartet ຂອງ ຍີ່ປຸ່ນ ຜ່ານລາຍການສະແດງດົນຕີປະສານສຽງເພື່ອການກຸສົນ “Ryoma Quartet - ສຶກຊົງເມີຍ”.

        ວົງດົນຕີ Ryoma Quartet ລວມມີສະມາຊິກ 4 ຄົນ ແມ່ນບັນດານັກສິລະປິນທີ່ມີຊື່ສຽງຂອງ ຍີ່ປຸ່ນ. Ryoma Quartet ປາດຖະໜາວ່າ ຜ່ານສຽງດົນຕີ ທີ່ໄດ້ນຳເອົາວັດທະນະທຳຂອງ ຍີ່ປຸ່ນ ອອກສູ່ໂລກ ແລະ ຜ່ານສຽງດົນຕີບໍ່ມີພົມແດນ ເພື່ອເຊື່ອມຕໍ່, ສ້າງນ້ຳໃຈມິດຕະພາບລະຫວ່າງປະຊາຊົນບັນດາປະເທດ. ໃນລາຍການສະແດງ “Ryoma Quartet - ສຶກຊົງເມີຍ” ຢູ່ ຫວຽດນາມ, Ryoma Quartet ໄດ້ແນະນຳບົດເພງທີ່ເປັນມູນເຊື້ອຫຼາຍບົດຂອງ ຍີ່ປຸ່ນ ເຊິ່ງສະແດງອອກຜ່ານເຄື່ອງດົນຕີພື້ນເມືອງຂອງປະເທດຕົນ.

        ພິນ Shamisen ໄດ້ນຳໃຊ້ປຽບເໝືອນດັ່ງເຄື່ອງດົນຕີໃນຫຼາຍບົດເພງພື້ນເມືອງທີ່ເປັນມູນເຊື້ອແຕກຕ່າງກັນຂອງ ຍີ່ປຸ່ນ ຍ້ອນສາມາດອອກສຽງແຕກຕ່າງກັນ.Shamisen ມີຮູບຮ່າງຍາວຄ້າຍຄືກັນກັບ ກີຕາ ແຕ່ບໍ່ມີໂນດໃຫ້ບີບ. ເມື່ອແບ່ງປັນກ່ຽວກັບລັກສະນະຫຼາຍຮູບຫຼາຍແບບຂອງພິນ Shamisen, ນັກສິລະປິນ Masakatsu, ໃຫ້ຮູ້ວ່າ:

        “ພິນ Shamisen ມີຫຼາຍຊະນິດ ແລະ ອີງໃສ່ຮູບແບບການສະແດງ. ພິນ Shamisen ທີ່ຂ້າພະເຈົ້າພວມນຳໃຊ້ແມ່ນມີຕົ້ນກຳເນີດມາຈາກແຂວງ Aomori. ຢູ່ Aomori ມີເລື່ອງລາວກ່ຽວກັບເຄື່ອງດົນຕີປະເພດນີ້, ນັ້ນແມ່ນມີຄົນຕາບອດຜູ້ໜຶ່ງເຄີຍເສບພິນ Shamisen ຢູ່ຕໍ່ໜ້າເຮືອນຂອງຕົນເອງ ແລະ ໄດ້ຮັບເຄື່ອງດື່ມຂອງກິນໃນມື້ນັ້ນ”.

        ພ້ອມກັບເຄື່ອງດົນຕີ Shamisen, ຂຸ່ຍ Nohkan ແລະ ກອງ Kotsuzumi ກໍ່ແມ່ນປະເພດເຄື່ອງດົນຕີພື້ນເມືອງໄດ້ນຳໃຊ້ໂດຍທົ່ວໄປຢູ່ ຍີ່ປຸ່ນ. ນັກສິລະປິນ Jinko, ນັກຕີກອງ Kotsuzumi, ແບ່ງປັນວ່າ:

        “ນີ້ແມ່ນກອງທີ່ນຳໃຊ້ໃນບົດລະຄອນ Noh ແລະ Kabuki. ດ້ວຍປະເພດດົນຕີນີ້ ຂ້າພະເຈົ້າສາມາດປັບສຽງດ້ວຍວິທີປັບສາຍ, ເມື່ອມືເບື້ອງຊ້າຍຂອງຂ້າພະເຈົ້າຈັບສາຍນັ້ນ ມືເບື້ອງຂວາຈະຕີ, ພຽງແຕ່ປ່ຽນ ມືເບື້ອງຊ້າຍຈັບສາຍໃຫ້ເຄັ່ງ ຫຼື ຍານກໍ່ອອກສຽງແຕກຕ່າງກັນແລ້ວ”.

        ພ້ອມກັນຊອກຮູ້ ແລະ ນຳໃຊ້ເຄື່ອງດົນຕີບາງປະເພດຂອງ ຍີ່ປຸ່ນ, ຫົວໜ້າວົງດົນຕີ ດົ່ງກວາງວິງ, ຜູ້ສ້າງຕັ້ງວົງດົນຕີ ສຶກຊົງເມີຍ, ຖືວ່າ ເຄື່ອງດົນຕີພື້ນເມືອງຂອງ ຍີ່ປຸ່ນ ແລະ ເຄື່ອງດົນຕີພື້ນເມືອງຂອງ ຫວຽດນາມ ກໍ່ມີຈຸດທີ່ຄ້າຍຄືກັນໜ້ອຍໜຶ່ງ.

        “ຂ້າພະເຈົ້າຊອກຮູ້ກ່ຽວກັບຂຸ່ຍຂອງ ຍີ່ປຸ່ນ ແລະ ຫວຽດນາມ ເຫັນວ່າມີຫຼາຍປັດໃຈລວມນັບແຕ່ການເປົ່າ, ກົດນີ້ວມື. ເມື່ອຄົ້ນຄວ້າກ່ຽວກັບພິນ Shamisen ກໍ່ມີຄວາມແຕກຕ່າງໜ້ອຍໜຶ່ງ, ສຽງທີ່ດັງອອກມາແມ່ນຄ້າຍຄືກັບສຽງພິນ ຕາມ ແລະ ພິນ ຕິງ ຂອງ ຫວຽດນາມ. ອາດເຫັນໄດ້ວ່າ ຫວຽດນາມ ແລະ ຍີ່ປຸ່ນ ມີຈຸດຄ້າຍຄືກັນຫຼາຍຢ່າງ”.

        ສຳລັບມະຫາຊົນຜູ້ທີ່ນິຍົມຊົມຊອບສິລະປະພື້ນເມືອງ, ງານພົບປະແລກປ່ຽນວັດທະນະທຳ ຫວຽດນາມ - ຍີ່ປຸ່ນ ໄດ້ນຳມາເຊິ່ງຄວາມຮູ້ທາງດ້ານປະຫວັດສາດຫຼາຍຢ່າງ ແລະ ວິທີຫຼີນເຄື່ອງດົນຕີປະເພດຕ່າງໆຂອງ ຍີ່ປຸ່ນ.

        “ນີ້ແມ່ນງານພົບປະທີ່ມີຄວາມໝາຍທີ່ສຸດ. ນ້ອງມີໂອກາດໄດ້ສຳຜັດກັບເຄື່ອງດົນຕີພື້ນເມືອງຫຼາຍປະເພດຂອງ ຍີ່ປຸ່ນ, ແຕ່ຍັງບໍ່ທັນເຂົ້າໃຈເຄື່ອງດົນຕີຊະນິດນີ້ຈົນສຸດເທື່ອ. ນ້ອງຮຽນໄດ້ຫຼາຍຢ່າງຜ່ານລາຍການນີ້”.

        “ຂ້າພະເຈົ້າມີຄວາມປະທັບໃຈຕໍ່ນັກສິລະປິນຕີກອງ. ຂ້າພະເຈົ້າບໍ່ເຄີຍຮູ້ຈັກກອງປະເພດນີ້. ນອກນັ້ນຍັງມີພິນ Shamisen. ນັບແຕ່ກີ້ແຕ່ກ່ອນຈົນມາຮອດປະຈຸບັນ, ຂ້າພະເຈົ້າຮູ້ຈັກແຕ່ພິນດີດດ້ວຍມືເທົ່ານັ້ນ, ຫຼື ກີຕາ ດີດດ້ວຍເລັບມື. ສ່ວນ ພິນ Shamisen ນຳໃຊ້ແນວດີດຂະໜາດໃຫຍ່ເຮັດຈາກອອງເຕົ່າ, ສຽງອອກມາກໍ່ແຕກຕ່າງກັນ. ຂ້າພະເຈົ້າມີຄວາມປະທັບໃຈຕໍ່ເຄື່ອງດົນຕີ 2 ປະເພດນີ້ຫຼາຍ.”

        ຜ່ານງານສະແດງດົນຕີປະສານສຽງ ສຽງໄກ່ຂັນ (ເພງພື້ນເມືອງ ກົງ ຂອງ ຫວຽດນາມ), ໂດຍບັນດານັກສິລະປິນຂອງວົງດົນຕີ Ryoma Quartet ແລະ  ສຶກຊົງເມີຍ ພ້ອມກັບສະແດງນັ້ນ, ອາດເຫັນໄດ້ວ່າ ເຄື່ອງດົນຕີແຕ່ລະປະເພດນັ້ນ ກໍຄືພື້ນຖານວັດທະນະທຳດົນຕີຂອງແຕ່ລະປະເທດລ້ວນແຕ່ມີຈຸດທີ່ເປັນເອກະລັກສະເພາະ, ແຕ່ເມື່ອປະສານເຂົ້າກັນແລ້ວ ພັດສ້າງຄວາມດຶງດູດໃຈທີ່ສຸດ, ນຳເອົາສຽງດົນຕີທີ່ດູດດື່ມ, ເປັນເອກະລັກສະເພາະມາໃຫ້ມະຫາຊົນ./.

ຕອບກັບ

ຂ່າວ/ບົດ​ອື່ນ