(vovworld) ໃນຂອບເຂດ Festival Hue 2012, ແຕ່ວັນທີ 7 – 15/4/2012 ນັ້ນ, ”ຕະຫຼາດບ້ານນາ” ແມ່ນງານບຸນທີ່ເຂັ້ມຄົ້ນໄປດ້ວຍວັດທະນະທຳບ້ານນາທາງພາກກາງຫວຽດນາມ, ຈະຖືກຈັດຂຶ້ນຢູ່ບໍລິເວນຂົວ Ngoi Thanh Toan ແລະ ແມ່ນ້ຳ Nhu Y ຕາແສງ Thuy Thanh, ເທດສະບານເມືອງ Huong Thuy, Thua Thien Hue. ໃນຊຸມມື້ນີ້, ຊາວໝູ່ບ້ານ Thanh Thuy Chanh ຢູ່ຕາແສງ Thuy Thanh ພວມກະກຽມໃຫ້ ງານບຸນຕະຫຼາດບ້ານນາ ຄັ້ງທີ 6, ນັບແຕ່ງານບຸນ Festival Hue ປີ 2002 ເປັນຕົ້ນໄປ.
![ຊາວ Thuy Thanh ກະກຽມ ”ງານບຸນຕະຫຼາດບ້ານນາ” - ảnh 1](https://photo-cms-vovworld.zadn.vn/w730/uploaded/vovworld/bcgmbuiq/2012_03_26/cho%20que1.jpg)
ແມ່ຍິງ Huế ໃສ່ເຊື້ອຍາວຖືກຸບໄປຕະຫຼາດ (ພາບ: dantri.com.vn)
ຊາວໝູ່ບ້ານ Thanh Thuy Chanh ເວົ້າວ່າ, ເຂົາເຈົ້າພວມມານະພະຍາຍາມກະກຽມຈັດ ”ງານບຸນຕະຫຼາດບ້ານນາ” ປີນີ້ ດ້ວຍຄວາມຫວັງວ່າ, ເຫດການນີ້ບໍ່ພຽງແຕ່ສ້າງຄວາມປະທັບໃຈໃນຊຸມວັນດຳເນີນ Festival ເທົ່ານັ້ນ, ຫາກຍັງເຮັດໃຫ້ໝູ່ບ້ານ Thanh Thuy Chanh, ຕາແສງ Thuy Thanh ແລະ ”ຕະຫຼາດບ້ານນາ” ຂອງເຂົາເຈົ້າກາຍເປັນສະຖານທີ່ທ່ອງທ່ຽວທີ່ດູດດື່ມນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດອີກດ້ວຍ. ທ່ານນາງ Nguyen Thi Hau, ເຈົ້າຂອງຫໍພິພິດທະພັນອຸປະກອນກະສີກຳ, ການປະມົງ ຢູ່ມໍ່ກັບຂົວ Ngoi Thanh Toan, ໃຫ້ຮູ້ວ່າ, ນັບແຕ່ຕົ້ນປີ 2011, ອຳນາດການປົກຄອງທ້ອງຖີ່ນໄດ້ບຸລະນະຫໍພິພິດທະພັນເພື່ອກະກຽມໃຫ້ງານບຸນ. ຊາວໝູ່ບ້ານ Thanh Thuy Chanh, ພິເສດແມ່ນຊາວໜຸ່ມໃນໝູ່ບ້ານ, ໄດ້ພ້ອມກັບທ່ານນາງຈັດວາງຫໍພິພິດທະພັນນີ້ໃຫ້ເປັນລະບຽບຕາມການເຄື່ອນໄຫວຜະລິດກະສີກຳ ແລະວິວັດການພັດທະນາຂອງພື້ນຖານອະລິຍະທຳແຫ່ງເຂົ້ານາທາມຢູ່ Viet Nam. ໃນ Festival Hue 2012, ຊາວໝູ່ບ້ານ Thanh Thuy Chanh ເອງເປັນຜູ້ຈັດຕັ້ງການເຄື່ອນໄຫວຜະລິດກະສີກຳໃນງານບຸນຕະຫຼາດບ້ານນາ.
”Festival ຄັ້ງກ່ອນນີ້ ບໍ່ມ່ວນຊື່ນປານໃດ, ແຕ່ປີນີ້, ທັງໝູ່ບ້ານພວກຂ້າພະເຈົ້າໄດ້ມີການກະກຽມຢ່າງລອບຄອບຖີ່ຖ້ວນ ເພື່ອຕ້ອນຮັບນັກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດມາຢ້ຽມຢາມ ແລະ ເຂົ້າຮ່ວມງານບຸນ. ”
![ຊາວ Thuy Thanh ກະກຽມ ”ງານບຸນຕະຫຼາດບ້ານນາ” - ảnh 2](https://photo-cms-vovworld.zadn.vn/w730/uploaded/vovworld/bcgmbuiq/2012_03_26/cho%20que%202.jpg)
ຮ້ານວາງສະແດງກຸບ huế (ພາບ: dantri.com.vn)
ມາຮອດປະຈຸບັນ, ຄະນະຈັດຕັ້ງ Festival Hue ໄດ້ຮັບຮອງເອົາ ຮ່າງແຜນການລະອຽດກ່ຽວກັບການເຄື່ອນໄຫວໃນພິທີເປີດ, ພິທີອັດ ແລະບັນດາການເຄື່ອນໄຫວສິລະປະວັດທະນະທຳຂອງ ”ງານບຸນຕະຫຼາດບ້ານນາ” ແລ້ວ. ຕາມນັ້ນແລ້ວ, ການເຄື່ອນໄຫວເປີດສາກ ”ງານບຸນຕະຫຼາດບ້ານນາ” ປີນີ້ ແມ່ນພິທີແຫ່ວີນຍານພະນາງ Tran Thi Dao - ຜູ້ທີ່ມີບຸນຄູນໃນການກໍ່ສ້າງຂົວ Ngoi Thanh Toan ຈາກຫໍບູຊາວົງຕະກຸນ Tran ຂອງໝູ່ບ້ານ Thanh Thuy Chanh ໄປຍັງຂົວ. ຈາກນັ້ນແມ່ນການໄປຕະຫຼາດບ້ານນາ, ຊ່ວງເຮືອປະເພນີລະຫວ່າງບັນດາທ້ອງຖີ່ນໃນເທດສະບານເມືອງ; ໄປຢ້ຽມຢາມບັນດາປູຊະນີຍະສະຖານວັດທະນະທຳ ປະຫວັດສາດໃນບໍລິເວນ; ໄປຢ້ຽມຢາມຫໍພິພິດທະພັນອຸປະກອນກະສີກຳ ແລະ ການປະມົງ; ຈັດຕັ້ງການບູຊາ, ໄຫວ້ອາໄລບັນດາວິລະຊົນ, ນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ, ຈັດການແຂ່ງຂັນເຮັດກຸບ, ຈັດການລະຫຼິ້ນ, ຟ້ອນລຳທຳເພງ, ຮັບປະທານອາຫານພື້ນເມືອງເຂດບ້ານນາ… ນອກນັ້ນ, ນັກທ່ອງທ່ຽວຍັງໄດ້ເຂົ້າຮ່ວມການເຄື່ອນໄຫວຕ່າງໆພ້ອມກັບຊາວບ້ານ Thanh Thuy Chanh ຄື: ຫຼິ້ນໝາກຮຸກຈີນ, ຕຶກປາຢູ່ລຽບຕາມ 2 ພາກຝັ່ງແມ່ນ້ຳ, ແຂ່ງຂັນທິບລົດຊ້າ…ອີກດ້ວຍ. ທ່ານ Tran Bong, ຊາວບ້ານ Thanh Thuy Chanh ໃຫ້ຮູ້ວ່າ, ທາງອຳນາດການປົກຄອງຕາແສງ ໄດ້ໂຄສະນາເຜີຍແຜ່ລາຍການເຄື່ອນໄຫວຂອງງານບຸນຕະຫຼາດບ້ານນາຂົວ Ngoi Thanh Toan ເຖິງໝູ່ປະຊາຊົນໃນໝູ່ບ້ານແລ້ວ, ດັ່ງນັ້ນພໍ່ແມ່ປະຊາຊົນໄດ້ເປັນເຈົ້າການ ແລະ ຕັ້ງໜ້າກະກຽມຢ່າງເຖິງຖອງ, ເພື່ອເຮັດໃຫ້ງານບຸນດຳເນີນໄປເປັນຢ່າງດີ ແລະ ເຮັດໃຫ້ນັກທ່ອງທ່ຽວທຸກຄົນລ້ວນແຕ່ຮູ້ສຶກພາກພູມໃຈເມື່ອເຂົ້າຮ່ວມງານບຸນນີ້:
”ອຳນາດການປົກຄອງທ້ອງຖີ່ນກໍ່ຄືຄະນະຈັດຕັ້ງໄດ້ສ້າງແຜນການຈັດຕັ້ງ Festival ຢ່າງລະອຽດ. Festival ປີນີ້ມີຈຸດໃໝ່ຫຼາຍຢ່າງ, ມີການລະຫຼິ້ນໃໝ່ ແລະ ຈັບອົກຈັບໃຈຫຼາຍຢ່າງ ເພື່ອດຶງດູດນັກທ່ອງທ່ຽວ”
![ຊາວ Thuy Thanh ກະກຽມ ”ງານບຸນຕະຫຼາດບ້ານນາ” - ảnh 3](https://photo-cms-vovworld.zadn.vn/w730/uploaded/vovworld/bcgmbuiq/2012_03_26/cho%20que%203.jpg)
ງານຊ່ວງເຮືອ (ພາບ: dantri.com.vn)
ປີນີ້, Festival Hue ຖືກຈັດຕັ້ງໄວກວ່າຄັ້ງກ່ອນໆ. ສະເພາະ ”ງານບຸນຕະຫຼາດບ້ານນາ” ຢູ່ຕາແສງ Thuy Thanh ຖືກຈັດຂຶ້ນແຕ່ວັນທີ 8 – 14/4. ຕາມທ່ານ Tran Duy Khanh, ປະທານຄະນະກຳມະການປະຊາຊົນຕາແສງ Thuy Thanh ແລ້ວ, ເລື່ອງກະກຽມໃຫ້ Festival ຂອງຕາແສງແມ່ນໄດ້ສຳເລັດກ່ອນວັນທີ 30/3 ເພື່ອຮັບໃຊ້ງານບຸນຢ່າງທັນການ.
”ນັບແຕ່ຕົ້ນປີ, ຂັ້ນເທິງໄດ້ລົງທຶນບ້ວງເງິນຈຳນວນໜຶ່ງໃຫ້ແກ່ພວກຂ້າພະເຈົ້າ ເພື່ອຍົກລະດັບ, ບຸລະນະບັນດາກິດຈະກຳຮັບໃຊ້ Festival ຢູ່ຕາແສງ. ນອກນັ້ນ, ພວກຂ້າພະເຈົ້າກໍ່ໄດ້ລະດົມການປະກອບສ່ວນຂອງປະຊາຊົນເພື່ອປະຕິບັດສຳເລັດບັນດາກິດຈະກຳ Festival. ປີນີ້, ເປັນເທື່ອທຳອິດທີ່ພວກຂ້າພະເຂົ້ານຳວິຫານບູຊານັກຮົບທີ່ເສຍສະຫຼະຊີວິດເພື່ອຊາດຢູ່ມໍ່ກັບຂົວ Ngoi Thanh Toan ເຂົ້າລາຍການເຄື່ອນໄຫວໃນໂອກາດ Festival ”.
Thuy Thanh ແມ່ນເຂດດິນທີ່ເຂັ້ມຄົ້ນໄປດ້ວຍມູນເຊື້ອປະຫວັດສາດ, ວັດທະນະທຳຂອງແຂວງ Thua Thien Hue. ປະຊາຊົນຢູ່ທີ່ນີ້ຮູ້ສຶກເອກອ້າງທະນົງໃຈຕໍ່ໝູ່ບ້ານຂອງຕົນ, ດ້ວຍ ປູຊະນີຍະສະຖານປະຫວັດສາດ, ປະຕິວັດຫຼາຍແຫ່ງ. ປະຈຸບັນ, ອຳນາດການປົກຄອງ ແລະຊາວ Thuy Thanh ພວມມານະພະຍາຍາມເພື່ອນຳຊື່ໝູ່ບ້ານຂອງຕົນເຂົ້າໃນແຜນທີ່ທ່ອງທ່ຽວຢູ່ຫວຽດນາມດ້ວຍເຄື່ອງໝາຍ ”ງານບຸນຕະຫຼາດບ້ານນາ” ເຊິ່ງຈັດຂຶ້ນ 2 ປີ ເທື່ອໜຶ່ງ ໃນໂອກາດ Festival Hue . ໝູ່ບ້ານ Thuy Thanh ດ້ວຍລະດູການເກັບກ່ຽວໄດ້ຮັບຜົນດີ ແລະ ການເຄື່ອນໄຫວຫຼາຍຢ່າງໃນ ”ງານບຸນຕະຫຼາດບ້ານນາ” ຈະສ້າງຄວາມປະທັບໃຈໃຫ້ແກ່ບັນດາຜູ້ເຂົ້າຮ່ວມ Festival Hue ຢ່າງແນ່ນອນ.