ໝູ່​ບ້ານ​ອາ​ຊີບ​ເຮັດ​ກອງ ບິນ​ອານ

(VOVWORLD) - ໝູ່ບ້ານອາຊີບເຮັດກອງ ບິນອານ, ຕາແສງ ບິນລ້າງ, ເມືອງ ເຕີນຈຸ, ແຂວງ ລອງອານ ມີຊື່ສຽງຢູ່ທາງພາກໃຕ້ ປະເທດ ຫວຽດນາມ ຍ້ອນຄຸນນະພາບຂອງຜະລິດຕະພັນ. ບໍ່ພຽງແຕ່ໄດ້ຮັບໃຊ້ຕະຫຼາດພາຍໃນປະເທດເທົ່ານັ້ນ, ກອງ ບິນອານ ຍັງໄດ້ສົ່ງອອກໄປຫຼາຍປະເທດຄື: ອາເມລິກ, ຝະລັ່ງ, ອັງກິດ, ອົດສະຕາລີ, ຈີນ, ສ.ເກົາຫລີ, ກຳປູເຈຍ…ອີກດ້ວຍ.
ໝູ່​ບ້ານ​ອາ​ຊີບ​ເຮັດ​ກອງ ບິນ​ອານ - ảnh 1

(ພາບ: baolongan.vn)

    ໂດຍແມ່ນໜຶ່ງໃນບັນດາໝູ່ບ້ານອາຊີບທີ່ເປັນມູນເຊື້ອມາແຕ່ດົນນານຢູ່ແຂວງ ລອງອານ, ໝູ່ບ້ານອາຊີບເຮັດກອງ ບິນອານ ໄດ້ສ້າງຕັ້ງຂຶ້ນເມື່ອທ້າຍສັດຕະວັດທີ IX. ກອງ ບິນອານ ມີຊື່ສຽງທັງໃກ້ ແລະ ໄກ ຍ້ອນມີຮູບແບບຫຼາກຫຼາຍ, ທົນທານ, ງາມຕາ ແລະ ສຽງດັງທຸ້ມ, ສຽງຂຶ້ນລົງຕ່າງກັບບັນດາໝູ່ບ້ານເຮັດກອງອື່ນໆ. ປະຈຸບັນ, ໝູ່ບ້ານອາຊີບເຮັດກອງ ບິນອານ ຍັງມີນັບສິບຄອບຄົວເຮັດອາຊີບນີ້ ແຕ່ມີຊື່ສຽງທີ່ສຸດແມ່ນວົງຕະກຸນ ຫງວຽນ ແລະ ຜູ້ດີເດັ່ນຂອງວົງຕະກຸນນີ້ແມ່ນທ່ານ ຫງວຽນວັນເມັນ, ຮາກຖານການຜະລິດ ນຳເມັນ ຊື່ງແມ່ນຮາກຖານເຮັດກອງແຫ່ງທຳອິດ ໄດ້ສ້າງຕັ້ງຂຶ້ນຢູ່ໝູ່ບ້ານອາຊີບເຮັດກອງ ບິນອານ. ເພື່ອເຮັດໄດ້ກອງໜ່ວຍໜຶ່ງ, ນາຍຊ່າງຕ້ອງຜ່ານກ່ວາ 20 ຂັ້ນຕອນດ້ວຍມື. ທ່ານ ຫງວຽນວັນອານ, ຮາກຖານເຮັດກອງ ຕືອານ, ລູກຊາຍຂອງທ່ານ ນຳເມັນ ແບ່ງປັນວ່າ:

  ຂັ້ນຕອນທີ 1 ແມ່ນເລື່ອຍໄມ້, ຫຼັງຈາກນັ້ນຈະເບັດໃຫ້ເປັນຮູບວົງມົນ, ເອົາໄປກົບໃຫ້ພຽງ, ປະກອບເຂົ້າເປັນໜ່ວຍກອງ, ແລ້ວຕ້ອງຂັດເຫຼື້ອມຂັດເງົາ.  ເມື່ອກົບແລ້ວຈະຕິດເສັ້ນຫວາຍໃສ່ ດຶງເຂົ້າໃຫ້ແໜ້ນ ແລະ ເອົາໜັງຫຸ້ມ. ເຮັດກອງຮັບໃຊ້ການຟ້ອນສິງໂຕ ຈະຕ່າງກັບກອງທຳມະດາ ແລະ ຮຽກຮ້ອງໃຫ້ນາຍຊ່າງຕ້ອງມີສີມືທີ່ຄ່ອງແຄ້ວກວ່າ.

ໝູ່​ບ້ານ​ອາ​ຊີບ​ເຮັດ​ກອງ ບິນ​ອານ - ảnh 2

(ພາບ: TTXVN)

 ຕາມບັນດານາຍຊ່າງ, ໄມ້ເພື່ອເຮັດກອງ ບິນອານ ແມ່ນໄມ້ຊາວ (Golden Oak) ຫລື ໄມ້ຕົ້ນມີ້ທີ່ໄດ້ຕາກໃຫ້ແຫ້ງ, ແທກຕັດ, ເບັດເປັນວົງມົນ, ຈັດການປ້ອງກັນມອດກິນ ແລ້ວຈຶ່ງປະກອບເຂົ້າກັນເປັນໜ່ວຍກອງ. ຍາກທີ່ສຸດໃນບັນດາຂັ້ນຕອນເຮັດກອງແມ່ນຫຸ້ມໜັງ. ໜັງເຮັດກອງຕ້ອງແມ່ນໜັງຄວາຍສົດທີ່ມີອາຍຸກ່ວາ 10 ປີ, ບໍ່ໄດ້ໃຊ້ໜັງທີ່ໄດ້ກະກຽມໄວ້ກ່ອນແລ້ວ. ເມື່ອຂູດໜັງ, ນາຍຊ່າງຕ້ອງເຮັດຢ່າງລະອຽດລະອໍ, ຄ່ອງແຄ້ວທີ່ສຸດ. ຫຼັງຈາກນັ້ນ, ນາຍຊ່າງຈຶ່ງເອົາໜັງທີ່ເຮັດງາມດີແລ້ວນັ້ນໄປປູຕິດເປັນໜ້າກອງ. ພິເສດ, ຢາກໃຫ້ສຽງກອງດັງທຸ້ມ, ກ່ອນທີ່ຈະຕິດໜັງເປັນໜ້າກອງ, ໜັງຕ້ອງໄດ້ຂູດຢ່າງລະອຽດ. ຍ້ອນມີເຕັກນິກປະກອບໄມ້ຢ່າງຄ່ອງແຄ້ວ, ມີເຂັດລັບຂູດໜັງ ຈຶ່ງສ້າງເປັນຄວາມແຕກຕ່າງໃຫ້ກອງແຕ່ລະໜ່ວຍຂອງໝູ່ບ້ານ ບິນອານ. ອີກເຂັດລັບໜຶ່ງ ນັ້ນແມ່ນ ໜ່ວຍຂອງກອງໄດ້ຕິດເຂົ້າກັນຢ່າງແໜ້ນໜາດີ ຍ້ອນບັນດາປ່ຽວໄມ້ໄດ້ກົບຢ່າງລະອຽດ ບໍ່ໄດ້ໃຊ້ກາວຕິດ.              ນາຍຊ່າງ ຫງວຽນວັນອານ ໃຫ້ຮູ້ວ່າ:   

     ປະຈຸບັນ, ກອງສິລະປະກອນຟ້ອນສິງໂຕມີຄວາມຮຽກຮ້ອງເຄັ່ງຄັດທີ່ສຸດ, ນາຍຊ່າງຕ້ອງມີສີມືສູງ ຈຶ່ງເຮັດບັນດາຜະລິດຕະພັນຕອບສະໜອງຄວາມຕ້ອງການຂອງຕະຫຼາດໄດ້. ກອງຮັບໃຊ້ການຟ້ອນສິງໂຕຂອງພວກຂ້າພະເຈົ້າ ມີຮູບແບບງາມຕາ, ຕອບສະໜອງຄວາມຕ້ອງການຂອງຕະຫຼາດພາຍໃນປະເທດ ແລະ ໂລກໄດ້.

    ໃນໂອກາດກະກຽມໃຫ້ວັນບຸນໄຫ້ວພະຈັນ ແລະ ບຸນປີໃໝ່, ໝູ່ບ້ານອາຊີບກອງ ບິນອານ ແມ່ນມີຄວາມຄຶກຄື້ນກ່ວາໝູ່. ມີລົດຂົນສົ່ງກອງໄປຂາຍຢູ່ທົ່ວທຸກແຫ່ງ. ທ່ານນາງ ບຸ່ຍທິເຟື້ອງ, ປະທານຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ຕາແສງ ບິນລ້າງ ໃຫ້ຮູ້ວ່າ:

   ເດືອນທັນວາປີ 2023, ກອງຮັບໃຊ້ຟ້ອນສິງໂຕ ນຳເມັນ ໄດ້ຮັບການຮັບຮູ້ແມ່ນຜະລິດຕະພັນ OCOP (ໂຄງການແຫ່ງຊາດ ໜຶ່ງຕາແສງ ໜຶ່ງຜະລິດຕະພັນ). ນີ້ແມ່ນຄວາມເປັນກຽດຂອງຕາແສງ ບິນລ້າງ, ທາງຕາແສງຈະພະຍາຍາມຜະລິດກອງໃຫ້ໄດ້ຫຼາຍກວ່າອີກ.

   ຍ້ອນໄດ້ເຮັດດ້ວຍມືທັງໝົດ ພ້ອມກັບເຂັດລັບໃນການເຮັດອາຊີບນັ້ນ, ກອງ ບິນອານ ດ້ວຍສຽງດັງທຸ້ມທີ່ເປັນເອກະລັກພິເສດ ຈິ່ງໄດ້ຮັບຄວາມນິຍົມຊົມຊອບຈາກຕະຫຼາດພາຍໃນ ແລະ ຕ່າງປະເທດ. ໂດຍໄດ້ຮັບການສ້າງຕັ້ງ ແລະ ພັດທະນາຜ່ານເວລາເກືອບ 200 ປີ, ອາຊີບເຮັດກອງຢູ່ໝູ່ບ້ານ ບິນອານ ພວມໄດ້ຮັບການຮັກສາ, ສືບທອດ ເພື່ອໃຫ້ສຽງກອງໄດ້ດັງກ້ອງໄປໄກ./.

 

 

ຕອບກັບ

ຂ່າວ/ບົດ​ອື່ນ