(VOVWORLD) - ໂດຍຫ່າງຈາກໃຈກາງນະຄອນ ຮ່າໂນ້ຍ ພຽງ 10 ຫຼັກ, ກໍ່ມີໝູ່ບ້ານບູຮານແຫ່ງໜຶ່ງທີ່ຕັ້ງຢູ່ແຄມຝັ່ງແມ່ນຳ້ແດງ ມາຮອດປະຈຸບັນຍັງຄົງຮັກສາຮູບເດີມໄວ້ໄດ້. ນັ້ນແມ່ນໝູ່ບ້ານ ດົງງາກ, (ຊາວຫວຽດເດີມເອີ້ນວ່າໝູ່ບ້ານແກແວ້) ທີ່ມີຊື່ສຽງຂອງເມືອງຫຼວງທັງລອງ.
ໝູ່ບ້ານ ດົງງາກ |
ໝູ່ບ້ານ ດົງງາກ ມີປະຫວັດແຫ່ງການພັດທະນາມາເປັນເວລາ 400 ກວ່າປີ, ປະຈຸບັນແມ່ນຂຶ້ນກັບເມືອງ ຕື່ລຽມເໜືອ, ຮ່າໂນ້ຍ. ການສ້າງຕັ້ງຂອງໝູ່ບ້ານ ແມ່ນຕິດພັນກັບວິວັດແຫ່ງການພັດທະນາຂອງເມືອງຫຼວງ ທັງລອງໃນເມື່ອກ່ອນ. ແຕ່ລະຄຸ້ມບ້ານໃນໝູ່ບ້ານລ້ວນແຕ່ມີປະຕູໂຂງຢູ່ທາງໜ້າ ແລະ ທາງຫຼັງ, ປະຕູຢູ່ທາງໜ້າແມ່ນມຸ່ງອອກສູ່ແມ່ນຳ້ແດງ ແລະ ປະຕູຢູ່ທາງຫຼັງແມ່ນມຸ່ງອອກສູ່ເຂດທົ່ງນາ, ນີ້ແມ່ນສະຖາປັດຕະຍະກຳເຊິ່ງຊາວບູຮານຖືວ່າເໝາະສົມກັບຮວງຈຸ້ຍ. ຢູ່ລຽບຕາມເສັ້ນທາງເຂົ້າບ້ານ, ແມ່ນບັນດາຮ່ອມທາງນ້ອຍທີ່ມີຊື່ເດີມຄື: ຮ່ອມບ້ານ ງາກ, ຮ່ອມບ້ານ ແວ້, ຮ່ອມບ້ານ ດົງ… ບັນດາເສັ້ນທາງປູດິນຈີ່ທັງໝົດໃນໝູ່ບ້ານ ລ້ວນແຕ່ແມ່ນການປະກອບກຳລັງແຮງງານຂອງຊາວບ້ານ. ຕາມຮີດຄອງປະເພນີໃນເມື່ອກ່ອນ. ເພື່ອເອົາຜົວ, ຜູ້ສາວໃນໝູ່ບ້ານຕ້ອງປະກອບດິນຈີ່ເພື່ອປູທາງ, ຜູ້ລະ 300 ກ້ອນ, ຍ້ອນເຫດນັ້ນເສັ້ນທາງປູດິນຈີ່ໃນບ້ານຈຶ່ງນັບມື້ນັບຍາວອອກ ແລະ ຂະຫຍາຍໄປທົ່ວ.
ປະຈຸບັນ, ໝູບ້ານ ດົງງາກ ຍັງຄົງຮັກສາຫໍບູຊາວົງຕະກຸນໄວ້ນັບສິບແຫ່ງ ແລະ ເຮືອນບູຮານຫຼາຍຫຼັງ. ໂດຍແມ່ນເຂດດິນທີ່ໄດ້ກຳເນີດຜູ້ເກັ່ງກ້າສາມາດ, ຜູ້ເປັນອາດຍາເຈົ້ານາຍໃນສະໄໝລາຊະວົງ ເລ, ໝາກ ຫງວຽນ...ຫຼາຍຄົນ. ຍ້ອນເຫດນັ້ນ, ບັນດາເຮືອນຢູ່ທີ່ນີ້ຈຶ່ງໄດ້ຮັບການກໍ່ສ້າງດ້ວຍຂອບຂະໜາດໃຫຍ່, ລະອຽດລະອໍ, ເສົາເຮືອນເຮັດດ້ວຍໄມ້ປະເສີດເຊັ່ນ: ໄມ້ດູ່, ໄມ້ຈິກ…ບັນດາເສົາໄມ້, ຄຳຜະຫຍາເທິງປ້າຍໄມ້ທີ່ທາສີແດງ ແລະ ຟອກຄຳໃນເມື່ອກ່ອນ, ປະຈຸບັນຍັງບໍ່ທັນຕົກສີເທື່ອ. ທ່ານ ໂດ້ກວົກຫຽນ, ເປັນເຈົ້າວົງຕະກຸນ ໂດ້, ໃນໝູ່ບ້ານ ດົງງາກ, ໃຫ້ຮູ້ວ່າ:
“ໝູ່ບ້ານ ແວ້ ໃນເມື່ອກ່ອນມີ 6 ຄຸ້ມບ້ານ, ປະຈຸບັນແບ່ງເປັນ 4 ໜ່ວຍຊຸມຊົນ. ຢູ່ໝູ່ບ້ານ ແວ້ ຍັງມີເຮືອນທີ່ມີມາກ່ອນນີ້ 100 ກວ່າປີປະມານ 100 ຫຼັງ. ເຮືອນບູຮານຂອງຊາວ ຫວຽດນາມ ເຄີຍມີ 3 ຫ້ອງ ພ້ອມກັບຫ້ອງຂ້າງອີກ 2 ຫ້ອງ. ຫ້ອງຢູ່ໃຈກາງໃຊ້ເປັນບ່ອນບູຊາບັນພະບຸລຸດ. ຜູ້ເປັນເຈົ້າວົງຕະກຸນເຄີຍເຝົ້າ, ເບິ່ງແຍງດູແລເຮືອນ, ເຮືອນນັ້ນເອີ້ນວ່າເຮືອນບູຊາ. ຢູ່ປະຕູເຮືອນບູຊາເຄີຍມີຫົວປື້ມກັບຄັນປາກກາ… ຫຼືມີບັນດາຄຳຜະຫຍາ, ແນໃສ່ຕັກເຕືອນລູກຫຼານພະຍາຍາມຮຳ່ຮຽນຕາມແບບຢ່າງຂອງບັນພະບຸລຸດ, ເສີມຂະຫຍາຍມູນເຊື້ອຂອງຄອບຄົວ, ວົງຕະກຸນ.”
ດົງງາກ-ໝູ່ບ້ານບູຮານຢູ່ທັງລອງ-ຮ່າໂນ້ຍ |
ໃນລະບົບບັນດາເຮືອນບູຮານຢູ່ ດົງງາກ, ມີການປະສານກັນລະຫວ່າງສະຖາປັດຕະຍະກຳ ຝລັ່ງ - ຫວຽດນາມ. ດ້ວຍການສະຫຼັບກັນລະຫວ່າງບັນດາຫໍບູຊາວົງຕະກຸນທີ່ໄດ້ຮັບການກໍ່ສ້າງຕາມສະຖາປັດຕະຍະກຳທີ່ເປັນມູນເຊື້ອຂອງຝ່າຍຕາເວັນອອກ ກັບບັນດາເຮືອນວີນລາທີ່ໄດ້ຮັບການກໍ່ສ້າງນັບແຕ່ຕົ້ນສະຕະວັດທີ XX ຕາມສະຖາປັດຕະຍະກຳ ຝລັ່ງ. ນັ້ນແມ່ນເຮືອນຂອງບັນດາປັນຍາຊົນຄົ້ນຄ້ວາຝ່າຍຕາເວັນຕົກ ຫຼືບັນດານັກທຸລະກິດທີ່ໄດ້ຮັບຜົນດີ. ນີ້ກໍ່ແມ່ນໜຶ່ງໃນບັນດາຈຸດພິເສດຂອງໝູ່ບ້ານບູຮານ ດົງງາກ.
ສາລາ ດົງງາກ ຫຼື ສາລາ ແວ້, ແມ່ນປູຊະນີຍະສະຖານລະດັບຊາດ, ແມ່ນໜຶ່ງໃນບັນດາກິດຈະກຳທີ່ເປັນເອກະລັກຂອງໝູ່ບ້ານ ດົງງາກ. ສາລາໄດ້ຮັບການກໍ່ສ້າງນັບແຕ່ປີ 1635, ເພື່ອບູຊາອໍລະຫັນສາມ 3 ອົງ, ແລະ ບຸລຸດຜູ້ມີປັນຍາເລີດຫຼາຍຄົນຂອງໝູ່ບ້ານ, ສາລາແຫ່ງນີ້ໄດ້ຮັກສານາມສະກຸນຂອງຜູ້ທີ່ເສັງໄດ້ຄະແນນສູງໃນການສອບເສັງໂດຍເຈົ້າຊີວິດຈັດຕັ້ງ 100 ຄົນ. ສາລາ ແວ້ ຍັງຮັກສາຮູບແກະສະຫຼັກດ້ວຍໄມ້ 48 ແຜ່ນ, ໃນນັ້ນມີ 8 ແຜ່ນໄດ້ວາດພາບບັນດາຂະແໜງອາຊີບທີ່ພັດທະນາໃນສັງຄົມສັກດີນາ. ໃນສາລາບ້ານມີສີລາເລກ 7 ແຜ່ນ, ໃນນັ້ນໄດ້ຈາລຶກຂະບວນວິວັດ
ແຫ່ງການກໍ່ສ້າງ, ປະຕິສັງຂອນສາລາ. ທ່ານ ຟ້າມກວາງດ້າຍ, ຜູ້ມີອາຍຸສູງໃນໝູ່ບ້ານ, ໃຫ້ຮູ້ວ່າ:
“ຖ້າສັງເກດຈາກບ່ອນສູງລົງມາກໍ່ເຫັນວ່າສາລາບ້ານ ແວ້ ມີຮູບຄ້າຍຄືຫົວມັງກອນໂຕໜຶ່ງ. ປະຕູເຂົ້າສາລາເບິ່ງຄືວ່າແມ່ນດັງມັງກອນ, ນ້ຳສ້າງສອງແຫ່ງເປັນສັນຍາລັກໃຫ້ຕາທັງສອງຂອງມັງກອນ, ຫໍບູຊາຄືເດັ່ງຈອມຫົວມັງກອນ, ສ່ວນທາງຫຼັງຫໍບູຊາປຽບເໝືອນວ່າແມ່ນຄໍມັງກອນ.”
ວັດ ແວ້ ໄດ້ຮັບການກໍ່ສ້າງໃນສະຕະວັດທີ 18, ນີ້ກໍ່ແມ່ນປູຊະນີຍະສະຖານວັດທະນະທຳ ປະຫວັດສາດລະດັບຊາດ, ດ້ວຍສະຖາປັດຕະຍະກຳພິເສດ. ໃນວັດມີເຄື່ອງຂອງບູຊາທີ່ປະເສີດຫຼາຍຢ່າງ. ພໍ່ເຖົ້າ ຟານຈາກທວດ, ຊາວບ້ານ ເເວ້, ເລົ່າສູ່ຟັງວ່າ:
“ໝູ່ບ້ານ ແວ້ ມີປະຫວັດສາດ, ວັດທະນະທຳມາແຕ່ດົນນານ. ບັນດາສາລາ, ວັດວາອາຮາມທີ່ໄດ້ຮັບການກໍ່ສ້າງແຕ່ສະໄໝລາຊະວົງ ເລ ມີຄວາມໃຫຍ່ໂຕໂອໂຖງ ແລະ ສວຍງາມ, ສ່ວນຫໍບູຊາທີ່ເກົ່າແກ່ຂອງຫຼາຍວົງຕະກຸນກໍ່ເຕັມໄປດ້ວຍສິລະປະທີ່ເປັນເອກະລັກສະເພາະ. ຊາວໝູ່ບ້ານ ແວ້ ມີມູນເຊື້ອວັດທະນະທຳ, ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ. ໃນຊຸມວັນບຸນຂອງໝູ່ບ້ານ ປະຊາຊົນຍັງຮັກສາຄວາມໄວ້ເນື້ອເຊື່ອໃຈວ່າບັນພະບຸລຸດຈະດົນບັນດານໃຫ້ເຂົາເຈົ້າມີຊີວິດຢູ່ເຢັນເປັນສຸກ ແລະ ມີຄວາມວັດທະນາຖາວອນຢູ່“.
ມາຮອດປະຈຸບັນ, ໝູ່ບ້ານ ດົງງາກ ຍັງຄົງຮັກສາພະລາຊະບັນຍັດ 45 ສະບັບແຕ່ສະໄໝລາຊະວົງ ເລ ເຖິງສະໄໝລາຊະວົງ ຫງວຽນ ໄວ້ຢູ່. ດົງງາກ ແມ່ນໝູ່ບ້ານໜຶ່ງດຽວຢູ່ ຫວຽດນາມ ທີ່ຍັງຮັກສາພະລາຊະບັນຍັດໃນສະໄໝເຈົ້າຊີວິດ ກວາງຈຸງ (1753 - 1792) ໄວ້ຄືເກົ່າ. ຊາວບ້ານ ດົງງາກ ເຄົາລົບ, ແລະ ມີຄວາມເອກອ້າງທະນົງໃຈເມື່ອໄດ້ຮັກສາບັນດາພະລາຊະບັນຍັດຂອງໝູ່ບ້ານຕົນ, ເພາະວ່ານີ້ແມ່ນມໍລະດົກວັດທະນະທຳເຊິ່ງບັນພະບຸລຸດໄດ້ສ້າງໄວ້.