ຕາແສງບິ່ນມິງ, ເມືອງຄ໋ວາຍເຈົາ, ແຂວງຮຶງອຽນ ສຳເລັດການກໍ່ສ້າງຊົນນະບົດໃໝ່

(vovworld) – ​ໂດຍ​ຕັ້ງ​ຢູ່​ທາງ​ທິດ​ຕາ​ເວັນ​ຕົກ​ເມືອງ​ຄ໋ວາຍ​ເຈົາ, ບິ່ງ​ມິ​ງ​ ແມ່ນ​ໜຶ່ງ​ໃນ​ບັນດາ​ຕາ​ແສງ​ນຳ​ໜ້າ​ໃນ​ຂະ​ບວນການ​ກໍ່ສ້າງ​ຊົນນະບົດ​ໃໝ່​ຂອງ​ແຂວງ​ຮຶງອຽນ. ​ໂດຍ​ໄດ້​ຮັບ​ການ​ເລືອກ​ເຟັ້ນ​ແມ່ນ 1 ​ໃນ 2 ຕາ​ແສງ​ປະຕິບັດ​ທົດ​ລອງ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່​ໃນ​ໄລຍະ 2011 – 2013, ຕາມ​ຄາດໝາຍ​ທີ່​ໄດ້​ວາງ​ອອກ, ​ໃນ​ປີ 2013 ນີ້, ບິ່ງ​ມິ​ງ ຈະ​ປະຕິບັດສຳ​ເລັດ​​ໂຄງການ​ກໍ່ສ້າງ​ຊົນນະບົດ​ໃໝ່ ດ້ວຍ 19 ມາດຖານ.

ຕາແສງບິ່ນມິງ, ເມືອງຄ໋ວາຍເຈົາ, ແຂວງຮຶງອຽນ ສຳເລັດການກໍ່ສ້າງຊົນນະບົດໃໝ່ - ảnh 1

ທາງຄົມມະນາຄົມຊົນນະບົດຢູ່ຕາແສງບິ່ງມິງໄດ້ຮັບການກໍ່ສ້າງດ້ວຍເບຕົງ

(ພາບ: ອິນເຕີແນດ)

        ​ເມື່ອ​ໄປຕາ​ແສງ​ບິ່ງ​ມິ​ງ, ພວກ​ເຮົາ​ເຫັນ​ວ່າ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ຢູ່​ທີ່​ນີ້​ມີ​ການ​ປ່ຽນ​ແປງຫຼາຍ​ຢ່າງ. ມາ​ຮອດ​ປະຈຸ​ບັນ, ບິ່ງ​ມິ​ງ ​ໄດ້​ວາງ​ແຜນ​ກຳນົດ​ທີ່​ດິນ ​ແລະ ​ໂຄງ​ລ່າງ​ທີ່​ຈຳ​ເປັນ ​ເພື່ອ​ຮັບ​ໃຊ້​ໃຫ້​ແກ່​ການ​ພັດທະນາ​ການ​ຜະລິດ, ​ໂຄງ​ລ່າງ​ເສດຖະກິດ - ສັງຄົມ​, ​ໃນຕາ​ແສງ​ໄດ້ມີ​ໄປສະນີ ​ໂທລະ​ຄົມ, ອິນ​ເຕີ​ແນ​ດ​ແລ້ວ ​ແລະ ບໍ່​ມີ​ເຮືອນ​ມຸ້ງ​ຫຍ້າຝາ​ດິນ​ອີກ. ຕາ​ແສງ​ມີ 3 ບ້ານ ລ້ວນ​ແຕ່​ໄດ້​ຮັບ​ການ​ຮັບຮອງ​ວ່າ​ແມ່ນ​ບ້ານ​ວັດທະນະທຳ. ​ໃນ​ຫຼາຍ​ປີຜ່ານມາ​ວຽກ​ງານ​ຮັກສາ​ຄວາມ​ສະຫງົບ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ຍາມ​ໃດ​ກໍ່​ຮັບປະກັນ… ດ້ວຍ​ທິດ​ນຳ​ທີ່​ວ່າ, ລັດ ​ແລະ ປະຊາຊົນ​ພ້ອມ​ກັນ​ເຮັດ, ບັນດາ​ບ້ານ​ໃນ​ຕາ​ແສງ ​ໄດ້​​ກໍ່ສ້າງ​ທາງ​ເບ​ຕົງ​ກວ່າ 12 ກມ, ດ້ວຍ​ຍອດ​ມູນ​ຄ່າ​ເກືອບ 8 ຕື້​ດົ່ງ, ​ໃນ​ນັ້ນ​ປະຊາຊົນ​ປະກອບ​ປະມານ 3 ຕື້​ດົ່ງ, ມີ​ຫຼາຍ​ຄອບຄົວ​ໄດ້​ສະຫງວນທີ່​ດິນ​ເພື່ອ​ເປີດ​ກວ້າງ​ທາງ​ຄົມມະນາຄົມ. ທ່ານ ຫງວຽນ​ວັນ​ຈິ້ງ, ຢູ່​ຕາ​ແສງ​ບິ່ງ​ມິ​ງ ​ໄດ້​ສະຫງວນ​ທີ່​ດິນ​ນັບ​ສິບ​ແມັດ ​ແລະ ບໍລິຈາກ​ເງິນ 3 ລ້ານ​ດົ່ງ ​ເພື່ອ​ກໍ່ສ້າງ​ທາງ​ເບ​ຕົງ​ລະຫວ່າງ​ບ້ານ. ທ່ານ​ແບ່ງປັນ​ວ່າ:

        “ພວກ​ຂ້າພະ​ເຈົ້າ​ຕອບ​ສະໜອງ​ຂະ​ບວນການ​ກໍ່ສ້າງ​ຊົນນະບົດ​ໃໝ່​ ເພື່ອ​ກໍ​ສ້າງ​ທາງ​ຄົມມະນາຄົມ​​ໃຫ້ກວ້າງຂວາງ, ສວຍ​ງາມກວ່າ ​ແລະ ສ້າງ​ຄວາມ​ສະດວກ​ໃຫ້​ແກ່​ການໄປມາ​ກວ່າ. ກ່ອນ​ນີ້, ທາງ​ຕາ​ແສງ​ໄດ້ກໍ່ສ້າງ​ທາງ​ກວ້າງ 1,5 – 2 ​ແມັດ​ແລ້ວ, ​ແຕ່​ປະຈຸ​ບັນ​ເສັ້ນທາງ​ນີ້ໄດ້​ຮັບ​ການ​ເປີດ​ກວ້າງ​ອອກ 3 ​ແມັດ. ​ໂດຍ​ແມ່ນ​ຊາວ​ກະ​ສີກ​ອນຜູ້​ໜຶ່ງ​ໃນຕາ​ແສງ​, ພວກ​ເຮົາຕ່າງ​ກໍ່​ສະໜັບສະໜູນ​ຂະ​ບວນການ​ຕ່າງໆ​ຂອງ​ອຳນາດ​ການ​ປົກຄອງ​ຕາ​ແສງ“

        ພ້ອມ​ກັບ​ການ​ລົງທຶນ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ, ທາງ​ຕາ​ແສງ​ກໍ່​ເອົາ​ໃຈ​ໃສ່​ເຖິງການ​ຍົກ​ສູງ​ຊີວິດ​ທາງ​ດ້ານ​ວັດທະນະທຳ, ຈິດ​ໃຈ, ສາທາລະນະ​ສຸກ, ການ​ສຶກສາ… ​ໃຫ້​ແກ່​ປະຊາຊົນ. ບັນດາ​ຂະ​ບວນການ “ທົ່ວ​ປວງ​ຊົນ​ສາມັກຄີ​ກໍ່ສ້າງ​ຊີວິດ​ທາງ​ດ້ານ​ວັດທະນະທຳ​ໃນ​ເຂດ​ຊຸມ​ຊົນ“, ຮູບ​ແບບ​ເຂດ​ຊຸມ​ຊົນ “ກົມກຽວ​ປອງ​ດອງ, ລົບ​ລ້າງ​ຄວາມ​ອຶດ​ຫີ​ວ ຫຼຸດຜ່ອນ​ຄວາມທຸກ​ຍາກ ​ແລະ ປົກ​ປັກ​ຮັກສາ​ສິ່ງ​ແວ​ດລ້ອມ“ ​ໄດ້​ຮັບ​ການ​ສະໜັບສະໜູນ ​ແລະ ປະຕິບັດ​ຈາກ​ປະຊາຊົນ. ຕີ​ລາຄາ​ກ່ຽວ​ກັບ​ວຽກ​ງານ​ກໍ່ສ້າງ​ຊົນນະບົດ​ໃໝ່ຂອງ​ຕາ​ແສງ​ບິ່ງ​ມິ​ງ, ທ່ານ ​ເລ​ຈ້ອງ​ບິ່ງ, ຮອງ​​ປະທານຄະນະກຳມະການປະຊາຊົນ​ເມືອງ, ຮອງ​ຫົວໜ້າ​ຄະນະ​ຊີ້​ນຳ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່ຢູ່​ເມືອງ ຄ໋ວາຍ​ເຈົາ, ​ໃຫ້​ຮູ້​ວ່າ:

        “ບັນລຸ​ໄດ້ຜົນສຳ​ເລັດ​ຄື​ດັ່ງກ່າວ ​ແມ່ນ​ຍ້ອນ​ວ່າ​ຄະນະ​ຊີ້​ນຳ, ຄະນະ​ຄຸ້ມ​ຄອງ​ຕາ​ແສງ​​ໄດ້​ປະຕິບັດ​ວຽກ​ງານ​ໂຄສະນາ​ດີ​ທີ່​ສຸດ ​ເພື່ອ​ໃຫ້​ປະຊາຊົນ​ເຂົ້າ​ໃຈ​ໄດ້​ຈຸດປະສົງ, ຄວາມ​ໝາຍ​ຂອງ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່. ​ໃນຂະ​ບວນການ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ, ປະຊາຊົນຫຼາຍ​ຄົນ​ໄດ້​ສະຫງວນ​ທີ່​ດິນ​ຂອງ​ຕົນ​ເພື່ອກໍ່ສ້າງ​ທາງ​ຄົມມະນາຄົມ. ຕາມ​ແຜນການ​ແລ້ວ, ​ເຖິງ​ປີ 2013, ຕາ​ແສງ​ບິ່ງ​ມິ​ງພະຍາຍາມ​ປະຕິບັດ​ໃຫ້ສຳ​ເລັດ​ການ​ກໍ່ສ້າ​ງຊົນນະບົດ​ໃໝ່​ໂດຍ​ພື້ນຖານ“.

​        ​ໃນ​ການ​ພັດທະນາ​ເສດຖະກິດ, ຊາວ​ບິ່ງ​ມິ​ງ​ມີ​ໄຫວ​ພິບ​ໃນ​ການ​ຫັນປ່ຽນ​ຜົນລະປູກ, ລ້ຽງສັດ, ຜະລິດ​ປຸງ​ແຕ່ງ​ຜະລິດ​ຕະພັນ​ກະ​ເສດ, ດຳ​ເນີນ​ທຸລະ​ກິດ, ການ​ບໍລິການ, ​ເສີມ​ຂະຫຍາຍ​ປະສິດທິ​ຜົນ​ຂອງ​ທີ່​ດິນ, ສຸມ​ໃສ່​ການ​ກໍ່ສ້າງ​ຕົ້ນ​ໄມ້​ໃຫ້​ໝາກ​ທີ່​ມີ​ມູນ​ຄ່າ​ເສດຖະກິດ​ສູງ. ລາຍ​ຮັບ​ຂອງ​ຫຼາຍ​ຄອບຄົວ​ໃນ​ບໍລິ​ເວນ​ຕາ​ແສງ​ບັນລຸ​ນັບ​ຮ້ອຍ​ລ້ານ​ດົ່ງ/ປີ. ທ່ານ​ຟ້າ​ມວັນ​ເຟືອງ, ປະທານ​ສະມາຄົມ​ຊາວ​ກະ​ສີກ​ອນຕາ​ແສງ​ບິ່ງ​ມິ​ງ, ​ໃຫ້​ຮູ້​ວ່າ, ​ເພື່ອ​ໄດ້​ຮັບ​ຜົນງານ​ໃນ​ວຽກ​ງານ​ກໍ່ສ້າງ​ຊົນນະບົດ​ໃໝ່, ​ແມ່ນ​ຍ້ອນ​ໄດ້​ຮັບ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ, ການ​ສະໜັບສະໜູນ​ຂອງ​ປະຊາຊົນ​ທຸກ​ຄົນ.

        “​ໃນ​ປີ 2013, ຕາ​ແສງ​ບິ່ງ​ມິ​ງ ສືບ​ຕໍ່​ປຸກລະດົມ, ​ໂຄສະນາ, ຂົນຂວາຍ, ປະກອບສ່ວນ​ຕື່ນ​ອີກ ​ເພື່ອ​ກໍ່ສ້າງເສັ້ນທາງ​ລະຫວ່າງ​ຕາ​ແສງຕາ​ມມາດຖານ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່ ​ແນ​ໃສ່​ປະຕິບັດ​ສຳ​ເລັດ 19 ມາດຖານ​ທີ່​ໄດ້​ວາງ​ອອກ. ຂ້າພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ, ດ້ວຍ​ຄວາມ​ຕັດສິນ​ໃຈ​ສູງຂອງ​ທຸກ​ຂະ​ແໜງ, ທຸກ​ຂັ້ນ, ທັງ​ຕາ​ແສງ​ຈະ​ປະຕິບັດ​ສຳ​ເລັດ​ 5 ມາດຖານ​ທີ່​ຍັງ​ເຫຼືອ​ຢ່າງ​ແນ່ນອນ“

        ປະຈຸ​ບັນ, ການ​ນຳ​ຕາ​ແສງ​ບິ່ງ​ມິ​ງ ພວມ​ສຸມ​ໃສ່​ຊີ້​ນຳ ​ແລະ ​ແນະນຳ​ໃຫ້​ພໍ່​ແມ່​ປະຊາຊົນ​​ປະຕິບັດ​ໃຫ້​ສຳ​ເລັດ 5 ມາດຖານ​ທີ່​ຍັງ​ເຫຼືອ ​ເພື່ອ​ສຳ​ເລັດ​ໂຄງການ​​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່. ​ໃນ​ນັ້ນ​ສຸມ​ໃສ່​ການ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ​ຄົມມະນາຄົມ, ຊົນລະປະທານ, ຫໍ​ວັດທະນະທຳ, ປັບປຸງ​ສິ່ງ​ແວດ​ລ້ອມ ​ແລະ ຍົກ​ສູງ​ລາຍ​ຮັບ​ໃຫ້​ແກ່​ປະຊາຊົນ. ຕາ​ແສງ​ບິ່ງ​ມິ​ງ ພວມ​ສືບ​ຕໍ່​ໂຄສະນາ ​ເພື່ອ​ໃຫ້​ປະຊາຊົນ​ທຸກ​ຄົນ​ເຂົ້າ​ໃຈ​ແຈ້ງ​ຈຸດປະສົງ, ຄວາມ​ໝາຍ, ສະຕິ​ຄວາມ​ຮັບຜິດຊອບ, ປະກອບສ່ວນ​ເຂົ້າ​ໃນ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່… ດ້ວຍ​ຄວາມ​ມານະ​ພະຍາຍາມ, ຄວາມ​ຕັດສິນ​ໃຈ​ຂອງ​ຄະນະ​ພັກ, ອຳນາດ​ການ​ປົກຄອງ ​ແລະ ປະຊາຊົນ, ຕາ​ແສງ​ບິ່ງ​ມິ​ງພວມ​ມີ​ບາດກ້າວ​ພັດທະນາ​ຢ່າງ​ໝັ້ນຄົງ ​ແລະ ຈະ ​ປະຕິບັດ​ສຳ​ເລັດ​ບັນດາ​ມາດຖານ​ກ່ຽວ​ກັບ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່​ໃນ​ປີ 2013 ຢ່າງ​ແນ່ນອນ.

ຕອບກັບ

ຂ່າວ/ບົດ​ອື່ນ