ນ້ຳສ້າງໃນຊີວິດທາງຈິດວິນຍານຂອງຊາວຫວຽດນາມ
ຮູບພາບຕົ້ນໄຮ, ນ້ຳສ້າງ, ສາລາບ້ານ ໄດ້ກາຍເປັນສັນຍາລັກຂອງບ້ານນາຫວຽດນາມ. ນ້ຳສ້າງບໍ່ພຽງແຕ່ແມ່ນແຫ່ງສະໜອງນ້ຳໃຫ້ທັງໝູ່ບ້ານເທົ່ານັ້ນ, ຫາກຍັງແມ່ນແຫ່ງດຳເນີນຊີວິດຫຼາຍຢ່າງຂອງປະຊາຊົນໃນໝູ່ບ້ານອີກດ້ວຍ. ໃນຊຸມປີມໍ່ໆມານີ້, ໃນຂະບວນການຫັນເປັນຕົວເມືອງ, ມີຫຼາຍໝູ່ບ້ານໄດ້ຮັບການກໍ່ສ້າງຢ່າງໃຫຍ່ໂຕໂອໂຖງແລະສວຍງາມ, ຊ້ຳບໍ່ໜຳເຂົາເຈົ້າໄດ້ມີນ້ຳປະປາໃຊ້ແລ້ວກໍ່ຕາມ, ແຕ່ນ້ຳສ້າງຍັງຄົງແມ່ນສັນຍາລັກທີ່ຍາກຈະຫຼົງລືມໄດ້ຢູ່ເຂດບ້ານນາ.
ໃນຈິດວິນຍານຂອງຊາວຫວຽດນາມ, ຖ້າຫາກວ່າຕົ້ນໄຮມີສິ່ງສັກສິດ, ວັດວາອາຮາມມີພະພຸດເຈົ້າແລ້ວ, ນ້ຳສ້າງຈະແມ່ນສັນຍາລັກແຫ່ງພະລັງຊີວິດ. ຢູ່ເຂດບ້ານນາ, ນ້ຳສ້າງກໍ່ມີຮູບຮ່າງ ແລະ ຄວາມໝາຍທີ່ແຕກຕ່າງກັນ. ບັນດານ້ຳສ້າງທີ່ມີຮູບຈັດຕຸລັດ, ແມ່ນສັນຍາລັກໃຫ້ເຈົ້າແມ່, ເຊິ່ງແຫຼ່ງນ້ຳຕົ້ນຕໍ່ແມ່ນນ້ຳນົມເພື່ອລ້ຽງດູໃຫ້ມະນຸດເຕີບໃຫຍ່. ສ່ວນນ້ຳສ້າງຮູບມົນ ແມ່ນສັນຍາລັກໃຫ້ດວງຕາເວັນ, ສ່ວນນ້ຳສ້າງທີ່ມີຮູບໄຂ່ປຽບເໝືອນແວ່ນແຍງທີ່ສ່ອງແສງເຖິງຊີວິດສັນຕິສຸກຢູ່ເຂດບ້ານນາ. ທ່ານ ເຈິ່ນມິງເຍືອງ, ນັກຄົ້ນຄ້ວາວັດທະນະທຳພື້ນເມືອງ, ໃຫ້ຮູ້ວ່າ:
”ເຂດທົ່ງພຽງພາກເໜືອເວົ້າລວມ ແລະເຂດ ດ່ວາຍ ເວົ້າສະເພາະ, ພິເສດແມ່ນຢູ່ເມືອງ ດານເຟື້ອງ, ຮ່ວາຍດຶກ ໃນປະຈຸບັນຍັງຄົງມີຮ່ອງຮອຍຂອງບັນດານ້ຳສ້າງບູຮານ ເຊິ່ງໄດ້ຮັບການກໍ່ສ້າງດ້ວຍຫີນໜາມນໍ່, ຫີນທຳມະດາ, ດ້ວຍຫຼາຍຮູບທີ່ແຕກຕ່າງກັນ. ພິເສດແມ່ນຢູ່ບັນດາເຂດສາລາ, ວັດວາອາຮາມ, ຫໍບູຊາ, ເຂດສຸສານ ລ້ວນແຕ່ມີນ້ຳສ້າງຢູ່ຕໍ່ໜ້າ, ອັນໄດ້ເຮັດໃຫ້ນ້ຳສ້າງເຫຼົ່ານັ້ນມີຄວາມສັກສິດ”
ບັນດານ້ຳສ້າງບູຮານລ້ວນແຕ່ຕິດພັນກັບເທບນິຍາຍທີ່ມີລັກສະນະວັດທະນະທຳມະນຸດ, ສະແດງໃຫ້ເຫັນຈິດວິນຍານຂອງວົງຄະນາຍາດ. ຢູ່ພູ ເຈິນເຊີນ (ແຂວງ ກວາງນິງ) ມີ ”ນ້ຳສ້າງຫວຽດ”, ທີ່ມີມານັບແຕ່ສະໄໝທຳອິດແຫ່ງການກໍ່ສ້າງປະເທດ, ນ້ຳສ້າງຍາມໃດກໍ່ແມ່ນສັນຍາລັກແຫ່ງພະລັງຊີວິດທີ່ຍືນຍົງຄົງຕົວຕະຫຼອດໄປ. ສ່ວນໃນເຂດວິຫານເຈົ້າຊີວິດ ຮຸ່ງ (ແຂວງ ຟູ໋ທໍ້) ກໍ່ມີວິຫານ ນ້ຳສ້າງ, ແມ່ນແຫ່ງບູຊາລາຊະທິດາ ງອກຮວາ ແລະ ລາຊະທິດາ ຕຽນຢູງ. ຕາມເລື່ອງລາວທີ່ເລົ່າຂານກັນມາວ່າ, ນ້ຳສາງເລົ່ານັ້ນແມ່ນແວ່ນແຍງຂອງລາຊະທິດາຂອງພະນາງຂອງເຈົ້າຊີວິດ ຮຸ່ງ ສະໄໝທີ 18. ສິ່ງທີ່ໜ້າສົນໃຈນັ້ນແມ່ນ, ບັນດານ້ຳສ້າງຢູ່ໃນໝູ່ບ້ານ, ນ້ຳສ້າງຢູ່ສາລາບ້ານ, ຢູ່ວັດເກືອບທັງໝົດລ້ວນແຕ່ໄດ້ຮັບການກໍ່ສ້າງຕາມຫຼັກ ”ຫວາງຈຸ້ຍ” ຂອງຄົນໃນສະໄໝກ່ອນ. ທ່ານ ຫງວຽນຕ້າວ, ນັກຄົ້ນຄ້ວາພື້ນເມືອງ ຮ່າໂນ້ຍ, ໃຫ້ຮູ້ວ່າ:
”ວັດ ຫາຍຢາກ ຕັ້ງຢູ່ກ້ຳຂວາແມ່ນ້ຳ ເຍ້(Nhue) ປຽບເໝືອນໂຕມັງກອນ. ເມື່ອກໍ່ສ້າງວັດ, ເຂົາເຈົ້າໄດ້ໃຫ້ກໍ່ສ້າງນ້ຳສ້າງສອງແຫ່ງປຽບເໝືອນຄູ່ຕາຂອງມັງກອນ ຫຼືເອີ້ນວ່ານ້ຳສ້າງເພັດ. ຄູ່ຕາມັງກອນແມ່ນຕິດພັນກັບແມ່ນ້ຳ ເຍ້. ໃນແຕ່ລະເດືອນ, ແຕ່ລະປີ, ບັນດາສາລາ, ວັດວາອາຮາມ, ຫໍບູຊາໃນເຂດ ລ້ວນແຕ່ເອົານ້ຳຈາກນ້ຳສ້າງເພັດນີ້ມາເພື່ອບູຊາອໍລະຫັນ, ພະພຸດ, ຊ້ຳບໍໜຳມີບາງຄອບຄົວກໍ່ໄດ້ນຳເອົານ້ຳຈາກນ້ຳສ້າງແຫ່ງນີ້ມາຄອບຄົວເພື່ອບູຊາບັນພະບຸລຸດ… ທັງໝົດເຫຼົ່ານັ້ນແມ່ນຕິດພັນກັບຊີວິດທາງຈິດວິນຍານ”.
(ພາບ:http://dailyinfo.vn)
ນັບແຕ່ດົນນານມາແລ້ວ, ນ້ຳສ້າງບໍ່ພຽງແຕ່ແມ່ນຕາຂອງດິນ, ຫາກຍັງແມ່ນຫົວໃຈ, ແມ່ນວິນຍານຂອງເຂດບ້ານນາ. ນ້ຳສ້າງບໍ່ພຽງແຕ່ສ້າງສະພາບແຫ່ງຄວາມສັນຕິສຸກໃຫ້ແກ່ເຂດບ້ານນາເທົ່ານັ້ນ, ຫາກຍັງແມ່ນແຫ່ງສະໜອງແຫຼ່ງນ້ຳທີ່ໄສເຢັນໃຫ້ທັງໝູ່ບ້ານອີກດ້ວຍ… ຢູ່ ເດືອ່ງເລິມ, ເຊີນໄຕ, ຮ່າໄຕ ໃນປະຈຸບັນຍັງຄົງຮັກສານ້ຳສ້າງແຫ່ງໜຶ່ງ ທີ່ມີຊື່ວ່າ ”ຂໍນ້ຳນົມ”, ເຖິງວ່ານ້ຳສ້າງນີ້ນ້ອຍໆເທົ່າກັບກຸບຂອງຜູ້ຍິງກໍ່ຕາມ, ແຕ່ນັບພັນປີມານີ້ຍາມໃດມັນກໍ່ມີນ້ຳເຕັມແລະໄສເຢັນ. ບັນດາຜູ້ເປັນແມ່ຢູ່ໝູ່ບ້ານ ເດື່ອງເລິມ ເມື່ອຂາດນ້ຳນົມເພື່ອລ້ຽງລູກ ເຄີຍຈັດພິທີຂໍນ້ຳນົມຢູ່ທີ່ນີ້, ພາຍຫຼັງດື່ມນ້ຳໃນນ້ຳສ້າງນີ້ແລ້ວ ຈະມີນ້ຳນົມຢ່າງພຽງພໍເພື່ອລ້ຽງລູກ. ສ່ວນເຕົ້າຮູ້ ເມີ ຖ້າບໍ່ນຳໃຊ້ນ້ຳຈາກນ້ຳສ້າງ ບ້ານ ມາຍດົ້ງເພື່ອຜະລິດ ມັນຈະບໍ່ຫອມ, ແຊບ ແລະມີຊື່ສຽງຄືໃນປະຈຸບັນໄດ້. ບັນດາຜູ້ເຖົ້າຜູ້ແກ່ຢູ່ໝູ່ບ້ານ ຢ໋ຽມ ເຊິ່ງແມ່ນແຫ່ງກຳເນີດທຳນອງເພງ ກວານຮໍ້ ບັກນິງ ກໍ່ເລົ່າສູ່ຟັງວ່າ, ຢາກມີສຽງຂັບມ່ວນ ແມ່ນຕ້ອງດື່ມນ້ຳຈາກນ້ຳສ້າງ ເພັດ ນັບແຕ່ເວລາຍັງນ້ອຍ.
ໃນຊີວິດປະຈຳວັນ, ຍາມໃດນ້ຳສ້າງກໍ່ແມ່ນຮູບພາບທີ່ມີຄວາມໃກ້ສິດສະໜິດສະໜົມກັບຊາວນາ. ເກືອບຄືວ່າມື້ໃດກໍ່ມີຄົນມາເອົານ້ຳຈາກນ້ຳສ້າງ, ດັ່ງນັ້ນ, ນ້ຳສ້າງຈຶ່ງກາຍເປັນແຫ່ງພົບປະ, ໂອ້ລົມຂອງປະຊາຊົນໃນໝູ່ບ້ານ. ໃນຄ່ຳຄືນວັນເພງ, ມີນາງສາວຫຼາຍຄົນໄດ້ເລືອກເອົານ້ຳສ້າງແມ່ນແຫ່ງເພື່ອນັດພົບກັບແຟນ, ນ້ຳສ້າງໄດ້ກາຍເປັນແຫ່ງນັດພົບກັນຂອງບ່າວສາວຫຼາຍຄູ່. ຜ່ານການເວລາ, ນ້ຳສ້າງໄດ້ເປັນຕົວພະຍານ, ເປັນສັກຂີພິຍານບັນດາເຫດການປ່ຽນແປງອັນໃຫຍ່ຫຼວງຢູ່ໃນໝູ່ບ້ານ, ຕາແສງ.
ບັນດານ້ຳສ້າງປຽບເໝືອນແວ່ນແຍງທີ່ຈົດຈຳບັນດາອະນຸສອນ, ຄວາມໄຝ່ຝັນຫຼາຍຢ່າງ. ພ້ອມກັບຮູບພາບຕົ້ນໄຮ, ທ່ານ້ຳ, ເດີ່ນສາລາ, ນ້ຳສ້າງຍັງຄົງແມ່ນຮູບພາບອັນໃກ້ສິດສະໜິດສະໜົມ ເພື່ອໃຫ້ຜູ້ທີ່ໄປເຮັດວຽກຢູ່ຫ່າງໄກຈາກບ້ານເກີດເມືອງນອນ, ເມື່ອຄິດຮອດບ້ານ, ແມ່ນບໍ່ອາດຫຼົງລືມຮູບພາບນ້ຳສ້າງໃນເຂດບ້ານນາໄດ້.
ໂຕຕ໋ວນ