ບ້ານຫຸ້ມຢູ່ເຊີນລາ ເຮັດບໍລິການທ່ອງທ່ຽວປະຊາຄົມ, ປະກອບສ່ວນກໍ່ສ້າງຊົນນະບົດໃໝ່

(vovworld) - ພັດທະນາ​ການທ່ອງທ່ຽວ​ປະຊາ​ຄົມ ດ້ວຍ​ການ​​ເສີມ​ຂະຫຍາຍ​ຄູນ​ຄ່າ​ວັດທະນະທຳ​ທີ່​ເປັນ​ມູນ​ເຊື້ອ​ປະຈຳ​ເຜົ່າ ​ແມ່ນ​ວິທີ​ເຊິ່ງຊາວ​ເຜົ່າ​ໄທ ຢູ່​ບ້ານ​ຫຸ້ມ, ຕາ​ແສງ​ຈ່ຽງຊົມ, ນະຄອນ​ເຊີນ​ລາ ພວມ​ປະຕິບັດ. ຈຳນວນ​ເງິນ​ໄດ້​ຮັບ​ຈາກ​ການ​ເຮັດບໍລິການທ່ອງທ່ຽວ​ແມ່ນ​ບໍ່​ທັນ​ຫຼາຍ, ​ແຕ່​ມັນ​ໄດ້​ເປີດ​ທິດ​ພັດທະນາໃໝ່​ໃຫ້​ບັນດາ​ໝູ່​ບ້ານ​ຢູ່​ເຂດ​ພູ​ສູງ​ເຊີນ​ລາ, ທາງ​ທິດຕາ​ເວັນ​ຕົກ​ສຽງ​ເໜືອ​ໃນ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່.

ບ້ານຫຸ້ມຢູ່ເຊີນລາ ເຮັດບໍລິການທ່ອງທ່ຽວປະຊາຄົມ, ປະກອບສ່ວນກໍ່ສ້າງຊົນນະບົດໃໝ່ - ảnh 1

ຟ້ອນແຊຮັບໃຊ້ນັກທ່ອງທ່ຽວຂອງສາວເຜົ່າໄທຢູ່ເຊີນລາ

(ພາບ: ອິນເຕີແນດ)

        ບ້ານ​ຫຸ້ມ, ຕາ​ແສງ​ຈ່ຽງສົມ ​ຢູ່​ຕິດ​ກັບ​ນະຄອນ​ເຊີນ​ລາ, ມີພົນລະ​ເມືອງ 125 ຄອບຄົວ, ​ເຊິ່ງສ່ວນ​ຫຼາຍ​ແມ່ນ​ຊາວ​ເຜົ່າ​ໄທ. ນັບ​ແຕ່ປີ 2012, ​ເມື່ອ​ແຂວງ​ເຊີນ​ລາ ​ເລືອກ​ເຟັ້ນ​ບ້ານ​ຫຸ້ມ ​ເປັນ​ບ້ານ​ປະຕິບັດ​ການທ່ອງທ່ຽວ​ປະຊາ​ຄົມ​ທົດ​ລອງ, ຊາວບ້ານ​ຫຸ້ມ​ ໄດ້​ຕັ້ງໜ້າ​ຮ່ຳຮຽນ​ວິທີ​ເຮັດ​ການ​ບໍລິການ​ທ່ອງ​ທ່ຽວ, ​​ເພື່ອ​ສາມາດແນະນຳ​​ຄວາມ​ງາມ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ຊາວ​ເຜົ່າ​ຕົນ ​ແລະ ​ເພີ່ມ​ລາຍ​ຮັບ​ຕື່ມ​ອີກໃຫ້ຊາວບ້ານ. ​ເລື່ອງ​ພັດທະນາ​ການທ່ອງທ່ຽວ​ຢູ່​ບ້ານ​ຫຸ້ມ ​ໄດ້​ຊ່ວຍ​ໃຫ້​ຊາວບ້ານ​ຫຼົຸດພົ້ນ​ອອກ​ຈາກ​ຄວາມທຸກ​ຍາກ​ເທື່ອ​ລະ​ກ້າວ, ສູ້​ຊົນ​ກໍ່ສ້າງ​ຊົນນະບົດ​ໃໝ່​ໃຫ້​ສຳ​ເລັດ. ​ໂດຍ​ແມ່ນ​ຊາວ​ກະ​ສີກ​ອນ, ປະຈຸ​ບັນ​ເຮັດ​ການ​ບໍລິການ​ທ່ອງ​ທ່ຽວ, ຊາວບ້ານບໍ່​ຊິນ​ເຄີຍ ​ແລະ ​ເປັນ​ຫ່ວງ​ເປັນ​ໃຍ​ນຳ​ວຽກ​ງານ​ນີ້ຫຼາຍ. ​ເອື້ອຍ ຫຼູ່ທິຈ້ຽນ, ສະມາຊິກ​ສະມາຄົມ​ແມ່​ຍິງ​ບ້ານຫຸ້ມ​ ຍັງ​ຈື່​ຈຳ​ວ່າ:

        “​ໃນ​ເບື້ອງ​ຕົ້ນ​ຂ້າພະ​ເຈົ້າ ​ແລະ ​ເອື້ອຍ​ນ້ອງ​ໃນ​ໝູ່​ບ້ານ​ເປັນ​ຫ່ວງ​ເປັນ​ໃຍ​ຫຼາຍ, ​ເພາະວ່າ​ຜູ້​ໃດ​ກໍ່​ຮູ້​ວ່າ​ເຮັດ​ການ​ບໍລິການ​ທ່ອງ​ທ່ຽວ​ແມ່ນ​ຍາກ​ກວ່າ​ເຮັດ​ວຽກ​ງານ​ກະ​ສີ​ກຳ​ຫຼາຍ, ​ແຕ່​ພາຍຫຼັງ​ໄດ້​ຮັບ​ການ​ແນະນຳ​ກ່ຽວ​ກັບ​ວິທີ​ສຳຜັດ, ​ໂຄສະນາ​ວັດທະນະທຳ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​​ເຜົ່າຕົນ​ແລ້ວ, ພວກ​ຂ້າພະ​ເຈົ້າ​​ໄດ້​ເຊື່ອ​ໝັ້ນ​ເຂົ້າ​ຮ່ວມ​ການ​ເຮັດວຽກ​ງານ​ບໍລິການ​ທ່ອງ​ທ່ຽວ“.

ບ້ານຫຸ້ມຢູ່ເຊີນລາ ເຮັດບໍລິການທ່ອງທ່ຽວປະຊາຄົມ, ປະກອບສ່ວນກໍ່ສ້າງຊົນນະບົດໃໝ່ - ảnh 2

ກອງສິລະປະໃນບ້ານຫຸ້ມ
(ພາບ: ອິນເຕີແນດ)

        ຊາວ​ໄທ​ ມີ​ວັດທະນະທຳ​ປະຈຳ​ເຜົ່າ​ທີ່​ເປັນ​ເອກະລັກ​ສະ​ເພາະ, ນັບ​ແຕ່​ອາຫານ​ການ​ກິນ ຕະຫຼອດ​ຮອດ​ຮີດຄອງ​ປະ​ເພນີ, ການ​ເຫລື້ອມ​ໃສ, ງານ​ບຸນ, ການ​ລະ​ຫຼິ້ນ... ຍ້ອນ​ເຫດ​​ນັ້ນ, ຄະນະ​ທ່ອງ​ທ່ຽວ​ປະຊາ​ຄົມ​ບ້ານ​ຫຸ້ມ ​ຈຶ່ງກຳນົດທິດ​ທາງ​ທຳ​ອິດ​​ໃນ​ການພັດທະນາ​ການທ່ອງທ່ຽວ​ແມ່ນຂຸດ​ຄົ້ນ​​ທ່າ​ແຮງ​ດ້ານ​ວັດທະນະທຳ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ເຜົ່າ​ຕົນ​. ດັ່ງ​ນັ້ນປະຈຸ​ບັນ​​, ​ເມື່ອມາ​ຢ້ຽມບ້ານ​ຫຸ້ມ, ນັກ​ທ່ອງ​ທ່ຽວບໍ່​ພຽງ​ແຕ່​ໄດ້​ຮັບ​ຊົມ​ບັນດາ​ລາຍການ​ສະ​ແດງ​ສິລະ​ປະ ດ້ວຍ​ວາດ​ຟ້ອນ​ແຊ ​ເຊິ່ງ​ແມ່ນ​ວາດ​ຟ້ອນ​ພື້ນ​ເມືອງ​ຂອງ​ເຜົ່າ​ໄທ ​ໂດຍ​ບັນດາສາວ​ໄທ ທີ່​ສວຍ​ງາມ​ສະ​ແດງເທົ່າ​ນັ້ນ, ຫາກ​ຍັງ​ໄດ້​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວປະຈຳ​ວັນ​ຂອງ​ຊາວ​ເຜົ່າ​ໂດຍ​ກົງ​ອີກ​ຄື: ​ເຮັດ​ໄຮ່, ລົງ​ຫ້ວຍ​ຈັບປາ, ຕ່ຳ​ຫຸກ, ​ແຕ່ງອາຫານ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ເຜົ່າ​ໄທ... ທ່ານ ກວາງ​ວັນ​ໂຂ, ຮອງ​ຫົວໜ້າ​ຄະນະ​ທ່ອງ​ທ່ຽວ​ບ້ານ​ຫຸ້ມ, ​ໃຫ້​ຮູ້​ວ່າ:

        “ສະ​ເພາະ​ອາຫານ​ການ​ກິນ, ບ້ານ​ຫຸ້ມ​ຂອງ​ພວກ​ຂ້າພະ​ເຈົ້າ​ກໍ່​ມີ​ອາຫານ​ແຊບນົວ​ຫຼາຍ​ເຍື່ອງ​ທີ່​ໄດ້​ຮັບ​ຄວາມ​ນິຍົມ​ຈາກ​ນັກ​ທ່ອງ​ທ່ຽວ. ພິ​ເສດ​ແມ່ນ​ເຂົ້າໜຽວ​ຫຼາຍ​ສີ, ​ເຂົ້າຫຼາມ, ປາ​ປິ້ງ, ​ແກງ​ໜັງ​ຄວາຍ... ນີ້​ແມ່ນ​ອາຫານ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ຊາວ​ເຜົ່າ​ໄທ ​ໃນ​ເມື່ອ​ກ່ອນ ​ແລະ ​ໃນ​ປະຈຸ​ບັນ“.

ບ້ານຫຸ້ມຢູ່ເຊີນລາ ເຮັດບໍລິການທ່ອງທ່ຽວປະຊາຄົມ, ປະກອບສ່ວນກໍ່ສ້າງຊົນນະບົດໃໝ່ - ảnh 3

ປິ້ງປາ - ອາຫານພື້ນເມືອງຂອງເຜົ່າໄທ
(ພາບ: ອິນເຕີແນດ)

        ​ເພື່ອ​ຊ່ວຍ​ພໍ່​ແມ່​ປະຊາຊົນ​ພັດທະນາ​ການທ່ອງທ່ຽວ, ​ແຕ່ລະ​ປີ​ພະ​ແນ​ກ ວັດທະນະທຳກິ​ລາ ​ແລະ ​ທ່ອງ​ທ່ຽວ ​ແຂວງ ​ເຊີນ​ລາ ​ໄດ້​ຈັດ​ຕັ້ງ​ຊຸດ​ເຝິກອົບຮົມ​ກ່ຽວ​ກັບ​ທັກ​ສະ​ໃນ​ການ​ແນະນຳ, ​ໂຄສະນາ​ວັດທະນະທຳ, ອາຫານ​ການ​ກິນ​ຂອງ​ຊົນ​ເຜົ່າ; ​ແບ່ງປັນ​ບົດຮຽນ​ໃນການ​ເຮັດບໍລິການທ່ອງ​ທ່ຽວ... ທ່ານ ກວາງ​ວັນ​ຝ່ອງ, ​ເຈົ້າ​ບ້ານໆ​ຫຸ້ມ, ​ໃຫ້​ຮູ້​ວ່າ, ນັບ​ແຕ່​ເຮັດ​ວຽກ​ງານ​ບໍ​ລິ​ການທ່ອງທ່ຽວ, ຊາວບ້ານ​ໄດ້​ມີ​ການ​ປ່ຽນ​ແປງ​ຫຼາຍຢ່າງ​ກ່ຽວ​ກັບ​ຄວາມ​ຮັບ​ຮູ້, ທາງ​ຄົມມະນາຄົມ​ໃນບ້ານ ກໍ່​ຄື​ສະພາບແວດ​ລ້ອມ​ໃນ​ບ້ານ​ ຍາມ​ໃດ​ກໍ່​ໄດ້​ຮັບ​ການ​ຮັກສາ​ຢ່າງ​ສະອາດ​ສວຍ​ງາມ. ​ໂດຍ​ກຳນົດ​ໄດ້​ວ່າ ​ທ່ອງ​ທ່ຽວ​ປະຊາ​ຄົມ​ແມ່ນ​ວິທີ​ກໍ່ສ້າງ​ຊົນນະບົດ​ໃໝ່, ປະກອບສ່ວນ​ຍົກ​ສູງ​ຊີວິດ​ທາງ​ດ້ານ​ວັດຖຸ ​ແລະ ຈິດ​ໃຈ​ໃຫ້​ແກ່​ຕົນ, ດັ່ງ​ນັ້ນ​ແຕ່ລະຄົນ​ໃນ​ບ້ານລ້ວນ​ແຕ່​ຕັ້ງໜ້າ​ເຂົ້າ​ຮ່ວມ, ນັບ​ແຕ່​ການ​ໂຄສະນາ, ການ​ຮຽນ​ວິທີ​ຖັກ​ແສ່ວ, ຕ່ຳ​ຫຸກຕະຫຼອດ​ຮອດ​ການ​ຟ້ອນ​ລຳ​ທຳ​ເພງ​ພື້ນ​ເມືອງ​ຂອງ​ເຜົ່າ​ໄທ, ການຄົ້ນ​ຫາ​, ​ໂຄສະນາ​ວັດທະນະທຳ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​​ເຜົ່າ​ຕົນ...ນອກ​ຈາກ​ປະ​ກອບ​ເຫື່ອ​ແຮງ​ເພື່ອ​ກໍ່​ສ້າງ​ເຮືອນ​ຮ້ານ​ຂອງ​ເຜົ່າ​ໄທ​​ໃຫ້​ເປັນ​ບ່ອນ​ເຄື່ອນ​ໄຫວ​ວັດ​ທະ​ນະ​ທຳ​ລວມ, ຮັກ​ສາ​ວັດ​ຖຸ​ເຄື່ອງ​ຂອງ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ເຜົ່າ​ໄທ​ຄື: ຊຸດ​ອາ​ພອນ, ກີ່​ຕ່ຳ​ຫຸກ, ເຄື່ອງ​ດົນ​ຕີ, ເຄື່ອງ​ມື​ຮັບ​ໃຊ້​ການ​ອອກ​ແຮງ​ງານ​ທຳ​ການ​ຜະ​ລິດ...ແລ້ວ, ຫຼາຍ​ຄອບ​ຄົວ​ໃນ​ບ້ານ​ຍັງ​ລົງ​ທຶນ​ບຸ​ລະ​ນະ​ເຮືອນ​ຢູ່​ເພື່ອ​ເຮັດ​ການ​ບໍ​ລິ​ການ​ຮັບ​ໃຊ້​ນັກ​ທ່ອງ​ທ່ຽວອີກ. ໃນ​ຕໍ່​ໜ້າ 100% ຈຳ​ນວນ​ຄອບ​ຄົວ​ໃນ​ບ້ານ​ຈະ​ເຮັດ​ວຽກ​ງານ​ບໍ​ລິ​ການ​ທ່ອງ​ທ່ຽວ​ປະ​ຊາ​ຄົມ. ອ້າຍກວາງວັນ​ຟ໋ອງ, ເຈົ້າ​ບ້ານໆ​ຫຸ່ມ, ໃຫ້​ຮູ້​ວ່າ:

        “ເມື່ອ​ແຂກ​ມາ​ຢ້ຽມ​ຢາມ​ບ້ານ​ຫຸ່ມ ຈະ​ນຳ​ມາ​ເຊິ່ງ​ຜົນ​ປະ​ໂຫຍດ​ທັງ​ດ້ານ​ວັດ​ຖຸ ແລະ ຈິດ​ໃຈ​ໃຫ້​ປະ​ຊາ​ຊົນ. ດັ່ງ​ນັ້ນ​ຄະ​ນະ​ທ່ອງ​ທ່ຽວ​ຂອງ​ບ້ານ​ກໍ່​ໄດ້​ປຶກ​ສາ​ຫາ​ລື​ແລະ​ ເຫັນ​ດີ​ນຳ​ກັນ​ວ່າ​ໃນ​ທ້າຍ​ປີ 2013 ແລະ ຕົ້ນ​ປີ 2014 ຈະ​ພະ​ຍາ​ຍາມ​ໃຫ້​ລູກຫຼານ​ຮຽນ​ຖັກ​ແສ່ວ, ຕ່ຳ​ຫ​ຸກ​ແພ​ພື້ນ​ເມືອງ, ຮຽນ​ຂັບ​ລຳ​ ແລະ ຟ້ອນ​ແຊ... ເພື່ອ​ຮັບ​ໃຊ້​ແຂກ​ທ່ອງ​ທ່ຽວ”.

ບ້ານຫຸ້ມຢູ່ເຊີນລາ ເຮັດບໍລິການທ່ອງທ່ຽວປະຊາຄົມ, ປະກອບສ່ວນກໍ່ສ້າງຊົນນະບົດໃໝ່ - ảnh 4

ເຮືອນຮ້ານທີ່ສະອາດຂອງເຜົ່າໄທ

(ພາບ: ອິນເຕີແນດ)

        ນັບ​ແຕ່​ປີ 2012 ມາ​ຮອດ​ປະ​ຈຸ​ບັນ, ບ້ານ​ຫຸ້ມ​ໄດ້​ຮັບນັກ​ທ່ອງ​ທ່ຽວ​ມາ​ຢາມ 20 ກວ່າ​ຄະ​ນະ, ໃນ​ນັ້ນ​ມີ​ຄະ​ນະ​ນັກ​ທ່ອງ​ທ່ຽວ​ສາ​ກົນ​ທີ່​ມາ​ຈາກ ສ​ເກົາຫຼີ, ຍີ່​ປຸ່ນ, ອົດ​ສະ​ຕາ​ລີ, ໂປ​ໂລຍ... ​ເຖິງວ່າຈຳ​ນວນ​ເງິນ​ທີ່​ໄດ້​ຮັບ​ຈາກ​ການ​ເຮັດ​ການ​ບໍ​ລິ​ການ​ທ່ອງ​ທ່ຽວ​ບໍ່​ທັນຫຼາຍ, ແຕ່​ການ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ​ຈາກ​ບັນ​ດາ​ຄູນ​ຄ່າ​ວັດ​ທະ​ນະ​ທຳ​ທີ່​ເປັນ​ມູນ​ເຊື້ອ​ພວມ​ແມ່ນ​ທິດ​ທາງ​ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ຢູ່​ບ້ານ​ຫຸ້ມ, ກໍ່​ຄື​ບັນ​ດາໝູ່​ບ້ານຢູ່​ເຂດ​ພູ​ສູງໄຕ​ບັກ (ທາງ​ທິດ​ຕາ​ເວັນ​ຕົກ​ສ່ຽງ​ເໜືອ).

ຕອບກັບ

ຂ່າວ/ບົດ​ອື່ນ