(vovworld) - ໃນຊຸມປີມໍ່ໆມານີ້, ຮູບແບບເສດຖະກິດສະຫະກອນໄດ້ມີການຫັນປ່ຽນຢ່າງເລິກເຊິ່ງ, ກວ້າງຂວາງ, ປະກອບສ່ວນສຳຄັນເຂົ້າໃນການເຕີບໂຕ, ການລົບລ້າງຄວາມອຶດຫີວ ຫຼຸດຜ່ອນຄວາມທຸກຍາກຢູ່ຫວຽດນາມ. ເຖິງຢ່າງໃດກໍ່ຕາມ, ດ້ວຍວິວັດແຫ່ງການຫັນໄປສູ່ພື້ນຖານການຜະລິດສິນຄ້າຂະໜາດໃຫຍ່, ເໝາະສົມກັບກົນໄກການຕະຫຼາດ ແລະ ການເຊື່ອມໂຍງເຂົ້າກັບເສດຖະກິດສາກົນນັ້ນ, ຮູບແບບສະຫະກອນກໍ່ຕ້ອງມີການຫັນປ່ຽນຢ່າງແຮງ.
ເຈລະຈາກ່ຽວກັບການກໍ່ສ້າງສະຫະກອນແບບໃໝ່ໃນຂົງເຂດກະສິກຳ
(ພາບ: ອິນເຕີແນດ)
ໄລ່ຮອດປີ 2014, ທົ່ວປະເທດມີສະຫະກອນ 10.400 ກວ່າແຫ່ງເຄື່ອນໄຫວໃນຂົງເຂດກະສິກຳ, ແຕ່ມີພຽງ 10% ຈຳນວນສະຫະກອນແມ່ນເຄື່ອນໄຫວຢ່າງມີປະສິດທິຜົນ, ມີການປ່ຽນໃໝ່ແບບວິທີເຄື່ອນໄຫວ, ນຳໃຊ້ຄວາມກ້າວໜ້າດ້ານເຕັກນິກເຂົ້າໃນການຜະລິດ ແລະ ຮ່ວມສຳພັນກັບວິສາຫະກິດຕ່າງໆເທົ່ານັ້ນ. ກົດໝາຍວ່າດ້ວຍສະຫະກອນໃໝ່ຢູ່ຫວຽດນາມ ໄດ້ຮັບການປະກາດໃຊ້ເມື່ອປີ 2012, ແຕ່ໃນ 2 ປີຜ່ານມາ, ຈຳນວນສະຫະກອນແບບໃໝ່ເພີ່ມຂຶ້ນບໍ່ຫຼາຍ; ໃນຂະນະນັ້ນ, ມີສະຫະກອນເກົ່າຫຼາຍແຫ່ງຖືກຍຸບເລີກຍ້ອນການເຄື່ອນໄຫວບໍ່ໄດ້ຮັບຜົນ. ສາຍເຫດຕົ້ນຕໍແມ່ນຍ້ອນບັນດາສະຫະກອນບໍ່ປ່ຽນແປງແບບວິທີເຄື່ອນໄຫວ, ສ່ວນຫຼາຍແມ່ນສຸມໃສ່ການສະໜອງບໍລິການສົ້ນເຂົ້າໃຫ້ແກ່ການຜະລິດກະສິກຳ. ໃນຂະນະນັ້ນ, ຢາກເຊື່ອມໂຍງເຂົ້າກັບສາກົນໃນການສົ່ງອອກ, ແມ່ນຕ້ອງຜ່ານຮູບແບບສະຫະກອນແບບໃໝ່ ຫຼືສະຫະພັນບັນດາສະຫະກອນ ຈຶ່ງສາມາດຂາຍສິນຄ້າ ສະໜອງຜະລິດຕະພັນດ້ວຍຂະໜາດໃຫຍ່, ມີເຄື່ອງໝາຍການຄ້າ, ແຫຼ່ງກຳເນີດ ແລະ ໄດ້ຮັບການຢັ້ງຢືນຮັບປະກັນຄຸນນະພາບ. ນີ້ກໍ່ແມ່ນເງື່ອນໄຂພື້ນຖານເພື່ອໃຫ້ຫວຽດນາມ ເຂົ້າຮ່ວມບັນດາສັນຍາການຄ້າເສລີກັບສາກົນ ເຊິ່ງໄດ້ຮັບການລົງນາມ ແລະ ພວມເຂົ້າຮ່ວມການເຈລະຈາ.
ໃນຊຸມປີກ່ອນນີ້, ເບິ່ງລວມແລ້ວ, ຮູບແບບສະຫະກອນແມ່ນການປະກອບທຶນ, ກຳລັງແຮງຂອງຊາວກະສິກອນ, ສະຫະກອນສ່ວນຫຼາຍແມ່ນເຮັດການກໍລິການໃຫ້ແກ່ຊາວກະສິກອນ. ດ້ວຍລັກສະນະຄືແນວນັ້ນ, ຂອບເຂດການເຄື່ອນໄຫວຂອງສະຫະກອນຈຶ່ງຖືກຈຳກັດ, ສ່ວນຫຼາຍແມ່ນສະໜອງດ້ວຍຕົນເອງ, ບໍ່ພົວພັນຫຼາຍກັບພາຍນອກ. ເມື່ອກ້າວເຂົ້າສູ່ໄລຍະຫັນກະສິກອນເປັນທັນສະໄໝ, ຜະລິດສິນຄ້າດ້ວຍຂະໜາດໃຫຍ່, ບັນດາຮູບແບບສະຫະກອນນັ້ນໄດ້ເກີດຫຼາຍສິ່ງທີ່ຍັງຄົງຄ້າງເຊັ່ນ: ກົງຈັກບໍ່ກະທັດລັດ, ເຮັດວຽກແບບກະແຈກກະຈາຍ, ບໍ່ເໝາະສົມກັບຕະຫຼາດ. ສິ່ງຈຳກັດຂອງສະຫະກອນແບບເກົ່າແມ່ນຜະລິດຕາມ “ຂະບວນການ“, ບາງເທື່ອຫຼາຍຄົນຜະລິດສິນຄ້າປະເພດດຽວ, ດັ່ງນັ້ນການສະໜອງຈຶ່ງເກີນຄວາມຕ້ອງການ. ຍ້ອນເຫດນັ້ນການສ້າງຕັ້ງສະຫະກອນແບບໃໝ່ ແລະ ການຮ່ວມສຳພັນບັນດາສະຫະກອນນຳກັນ ຈຶ່ງສາມາດເພີ່ມລັກສະນະແກ່ງແຍ້ງຜະລິດຕະພັນ, ທັງມີກົນໄກຄວບຄຸມ, ພະຍາກອນຄວາມຕ້ອງການຂອງຕະຫຼາດພາຍໃນ ແລະ ຕ່າງປະເທດໄດ້. ການເຄື່ອນໄຫວຂອງສະຫະກອນແບບໃໝ່ທັງເຮັດການບໍລິການ, ທັງດຳເນີນທຸລະກິດ ເພື່ອສ້າງຜົນກຳໄລໃຫ້ສະມາຊິກສະຫະກອນ, ບັນດາສະຫະກອນຕ້ອງມີຄວາມສາມາດເປີດກວ້າງການຜະລິດ ແລະ ເປັນເຈົ້າການຮ່ວມສຳພັນກັບຕະຫຼາດ, ວິສາຫະກິດ ແລະ ເອກະຊົນ ຈາກນັ້ນເພີ່ມລາຍຮັບ, ຮັກສາສິດຜົນປະໂຫຍດຂອງຊາວກະສິກອນ. ດ້ວຍຮູບແບບສະຫະກອນແບບໃໝ່, ກະສິກຳຫວຽດນາມ ຈະມີຄວາມສາມາດຫັນໄປສູ່ໄລຍະພັດທະນາໃໝ່, ມີລັກສະນະບຸກທະລຸ ແລະ ແກ້ໄຂສິ່ງທີ່ອ່ອນດ້ອຍ, ກີດຂວາງໄດ້. ໃນວິວັດແຫ່ງການກໍ່ສ້າງສະຫະກອນແບບໃໝ່ໄລຍະ 2015-2020, ລັດຖະບານຫວຽດນາມ ກໍ່ໄດ້ຊີ້ແຈ້ງວ່າ: ຈຳເປັນຕ້ອງປ່ຽນໃໝ່ຄວາມຮັບຮູ້ກ່ຽວກັບທີ່ຕັ້ງ, ບົດບາດ ແລະ ຄວາມສຳຄັນຂອງສະຫະກອນໃນພື້ນຖານເສດຖະກິດການຕະຫຼາດ. ທ່ານ ເວືອງດິ່ງເຫວ້, ຫົວໜ້າຄະນະເສດຖະກິດສູນກາງຊີ້ແຈ້ງວ່າ:
“ທຳອິດແມ່ນຕ້ອງແກ້ໄຂບັນຫາຄວາມຮັບຮູ້, ປ່ຽນໃໝ່ຈີນຕະນາການ. ຕ້ອງຮັບຮູ້ບົດບາດ, ຄວາມສຳຄັນ, ຄວາມສາມາດບົ່ມຊ້ອນຂອງເສດຖະກິດລວມໝູ່ເວົ້າລວມ, ຄວາມແຕກຕ່າງກັນລະຫວ່າງສະຫະກອນແບບເກົ່າ ແລະ ສະຫະກອນແບບໃໝ່, ຄວາມຮັບຮູ້ຂອງອຳນາດການປົກຄອງທຸກຂັ້ນທີ່ມີຕໍ່ການເຜີຍແຜ່, ຊາບຊືມກ່ຽວກັບການປະຕິບັດກົດໝາຍວ່າດ້ວຍສະຫະກອນ ແລະ ຫັນບັນດານະໂຍບາຍໃນປະຈຸບັນສຳລັບເສດຖະກິດລວມໝູ່ ແລະ ສະຫະກອນໃຫ້ປະກົດຜົນເປັນຈິງ“.
ຄວາມຈິງແລ້ວ, ຮູບແບບສະຫະກອນແບບໃໝ່ ຈະສ້າງກຳລັງໜູນ ຢ່າງແຮງ, ສ້າງບາດກ້າວບຸກທະລຸເພື່ອພັດທະນາກະສິກຳໃນປະຈຸບັນ, ເພາະວ່າມັນສົ່ງເສີມຄວາມເປັນເຈົ້າການ, ຫົວຄິດປະດິດສ້າງຂອງແຕ່ລະຄອບຄົວຊາວກະສິກອນໃນຫຼາຍຂົງເຂດເຊັ່ນ: ການປູກຝັງ, ລ້ຽງສັດ, ອາຊີບປະມົງ…, ພ້ອມກັນນັ້ນບັນດາຄອບຄົວກໍ່ໄດ້ຮັບການໜູນຊ່ວຍຢ່າງມີປະສິດທິຜົນຈາກລັດ, ສະຫະກອນ ເພື່ອຍົກສູງລັກສະນະແກ່ງແຍ້ງ, ທັງເສີມຂະຫຍາຍການຮ່ວມສຳພັນຢ່າງແຮງກັບວິສາຫະກິດ, ຕອບສະໜອງຄວາມຕ້ອງການຢ່າງພຽງພໍຂອງການເຊື່ອມໂຍງດ້ານການຄ້າກັບສາກົນ. ກ່ອນອື່ນໝົດ, ສະຫະກອນແບບໃໝ່ຈະສ້າງບາດກ້າວບຸກທະລຸໃຫ້ແກ່ການພັດທະນາກະສິກຳຫວຽດນາມ ຍ້ອນມັນສ້າງການກະທົບເຖິງຜົນປະໂຫຍດ 4 ຢ່າງເຊັ່ນ: ຜົນປະໂຫຍດຂອງ 10 ລ້ານຄອບຄົວຊາວກະສິກອນ, ຜົນປະໂຫຍດຂອງລັດ, ຜົນປະໂຫຍດຂອງວິສາຫະກິດ ແລະ ຜົນປະໂຫຍດຂອງປະເທດທີ່ມີການພົວພັນກັບຫວຽດນາມ.