(VOVWORLD) - ເພື່ອຜະລິດຕຸ້ມນົກໃຫ້ມີຄວາມໝັ້ນທົນ ແລະ ສວຍງາມນັ້ນ, ແມ່ນຕ້ອງມີຄວາມລະອຽດລະອໍໃນແຕ່ລະຂັ້ນຕອນຂອງການຜະລິດ
ໝູ່ບ້ານແກງແຮວກ, ຂຶ້ນກັບຕາແສງ ເຢິນຮ່ວາ, ເມືອງແທງອວາຍ, ຮ່າໂນ້ຍ ບໍ່ພຽງແຕ່ແມ່ນເຂດດິນທີ່ມີມູນເຊື້ອການສອບເສັງດ້ວຍຈໍຫງວນສອງຄົນເທົ່ານັ້ນ, ຫາກຍັງແມ່ນ ໝູ່ບ້ານທີ່ມີຊື່ສຽງໃນທົ່ວປະເທດດ້ວຍອາຊີບຜະລິດຕຸ້ມນົກອີກດ້ວຍ. ຕຸ້ມນົກຂອງໝູ່ບ້ານ ແກງແຮວກ ໄດ້ຮັບຄວາມນິຍົມທັງຢູ່ພາຍໃນ ແລະ ຕ່າງປະເທດ.
ອາຊີບຜະລິດຕຸ້ມນົກຢູ່ໝູ່ບ້ານແກງແຮວກ (ພາບອິນເຕີແນັດ) |
ອາຊີບຜະລິດຕຸ້ມນົກຢູ່ໝູ່ບ້ານ ແກງແຮວກ ແມ່ນມີມາກ່ອນນີ້ນັບຮ້ອຍປີແລ້ວ, ດ້ວຍການສືບທອດອາຊີບຈາກລຸ້ນພໍ່ຕໍ່ລຸ້ນອ້າຍ. ຜູ້ໄດ້ຮັບຖືວ່າແມ່ນບັນພະບຸລຸດຜູ້ປະດິດອາຊີບຜະລິດຕຸ້ມນົກນັ້ນແມ່ນນັກສິລະປະການ ຫງວຽນວັນຕີ໋. ລາວໄດ້ສອນອາຊີບນີ້ໃຫ້ລູກຊາຍຂອງຕົນແມ່ນ ຫງວຽນວັນງີ (ພໍ່ຕູ້ ບາມີ) ຜູ້ທີ່ມີ “ຝາມືຄຳ“. ປັດຈຸບັນ, ລູກຊາຍຂອງພໍ່ຕູ້ ບາມີ ແມ່ນ ທ່ານ ຫງວຽນວັນເງ້, ເປັນຜູ້ໜຶ່ງດຽວໃນໝູ່ບ້ານໄດ້ຮັບນາມມະຍົດວ່າແມ່ນ ນັກສິລະປະການ. ຍາມໃດທ່ານ ຫງວຽນວັນເງ້ ກໍ່ຮູ້ສຶກມີຄວາມເອກອ້າງທະນົງໃຈ ເພາະວ່າຄອບຄົວຂອງທ່ານເປັນກຽດທີ່ໄດ້ຜະລິດຕຸ້ມນົກນັບສິບຕຸ້ມຕາມ “ໃບສັ່ງຊື້“ ຂອງທ່ານ ຫວູກີ່, ເລຂາຂອງປະທານ ໂຮ່ຈີມິນ, ເພື່ອແຂວນຢູ່ເຂດເຮືອນຮ້ານໃນທຳນຽບປະທານປະເທດຢູ່ນະຄອນຫຼວງ ຮ່າໂນ້ຍ.
ຕຸ້ມນົກຂອງໝູ່ບ້ານ ແກງແຮວກ ຍາມໃດກໍ່ມີຈຸດທີ່ເປັນເອກະລັກສະເພາະ, ເຊິ່ງຢູ່ບ່ອນອື່ນຍາກທີ່ຈະປຽບທຽບໄດ້, ນັ້ນແມ່ນຄວາມໝັ້ນທົນ, ຄວາມງາມພິເສດ, ອັນໄດ້ສ້າງຄວາມດຶງດູດຜູ້ທີ່ມີຄວາມນິຍົມຊົມຊອບກັບການຫຼິ້ນນົກທີ່ສຸດ . ເພື່ອຜະລິດຕຸ້ມນົກໃຫ້ມີຄວາມໝັ້ນທົນ ແລະ ສວຍງາມນັ້ນ, ແມ່ນຕ້ອງມີຄວາມລະອຽດລະອໍໃນແຕ່ລະຂັ້ນຕອນຂອງການຜະລິດ. ນັກສິລະປະການ ຫງວຽນວັນເງ້, ໃຫ້ຮູ້ວ່າ:
“ວັດຖຸເພື່ອຜະລິດຕຸ້ມນົກແມ່ນໄມ້ໄຜ່, ໄມ້ເຮ້ຍ, ໄມ້ຊອດ. ໄມ້ຊອດຕ້ອງເອົາມາຈາກແຂວງ ກາວບັ່ງ, ໄມ້ໄຜ່ແມ່ນຊື້ຈາກແຂວງ ວິ້ງຟຸກ. ເມື່ອໄມ້ໄຜ່ຖືກນຳມາແມ່ນຕ້ອງຜ່າອອກ, ກວ້ນເຂົ້າແລ້ວໃສ່ໃນໝໍ້ເພື່ອຕົ້ມໃນເວລາ 12 ຊົ່ວໂມງ, ຫຼັງຈາກນັ້ນເອົາໄປແຊ່ໃສ່ຂີ້ຕົມແຕ່ 10 – 15 ວັນ ເພື່ອຮັບປະກັນໃຫ້ຕຸ້ມນົກມີຄວາມໝັ້ນທົນດີ. ຕຸ້ມນົກແຕ່ລະຊະນິດແມ່ນຕ້ອງເໝາະສົມກັບນົກແຕ່ລະປະເພດ“.
ເມື່ອມາຮອດຫົວບ້ານ, ນັກທ່ອງທ່ຽວສາມາດເຫັນໄດ້ບັນຍາກາດອຶກກະທຶກຄຶກໂຄມຂອງໝູ່ບ້ານອາຊີບ, ດ້ວຍຕຸ້ມນົກເປັນຈຳນວນຫຼວງຫຼາຍຖືກວາງເປັນແຖວຢູ່ທັງສອງຟາກທາງ. ບັນດານາຍຊ່າງເມົາມົວ, ດຸໝັ່ນຂະຫຍັນພຽນກັບວຽກງານເຫຼົາໄມ້ໄຜ່, ໄມ້ຊອດ ແລະ ສຽງກົນຈັກຕັດ, ເລື່ອຍສະໝຳ່ສະເໝີເນື່ອງນັນ. ອ້າຍ ຫງວຽນວັນແຄງ, ເຈົ້າຂອງໂຮງຈັກຜະລິດຕຸ້ມນົກໃຫຍ່ກວ່າໝູ່ໃນໝູ່ບ້ານ, ໃຫ້ຮູ້ວ່າ:
“ໄລຍະພັດທະນາທີ່ສຸດຂອງໝູ່ບ້ານແມ່ນກ່ອນນີ້ 5 ປີ. ແຕ່ລະວັນທັງໝູ່ບ້ານສາມາດຂາຍຕຸ້ມນົກໄດ້ 3.000 ຕຸ້ມ, ລົດໃຫຍ່ນັບສິບຄັນທີ່ຂົນສົ່ງຕຸ້ມນົກໄປຂາຍຢູ່ທົ່ວທຸກແຂວງຈາກເໜືອຮອດໃຕ້. ກ່ອນນີ້ທັງໝູ່ບ້ານລ້ວນແຕ່ຜະລິດຕຸ້ມນົກ, ແຕ່ປັດຈຸບັນມີປະມານ 500 ຄອບຄົວຜະລິດເທົ່ານັ້ນ. ຄອບຄົວຂ້າພະເຈົ້າຂາຍຍົກ, ຕຸ້ມນົກທີ່ມີຄຸນນະພາບສູງແມ່ນມີລາຄາແຕ່ 1,5 ລ້ານດົ່ງ, ສ່ວນຕຸ້ມທຳມະດາແມ່ນຂາຍໄດ້ 600 ພັນດົ່ງ. ຜະລິດຕະພັນໃນໂຮງຈັກຂ້າພະເຈົ້າບໍ່ພຽງແຕ່ຂາຍຢູ່ພາຍໃນປະເທດເທົ່ານັ້ນ, ຫາກຍັງຂາຍຢູ່ຕ່າງປະເທດຄື ສິງກະໂປ, ໄທ, ມາເລເຊຍ, ອົດສະຕາລີ ອີກດ້ວຍ. ໃນນັ້ນສິງກະໂປ ຊື້ຕຸ້ມນົກຫຼາຍກວ່າໝູ່, ແຕ່ລະເດືອນຊື້ປະມານ 50-70 ຕຸ້ມ “.
ອາຊີບຜະລິດຕຸ້ມນົກຢູ່ໝູ່ບ້ານແກງແຮວກ (ພາບອິນເຕີແນັດ) |
ຕຸ້ມນົກຂອງໝູ່ບ້ານ ແກງແຮວກ ມີຄວາມອຸດົມສົມບູນ, ດ້ວຍຫຼາຍຮູບຫຼາຍແບບ, ຫຼາຍຂະໜາດຄື: ຕຸ້ມນົກຮູບວົງມົນ, ຮູບຈັດຕຸລັດ, ຮູບທາດປີລະມິດ… ຜະລິດຕະພັນຕຸ້ມນົກມີຄວາມລະອຽດລະອໍຈາກແຕະໄມ້ໄຜ່ຕະຫຼອດຮອດພື້ນ. ໄມ້ໄຜ່ແຕ່ລະດີ້ວຖືກເຫຼົານ້ອຍ, ສະເໝີກັນ. ສ່ວນພື້ນແມ່ນເຮັດດ້ວຍໄມ້ຈັນ ແລະ ໄມ້ມີ້ຍ້ອນມັນອ່ອນສະຫຼັກງ່າຍ ແລະບໍ່ເປັນປວກເປັນມອດ. ບັນດາລວດລາຍໃນຕຸ້ມໄດ້ຮັບການສະຫຼັກຢ່າງລະອຽດຄ່ອງແຄ້ວ ເພື່ອສະທ້ອນໃຫ້ເຫັນບັນດາເລື່ອງລາວໃນເມື່ອກ່ອນຄືເລື່ອງມັງກອນ 5 ໂຕຍາດຊີງເພັດມະນີໜ່ວຍໜຶ່ງ; ອໍລະຫັນ 18 ອົງ, ຫຼືອີງໃສ່ພາບພື້ນເມືອງ ດົງໂຮ່ຄື: ງານແຕ່ງດອງຂອງໜູ; ຮູບສັດມົງຄຸນ 4 ໂຕ: ມັງກອນ, ສິງໂຕ, ເຕົາ, ໂຕຫົງຄຳ…ໃນນັ້ນລະອຽດລະອໍທີ່ສຸດແມ່ນຮູບນາງເທວະດາ 8 ອົງ. ອ້າຍ ເຈິ່ນວັນຖາວ, ຜູ້ທີ່ເຄີຍຜະລິດຕຸ້ມນົກຢູ່ໝູ່ບ້ານ ແກງແຮວກ,ໃຫ້ຮູ້ວ່າ:
“ການຜະລິດຕຸ້ມນົກຕ້ອງຜ່ານຫຼາຍຂັ້ນຕອນຄື: ເຫຼົາໄມ້ດີ້ວ, ເຈາະຮູ, ດັດໃຫ້ກົ່ງ, ສ້າງໂຄງຕຸ້ມ, ສະຫຼັກຕີນ, ທານຳ້ມັນ… ໃນບັນດາຂັ້ນຕອນດັ່ງກ່າວຕ້ອງເຮັດຢ່າງລະອຽດຄ່ອງແຄ້ວທີ່ສຸດ, ໂຄງຕຸ້ມຕ້ອງຕັ້ງຊື່, ມີຄວາມສົມສ່ວນກັນ ຕຸ້ມນົກຈຶ່ງງາມ. ໝູ່ບ້ານ ແກງແຮວກ ໄດ້ມີການປັບປຸງ, ປ່ຽນໃໝ່ຮູບແບບຜະລິດຕະພັນ. ສະນັ້ນຕຸ້ມນົກຈຶ່ງໄດ້ຮັບຄວາມນິຍົມຊົມຊອບ ແລະ ມີຄວາມເຊື່ອໝັ້ນຈາກລູກຄ້າເປັນຈຳນວນຫຼວງຫຼາຍ“.
ຜະລິດຕະພັນຕຸ້ມນົກຂອງໝູ່ບ້ານ ແກງແຮວກ ໄດ້ມີເຄື່ອງໝາຍການຄ້າ. ຍ້ອນມີສີມືແຮງງານທີ່ດີຈາກບັນດານາຍຊ່າງ, ຕຸ້ມນົກຈຶ່ງກາຍເປັນບັນດາຜະລິດຕະພັນສິລະປະຢ່າງແທ້ຈິງ. ໃນເມື່ອກ່ອນໝູ່ບ້ານຍັງມີອາຊີບຜະລິດວີເຈ້ຍອີກ. ແຕ່ປັດຈຸບັນມີຫຼາຍຄອບຄົວໄດ້ຫັນມາຜະລິດຕຸ້ມນົກເພື່ອຮັບໃຊ້ຄວາມຕ້ອງການນັບມື້ນັບຫຼາຍຂອງຕະຫຼາດ. ຊີວິດຂອງປະຊາຊົນໃນໝູ່ບ້ານ ແກງແຮວກ ນັບມື້ນັບດີຂຶ້ນຍ້ອນອາຊີບທີ່ໄດ້ຮັບການສືບທອດຈາກບັນພະບຸລຸດ.