ໃນປະຫວັດສາດ, ຈູເດົ້າ ແມ່ນເຂດບ້ານນາທີ່ສັນຕິສຸກ ເຊິ່ງຕັ້ງຢູ່ຝັ່ງຊ້າຍແມ່ນ້ຳທ້າຍບິ່ງ, ດິນສັນດອນຢູ່ທີ່ນີ້ອຸດົມສົມບູນ, ດັ່ງນັ້ນອາຊີບກະສີກຳຈຶ່ງພັດທະນາທີ່ສຸດ. ຕາມພົງສາວະດານແລ້ວ, ”ຈູເດົ້າ” ມີຄວາມໝາຍວ່າ ”ທ່າເຮືອ”, ດັ່ງນັ້ນຈູເດົ້າ ເຄີຍແມ່ນແຫ່ງທີ່ມີກ່ຳປັ່ນ, ເຮືອແພໄປມາຄ້າຂາຍຢ່າງຄຶກໂຄມໜາແໜ້ນ, ຊີວິດຂອງຊາວຈູເດົ້າ ກໍ່ສົມບູນພູນສຸກພໍສົມຄວນ. ຈົນຮອດເດືອນ 4 ປີ 1986, ຢູ່ໝູ່ບ້ານຈູເດົ້າ, ບັນດານັກຄົ້ນຄ້ວາໄດ້ຊອກເຫັນບັນດາວັດຖຸພັນ, ເຕົາເຜົາເຄື່ອງເຄືອບບູຮານ, ທີ່ສະແດງໃຫ້ເຫັນວ່າ ນີ້ແມ່ນແຫ່ງຜະລິດເຄື່ອງເຄືອບດິນເຜົາທີ່ບັນລຸມາດຕະຖານສູງ. ການຄົ້ນພົບອາຊີບຜະລິດເຄື່ອງເຄືອບດິນເຜົາບູຮານຢູ່ຈູເດົ້າ ບໍ່ພຽງແຕ່ເຮັດໃຫ້ວົງການນັກວິຊາການຮູ້ສຶກແປກປະຫຼາດໃຈເທົ່ານັ້ນ, ຫາກຍັງຊ່ວຍໃຫ້ປະຊາຊົນທ້ອງຖີ່ນຊອກຮູ້ອະດີດຕະການທີ່ຮຸ່ງເຮືອງເຫຼືອງເຫຼື້ອມຂອງບັນພະບຸລຸດໃນໝູ່ບ້ານຂອງຕົນອີກດ້ວຍ. ທ່ານຫງວຽນມິນຕື່, ຜູ້ມີອາຍຸສູງໃນໝູ່ບ້ານຈູເດົ້າ, ເລົ່າສູ່ຟັງວ່າ:
”ນັບແຕ່ກ່ອນມານີ້ຂ້າພະເຈົ້າບໍ່ຮູ້ຈັກໄດ້ວ່າ ໃນໝູ່ບ້ານມີເຕົາເຜົາເຄື່ອງເຄືອບດິນເຜົາ. ພຽງແຕ່ເຫັນດິນເຜົາບາງປ່ຽງໃນສວນຄອບຄົວເທົ່ານັ້ນ, ແຕ່ເມື່ອພະນັກງານວັດທະນະທຳ, ຫໍພິພິດທະພັນແຂວງຫາຍເຢືອງ ມາຂຸດຄົ້ນ.. ຂ້າພະເຈົ້າຈຶ່ງຮູ້ໄດ້ວ່ານັ້ນແມ່ນປ່ຽງເຄື່ອງເຄືອບ, ເຊິ່ງແມ່ນຊັບສົມບັດອັນລ້ຳຄ່າຂອງຊາດ. ສິ່ງດັ່ງກ່າວໄດ້ເຮັດໃຫ້ຂ້າພະເຈົ້າແລະປະຊາຊົນໃນໝູ່ບ້ານພາກພູມໃຈທີ່ສຸດ”.
(ພາບອິນເຕີແນດ)
ພາຍຫຼັງຄົ້ນພົບເຄື່ອງເຄືອບດິນເຜົາຢູ່ຈູເດົ້າ ແລ້ວ, ເຂົາເຈົ້າຍັງຊອກເຫັນກ່ຳປັ່ນຈົມນ້ຳ 2 ລຳຢູ່ເຂດທະເລ Pandanan (ຟີລິບປິນ) ແລະ ກູ່ລາວຈ່າມ (ຫວຽດນາມ) ເມື່ອປີ 1993, 1997. ດ້ວຍເຄື່ອງເຄືອບດິນເຜົາຈູເດົ້າ 340.000 ອັນ, ສິ່ງດັ່ງກ່າວໄດ້ສະແດງໃຫ້ເຫັນວ່າ, ນັບແຕ່ກີ້ແຕ່ກ່ອນ, ເຄື່ອງເຄືອບດິນເຜົາຈູເດົ້າ ໄດ້ຖືກສົ່ງໄປຂາຍຢູ່ຫຼາຍປະເທດໃນໂລກ. ຜ່ານໝາກຜົນແຫ່ງການຄົ້ນຄ້ວາສາມາດຢັ້ງຢືນໄດ້ວ່າ, ອາຊີບຜະລິດເຄື່ອງເຄືອບດິນເຜົາຈູເດົ້າ ໄດ້ຮັບການພັດທະນາທີ່ສຸດນັບແຕ່ສະຕະວັດທີ 14 ເຖິງສະຕະວັດທີ 17. ປະຈຸບັນ, ໃນຫໍພິພິດທະພັນ 46 ແຫ່ງຢູ່ໂລກພວມວາງສະແດງບັນດາວັດຖຸພັນເຄື່ອງເຄືອບຈູເດົ້າ. ໃນນັ້ນມີວັດຖຸພັນບາງຢ່າງມີມູນຄ່າເຖິງ 1 ລ້ານໂດລາສະຫະລັດ. ຈາກບັນດາໝາກຜົນທີ່ເກັບກຳມາໄດ້ຜ່ານການຂຸດຄົ້ນຄັ້ງຕ່າງໆກໍ່ສາມາດກຳນົດໄດ້ວ່າ, ຈູເດົ້າ ເຄີຍແມ່ນແຫ່ງຜະລິດສະເພາະເຄື່ອງເຄືອບດິນເຜົາທີ່ບັນລຸມາດຕະຖານສູງ. ຕາມບັນດານັກວິທະຍາສາດແລ້ວ, ເມື່ອສົງຄາມ ເຈິງ -ເມືອ ເກີດຂຶ້ນ ໃນທ້າຍສະຕະວັດທີ 17, ໝູ່ບ້ານຜະລິດເຄື່ອງເຄືອບດິນເຜົາຈູເດົ້າ ໄດ້ຖືກທຳລາຍ. ຜ່ານໄລຍະເວລານັບຮ້ອຍປີ, ຄິດວ່າອາຊີບຜະລິດເຄື່ອງເຄືອບດິນເຜົາຈູເດົ້າ ກໍ່ຖືກສູນຫາຍໄປນຳ. ແຕ່ຕົ້ນປີ 2000, ທ່ານ ຫງວຽນຮື້ວທັ໋ງ, ຜູ້ອຳນວຍການບໍລິສັດຜະລິດ, ບໍລິການ ແລະ ຂາເຂົ້າຂາອອກ ນາມຮ່າໂນ້ຍ (Hapro), ຜູ້ທີ່ມີບ້ານເກີດເມືອງນອນຢູ່ນາມແຊກ ໄດ້ມີແນວຄວາມຄິດຟື້ນຟູເຄື່ອງໝາຍການຄ້າໃຫ້ແກ່ເຄື່ອງເຄືອບດິນເຜົາທີ່ມີຊື່ສຽງຂອງໝູ່ບ້ານຈູເດົ້າ ຄືນໃໝ່, ແລະສົມທົບກັບການເຄື່ອນໄຫວທ່ອງທ່ຽວໝູ່ບ້ານອາຊີບ. ທ່ານ ຫງວຽນວັນລືວ, ຜູ້ທີ່ໄດ້ຮັບໜ້າທີ່ຟື້ນຟູອາຊີບຜະລິດເຄື່ອງເຄືອບດິນເຜົາຈູເດົ້າ, ເລົ່າສູ່ຟັງວ່າ:
”ເມື່ອຮູ້ວ່າ, ຢູ່ນາມແຊກ, ຫາຍເຢືອງ ມີໝູ່ບ້ານຜະລິດເຄື່ອງເຄືອບດິນເຜົາທີ່ມີມານັບແຕ່ບູຮານ, ແລະ ໄດ້ຮັບການຕີລາຄາສູງຈາກສາກົນ. ພາຍຫຼັງຄົ້ນຄ້ວາ, ສຳຫຼວດ, ພວກຂ້າພະເຈົ້າໄດ້ກຳນົດວ່ານີ້ແມ່ນກາລະໂອກາດເພື່ອຟື້ນຟູອາຊີບຜະລິດເຄື່ອງເຄືອບດິນເຜົາຈູເດົ້າ ຄືນໃໝ່. ຜ່ານໄລຍະແຫ່ງການປະຕິບັດວຽກງານສົ່ງອອກ, ພວກຂ້າພະເຈົ້າກໍ່ຮູ້ຈັກກັນດີໝູ່ບ້ານອາຊີບຫຼາຍແຫ່ງຢູ່ຫວຽດນາມ ແລະ ເຫັນວ່າອາຊີບຜະລິດເຄື່ອງເຄືອບດິນເຜົາຈູເດົ້າ ແມ່ນສາມາດຟື້ນຟູໄດ້, ນີ້ບໍ່ພຽງແຕ່ແມ່ນການຮັກສາເຄື່ອງໝາຍການຄ້າເຄື່ອງເຄືອບດິນເຜົາທີ່ມີຊື່ສຽງໄວ້ເທົ່ານັ້ນ, ຫາກຍັງແມ່ນໂອກາດເພື່ອສ້າງວຽກເຮັດງານທຳໃຫ້ແກ່ຄົນງານໃນໝູ່ບ້ານອາຊີບອີກດ້ວຍ.
ເຄື່ອງເຄືອບດິນເຜົາຈູເດົ້າໃນກ່ຳປັ່ນຖືກຈົມນ້ຳຢູ່ກູ່ລາວຈ່າມ ( ຫວຽດນາມ )
(ພາບອິນເຕີແນດ)
ເດືອນ 10/2001, ໂຮງງານຜະລິດເຄື່ອງເຄືອບດິນເຜົາຈູເດົ້າ ໄດ້ຮັບການສ້າງຕັ້ງຂຶ້ນ ແລະ ທຳການເຄື່ອນໄຫວ. ມີນາຍຊ່າງສີມືດີ 20 ກວ່າຄົນທີ່ມາຈາກຮ່າໂນ້ຍ, ບິ່ງເຢືອງ, ບຽນຮ່ວາ, ຫາຍເຢືອງ... ໄດ້ຮ່ວມມືກັນຄົ້ນຄົ້ວ, ຟື້ນຟູຈຸດທີ່ເປັນເອກະລັກສະເພາະຂອງໝູ່ບ້ານຜະລິດເຄື່ອງເຄືອບດິນເຜົາຈູເດົ້າ, ພ້ອມທັງອອກແບບຜະລິດຕະພັນໃໝ່ເພື່ອນຳໄປຂາຍຢູ່ທ້ອງຕະຫຼາດ. ນັບແຕ່ເດືອນ 5/2003, ໂຮງງານຜະລິດເຄື່ອງເຄືອບດິນເຜົາຈູເດົ້າ ເລີ່ມສົ່ງອອກສິນຄ້າໄປຍັງຕະຫຼາດແອດສະປາຍ. ນັບແຕ່ນັ້ນມາຮອດປະຈຸບັນ, ໂຮງງານໄດ້ສົ່ງອອກຜະລິດຕະພັນຂອງຕົນໄປຫຼາຍປະເທດຢູ່ໃນໂລກ. ພາຍຫຼັງຖືກສູນຫາຍໄປເປັນເວລາ 3 ສະຕະວັດ, ອາຊີບ ຜະລິດເຄື່ອງເຄືອບດິນເຜົາຈູເດົ້າ ໄດ້ຮັບການຟື້ນຕົວຄືນໃໝ່. ບໍ່ພຽງແຕ່ພັດທະນາດ້ານການຄ້າເທົ່ານັ້ນ, ທາງແຂວງຫາຍເຢືອງ ຍັງລົງທຶນເພື່ອໃຫ້ຈູເດົ້າ ພັດທະນາການທ່ອງທ່ຽວໝູ່ບ້ານອາຊີບອີກດ້ວຍ. ທາງເຂົ້າໝູ່ບ້ານໄດ້ຮັບການບຸລະນະ, ຍົກລະດັບຢ່າງກວ້າງຂວາງ. ບັນດາເຕົາເຜົາເຄື່ອງເຄືອບດິນເຜົາບູຮານ, ຫໍພິພິດທະພັນເຄື່ອງເດືອບດິນເຜົາຈູເດົ້າ, ເຊິ່ງແມ່ນແຫ່ງຮັກສາເຄື່ອງເຄືອບດິນເຜົາທີ່ຊອກເຫັນໄດ້ຜ່ານການຂຸດຄົ້ນຫຼາຍຄັ້ງກໍ່ໄດ້ຮັບການບຸລະນະສ້ອມແປງຢ່າງຮຽບຮ້ອຍເພື່ອຕ້ອນຮັບແຂກມາທ່ອງທ່ຽວ. ພ້ອມກັບການຂະຫຍາຍອາຊີບຜະລິດເຄື່ອງເຄືອບດິນເຜົາທີ່ເປັນມູນເຊື້ອ, ຊີວິດການເປັນຢູ່ຂອງປະຊາຊົນໃນໝູ່ບ້ານຈູເດົ້າກໍ່ໄດ້ຮັບການປັບປຸງໃຫ້ດີຂຶ້ນເທື່ອລະກ້າວ.