(VOVWORLD) - ໃນຈຳນວນໝູ່ບ້ານອາຊີບທີ່ເປັນມູນເຊື້ອຢູ່ ຫວຽດນາມ ມີໝູ່ບ້ານອາຊີບພິເສດໜຶ່ງແຫ່ງ. ນັ້ນແມ່ນໝູ່ບ້ານອາຊີບ ລາຍຊ໋າ. ອາຊີບຖ່າຍຮູບຢູ່ ຫວຽດນາມ ເລີ່ມໄດ້ຮັບການເຜີຍແຜ່ຈາກໝູ່ບ້ານນີ້. ບົດຂຽນ “ໝູ່ບ້ານອາຊີບ ລາຍຊ໋າ - ແຫ່ງຮັກສາສິລະປະຖ່າຍຮູບ ຫວຽດນາມ“ ຂອງ ງອກແອງ, ນັກຂ່າວວິທະຍຸກະຈາຍສຽງ ຫວຽດນາມ.
(ພາບປະກອບ) |
ໝູ່ບ້ານ ລາຍຊ໋າ, ຕາແສງ ກິມຈຸງ, ເມືອງ ຮ່ວາຍດຶກ, ຫ່າງຈາກໃຈກາງນະຄອນຫຼວງ ຮ່າໂນ້ຍ ໄປທາງທິດຕາເວັນຕົກປະມານ 15 ກມ. ອາຊີບຖ່າຍຮູບໝູ່ບ້ານ ລາຍຊ໋າ ເລີ່ມມີມາແຕ່ທ້າຍສະຕະວັດທີ 19. ຕາມບັນດາເອກະສານທີ່ຍັງຮັກສາໄວ້ໃນໝູ່ບ້ານແລ້ວ. ບັນພະບຸລຸດຜູ້ປະດິດອາຊີບຖ່າຍຮູບຂອງໝູ່ບ້ານ ລາຍຊ໋າ ແມ່ນພໍ່ເຖົ້າ ຫງວຽນດິ່ງແຄ໋ງ (ຫຼືເອີ້ນວ່າ ແຄ໋ງກີ໋) (1874-1946). ຄຸນງາມຄວາມດີໃຫຍ່ສຸດຂອງພໍ່ເຖົ້າ ແຄ໋ງກີ໋ ແມ່ນຫັນອາຊີບທີ່ນຳມາຈາກຕ່າງປະເທດເປັນອາຊີບມູນເຊື້ອຂອງໝູ່ບ້ານ, ແລະ ຂະຫຍາຍອາຊີບນີ້ໄປທົ່ວທຸກແຖບຖີ່ນຂອງປະເທດ. ພໍ່ເຖົ້າ ແຄ໋ງກີ໋ ຍັງແມ່ນນັກຮັກຊາດຜູ້ໜຶ່ງ, ທ່ານໄດ້ເຂົ້າຮ່ວມຂະບວນການ ດົງກິງເຫງັຍທຸກຢ່າງຕັ້ງໜ້າ. ທັງເຄື່ອນໄຫວປະຕິວັດ, ທັງເປີດຮ້ານຖ່າຍຮູບຢູ່ Toulouse ແລະ(Paris) . ທ່ານ ຫງວຽມິງເຍິດ, ນັກສິລະປະຖ່າຍຮູບໃນໝູ່ບ້ານອາຊີບ ລາຍຊ໋າ, ໃຫ້ຮູ້ວ່າ:
“ເມື່ອພໍ່ເຖົ້າ ແຄ໋ງກີ໋ ໂຄສະນາອາຊີບ, ບັນດາລູກຫຼານໃນວົງຕະກຸນ, ແລະ ປະຊາຊົນໃນໝູ່ບ້ານກໍ່ໄປເປີດຮ້ານຖ່າຍຮູບຢູ່ທຸກແຖບຖີ່ນຂອງປະເທດ ຫວຽດນາມ, ນອກນັ້ນຍັງເປີດຢູ່ຕ່າງປະເທດອີກຄື: ລາວ, ຈີນ, ເຢັຍລະມັນ…ມີນັກຮຽນສອງສາມສິບຄົນກໍ່ໄປເປີດຮ້ານຢູ່ ຝລັ່ງ ພ້ອມກັບພໍ່ເຖົ້າ. ກ່ອນນີ້ບັນພະບຸລຸດເປີດຮ້ານຖ່າຍຮູບຢູ່ແຂວງໃດ, ປະຈຸບັນລູກຫຼານຍັງສືບທອດອາຊີບຢູ່ແຂວງນັ້ນ, ຕົວຢ່າງຄືຄອບຄົວຂ້າພະເຈົ້າກໍ່ມີຜູ້ເຮັດອາຊີບຖ່າຍຮູບເຖິງ 4 ລຸ້ນ. ຫວ່າງແລ້ວນີ້, ໝູ່ບ້ານ ລາຍຊ໋າມີ 5 ຄົນໄດ້ຮັບນາມມະຍົດວ່າເປັນນັກສິລະປິນຖ່າຍຮູບ“.
ງານບູນຢູ່ບ້ານ ລາຍຊ໋າ |
ອາຊີບຖ່າຍຮູບຢູ່ໝູ່ບ້ານ ລາຍຊ໋າ ໄດ້ພັດທະນາຮຸ່ງເຮືອງເຫຼືອງເຫຼື້ອມທີ່ສຸດໃນກາງສະຕະວັດທີ 20. ຊາວໝູ່ບ້ານ ລາຍຊ໋າ ໄດ້ເປີດຮ້ານຖ່າຍຮູບປະມານ 200 ແຫ່ງ, ບໍ່ພຽງແຕ່ຢູ່ຫຼາຍແຂວງ, ນະຄອນໃນທົ່ວປະເທດເທົ່ານັ້ນ, ຫາກຍັງເປີດຢູ່ຕ່າງປະເທດອີກ. ບັນດາຮ້ານຖ່າຍຮູບຄື: ກິມລາຍ, ມີ້ລາຍ, ວ້ານຮວາ, ຖູໂດ, ຢູຍເຕິນ ຫຼື ອານກີ່, ທິ້ງກີ໋, ທ້ຽນກີ໋… ຂອງໝູ່ບ້ານ ລາຍຊ໋າ ມີຊື່ສຽງດົງດັງໄປທົ່ວປະເທດ. ທ່ານ ດັ້ງວັນຕິກ, ຜູ້ອາຍຸສູງໃນໝູ່ບ້ານ ລາຍຊ່າ, ເລົ່າສູ່ຟັງວ່າ:
“ປີ 1890, ເມື່ອມີອາຍຸ 16 ປີ, ແຄ໋ງກີ໋ ເລີ່ມຮຽນວິຊາຊີບໃນຮ້ານຖ່າຍຮູບ ຢູເຈືອງ ຂອງຊາວ ຈີນ ທີ່ ຮ່າໂນ້ຍ. ພາຍຫຼັງຮຳ່ຮຽນເປັນເວລາ 2 ປີ, ປີ 1892, ແຄ໋ງກີ໋ ໄດ້ເປີດຮ້ານຖ່າຍຮູບແຫ່ງທຳອິດຢູ່ຖະໜົນ ຮ່າງຢາ, ຮ່າໂນ້ຍ. ຫຼັງຈາກນັ້ນ, ລາວກໍ່ເຊີນຍາດຕິພີ່ນ້ອງມາເຮັດອາຊີບຖ່າຍຮູບ. ຕໍ່ມາທັງໝູ່ບ້ານ ລາຍຊ໋າ ກໍ່ເຮັດອາຊີບນີ້. ຊາວໝູ່ບ້ານໄດ້ຖືປີທີ່ທ່ານເປີດຮ້ານຖ່າຍຮູບແຫ່ງທຳອິດ (1892) ເປັນປີກຳເນີດຂອງໝູ່ບ້ານອາຊີບຖ່າຍຮູບ ລາຍຊ໋າ. ປີ 1913, ໃນຈຳນວນນັກຂ່າວ, ນັກຖ່າຍຮູບຕ່າງປະເທດນັບຮ້ອຍຄົນທີ່ຖ່າຍຮູບປະທານາທິບໍດີ ຝລັ່ງ ນັ້ນ, ພໍ່ເຖົ້າ ແຄ໋ງກີ໋ ເປັນຜູ້ຖ່າຍຮູບງາມກວ່າໝູ່ ແລະ ໄດ້ລົງພິມໃນໜັງສືພິມຕ່າງໆຂອງ ຝລັ່ງ ຈາກນັ້ນຊື່ສຽງຮຽງນາມຂອງພໍ່ເຖົ້າກໍ່ໂດ່ງດັງໄປທົ່ວ“.
(ພາບປະກອບ)
|
ເມື່ອເປັນຊ່າງຖ່າຍຮູບ ລາຍຊ໋າ ຜູ້ໃດກໍ່ຕ້ອງຮູ້ວິທີຖ່າຍຮູບທຸກຂັ້ນຕອນຄື: ຖ່າຍຮູບ, ລ້າງຟີມ, ຂະຫຍາຍຮູບ, ທາສີ, ເຮັດເຈ້ຍຮູບຖ່າຍ…ແລະ ຮູ້ວິທີປົນຢາໃຫ້ເໝາະສົມກັບດິນຟ້າອາກາດໃນແຕ່ລະລະດູ. ທ່ານ ດັ້ງວັນຕິກ, ໃຫ້ຮູ້ວ່າ:
“ຢູ່ບ່ອນອື່ນເມື່ອເຮັດຮູບຖ່າຍ, ເຂົາເຈົ້າຕ້ອງຈຸ່ມນ້ຳສອງສາມເທື່ອ, ແຕ່ຊາວ ລາຍຊ໋າ ພັດຈຸ່ມນ້ຳເຖິງສິບເທື່ອເພື່ອລ້າງເກືອໃນຟີມໃຫ້ໝົດກ້ຽງ, ດັ່ງນັ້ນຮູບຖ່າຍສາມາດຮັກສາໄວ້ໃນເວລານັບຮ້ອຍປີໄດ້ແຕ່ກໍ່ບໍ່ຖືກຕົກສີ. ຄົນ ລາຍຊ໋າ ເມົາມົວກັບອາຊີບຖ່າຍຮູບ, ຜູ້ໃດກໍ່ສາມາດຖ່າຍຮູບໄດ້. ທ່ານ ຫວູດິງຮົ່ງ, ຊາວໝູ່ບ້ານ ລາຍຊ໋າ ມີກຽດທີ່ໄດ້ຮັບເລືອກເປັນຜູ້ຖ່າຍຮູບປະທານ ໂຮ່ຈີມິນ, ນາຍົກລັດຖະມົນຕີ ຟ້າມວັນດົ່ງ, ປະທານປະເທດ ໂຕນດຶກທັ໋ງ, ເລຂາທິການໃຫຍ່ ເຈື່ອງຈິງ“.
ຫວ່າງແລ້ວນີ້, ໝູ່ບ້ານ ລາຍຊ໋າ ໄດ້ເປີດສະຫຼອງຫໍພິພິທະພັນຖ່າຍຮູບ ລາຍຊ໋າ, ເຊິ່ງແມ່ນຫໍພິພິທະພັນແຫ່ງທຳອິດໂດຍປະຊາຊົນບໍລິຈາກເງິນກໍ່ສ້າງດ້ວຍຄວາມສະໝັກໃຈ. ທ່ານ ຫງວຽນວັນທັ໋ງ, ຫົວໜ້າໝູ່ບ້ານອາຊີບຖ່າຍຮູບ ລາຍຊ໋າ, ທັງເປັນຫົວໜ້າສະໂມສອນຖ່າຍຮູບ ຫງວຽນດິ່ງແຄ໋ງ, ໃຫ້ຮູ້ວ່າ:
“ປີ 2003, ພວກຂ້າພະເຈົ້າສ້າງຕັ້ງສະໂມສອນຖ່າຍຮູບ ຫງວຽນດິ່ງແຄ໋ງ. ພວກຂ້າພະເຈ້າກຳນົດຈະເປັນແກ່ນສານໃຫ້ໝູ່ບ້ານອາຊີບຖ່າຍຮູບ ລາຍຊ໋າ ເຄື່ອນໄຫວໃນຂົງເຂດຖ່າຍຮູບສິລະປະ ແລະ ຖ່າຍຮູບສື່ມວນຊົນ. ອ້າຍນ້ອງໃນສະໂມສອນຕັ້ງໜ້າໄປຖ່າຍຮູບ ແລະ ເຂົ້າຮ່ວມງານວາງສະແດງຮູບຖ່າຍຂອງນະຄອນ ຮ່າໂນ້ຍ ແລະ ບັນດາທ້ອງຖີ່ນອື່ນໆ“.
ປະຊາຊົນໝູ່ບ້ານ ລາຍຊ໋າ ທີ່ໄປເປີດຮ້ານຖ່າຍຮູບຢູ່ທົ່ວທຸກແຫ່ງເພື່ອຫາເງິນລ້ຽງຊີບ, ແຕ່ເມື່ອຮອດວັນທີ 20 ເດືອນ 4 (ຕາມຈັນທະປະຕິທິນ) ປະຈຳປີ, ເຊິ່ງແມ່ນວັນບູຊາບັນພະບຸລຸດ, ຜູ້ປະດິດອາຊີບຖ່າຍຮູບ ແຄ໋ງກີ໋ ນັ້ນ, ເຂົາເຈົ້າກໍ່ເຄີຍກັບເມືອບ້ານເພື່ອອາໄລຫາ, ຍົກຍໍອາຊີບໂດຍບັນພະບຸລຸດປະໄວ້. ດ້ວຍປະຫວັດຄວາມເປັນມາ 125 ປີ, ປະຊາຊົນໝູ່ບ້ານ ລາຍຊ໋າ ໄດ້ເສີມຂະຫຍາຍສິລະປະຖ່າຍຮູບທີ່ເປັນເອກະລັກສະເພາະຂອງ ຫວຽດນາມ. ສິລະປະຖ່າຍຮູບຂອງໝູ່ບ້ານ ລາຍຊ໋າ ໄດ້ພັດທະນາເຖິງຈຸດສູງຂອງສິລະປະຖ່າຍຮູບ ຫວຽດນາມ, ນີ້ແມ່ນຄວາມອກອ້າງທະນົງໃຈຂອງຊາວໝູ່ບ້ານ ລາຍຊ໋າ.