ຊາວຫວຽດນາມເວົ້າລວມ ແລະ ຊາວນະຄອນຫຼວງຮ່າໂນ້ຍເວົ້າສະເພາະ ມັກກິນເຂົ້າປຸ້ນທີ່ສຸດ ເພາະເຂົ້າປຸ້ນແມ່ນອາຫານທີ່ປຸງແຕ່ງຈາກເຂົ້າສານ ແລະ ວິທີປຸງແຕ່ງກໍງ່າຍດາຍ. ຍ້ອນສະພາບດິນຟ້າອາກາດຢູ່ຮ່າໂນ້ຍຖືກຈັດແບ່ງເປັນ 4 ລະດູ, ດັ່ງນັ້ນ ເຍື່ອງອາຫານນີ້ ກໍອີງໃສ່ແຕ່ລະລະດູການເພື່ອປຸງແຕ່ງ. ໃນຍາມລະດູໜາວ, ຜູ້ຄົນທັງຫຼາຍມັກກິນເຍື່ອງອາຫານເຂົ້າປຸ້ນມີນ້ຳຕົ້ມກະດູກຮ້ອນເຊັ່ນ ເຂົ້າປຸ້ນປູ, ເຂົ້າປຸ້ນປາ, ເຂົ້າປຸ້ນເປັດ…ສວ່ນໃນຍາມຮ້ອນ, ແມ່ນມັກກິນເຍື່ອງອາຫານແນວເຢັນເຊັ່ນ: ເຂົ້າປຸ້ນເຕົາຮູ້ຈືນຈ້ຳກັບກະປິ, ເຂົ້າປຸ້ນແນມ…ໃນນັ້ນ, ເຂົ້າປຸ້ນຊີ້ນປີ້ງ ແມ່ນເຍື່ອງອາຫານໄດ້ຮັບຄວາມນິຍົມບໍລິໂພກຈາກຜູ້ຄົນທັງຫຼາຍ.
![]() ເຍື່ອງອາຫານເຂົ້າປຸ້ນຊີ້ນປີ້ງ |
ຢູ່ຖະໜົນສາຍນ້ອຍ ຫງວຽນກາວ ທີ່ນະຄອນຫຼວງ ຮ່າໂນ້ຍ , ມີຮ້ານຂາຍອາຫານຍາມເຊົ້າຫຼາຍແຫ່ງເຊັ່ນ : ຮ້ານຂາຍເຝີ, ເຂົ້າຈີ່, ບັນກ້ວນ, ເຂົ້າໜຽວ…ແຕ່ຮ້ານຂາຍ ເຂົ້າປຸ້ນຊີ້ນປີ້ງຂອງນາງ ເທີມ ຍາມໃດກໍມີແຂກມາກິນເຕັມຮ້ານ. ຮ້ານຂາຍ ເຂົ້າປຸ້ນຊີ້ນປີ້ງຂອງນາງ ເທີມມີເນື້ອທີ່ກວ້າງ 30 ຕາແມັດ. ເຖິງວ່າ ນາງບໍ່ຕິດປ້າຍໂຄສະນາກໍຕາມ, ແຕ່ໃນ 15 ປີທີ່ຜ່ານມາ, ຮ້ານຂອງນາງເທີມໄດ້ເປັນທີ່ຮູ້ຈັກກັນດີຂອງຊາວບ້ານ.
ເຂົ້າປຸ້ນຊີ້ນປີ້ງແຕ່ລະພູດລວມມີ: ນ້ຳເຂົ້າປຸ້ນ 1 ຖ້ວຍເຊິ່ງປະກອບດ້ວຍ ໄສ້ອົ່ວແຜ່ນຊີ້ນໝູ 3 ຊັ້ນປີ້ງ, ໝາກຮຸ່ງ, ກະຣົດດອງ ຖືກປຸງແຕ່ງຈາກນ້ຳປາ, ນ້ຳສົ້ມ, ນ້ຳຕານ, ໝາກເຜັດ, ພ້ອມກັບ ເຂົ້າປຸ້ນຈານໜຶ່ງ ແລະ ຜັກຫອມຈານໜຶ່ງ. ນາງເທີມໃຫ້ຮູ້ວ່າ :
“ ແຕ່ລະມື້, ຂ້າພະເຈົ້າຂາຍຊີ້ນປີ້ງໄດ້ສິບກວ່າໂລ ນັບທັງ ໄສ້ອົ່ວແຜ່ນ ແລະ ຊີ້ນ 3 ຊັ້ນ. ຊີ້ນໝູແມ່ນຕ້ອງໄປຊື້ແຕ່ເຊົ້າ, ມີຕົ້ນກຳເນີດຮັບປະກັນ. ກ່ອນທີ່ນຳໄປປີ້ງນັ້ນ ກໍຕ້ອງເອົາຊີ້ນເອືອບກັບນ້ຳປາ, ຫົວຜັກຫອມບົວ, ໝາກພີກໄທ, ຫົວສີໄຄ…ປະໄວ້ປະມານກວ່າ 1 ຊົ່ວໂມງ. ດັ່ງນັ້ນ ນາງເທີມຕ້ອງຕື່ນນອນແຕ່ເວລາ 4 ໂມງເຊົ້າ ເພື່ອກະກຽມອາຫານໃຫ້ທັນເພື່ອຂາຍໃນເວລາ 6 ໂມງເຊົ້າ. ”
ສຳລັບການກະກຽມວັດຖຸດິບ, ນາງເທີມມີການເລືອກເຟັ້ນລະອຽດທີ່ສຸດ, ບໍ່ພຽງແຕ່ຊີ້ນໄດ້ຮັບການເລືອກດີໆເທົ່ານັ້ນ, ເຄື່ອງຫອມຕ່າງໆກໍຖືກເລືອກແຕ່ຊະນິດທີ່ຫອມພິເສດອີກດ້ວຍ. ເມື່ອຊີ້ນເອືອບໄດ້ປະມານກວ່າ 1 ຊົ່ວໂມງແລ້ວ, ກໍເອົາເທື່ອລະຕອນມາວາງໃສ່ເຫຼັກປີ້ງແລ້ວເອົາໄປປີ້ງດ້ວຍຖ່ານ. ນາງເທີມເປີດເຜີຍວ່າ :
“ ເມື່ອປີ້ງຊີ້ນ ບໍ່ຄວນປີ້ງຈົນສຸກເລີຍ. ຖ້າມີແຂກມາກິນ, ຈຶ່ງປີ້ງອີກເທື່ອໜຶ່ງໃຫ້ສຸກ. ແລ້ວກໍເອົາຊີ້ນປີ້ງໃສ່ຖ້ວຍນ້ຳຈ້ຳ. ກິນຫອມຂອງຊີ້ນປີ້ງປະສານກັບກິ່ນຫອມຂອງນ້ຳປາໄດ້ພາໃຫ້ຄົນເຮົາມີຄວາມຮູ້ສຶກຢາກກິນແຮງກ່ວາອີກ.”
ນາງເທີມຍາມໃດກໍເປີດອົກເປີດໃຈຮັບໃຊ້ແຂກຢ່າງລອບຄອບຖີ່ຖ້ວນ. ທ້າວຫາຍ ແຂກເຄີຍມາກິນ ເຂົ້າປຸ້ນຊີ້ນປີ້ງ ຢູ່ຮ້ານຂອງນາງ ເທີມ ໃຫ້ຮູ້ວ່າ
“ ລາວຂາຍເຂົ້າປຸ້ນດ້ວຍລາຄາທີ່ເໝາະສົມ ແລະ ຮັບໃຊ້ຕາມໃຈຂອງແຂກ. ຊີ້ນປີ້ງຢູ່ຮ້ານນີ້ແຊບຫຼາຍ, ມີກິ່ນຫອມຂອງຫົວສີໄຄ ”
ສຳລັບ ເຍື່ອງອາຫານເຂົ້າປຸ້ນຊີ້ນປີ້ງ ນັ້ນ, ບັນດາທ່ານອາດຈະກິນໃນຍາມເຊົ້າ, ຍາມທ່ຽງ ຫຼືຍາມແລງກໍໄດ້. ເພື່ອປຸງແຕ່ງເຍື່ອງອາຫານເຂົ້າປຸ້ນຊີ້ນປີ້ງ, ພວກເພື່ອນກະກຽມວັດຖຸດິບຕ່າງໆເຊັ່ນ: ເຂົ້າປຸ້ນ, ຊີ້ນໝູ 3 ຊັ້ນ, ຊີ້ນສັນໝູ, ໝາກຮຸ່ງ-ກະຣົດດອງ, ນ້ຳປາ, ໝາກພີກໄທ, ນ້ຳຕານ, ນ້ຳສົ້ມ, ໝາກເຜັດ, ຫົວຜັກທຽມ, ຫົວສີໄຄ, ຫົວຜັກບົວແຫ້ງ, ແປ້ງນົວ, ເກືອ ແລະ ອື່ນໆ.
ທຳອິດຕ້ອງລ້າງຊີ້ນ 3 ຊັ້ນໃຫ້ສະອາດ, ແລ້ວກໍຊອຍໃຫ້ເປັນຕອນບາງໆ. ສຳລັບ ຊີ້ນສັນກໍລ້າງໃຫ້ສະອາດເຊັ່ນກັນ, ຫຼັງຈາກນັ້ນ ຟັກໃຫ້ມຸ່ນ. ຫົວສີໄຄ ກໍຕ້ອງລ້າງໃຫ້ສະອາດ, ແລ້ວບົດເອົານ້ຳ. ຫົວຜັກບົວແຫ້ງ ກໍບົດໃຫ້ມຸ່ນ ເພື່ອເອືອບກັບຊີ້ນ ພ້ອມດ້ວຍນ້ຳປາ, ແປ້ງນົວ, ນ້ຳຕານ, ໝາກພີກໄທ. ກ່ອນທີ່ຈະນຳໄປປີ້ງ ຕ້ອງໃສ່ນ້ຳໝາກນາວຕື່ມອີກ ເພື່ອໃຫ້ຊີ້ນອ່ອນນຸ້ມຕື່ມ. ເມື່ອຊີ້ນປີ້ງສຸກເຫຼືອງແລ້ວ, ກໍຕ້ອງເອົາໃສ່ຖ້ວຍນ້ຳຈ້ຳໂດຍປຸງແຕ່ງດ້ວຍນ້ຳປາ, ນ້ຳຕານ, ນ້ຳໝາກນາວ, ນ້ຳສົ້ມ ແລະ ໝາກເຜັດ, ຫົວຜັກທຽມ…ຫວັງວ່າພວກເພື່ອນຈະກິນແຊບ.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ
