ຮອງ​ນາ​ຍົກລັດຖະມົນຕີການຕ່າງປະເທດຫວຽດນາມພົບປະກັບລັດຖະມົນຕີການຕ່າງປະເທດອັງກິດ,ອາເມລິກາ


(vovworld) – ​ຢູ່ນອກ​ກອງ​ປະຊຸມ​ລັດຖະມົນຕີ​ການ​ຕ່າງປະ​ເທດ ກຸ່ມ​ບັນດາ​ພື້ນຖານ​ເສດຖະກິດ​ພັດທະນາ ​ແລະ ຫາ​ກໍ່​ພົ້ນ​ເດັ່ນ​ແຖວ​ໜ້າ​ໂລກ (G20) ທີ່​ພວມ​ດຳ​ເນີນ​ຢູ່​ນະຄອນ ບອນ, ປະ​ເທດ ​ເຢັຍລະ​ມັນ, ວັນ​ທີ 17/2, ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ການ​ຕ່າງປະ​ເທດ ຫວຽດນາມ ຟ້າ​ມບິ່ງ​ມິ​ງ ​ໄດ້​ມີ​ການ​ພົບ​ປະ​ກັບ​ທ່ານ ລັດຖະມົນຕີ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ Rex Tillerson. ນະ​ທີ່​ນີ້, ທ່ານ​ຮອງ​ນາຍົກລັດຖະມົນຕີ ຟ້າ​ມບິ່ງ​ມິ​ງ ຢືນຢັນ​ວ່າ ຫວຽດນາມ​ຖື​ເປັນ​ສຳຄັນ ​ແລະ ປາຖະໜາ​ຢາກ​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ, ການ​ຮ່ວມ​ມື, ຄູ່​ຮ່ວມ​ມື​ຮອບດ້ານ​ກັບ ອາ​ເມ​ລິ​ກາ​ບົນ​ພື້ນຖານ​ເຄົາລົບ​ລະບອບ​ການ​ເມືອງ​ຂອງ​ກັນ, ຕອບ​ສະໜອງ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ​ສອງ​ປະ​ເທດ. ສອງ​ຝ່າຍ​ເຫັນ​ດີ​ເປັນ​ເອກະສັນ​ຄວນ​ສືບ​ຕໍ່​ການ​ແລກປ່ຽນ​ຄະນະ​ຜູ້​ແທນ​ ​ແລະ ການ​ພົບ​ປະຂັ້ນ​ສູງ. ລັດຖະມົນຕີ​ການ​ຕ່າງປະ​ເທດ Rex Tillerson ສະ​ແດງ​ຄວາມ​ປາຖະໜາ​ຢາກ​ມາ​ຢ້ຽມຢາມ ຫວຽດນາມ ​ແລະ ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ຕ່າງໆ​ໃນ​ຂອບ​ເຂດ​ປີ APEC 2017 ຢູ່ ຫວຽດນາມ.

ຮອງ​ນາ​ຍົກລັດຖະມົນຕີການຕ່າງປະເທດຫວຽດນາມພົບປະກັບລັດຖະມົນຕີການຕ່າງປະເທດອັງກິດ,ອາເມລິກາ - ảnh 1
ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ່າມ​ບີ່ງ​ມີງ ແລະ ລັດ​ຖະ​ມົນ​ຕ​ີ​ການ​ຕ່າງ​ປະ​ເທດ ອາ​ເມ​ລິ​ກາ Rex Tillerson


​ໃນ​ການ​ພົບ​ປະ​ກັບ ລັດຖະມົນຕີ​ການ​ຕ່າງປະ​ເທດ ອັງກິດ Boris Johnson, ລັດຖະມົນຕີ​ການ​ຕ່າງປະ​ເທດ ທັງ​ສອງ​ທ່ານ​ເຫັນ​ດີ​ເປັນ​ເອກະສັນ​ເພີ່ມ​ທະວີ​ການ​ແລກປ່ຽນ​ຄະນະ​ຜູ້​ແທນ​ຂັ້ນ​ສູງ ​ແລະ ການ​ຮ່ວມ​ມື​ດ້ານ​ເສດຖະກິດ, ການ​ຄ້າ, ການ​ລົງທຶນ, ການ​ສຶກສາ, ການ​ບຳລຸງ​ສ້າງ, ການທ່ອງທ່ຽວ… ລະຫວ່າງ​ສອງ​ປະ​ເທດ. ທ່ານ ລັດຖະມົນຕີ​ Boris Johnson  ຢືນຢັນ​ວ່າ, ອັງກິດ​ຈະ​ສືບ​ຕໍ່​ສະໜັບສະໜູນ​ເພີ່ມ​ທະວີ​ການ​ພົວພັນ, ຮ່ວມ​ສຳພັນ ​ແລະ ຫັນ​ການ​ຄ້າ​ເປັນ​ເສລີ​ລະຫວ່າງ ຫວຽດນາມ​ກັບ ​ເອີ​ລົບ.

ລັດຖະມົນຕີ​ການ​ຕ່າງປະ​ເທດທັງ​ສອງ​ທ່ານ​ເຫັນ​ດີ​ຕໍ່​ຄວາມ​ສຳຄັນ​ຂອງ​ເລື່ອງ​ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ, ຄວາມ​ເສລີ, ຄວາມ​ໝັ້ນຄົງ, ຄວາມ​ປອດ​ໄພ​ໃນ​ການ​ເດີນ​ທະ​ເລ ​ແລະ ການບິນ, ຮັບປະ​ກັບ​ເຄົາລົບ​ກົດໝາຍ​ຢູ່​ເຂດ​ທະ​ເລ ​ແລະ ມະຫາ​ສະໝຸດ, ​ແກ້​ໄຂ​ການ​ຂັດ​ແຍ້​ງກັນ​ດ້ວຍ​ສັນຕິ​ພິທີ, ບົນ​ພື້ນຖານ​ກົດໝາຍ​ສາກົນ, ​ໃນ​ນັ້ນ​ມີ​ສົນທິສັນຍາ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ​ປີ 1982 ຂອງ ສະຫະ​ປະຊາ​ຊາດ

ທີ່​ການ​ພົບ​ປະ​ກັບ ລັດຖະມົນຕີ​ການ​ຕ່າງປະ​ເທດ  ບຣາຊິນ José Serra, ທ່ານ​ຮອງ​ນາຍົກລັດຖະມົນຕີ ຟ້າ​ມບິ່ງ​ມິ​ງ ຖື​ເປັນ​ສຳຄັນ ​ແລະ ປາຖະໜາ​ຢາກ​ຊຸກຍູ້​ການ​ພົວພັນ​ມິດຕະພາບ, ການ​ຮ່ວມ​ມື​ຫຼາຍ​ດ້ານ​ກັບ ບຣາຊິນ. ສອງ​ຝ່າຍ​ເຫັນ​ດີ​ເປັນ​ເອກະ​ພາບ​ທີ່​ຖື​ວ່າ, ຄວນ​ສືບ​ຕໍ່​ເພີ່ມ​ທະວີ​ການ​ແລກປ່ຽນ​ຄະນະ​ຜູ້​ແທນ​ທຸກ​ຂັ້ນ, ​ເພື່ອ​ປັບປຸງ​ການ​ພົວພັນ​ດ້ານ​ການ​ເມືອງ​ລະຫວ່າງ​ສອງ​ປະ​ເທດ; ປະຕິບັດ​ຄາດໝາຍ​ຍົກ​ວົງ​ເງິນ​ການ​ຄ້າ​ສອງ​ສົ້ນ​ຂຶ້ນ 10 ຕື້ USD ​ໃນ​ປີ 2020. ທ່ານ​ຮອງ​ນາຍົກລັດຖະມົນຕີ ຟ້າ​ມບິ່ງ​ມິ​ງ ສະ​ເໜີ​ລັດຖະບານ ບຣາຊິນ​ອອກ​ຖະ​ແຫຼ​ງຮັບຮອງ​ກົດ​ລະບຽບ​ເສດຖະກິດ​ການ​ຕະຫຼາດ​ຂອງ ຫວຽດນາມ ​ໂດຍ​ໄວ. ທັງ​ສອງ​ຝ່າຍ​ຍັງ​ແລກປ່ຽນ​ບັນດາ​ມາດ​ຕະການ​ເພີ່ມ​ທະວີ​ການ​ສົມທົບ ​ແລະ ສະໜັບສະໜູນ​ເຊິ່ງກັນ ​ແລະ ກັນ​ຢູ່​ບັນດາ​ເວທີ​ປາ​ໄສ​ຫຼາຍ​ຝ່າຍ, ພິ​ເສດ​ແມ່ນ ສະຫະ​ປະຊາ​ຊາດ.

ຂ່າວ/ບົດ​ອື່ນ