(vovworld) - ພ້ອມກັບບັນຍາກາດຟົດຟື້ນມ່ວນຊື່ນຂອງລະດູບານໃໝ່, ວັນບຸນແຫ່ງຄວາມຮັກ (valentine) ກໍ່ມາຮອດ. Valentine ປີນີ້ກົງກັບບຸນປີໃໝ່ປະຈຳຊາດ (ບຸນເຕັດ) ຂອງຫວຽດນາມ, ດັ່ງນັ້ນຖະໜົນຫົນທາງຄືວ່າຄັບຄາໜາແໜ້ນກວ່າ. ບັນດາຄູ່ບ່າວສາວທັງກະກຽມຕ້ອນຮັບລະດູບານໃໝ່, ທັງຈູບຈ້າວຫ້າວຫັນໃນບັນຍາກາດຂອງວັນບຸນແຫ່ງຄວາມຮັກພ້ອມກັບບັນດາຄູ່ບ່າວສາວເປັນຈຳນວນຫຼວງຫຼາຍຢູ່ໃນໂລກ.

ຂອບຂວັນໃນວັນແຫ່ງຄວາມຮັກ
ໃນຊຸມມື້ນີ້, ຢູ່ຕາມຖະໜົນສາຍຕ່າງໆທີ່ນະຄອນຫຼວງຮ່າໂນ້ຍຄື: ໂຕນເທິດຕຸ່ງ, ເກົ່າໄຢ໋, ຮ່າງບ່ວມ, ທ໋າຍຮ່າ, ຈົ່ວບົກ... ແມ່ນເຕັມໄປດ້ວຍຂອງຕ້ອນຂອງຂວັນຫຼາຍປະເພດເຊັ່ນ: chocolate, ຕຸກກະຕາໝີ, ໝອນຮູບຫົວໃຈ, ເຄື່ອງໃຊ້ເປັນຄູ່ຄື: ຈອກ, ຂອບຮູບໂມງຖືກວາງຂາຍຢ່າງຫຼວງຫຼາຍເພື່ອຮັບໃຊ້ຄວາມຕ້ອງການຂອງພວກເພື່ອນໜຸ່ມນະຄອນຫຼວງໃນໂອກາດວັນບຸນແຫ່ງຄວາມຮັກ. ຢູ່ຮ້ານຂາຍເຄື່ອງເປັນທີ່ລະລຶກໃນຖະໜົນ ໂຕນເທິດຕຸ່ງ, ມີແຂກຫຼາຍຄົນມາຊື້ຂອງຂວັນໃຫ້ຄົນຮັກຂອງຕົນ. ດ້ວຍສີໜ້າສົດໄສຂອງຜູ້ພວມມີຄວາມຮັກ, ອ້າຍ ເລືອງດຶກອານ, ພາລະກອນທະນາຄານ Ocean Bank, ໃຫ້ຮູ້ວ່າ:
“Valentine ແມ່ນມື້ພິເສດ. ໃນມື້ນີ້, ຜູ້ບໍ່ທັນມີແຟນກໍ່ຫວັງໄດ້ມີແຟນ. ຄວາມຮັກອາດຈະປະກົດຂຶ້ນບໍ່ວ່າຢູ່ແຫ່ງໃດໃນໂລກ. ຂ້າພະເຈົ້າຢາກຊື້ຂອງຂວັນນ້ອຍໆເພື່ອມອບໃຫ້ເພື່ອນຍິງໃນໂອກາດ Valentine “.

ເຂົ້າໜົມເຄັກໃນວັນແຫ່ງຄວາມຮັກ
ສຳລັບເພື່ອນ ຫງວຽນວັນເກື່ອງ, Valentine ແມ່ນໂອກາດເພື່ອສະແດງຄວາມຮັກກັບເພື່ອນຍິງຂອງຕົນ. ຂອງຂວັນເຊິ່ງ ເກື່ອງ ເລືອກຊື້ເພື່ອມອບໃຫ້ເພື່ອນຍິງແມ່ນປອກແຂນມີຮູບຫົວໃຈ, ເຊິ່ງແມ່ນສັນຍາລັກແຫ່ງຄວາມຮັກ.
“Valentine ກໍ່ແມ່ນວັນສະເຫຼີມສະຫຼອງມື້ພວກນ້ອງເລີ່ມຮັກກັນ, ດ່ັງນ້ັນນ້ອງຈະເຮັດແນວໃດໃຫ້ມື້ນີ້ມີຄວາມເພີດເພີນ ແລະ ມີຄວາມສຸກ, ພວກນ້ອງຈະຮັກກັນຕະຫຼອດຊີວິດ. ໃນມື້ນີ້ຜູ້ຊາຍມັກເອົາໃຈຜູ້ຍິງກວ່າທຸກວັນ“.

ຕຸກກະຕາໝີທີ່ເປັນຂອງຂວັນໃນວັນແຫ່ງຄວາມຮັກ
ໃນມື້ນີ້, ສານແຫ່ງຄວາມຮັກບໍ່ພຽງແຕ່ສະແດງອອກຜ່ານບັນດາຂອງຕ້ອນ, ຂອງຂວັນ,ຄຳເວົ້າທີ່ອົບອຸ່ນເຕັມໄປດ້ວຍຄວາມຮັກເທົ່ານັ້ນ, ຫາກຍັງສະແດງອອກດ້ວຍວິທີສະເພາະຂອງເພື່ອນຫນຸ່ມແຕ່ລະຄົນຄື: ເຮັດຂອງຂວັນດ້ວຍຕົນເອງເພື່ອມອບໃຫ້ແຟນໃນວັນທີ 14/2. ປີນີ້, ເຢືອງທິຮ່ວຽນ ໄດ້ເຮັດເຂົ້າໜົມ ເຄັກຮູບຫົວໃຈຫຸ້ມດ້ວຍ chocolate ແລະ ຖັກຜ້າພັນຄໍແລນເພື່ອມອບໃຫ້ເພື່ອນຊາຍຂອງຕົນ. ທູຮ່ວຽນ ແບ່ງປັນວ່າ:
“ຄວາມຮັກຂອງພວກຂ້າພະເຈົ້າແມ່ນເລີ່ມຈາກກະເພາະໄປສູ່ຫົວໃຈ, ດັ່ງນັ້ນ, ປີນີ້ຂ້າພະເຈົ້າຈະແຕ່ງອາຫານບາງເຍື່ອງທີ່ແຟນນິຍົມ. ຈັດຕັ້ງ Valentine ຢູ່ເຮືອນທັງມີຄວາມອົບອຸ່ນ, ທັງສະແດງຄວາມຮັກຂອງຕົນຜ່ານຂອງຂວັນໂດຍຕົນເຮັດເອງ“.
Valentine ບໍ່ພຽງແຕ່ແມ່ນວັນເພື່ອໃຫ້ບັນດາພວກເພື່ອນໜຸ່ມສະແດງຄວາມຮັກເທົ່ານັ້ນ. ສຳລັບຄູ່ບ່າວສາວ ຫ່າເຟືອງຈາງ - ໂດ້ຕຸ່ງເຢືອງ ແລ້ວ, ວັນທີ 14/2 ປີນີ້, ແທນທີ່ຈະມອບຂອງຂວັນໃຫ້ກັນ, ທັງສອງຄົນພວມກະກຽມຈັດງານແຕ່ງດອງ. ເຟືອງຈາງ ໃຫ້ຮູ້ວ່າ:
“ພວກຂ້າພະເຈົ້າຈັດງານແຕ່ງດອງໃນວັນທີ 14/2 , ເພາະວ່ານີ້ແມ່ນວັນພິເສດທີ່ສຸດສຳລັບຜົວເມຍຂ້າພະເຈົ້າ. ຂອງຂວັນທີ່ມີຄວາມໝາຍທີ່ສຸດໃນວັນນີ້ແມ່ນແຫວນເຊິ່ງສອງຄົນໄດ້ມອບໃຫ້ກັນ.“


ຈອກເປັນຄູ່ທີ່ເປັນຂອງຂວັນໃນວັນແຫ່ງຄວາມຮັກ
ສຳລັບຜູ້ບໍ່ທັນມີແຟນ, ເຂົາເຈົ້າມີທັດສະນະວ່າ, Valentine ບໍ່ພຽງແຕ່ແມ່ນວັນແຫ່ງຄວາມຮັກລະຫວ່າງບ່າວສາວ, ຫາກຍັງແມ່ນວັນສະແດງຄວາມຮັກຕໍ່ຄອບຄົວອີກດ້ວຍ, ດັ່ງນັ້ນເຂົາເຈົ້າຈຶ່ງຊື້ຂອງຂວັນເພື່ອມອບໃຫ້ພໍ່ແມ່, ອ້າຍນ້ອງ, ຫຼືເຊີນທຸກຄົນໃນຄອບຄົວໄປເບິ່ງຮູບເງົາ. ໃນມື້ນີ້, ມີບາງຄົນກໍ່ໄປທ່ອງທ່ຽວໄລຍະສັ້ນ. ບາງຄົນກໍ່ສ້າງຄວາມມ່ວນຊື່ນຕາມວິທີສະເພາະຂອງຕົນ. ເພື່ອນ ເຈິ່ນທູຮ່າ, ນັກສຶກສາມະຫາວິທະຍາໄລເສດຖະກິດແຫ່ງຊາດ, ໃຫ້ຮູ້ວ່າ:
“ໃນມື້ນີ້, ຂ້າພະເຈົ້າເອງຈະມອບຂອງຂວັນໃຫ້ແກ່ຕົນ ດ້ວຍເຄື່ອງຂອງໃດໜຶ່ງ, ຫຼືຮັບປະທານອາຫານເຍື່ອງທີ່ຕົນນິຍົມ, ດື່ມກາເຟ, ຊົມຮູບເງົາ, ອ່ານເລື່ອງ ຫຼືຟັງດົນຕີ“.
Valentine ໄດ້ວຽນມາ, ຂອງຂວັນແຕ່ລະຢ່າງທີ່ມອບໃຫ້ແຟນ, ເມຍ ຫຼືຜົວ ລ້ວນແຕ່ເປັນສານແຫ່ງຄວາມຮັກ. ເຖິງວ່າແຕ່ລະຄົນຈະມີວິທີສະແດງສະເພາະກໍ່ຕາມ, ແຕ່ Valentine ຍາມໃດກໍ່ແມ່ນວັນແຫ່ງຄວາມຮັກ. ໃນໂອກາດ Valentine ວຽນມາ, ຂໍອວຍພອນໃຫ້ທຸກຄົນມີຄວາມຜາສຸກໃນຕະຫຼອດ 365 ວັນ, ເພື່ອເຮັດໃຫ້ໂລກນີ້ພຽງແຕ່ມີຄວາມຮັກ ແລະ ການແບ່ງປັນກັນເທ່ົານັ້ນ.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ