ທ່ານ ເຈິ່ນຮວ່າງເຍິນ, ສະມາຊິກຄະນະຜູ້ແທນນະຄອນ ໂຮ່ຈີມິນ (ພາບ: qdnd.vn) |
“ບັນດາບົດປະກອບຄຳເຫັນລ້ວນແຕ່ມີເນື້ອໃນກວມລວມ, ສະແດງໃຫ້ເຫັນຄວາມຄາດຫວັງຢາກຍາດແຍ່ງກາລະໂອກາດເພື່ອຍົກສູງຄວາມສາມາດບົ່ມຊ້ອນ, ທີ່ຕັ້ງບົດບາດ ແລະ ອິດທິພົນຊື່ສຽງຂອງ ຫວຽດນາມ ໃນປັດຈຸບັນ. ຜູ້ແທນແຕ່ລະທ່ານ ຕ່າງກໍສະແດງຄວາມຄາດຫວັງ ແລະ ຄວາມເຊື່ອໝັ້ນຕໍ່ຍຸດທະສາດພັດທະນາໃນອະນາຄົດ, ຫວຽດນາມ ສາມາດໄປທັນກັບບັນດາປະເທດພັດທະນາໂດຍໄວ”.
ທ່ານ ຫງວຽນແອັງຕ໊ວນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ກອມມູນິດ ໂຮ່ຈີມິນ (ພາບ: thanhnien.vn) |
ສ່ວນທ່ານ ຫງວຽນແອັງຕ໊ວນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ກອມມູນິດ ໂຮ່ຈີມິນ ຖືວ່າ:
“ບັນດາຂໍ້ມູນ ເຊິ່ງຜູ້ແທນໄດ້ສະເໜີໃນກອງປະຊຸມໃຫຍ່ ລ້ວນແຕ່ມີຄຸນຄ່າທາງດ້ານພຶດຕິກຳຕົວຈິງຢ່າງຫຼາກຫຼາຍ. ພ້ອມທັງແມ່ນແຫຼ່ງຂໍ້ມູນທີ່ເປັນປະໂຫຍດເພື່ອສ້າງໂຄງການເຄື່ອນໄຫວປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ 13 ຢູ່ແຕ່ລະຂະແໜງການ, ແຕ່ລະຫົວໜ່ວຍ. ການປຶກສາຫາລືຖືກດຳເນີນຢ່າງມີປະຊາທິປະໄຕ, ສ້າງບັນຍາກາດໃຫ້ຜູ້ແທນສະເໜີທັດສະນະ, ແນວຄິດ ແລະ ຄວາມຮັບຮູ້ຂອງຕົນ.”
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ

