ຫີບສົບທ່ານອະດີດປະທານປະເທດ ເຈິ່ນດຶກເລືອງ ຢູ່ ຫໍຈັດງານສົບແຫ່ງຊາດ (VGP)

ຕອນເຊົ້າວັນທີ 25 ພຶດສະພາ, ພິທີໄວ້ອາໄລອະດີດປະທານປະເທດ ເຈິ່ນດຶກເລືອງ ຖືກຈັດຂຶ້ນຢູ່ ຫໍຈັດງານສົບແຫ່ງຊາດ ເຮືອນເລກທີ 5 ຖະໜົນ ເຈິ່ນແທັງຕົງ, ນະຄອນ ຮ່າໂນ້ຍ; ສະໂມສອນ ຖົງເຍິກ, ນະຄອນ ໂຮ່ຈີມິນ ແລະ ສະໂມສອນ T50, ກອງບັນຊາການທະຫານແຂວງ ກວາງງາຍ, ເຮືອນເລກທີ 142 ເລຈູງດິ່ງ, ນະຄອນ ກວາງງາຍ (ບ້ານເກີດເມືອງນອນຂອງອະດີດປະທານປະເທດ ເຈິ່ນດຶກເລືອງ).

ເຂົ້າຮ່ວມພິທີໄວ້ອາໄລທ່ານອະດີດປະທານປະເທດ ເຈິ່ນດຶກເລືອງຢູ່ຫໍຈັດງານສົບແຫ່ງຊາດ ເຮືອນເລກທີ 5 ຖະໜົນເຈິ່ນແທັງຕົງ, ຮ່າໂນ້ຍ ມີທ່ານເລຂາທິການໃຫຍ່ ໂຕເລິມ; ທ່ານປະທານປະເທດ ເລືອງເກື່ອງ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ, ບັນດາການນຳພັກ, ລັດ, ອະດີດການນຳພັກ, ລັດ, ຜູ້ຕາງໜ້າບັນດາກະຊວງ, ຄະນະຂະແໜງການ, ທ້ອງຖິ່ນ, ຜູ້ແທນສາກົນ ແລະ ປະຊາຊົນຈຳນວນຫຼາຍ...

ທ່ານປະທານປະເທດ ເລືອງເກື່ອງ ກ່າວບົດໄວ້ອາໄລ

ເມື່ອກ່າວບົດໄວ້ອາໄລ, ທ່ານປະທານປະເທດ ເລືອງເກື່ອງ, ຫົວໜ້າຄະນະຈັດງານສົບ, ຢັ້ງຢືນວ່າ ທ່ານອະດີດປະທານປະເທດ ເຈິ່ນດຶກເລືອງ ແມ່ນແບບຢ່າງອັນໃສແຈ້ງກ່ຽວກັບການຮ່ຳຮຽນ, ປະຕິບັດຕາມແນວຄິດ, ຄຸນສົມບັດ ໂຮ່ຈີມິນ, ເປັນສະມາຊິກພັກຄອມມູນິດທີ່ມີຄວາມຈົ່ງຮັກພັກດີ, ບັນທັດຖານ. ການຈາກໄປຂອງທ່ານແມ່ນການສູນເສຍຢ່າງໃຫຍ່ຫຼວງສຳລັບພັກ, ລັດ, ປະຊາຊົນ ຫວຽດນາມ ແລະ ຄອບຄົວ, ທ່ານກ່າວວ່າ:

ດ້ວຍດຳລົງຊີວິດລວມອາຍຸ 88 ປີ, ຍຸພັກ 65 ປີ ແລະ 50 ປີແຫ່ງການເຄື່ອນໄຫວປະຕິວັດ, ທ່ານອະດີດປະທານປະເທດ ເຈິ່ນດຶກເລືອງ ໄດ້ມີການຝຶກຝົນຫຼໍ່ຫຼອມຢ່າງບໍ່ຢຸດຢັ້ງ, ອຸທິດສ່ວນຈົນສຸດຄວາມສາມາດຂອງຕົນໃຫ້ແກ່ພາລະກິດປະຕິວັດອັນສະຫງ່າລາສີຂອງພັກ, ຂອງຊາດ ແລະ ເພື່ອຄວາມຜາສຸກຂອງປະຊາຊົນ. ເຖິງວ່າຢູ່ໃນຖານະຕຳແໜ່ງໃດກໍຕາມ, ທ່ານອະດີດປະທານປະເທດ ເຈິ່ນດຶກເລືອງ ກໍລ້ວນແຕ່ປະຕິບັດໜ້າທີ່ຂອງຕົນໄດ້ເປັນຢ່າງດີ ແລະ ດີເລີດ, ແມ່ນແບບຢ່າອັນໃສແຈ້ງກ່ຽວກັບຄຸສົມບັດປະຕິວັດ, ເຫັນຜົນປະໂຫຍດສ່ວນລວມເໜືອກວ່າຜົນປະໂຫຍດສ່ວນຕົວ, ທັງຊີວິດສຸດຈິດສຸດໃຈເພື່ອປະຊາຊົນ

ບັນດາສະຫາຍການນຳ, ອະດີດການນຳພັກ, ລັດ ຫວຽດນາມ ແລະ ສາກົນ ກົ້ມຫົວໄຫວ້ອາໄລ
(ພາບ: TTXVN)

ຫຼັງຈາກນັ້ນ, ຫີບສົບຂອງທ່ານອະດີດປະທານປະເທດ ເຈິ່ນດຶກເລືອງ ໄດ້ເຄື່ອນຍ້າຍໄປຍັງບ້ານເກີດເມືອງນອນດ້ວຍທາງການບິນ ເພື່ອຈັດພິທີປົງສົບໃນເວລາ 15 ໂມງຂອງວັນ ດຽວກັນ ຢູ່ສຸສານຕາແສງ ໂຝແຄັງ, ເທດສະບານ ດຶກໂຝ, ແຂວງ ກວາງງາຍ.

ພິທີໄວ້ອາໄລ ແລະ ປົງສົບທ່ານອະດີດປະທານປະເທດ ເຈິ່ນດຶກເລືອງ ໄດ້ຮັບການຖ່າຍທອດສົດຜ່ານຊ່ອງໂທລະພາບແຫ່ງຊາດ ຫວຽດນາມ ແລະ ວິທະຍຸກະຈາຍສຽງ ຫວຽດນາມ.

ທ່ານອະດີດປະທານປະເທດ ເຈິ່ນດຶກເລືອງ, ເກີດວັນທີ 5 ພຶດສະພາ 1937; ບ້ານເກີດ: ຢູ່ຕາແສັງ ໂຝແຄັງ, ເມືອງ ດຶກໂຝ (ເທດສະບານ ດຶກໂຝ ປັດຈຸບັນ), ແຂວງ ກວາງງາຍ. ທ່ານເຂົ້າຮ່ວມການປະຕິວັດເດືອນ ກຸມພາ 1955; ເຂົ້າເປັນສະມາຊິກພັກຄອມມູນິດ ຫວຽດນາມ ໃນວັນທີ 19 ທັນວາ 1959.

ທ່ານເປັນກຳມະການຄະນະບໍລິຫານງານສູນກາງພັກຊຸດທີ V, VI, VII, VIII, IX; ກຳມະການກົມການເມືອງຊຸດທີ VIII, IX; ກຳມະການຜູ້ປະຈຳການກົມການເມືອງຊຸດທີ VIII; ຮອງປະທານສະພາລັດຖະມົນຕີ ແຕ່ເດືອນກຸມພາ 1987 ຮອດເດືອນກັນຍາ 1992; ຮອງນາຍົກລັດຖະມົນຕີ ແຕ່ເດືອນ ຕຸລາ 1992 ຮອດເດືອນ ສິງຫາ 1997; ແຕ່ເດືອນ ກັນຍາ 1997 ຫາເດືອນ ມິຖຸນາ 2006, ທ່ານປະທານປະທານປະເທດແຫ່ງ ສສ. ຫວຽດນາມ, ປະທານສະພາປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ, ຊຸດທີ X, ຊຸດທີ XI; ສະມາຊິກສະພາແຫ່ງຊາດບັນດາຊຸດທີ VII, VIII, X, XI.

ພາຍຫຼັງເຈັບເປັນມາເປັນໄລຍະໜຶ່ງ, ເຖິງວ່າໄດ້ຮັບການປິ່ນປົວຢ່າງສຸດຈິດສຸດໃຈຈາກພັກ, ລັດ, ຖັນແຖວສາດສະດາຈານ, ແພດໝໍ ແລະ ການເບິ່ງແຍງດູແລຂອງຄອບຄົວແລ້ວກໍຕາມ, ແຕ່ຍ້ອນອາຍຸສູງ, ອາການເຈັບໜັກ, ທ່ານອະດີດປະທານປະເທດ ເຈິ່ນດຶກເລືອງ ໄດ້ເຖິງແກ່ມໍລະນະກຳໃນເວລາ 22 ໂມງ 51 ນາທີ, ຂອງວັນທີ 20 ພຶດສະພາ 2025 (ກົງກັບວັນທີ 23 ເມສາ ປີ ມະເສັງ); ຢູ່ເຮືອນສ່ວນຕົວ, ລວມອາຍຸ 88 ປີ.