ທ່ານ ເລືອງເກື່ອງ ຜູ້ປະຈຳການຄະນະເລຂາທິການ ກ່າວຄຳເຫັນທີ່ພິທີສະເໜີຕົວເວັບໄຊພິເສດ (ພາບ:VOV)

ເວັບໄຊດັ່ງກ່າວມີລະຫັດ http://nguyenphutrong.nhandan.vn, ໝູນໃຊ້ບັນດາເຕັກໂນໂລຢີດ້ານສື່ມວນຊົນທັນສະໄໝໃນພື້ນຖານດີຈີຕອນ, ດ້ວຍບົດຂຽນ, ພາບຖ່າຍ, ຄຼິບວິດີໂອ, ຜະລິດຕະພັນສື່ມວນຊົນປະເພດຕ່າງໆຫຼາຍກວ່າ 1.000 ຢ່າງ. ເວັບໄຊດັ່ງກ່າວ ມີບັນດາຄໍລຳຄື “ສານເພື່ອປະເທດຊາດ ເພື່ອປະຊາຊົນ”, “ຢຶດໝັ້ນເສັ້ນທາງທີ່ໄດ້ເລືອກ”, “ຄຳເຫັນການນຳ, ນັກຊ່ຽວຊານ”, ຄວາມຮັກແພງຕໍ່ທ່ານເລຂາທິການໃຫຍ່”, ເວັບໄຊຂໍ້ພິເສດນີ້ ໄດ້ປະກອບສ່ວນຢັ້ງຢືນ, ແຜ່ຂະຫຍາຍຄຸນຄ່າບັນດາຜົນງານດ້ານທິດສະດີ ແລະ ການປະກອບສ່ວນຢ່າງໃຫຍ່ຫຼວງໃນການສ້າງພື້ນຖານວິທະຍາສາດ - ພຶດຕິກຳຕົວຈິງໃຫ້ແກ່ວິວັດການວາງກຳນົດແນວທາງ, ແຜນນະໂຍບາຍກໍ່ສ້າງ, ພັດທະນາປະເທດຊາດໃນໄລຍະປ່ຽນແປງໃໝ່ຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ; ແມ່ນຖານຂໍ້ມູນທີ່ສຳຄັນຮັບໃຊ້ວຽກງານຄົ້ນຄວ້າ, ຊອກຫາຂອງພະນັກງານ, ສະມາຊິກພັກ ແລະ ມະຫາຊົນເປັນຈຳນວນຫຼວງຫຼາຍ.