ບັນດາຜູ້ແທນລົງປະຊາມະຕິຮັບຮອງເອົາມະຕິກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກອມມູນິດ ຫວຽດນາມ (ພາບ: TTXVN) |
ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກອມມູນິດ ຫວຽດນາມ ປະສົບຜົນສຳເລັດ ບໍ່ພຽງແຕ່ແມ່ນເຫດການປະຫວັດສາດແຫ່ງຊາດ ເທົ່ານັ້ນ ຫາກຍັງແມ່ນເຫດການທີ່ໄດ້ຮັບຄວາມສົນໃຈ ແລະ ຕິດຕາມຂອງ ປະຊາຊົນທັງຢູ່ພາຍໃນປະເທດ ແລະ ຊາວຫວຽດນາມອາໄສຢູ່ຕ່າງປະເທດອີກດ້ວຍ. ທ່ານ ລຶວກົງນ້ຽມ, ປະທານສະມາຄົມນັກຮົບເກົ່າ ຫວຽດນາມ ປະຈຳ ລັດເຊຍ ໃຫ້ຮູ້ວ່າ ພໍ່ແມ່ປະຊາຊົນຮູ້ສຶກປິຕິຊົມຊື່ນ ເມື່ອກອງປະຊຸມໃຫຍ່ວາງອອກແນວທາງ, ວິທີການແກ້ໄຂ, ຄັດເລືອກເອົາຜູ້ມີຄວາມເກັ່ງກ້າສາມາດ, ມີຈັນຍາບັນ ຢ່າງພຽງພໍເພື່ອນຳພາປະເທດຊາດ ສືບຕໍ່ພັດທະນາ.
ພວກຂ້າພະເຈົ້າຫວັງວ່າ ດ້ວຍກຳລັງ ຄະນະບໍລິຫານງານຊຸດນີ້ຈະນຳປະເທດຊາດສືບຕໍ່ບືນຕົວຂຶ້ນ, ເຊື່ອມໂຍງເຂົ້າກັບສາກົນ. ຢູ່ຕ່າງປະເທດ, ພວກຂ້າພະເຈົ້າເຫັນວ່າ ໃນໄລຍະທີ່ຜ່ານມາ ປະເທດຫວຽດນາມ ປະຕິບັດ ການພັດທະນາເສດຖະກິດ ແລະ ການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ໄດ້ເປັນຢ່າງດີ ແລະ ປະສົບຜົນສຳເລັດ. ຈາກນັ້ນ, ພວກຂ້າພະເຈົ້າເຊື່ອໝັ້ນວ່າ ບັນດາເປົ້າໝາຍທີ່ໄດ້ວາງອອກໃນກອງປະຊຸມໃຫຍ່, ພາຍໃຕ້ການນຳພາຢ່າງສະຫຼາດສ່ອງໄສຂອງຄະນະບໍລິຫານງານສູນການພັກຊຸດໃໝ່ ແນ່ນອນວ່າ ຈະປະຕິບັດໄດ້ຢ່າງສຳເລັດຜົນ ແລະ ນຳປະເທດຊາດພັດທະນາ.
ທ່ານ ດ່າວດ້າຍຫ໋າຍ, ຮອງປະທານສະມາຄົມຊາວຫວຽດນາມ ອາໄສຢູ່ ນະຄອນ Saint.Peterbury ສະຫະພັນ ລັດເຊຍ ຖືວ່າ ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກແມ່ນເຫດການການເມືອງທີ່ສຳຄັນຍິ່ງ, ມີຄວາມໝາຍດ້ານປະຫວັດສາດ, ສ້າງຂີດໝາຍບາດກ້າວພັດທະນາໃໝ່ຂອງປະເທດຊາດ.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ
