ຕາມບັນດານັກຊ່ຽວຊານເສດຖະກິດຂອງທະນາຄານດັ່ງກ່າວແລ້ວ, ກຳລັງໜູນເຕີບໂຕເສດຖະກິດຂອງ ຫວຽດນາມ ເຂັ້ມແຂງພໍສົມຄວນ ດ້ວຍການປັບປຸງໃນຫຼາຍຂົງເຂດ, ເຊິ່ງລວມມີ: ການນຳເຂົ້າ - ສົ່ງອອກ, ການຂາຍຍ່ອຍ, ອະສັງຫາລິມະຊັບ, ການທ່ອງທ່ຽວ, ການກໍ່ສ້າງ ແລະ ການຜະລິດ. ການຟື້ນຟູດ້ານການຄ້າ ແລະ ການເຄື່ອນໄຫວດຳເນີນທຸລະກິດເພີ່ມຂຶ້ນ ພ້ອມດ້ວຍການລົງທຶນໂດຍກົງຈາກຕ່າງປະເທດ ຈະແມ່ນກຳລັງໜູນເຕີບໂຕຕົ້ນຕໍໃນປີ 2025 ແລະ ໄກກວ່າອີກ. ໃນ 9 ເດືອນຕົ້ນປີ 2024, ຈໍານວນເງິນລົງທຶນໂດຍກົງຈາກຕ່າງປະເທດ (FDI) ທີ່ໄດ້ຮັບການປ່ອຍໄດ້ເພີ່ມຂຶ້ນ 8% ເມື່ອທຽບໃສ່ໄລຍະດຽວກັນ, ໃນຂະນະນັ້ນ FDI ໃຫ້ຄຳໝັ້ນສັນຍາເພີ່ມຂຶ້ນ 12% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ລະດັບການເຕີບໂຕໃນຂົງເຂດການຜະລິດ ແມ່ນກຳລັງໜູນຕົ້ນຕໍ ຊ່ວຍໃຫ້ເສດຖະກິດ ຫວຽດນາມ ສືບຕໍ່ເປີດກວ້າງ, ດ້ວຍລະດັບການເຕີບໂຕໃນຂົງເຂດສົ່ງອອກບັນລຸ 15% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.