UNESCO ຊົມເຊຍມະຕິວ່າດ້ວຍການພັດທະນາວັດທະນະທຳ ຫວຽດນາມ
(ພາບ: daibieunhandan.vn)

ວັນທີ 28 ມັງກອນ, ເວັບໄຊຂອງອົງການສຶກສາວິທະຍາສາດ ແລະ ວັດທະນະທຳສະຫະປະຊາຊາດ (UNESCO) ໄດ້ລົງສານຂອງ UNESCO ຊົມເຊຍມະຕິວ່າດ້ວຍການພັດທະນາວັດທະນະທຳ ຫວຽດນາມ.

ໃນສານຊົມເຊຍ, UNESCO ໄດ້ສະແດງຄວາມເຄົາລົບ, ຮັບຮູ້ ແລະ ຊົມເຊຍເລື່ອງ ກົມການເມືອງພັກກອມມູນິດ ຫວຽດນາມ ປະກາດໃຊ້ມະຕິເລກທີ 80 ສູນກາງ ກ່ຽວກັບການພັດທະນາວັດທະນະທຳ; ຖືນີ້ແມ່ນເອກະສານສຳຄັນພິເສດ, ສະແດງໃຫ້ເຫັນການຫັນປ່ຽນຈິນຕະນາການພັດທະນາ, ຕາມນັ້ນແລ້ວ ວັດທະນະທຳບໍ່ພຽງແຕ່ແມ່ນຂົງເຂດໜູນຊ່ວຍເພີ່ມເຕີມ, ຫາກຍັງແມ່ນໜຶ່ງໃນ 4 ເສົາຄ້ຳຂອງພັດທະນາແບບຍືນຍົງ, ໄປຄຽງຄູ່ກັບເສດຖະກິດ, ສັງຄົມ ແລະ ສິ່ງແວດລ້ອມ. UNESCO ຕີລາຄາວ່າ ການກຳນົດທິດນີ້ຂອງ ຫວຽດນາມ ກົງກັນກັບວິໄສທັດ ແລະ ຄວາມມານະພະຍາຍາມຂອງ UNESCO ໃນເລື່ອງ ນຳວັດທະນະທຳໃຫ້ກາຍເປັນເປົ້າໝາຍພັດທະນາແບບຍືນຍົງໃນໂຄງການດຳເນີນງານທົ່ວໂລກຫຼັງປີ 2030. UNESCO ເຄົາລົບ, ຮັບຮູ້ເລື່ອງ ຫວຽດນາມ ກຳນົດວັດທະນະທຳຄືດັ່ງ “ລະບົບດັດສົມ” ໃຫ້ແກ່ການພັດທະນາຢ່າງວ່ອງໄວ ແລະ ຍືນຍົງ, ຜ່ານນັ້ນ ກໍ່ປະກອບສ່ວນຢ່າງແທດຈິງເຂົ້າໃນຄວາມມານະພະຍາຍາມລວມ ເພື່ອປັບປຸງສັນຕິພາບທົ່ວໂລກ.