![]() |
| ຕອນເຊົ້າວັນທີ 30 ກໍລະກົດ, ບັນຍາກາດການເຮັດວຽກຢູ່ສະໜາມບິນ ຢາເລິມ (ລອງບຽນ, ຮ່າໂນ້ຍ) ພັດມີຄວາມຫ້າວຫັນເມື່ອກອງພົນນ້ອຍ ອາກາດ 918 (ເຫຼົ່າທັບປ້ອງກັນອາກາດ - ອາກາດ) ຈັດຕັ້ງການຝືກຊ້ອມ ເພື່ອກຽມພ້ອມໃຫ້ແກ່ໜ້າທີ່ບິນຂ່ຳນັບຮັບຕ້ອນ ຢູ່ພິທີສະເຫຼີມສະຫຼອງ 80 ປີແຫ່ງວັນການປະຕິວັດ ເດືອນສິງຫາ ແລະ ວັນຊາດທີ 2 ກັນຍາ. |
![]() |
| ໃນຕອນເຊົ້າວັນທີ 30 ກໍລະກົດ, ເຮືອບິນ C212i ສອງລຳ ແລະ ເຮືອບິນ C212-400 ລຳໜຶ່ງ ພວມຝືກແອບການບິນຕາມຮູບຖານຕົວອັກສອນ A. |
![]() |
| ພາຍຫຼັງປະຕິບັດສຳເລັດການກວດກາດ້ານເຕັກນິກ, ເລີ່ມຕິດຈັກເຮືອບິນ, ບັນດານັກບິນກໍພ້ອມແລ້ວທີ່ຈະນຳເຮືອບິນໄປຍັງເສັ້ນທາງເລນບິນຂຶ້ນ.ພາຍໃນຫ້ອງຂັບຂອງເຮືອບິນຂົນສົ່ງ C212. |
![]() |
| ພາຍໃນຫ້ອງຂັບຂອງເຮືອບິນຂົນສົ່ງ C212. |
![]() |
| ເຮືອບິນ C212-400 ບິນຢູ່ສະໜາມບິນ ຢາເລິມ ປະຕິບັດການບິນເປັນຮູບຖານພ້ອມກັບເຮືອບິນ C212i ສອງລຳ. |
![]() |
| ເຮືອບິນ C212 ສາມລຳປະສົມປະສານກັນເພື່ອສ້າງຮູບລູກທະນູຢູ່ທ້ອງຟ້າ ຮ່າໂນ້ຍ. |
![]() |
| ນີ້ແມ່ນຄັ້ງທຳອິດພາຍຫຼັງ 40 ປີທີ່ກອງພົນນ້ອຍ ອາກາດ 918 ໄດ້ປະຕິບັດໜ້າທີ່ບິນຈັດຮູບຖານໃນໂອກາດວັນບຸນສະເຫຼີມສະຫຼອງສຳຄັນຍິ່ງຂອງຊາດ. |
![]() |
| ເພື່ອປະຕິບັດສຳເລັດໜ້າທີ່ບິນ, ບັນດານັກບິນຕ້ອງຕັ້ງໃຈຮັກສາໄລຍະຫ່າງ ແລະ ໄລຍະເວລາຜ່ານຜາມຜູ້ຊົມ, ພ້ອມທັງມີໄຫວພິບຮັບມືຕໍ່ບັນດາການປ່ຽນແປງຂອງສະພາບການອາກາດ. |
![]() |
| ໃນຂະນະທີ່ເຮືອບິນ C212 ປະຕິບັດການບິນຈັດຮູບຖານ, ເຮືອບິນຂົນສົ່ງ C295 ໄດ້ປະຕິບັດການບິນດ່ຽວ, ບິນຂຶ້ນ ແລະ ລົງຢ່າງລຽນຕິດຢູ່ສະໜາມບິນ ຢາເລິມ. |
![]() |
| ປັດຈຸບັນ ເຮືອບິນ C295 ພວມແມ່ນເຮືອບິນຂົນສົ່ງທັນສະໄໝທີ່ສຸດຂອງກອງທັບອາກາດ ຫວຽດນາມ, ອາດສາມາດຂົນສົ່ງສິນຄ້າກ່ວາ 23 ໂຕນ ແລະ ກ່ວາ 70 ຄົນ. |
![]() |
| ຕາມແຜນການແລ້ວ, ໃນໄວໆນີ້ ກອງພົນນ້ອຍ ອາກາດ 918 ຈະຈັດຕັ້ງການຝືກຊ້ອມການບິນຈັດຮູບຖານ ເຮືອບິນ 4 ລຳດ້ວຍເຮືອບິນ C295 ລຳໜຶ່ງ ແລະ ເຮືອບິນ C212 ສາມລຳຢູ່ທັງຫຼັງ. |
![]() |
| ພາຍຫຼັງການຝືກຊ້ອມມາເປັນເວລາ 3 ຊົ່ວໂມງ, ເຮືອບິນຂົນສົ່ງລຳຕ່າງໆຂອງກອງພົນນ້ອຍອາກາດ 918 ໄດ້ລົງຈອດຢູ່ສະໜາມບິນ ຢາເລິມ ຕາມລຳດັບ. |
![]() |
| ນັກບິນ ຫງວຽນກວັນແອັງ ສະແດງຄວາມປະຕິຊົມຊື່ນເມື່ອປະຕິບັດສຳເລັດການຝືກຊ້ອມ ແລະ ຢັ້ງຢືນຄວາມຕັດສິນໃຈປະຕິບັດສຳເລັດໜ້າທີ່ຢູ່ພິທີສະເຫຼີມສະຫຼອງ 80 ປີແຫ່ງວັນການປະຕິວັດ ເດືອນສິງຫາ ແລະ ວັນຊາດ ຫວຽດນາມ ວັນທີ 2 ກັນຍາຂອກອງພົນນ້ອຍ ອາກາດ 918. |
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ












