ເມື່ອເບິ່ງຈາກບ່ອນສູງ, ປ່າສະຫງວນແຫ່ງຊາດ ບາວີ ປຽບເໝືອນດັ່ງພາບແຕ້ມທີ່ສວຍງາມ.
ຕົ້ນດອກຕາເວັນປ່າ ຢູ່ປ່າສະຫງວນແຫ່ງຊາດ ບາວີ ປຽບເໝືອນດັ່ງທົ່ງນາໃນລະດູເຂົ້າສຸກເຫຼືອງ
(ພາບ: mia.vn)
ປ່າສະຫງວນແຫ່ງຊາດ ບາວີ ຕັ້ງຢູ່ຫ່າງຈາກໃຈກາງນະຄອນ ຮ່າໂນ້ຍ ປະມານ 50 ກມ, ແຂກທ່ອງທ່ຽວສາມາດໄປກັບໃນມື້ດຽວໄດ້.
ຊາວ ຝລັ່ງ ໄດ້ນຳເອົາຕົ້ນໄມ້ຊະນິດນີ້ມາປູກຢູ່ ບາວີ ເມື່ອປີ 1930. ນັບແຕ່ປີ 2015 ເປັນຕົ້ນມາ, ເມື່ອເຫັນວ່າ ແຂກທ່ອງທ່ຽວມັກຮັກດອກໄມ້ຊະນິດນີ້, ສະນັ້ນ, ປ່າສະຫງວນແຫ່ງຊາດ ຈຶ່ງໄດ້ປູກຕົ້ນດອກຕາເວັນປ່າຕື່ມອີກ ເພື່ອພັດທະນາໃຫ້ກາຍເປັນຜະລິດຕະພັນທ່ອງທ່ຽວ
ເສັ້ນທາງເຂົ້າໄປຫາເຂດປູກດອກຕາເວັນປ່າ ເຢັນສະບາຍ ໄປດ້ວຍຮົ່ມຕົ້ນໄມ້ຂຽວ.
ດອກຕາເວັນປ່າຍາມລະດູໃບໄມ້ຫຼົ່ນ
ສີເຫຼືອງຂອງປ່າດອກໄມ້ນີ້ ໄດ້ກາຍເປັນຈຸດທີ່ເປັນເອກະລັກສະເພາະ, ດຶງດູດແຂກມາທ່ອງທ່ຽວເປັນຈຳນວນຫຼາຍໃນຊ່ວງເວລານີ້.
ນັກທ່ອງທ່ຽວຫຼາຍຄົນ ໄດ້ເລືອກເອົາ ບາວີ ເປັນສະຖານທີ່ທ່ອງທ່ຽວໃນຍາມດອກຕາເວັນປ່າເບັ່ງບານ.
ລະດູດອກຕາເວັນປ່າເບັ່ງບານ ໄດ້ກາຍເປັນສະຖານທີ່ຖ່າຍຮູບທີ່ສວຍງາມ
(ພາບ: mia.vn)