ເມື່ອບໍ່ດົນມານີ້ ຢູ່ຫໍພິພິທະພັນຮ່າໂນ້ຍ ໄດ້ຈັດງານວາງສະແດງຜ້າເສດ ສີສັນແຫ່ງມານະຈິດຊີວິດທີ່ເຂັ້ມແຂງ ແນະນຳພາບສິລະປະ 40 ແຜ່ນດ້ວຍຫົວຂໍ້ ພາບພື້ນເມືອງຫວຽດນາມ, ພາບເຄິ່ງຄີງວິລະບຸລຸດ, ທິວທັດທຳມະຊາດ…
ສິ່ງທີ່ໜ້າປະຫຼາດໃຈ ແມ່ນພາບສິລະປະເຫຼົ່ານີ້ ຖືກເຮັດຈາກຜ້າເສດ ໂດຍສອງຝາມືອັນຄ້ອງແຄ້ວຂອງຄົນພິການ ຂອງສະຫະກອນ ວ້ານຝຸກຮ່າໂນ້ຍ
ງານວາງສະແດງໂດຍຫໍພິພິທະພັນຮ່າໂນ້ຍ ສົມທົບກັບ ສະຫະກອນ ຫວູ້ນ Art ຈັດຕັ້ງຂຶ້ນແນໃສ່ມຸ່ງໄປສູ່ການເຄື່ອນໄຫວທີ່ແທດຈິງ ແຜ່ກະຈາຍຄຸນຄ່າອັນດີງາມກ່ຽວກັບມານະຈິດຊີວິດຜ່ານຜ່າຄວາມຫຍຸ້ງຍາກຂອງບັນດາຜູ້ດ້ວຍໂອກາດ.
ອ້າຍເລວຽດເກືອງ ນັ່ງຢູ່ຊຸດເບື້ອງຂາວ - ປະທານສະມາຄົມ ຄົນພິການຮ່າດົງ ຜູ້ອຳນວຍການ ສະຫະກອນຫວູ້ນ Art ແບ່ງປັນວ່າ: ນີ້ແມ່ນງານວາງສະແດງຄັ້ງທຳອິດຂອງນາຍຊ່າງຫັດຖະກຳທີ່ເປັນຄົນພິການຂອງສະຫະກອນຫວູ້ນ A rt ພວກຂ້າພະເຈົ້າຫວັງວ່າ ທຸກຄົນ ບໍ່ພຽງແຕ່ຊື້ຜະລິດຕະພັນດ້ວຍຄວາມຮັກແພງເທົ່ານັ້ນ ແຕ່ຜ່ານງານວາງສະແດງ ກໍ່ ເຫັນໄດ້ເຖິງການປະດິດຄິດສ້າງຂອງຄົນພິການ
ພາບສິລະປະເຮັດຈາກຜ້າເສດ ຊຶ່ງຄິດວ່າຖືກປະຖິ້ມໄປ
ນາຍຊ່າງຫັດຖະກຳຂອງ ສະຫະກອນ ຫວູ້ນ Art ໄດ້ນຳໃຊ້ຜ້າເສດເພື່ອເຮັດພາບສິລະປະ ຢ່າງລະອຽດອ່ອນ
ພາບສິລະປະປະທານໂຮ່ຈີມິນ
ພາບສິລະປະ: ງານດອງຂອງໜູ
ນອກຈາກພາບຕັດຕໍ່ດ້ວຍຜ້າເສດ ສິລະປະແລ້ວ ສະຫະກອນ ຫວູ້ນ Art ຍັງເຮັດພາບພື້ນເມືອງ ໃສ່ຜະລິດຕະພັນຕ່າງໆຄື: ຜ້າອັດປາກດັງ, ຖົງພາຍ,ເສື້ອ…
ມາຊົມງານວາງສະແດງແຂກທັງຫຼາຍຈະມີໂອກາດຊອກຮູ້ກ່ຽວກັບພາບສິລະປະຕັດຕໍຈາກຜ້າເສດ.
ອ້າຍເລວຽດເກືອງ ແນະນຳໃຫ້ນ້ອງນ້ອຍຄົນໜຶ່ງຕັດຕໍ່ສິລະປະດ້ວຍຜ້າເສດ
ນ້ອງຮ່ວາງອຽນຈາງ ນັກຮຽນຫ້ອງປ3 ມີຄວາມພາກພູມໃຈ ອວດພາບສິລະປະຂອງຕົນ ພາຍຫຼັງຕັດຕໍພາບສິລະປະດ້ວຍຜ້າເສດ

ງານວາງສະແດງຜ້າເສດ ແກ່ຍາວຮອດເດືອນ ຕຸລາປີ 2023 ຢູ່ຊັ້ນໜຶ່ງ ຫໍພິພິທະພັນຮ່າໂນ້ຍ ຢູ່ຖະໜົນ ຟ້າມຮຸ່ງ ເມືອງນາມຕື່ລຽມຮ່າໂນ້ຍ. ຂໍເຊີນບັນດາທ່ານຕິດຕາມຮັບຊົມບາງພາບສິລະປະທີ່ງານວາງສະແດງ

ພາບເຄີ່ງຄິງ ນັກດົນຕີ ຈິ່ງກົງເຊີນ.