ຊາວຕ່າງປະເທດໄປຢ້ຽມຢາມເຂດຖະໜົນເມືອງເກົ່າ ຮ່າໂນ້ຍ ຢ່າງສະດວກສະບາຍ
Quang Hung -  
(VOVWORLD) - ປະຈຸບັນ, ເລື່ອງແຂກທ່ອງທ່ຽວມານະຄອນຫຼວງ ຮ່າໂນ້ຍ ເປັນຈຳນວນຫຼວງຫຼາຍ ໄດ້ນຳມາເຊິ່ງພາບພົດທີ່ລື້ງເຄີຍຄືກ່ອນຊຸມປີເກີດໂລກລະບາດໂຄວິດ-19.
![ຊາວຕ່າງປະເທດໄປຢ້ຽມຢາມເຂດຖະໜົນເມືອງເກົ່າ ຮ່າໂນ້ຍ ຢ່າງສະດວກສະບາຍ - ảnh 1](https://photo-cms-vovworld.zadn.vn/w730/uploaded/vovworld/xqeioxryks/2023_06_13/media/1_giwb.jpg) |
ຕາມຕົວເລກສະຖິຕິຈາກພະແນກທ່ອງທ່ຽວ ຮ່າໂນ້ຍ ແລ້ວ, ໃນໄຕມາດທີ 1 ປີ 2023, ມີນັກທ່ອງທ່ຽວເກືອບ 6 ລ້ານເທື່ອຄົນມາຢ້ຽມຢາມນະຄອນຫຼວງ ຮ່າໂນ້ຍ. |
![ຊາວຕ່າງປະເທດໄປຢ້ຽມຢາມເຂດຖະໜົນເມືອງເກົ່າ ຮ່າໂນ້ຍ ຢ່າງສະດວກສະບາຍ - ảnh 2](https://photo-cms-vovworld.zadn.vn/w730/uploaded/vovworld/xqeioxryks/2023_06_13/media/2_ztvx.jpg) |
ຕົວເລກນີ້ໄດ້ເພີ່ມຂຶ້ນສູງ ຖ້າຫາກຄິດໄລ່ຮອດເດືອນ ເມສາ 2023, ມີປະມານກວ່າ 8 ລ້ານເທື່ອຄົນ. ສະເພາະແຂກທ່ອງທ່ຽວສາກົນແມ່ນປະມານ 1,44 ລ້ານເທື່ອຄົນ, ເພີ່ມຂຶ້ນເກືອບ 18 ເທົ່າເມື່ອທຽບໃສ່ໄລຍະດຽວກັນຂອງປີ 2022. |
![ຊາວຕ່າງປະເທດໄປຢ້ຽມຢາມເຂດຖະໜົນເມືອງເກົ່າ ຮ່າໂນ້ຍ ຢ່າງສະດວກສະບາຍ - ảnh 3](https://photo-cms-vovworld.zadn.vn/w730/uploaded/vovworld/xqeioxryks/2023_06_13/media/3_pscc.jpg) |
ຍອດລາຍຮັບຈາກແຂກທ່ອງທ່ຽວໃນເດືອນ ເມສາ ບັນລຸປະມານ 362 ລ້ານ USD, ເພີ່ມຂຶ້ນ 54,2% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2022. |
![ຊາວຕ່າງປະເທດໄປຢ້ຽມຢາມເຂດຖະໜົນເມືອງເກົ່າ ຮ່າໂນ້ຍ ຢ່າງສະດວກສະບາຍ - ảnh 4](https://photo-cms-vovworld.zadn.vn/w730/uploaded/vovworld/xqeioxryks/2023_06_13/media/4_uswo.jpg) |
ສະເພາະໃນເດືອນ ເມສາ 2023, ຈຳນວນແຂກທ່ອງທ່ຽວມາ ຮ່າໂນ້ຍ ເພີ່ມຂຶ້ນທົບ 7 ເທົ່າ ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2022. |
![ຊາວຕ່າງປະເທດໄປຢ້ຽມຢາມເຂດຖະໜົນເມືອງເກົ່າ ຮ່າໂນ້ຍ ຢ່າງສະດວກສະບາຍ - ảnh 5](https://photo-cms-vovworld.zadn.vn/w730/uploaded/vovworld/xqeioxryks/2023_06_13/media/5_awpt.jpg) |
ແຂກທ່ອງທ່ຽວໄປຢ້ຽມຊົມຖະໜົນຫົນທາງ, ບັນດາເຂດປູຊະນີຍະສະຖານປະຫວັດສາດ, ວັດທະນະທຳຢູ່ນະຄອນຫຼວງ ຢ່າງສະດວກສະບາຍ. |
![ຊາວຕ່າງປະເທດໄປຢ້ຽມຢາມເຂດຖະໜົນເມືອງເກົ່າ ຮ່າໂນ້ຍ ຢ່າງສະດວກສະບາຍ - ảnh 6](https://photo-cms-vovworld.zadn.vn/w730/uploaded/vovworld/xqeioxryks/2023_06_13/media/6_egtt.jpg) |
ຈຳນວນແຂກທ່ອງທ່ຽວ ອາຊີ ມາ ຮ່າໂນ້ຍ ກວມເອົາສ່ວນຫຼາຍ. |
![ຊາວຕ່າງປະເທດໄປຢ້ຽມຢາມເຂດຖະໜົນເມືອງເກົ່າ ຮ່າໂນ້ຍ ຢ່າງສະດວກສະບາຍ - ảnh 8](https://photo-cms-vovworld.zadn.vn/w730/uploaded/vovworld/xqeioxryks/2023_06_13/media/8_xpor.jpg) |
ເຂດຄຸ້ມຖະໜົນເມືອງເກົ່າແມ່ນສະຖານທີ່ເຊິ່ງແຂກທ່ອງທ່ຽວສາກົນນິຍົມທີ່ສຸດເມື່ອມາ ຮ່າໂນ້ຍ. |
![ຊາວຕ່າງປະເທດໄປຢ້ຽມຢາມເຂດຖະໜົນເມືອງເກົ່າ ຮ່າໂນ້ຍ ຢ່າງສະດວກສະບາຍ - ảnh 16](https://photo-cms-vovworld.zadn.vn/w730/uploaded/vovworld/xqeioxryks/2023_06_13/media/16_ahaa.jpg) |
ແຂກທ່ອງທ່ຽວໄປເລາະຫຼີ້ິ້ນຢູ່ຖະໜົນສາຍຕ່າງໆ, ນັ້ນແມ່ນບັນດາພາບພົດທີ່ລື້ງເຄີຍຄືໄລຍະກ່ອນເກີດໂລກລະບາດໂຄວິດ-19. |
Quang Hung