ດອກບານອວດອ້າງສີສັນທົ່ວເຂດພູຜາປ່າໄມ້ແຂວງເຊີນລາ

(VOVWORLD) - ຊ່ວງເວລານີ້, ຢູ່ດິນແດນແຂວງ ເຊີນລາ ກໍພັດໃສແຈ້ງ ແລະ ຮຸ່ງເຮືອງເຫຼືອງເຫຼື້ອມ ຍ້ອນມີດອກໄມ້ເບັ່ງບານ, ພົ້ນເດັ່ນຂຶ້ນແມ່ນດອກບານຂາວ ທີ່ພວມເບັ່ງບານທົ່ວເຂດພູຜາປ່າໄມ້.
ດອກບານອວດອ້າງສີສັນທົ່ວເຂດພູຜາປ່າໄມ້ແຂວງເຊີນລາ - ảnh 1
ເດືອນ ມີນາ, ເມື່ອແສງແດດຍາມລະດູບານໃໝ່ສາດສ່ອງລົງຍາວຢຽດນັ້ນ, ກໍແມ່ນເວລາທີ່ດອກບານອວດອ້າງສີສັນທົ່ວເຂດພູຜາປ່າໄມ້ ເຊີນລາ - ເຕິຍບັກ (ຕາເວັນຕົກສ່ຽງເໜືອ).
ດອກບານອວດອ້າງສີສັນທົ່ວເຂດພູຜາປ່າໄມ້ແຂວງເຊີນລາ - ảnh 2
ລຽບຕາມສອງຟາກເສັ້ນທາງຫຼວງເລກ 9, ໄປຕະຫຼອດຮອດບັນດາຜາຫີນທີ່ສູງຊັນ… ດອກບານໄດ້ພາກັນເບັ່ງບານ.
ດອກບານອວດອ້າງສີສັນທົ່ວເຂດພູຜາປ່າໄມ້ແຂວງເຊີນລາ - ảnh 3
ເມື່ອໄປຢາມ ເຊີນລາ ໃນໂອກາດນີ້, ແຂກທ່ອງທ່ຽວສາມາດຮັບຊົມດອກບານລຽບຕາມສອງຟາກຂອງເສັ້ນທາງຫຼັກ.
ດອກບານອວດອ້າງສີສັນທົ່ວເຂດພູຜາປ່າໄມ້ແຂວງເຊີນລາ - ảnh 4
ຮອດລະດູດອກບານເບັ່ງບານ, ບັນຍາກາດຢູ່ແຂວງ ເຊີນລາ ພັດມີຄວາມໂຣແມນຕິກ ແລະ ເຕັມໄປດ້ວຍພະລັງຊີວິດໃໝ່.
ດອກບານອວດອ້າງສີສັນທົ່ວເຂດພູຜາປ່າໄມ້ແຂວງເຊີນລາ - ảnh 5
ດອກບານຂາວບໍລິສຸດ ບວກກັບສີມ້ວງຈາງໆ ພົ້ນເດັ່ນຂຶ້ນໃນທ້ອງຟ້າສີຟ້າໃສ.
ດອກບານອວດອ້າງສີສັນທົ່ວເຂດພູຜາປ່າໄມ້ແຂວງເຊີນລາ - ảnh 6
ດອກບານອວດອ້າງສີສັນທົ່ວເຂດພູຜາປ່າໄມ້ແຂວງເຊີນລາ - ảnh 7
ປະຊາຊົນ ແລະ ແຂກທ່ອງທ່ຽວຈຳນວນຫຼາຍຖ່າຍຮູບເປັນທີ່ລະນຶກ ເພື່ອບັນທຶກບັນດາຄວາມຊົງຈຳທີ່ສວຍງາມໃນລະດູບານດອກບານ
ດອກບານອວດອ້າງສີສັນທົ່ວເຂດພູຜາປ່າໄມ້ແຂວງເຊີນລາ - ảnh 8
ສາວເຜົ່າຜູ້ໄທ ຖ່າຍຮູບໃນຈຸດເວລາດອກບານເບັ່ງບານ ດ້ວຍຊຸດອາພອນປະຈຳເຜົ່າ: ເສື້ອກອມ, ແພປຽວ…
ດອກບານອວດອ້າງສີສັນທົ່ວເຂດພູຜາປ່າໄມ້ແຂວງເຊີນລາ - ảnh 9
ຢູ່ ເຊີນລາ - ເຕິຍບັກ, ດອກບານໄດ້ຮັບຂະໜານນາມວ່າ ເປັນນາງສາວຜູ້ໄທ ທີ່ມີຄວາມງາມອັນອ່ອນຊ້ອຍ, ບໍລິສຸດ, ຈິດໜຶ່ງໃຈດຽວ.
ດອກບານອວດອ້າງສີສັນທົ່ວເຂດພູຜາປ່າໄມ້ແຂວງເຊີນລາ - ảnh 10
ແຕ່ດົນນານມາແລ້ວ, ຮູບພາບດອກບານຂາວພາກັນອວດສີສັນທົ່ວພູຜາປ່າໄມ້ໄດ້ກາຍເປັນຈຸດເອກະລັກສະເພາະຂອງພູຜາ ເຊີນລາ - ເຕິຍບັກ ໃນລະດູບານໃໝ່.
ດອກບານອວດອ້າງສີສັນທົ່ວເຂດພູຜາປ່າໄມ້ແຂວງເຊີນລາ - ảnh 11
ແຕ່ລະປີ ເມື່ອລະດູດອກບານວຽນມາ, ນະຄອນ ເຊີນລາ ຈະຈັດງານບຸນດອກບານ, ເພື່ອແນໃສ່ເຊີດຊູ, ອະນຸລັກຮັກສາ ແລະ ເສີມຂະຫຍາຍບັນດາຮູບແບບຄຸນຄ່າວັດທະນະທຳຂອງບັນດາເຜົ່າຢູ່ທ້ອງຖິ່ນ.
ດອກບານອວດອ້າງສີສັນທົ່ວເຂດພູຜາປ່າໄມ້ແຂວງເຊີນລາ - ảnh 12
ປີນີ້, ນະຄອນ ເຊີນລາ ຈັດງານບຸນດອກບານຂຶ້ນແຕ່ວັນທີ 15 – 16 ມີນາ, ດ້ວຍການເຄື່ອນໄຫວວັດທະນະທຳ, ສິລະປະວັນນະຄະດີທີ່ຈັບອົກຈັບໃຈ.

ຕອບກັບ

ຂ່າວ/ບົດ​ອື່ນ