ຖະໜົນ ຮ່າໂນ້ຍ ຕ້ອນຮັບວັນບຸນຄຼິດສະມາດ

(VOVWORLD) -ວັນບຸນຄຼິດສະມາດໃກ້ຈະມາຮອດແລ້ວ, ຖະໜົນສາຍຕ່າງໆຂອງ ຮ່າໂນ້ຍ ມີຄວາມຄຶກຄື້ມມ່ວນຊື່ນ ແລະ ໄດ້ຮັບການປະດັບປະດາດ້ວຍສີສັນຫຼາກຫຼາຍ.
ຖະໜົນ ຮ່າໂນ້ຍ ຕ້ອນຮັບວັນບຸນຄຼິດສະມາດ - ảnh 1
ນັບແຕ່ຕົ້ນເດືອນ ທັນວາ, ຮ້ານຊັບພະສິນຄ້າ, ສະໜາມຫຼວງ ແລະ ຖະໜົນໃຫຍ່ສາຍຕ່າງໆຂອງ ຮ່າໂນ້ຍ ໄດ້ຮັບການປະດັບປະດາດ້ວຍສີສັນຫຼາກຫຼາຍເພື່ອຕ້ອນຮັບວັນບຸນຄຼິດສະມາດ.
ຖະໜົນ ຮ່າໂນ້ຍ ຕ້ອນຮັບວັນບຸນຄຼິດສະມາດ - ảnh 2
ຖະໜົນ ຮ່າໂນ້ຍ ຕ້ອນຮັບວັນບຸນຄຼິດສະມາດ - ảnh 3
ອາກາດອົບອຸ່ນ ດ້ວຍແສງແດດແມ່ນຈຸດເວລາທີ່ເໝາະສົມສຳລັບພວກເພື່ອນໜຸ່ມຢາກຖ່າຍຮູບຢູ່ຖະໜົນທີ່ໄດ້ຮັບການປະດັບປະດາຕ້ອນຮັບວັນບຸນຄຼິດສະມາດ.
ຖະໜົນ ຮ່າໂນ້ຍ ຕ້ອນຮັບວັນບຸນຄຼິດສະມາດ - ảnh 4
ໂຮງແຮມ Metropole ຮ່າໂນ້ຍ ໄດ້ປະດັບປະດາດ້ວຍຕົ້ນແປກ, ດອກໄມ້ ແລະ ທະຫານຫຸ່ນຍາມ 2 ໂຕ
ຖະໜົນ ຮ່າໂນ້ຍ ຕ້ອນຮັບວັນບຸນຄຼິດສະມາດ - ảnh 5
ວັນບຸນຄຼິດສະມາດໃກ້ຈະມາຮອດແລ້ວ, ນີ້ກໍ່ແມ່ນຈຸດເວລາທີ່ເໝາະສົມເພື່ອໃຫ້ຫຼາຍຄົນໄດ້ໄປຊື້ເຄື່ອງປະດັບປະດາ, ຂອງຂວັນມອບໃຫ້ຍາດຕິພີ່ນ້ອງ ແລະ ເພື່ອນມິດ.
ຖະໜົນ ຮ່າໂນ້ຍ ຕ້ອນຮັບວັນບຸນຄຼິດສະມາດ - ảnh 6
ຖະໜົນ ຮ່າໂນ້ຍ ຕ້ອນຮັບວັນບຸນຄຼິດສະມາດ - ảnh 7
ຖະໜົນ ຮ່າໂນ້ຍ ຕ້ອນຮັບວັນບຸນຄຼິດສະມາດ - ảnh 8
ແຕ່ລະປີ, ກ່ອນວັນບຸນຄຼິດສະມາດ, ຢູ່ທາງໃນ ແລະ ນອກໂບດໃຫຍ່ (ເມືອງ ຮ່ວານກຽມ) ລ້ວນແຕ່ໄດ້ຮັບການປະດັບປະດາຢ່າງສວຍງາມ, ເຫຼື້ອມຍິບຍັບໄປດ້ວຍແສງໄຟຕ່າງໆ
ຖະໜົນ ຮ່າໂນ້ຍ ຕ້ອນຮັບວັນບຸນຄຼິດສະມາດ - ảnh 9
ປີນີ້, ຍ້ອນໂລກລະບາດໂຄວິດ -19 ແລະ ໂບດກໍ່ພວມຢູ່ໃນໄລຍະດຳເນີນການສ້ອມແປງ ສະນັ້ນ, ນັກທ່ອງທ່ຽວພຽງໄດ້ຢ້ຽມຊົມຢູ່ທາງນອກເທົ່ານັ້ນ ແລະ ຮູບປັ້ນວາດພາບຕອນພະເຢຊູກຳເນີດ, ຖ້ຳ ແລະ ຕົ້ນແປກສູງເກືອບ 20 ແມັດ…
ຖະໜົນ ຮ່າໂນ້ຍ ຕ້ອນຮັບວັນບຸນຄຼິດສະມາດ - ảnh 10
ແຕ່ລະເທື່ອເມື່ອວັນບຸນຄຼິດສະມາດວຽນມາ, ຖະໜົນ ຮ່າງມາ ແມ່ນສະຖານທີ່ຍາມໃດກໍ່ອຶກກະທຶກຄຶກໂຄມ, ບໍ່ພຽງແຕ່ມີຫຼາຍຄົນມາຊື້ເຄື່ອງຂອງເທົ່ານັ້ນ, ຫາກຍັງມີຫຼາຍຄົນມາທ່ຽວເລາະຫຼີ້ນ, ຮັບຊົມຖະໜົນ.
ຖະໜົນ ຮ່າໂນ້ຍ ຕ້ອນຮັບວັນບຸນຄຼິດສະມາດ - ảnh 11
ຖະໜົນ ຮ່າໂນ້ຍ ຕ້ອນຮັບວັນບຸນຄຼິດສະມາດ - ảnh 12
ຖະໜົນ ຮ່າໂນ້ຍ ຕ້ອນຮັບວັນບຸນຄຼິດສະມາດ - ảnh 13
ຖະໜົນ ຮ່າໂນ້ຍ ຕ້ອນຮັບວັນບຸນຄຼິດສະມາດ - ảnh 14
ຖະໜົນ ຮ່າໂນ້ຍ ຕ້ອນຮັບວັນບຸນຄຼິດສະມາດ - ảnh 15
ປີນີ້, ຍ້ອນໂລກລະບາດໂຄວິດ -19 ແຜ່ລະບາດ, ສະນັ້ນ, ກຳລັງຊື້ຂາຍກໍ່ຫຼຸດລົງຫຼາຍເມື່ອທຽບໃສ່ປີກ່ອນໆ. ກຳລັງທີ່ມີໜ້າທີ່ກໍ່ເພີ່ມທະວີການກວດກາ, ຕິດຕາມກວດກາການຄ້າຂາຍຂອງບັນດາຮ້ານຂາຍເຄື່ອງໃນຈຸດເວລາໂລກລະບາດຍັງບໍ່ທັນໄດ້ຮັບການຄວບຄຸມໄດ້ໝົດ, ຫຼີກລ້ຽງການເຕົ້າໂຮມກັນຫຼາຍຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ