ຊາ​ປາ ເຊື່ອມ​ຕໍ່​ການ​ທ່ອງ​ທ່ຽວ​ກັບ​ບັນ​ດາ​ທ້ອງ​ຖິ່ນ​ຂອງ ຈີນ,ລາວ

(VOVWORLD) - ຕອນບ່າຍວັນທີ 27 ເມສາຄະນະກຳມະການປະຊາຊົນເທດສະບານ ຊາປາແຂວງ ລາວກາຍໄດ້ຈັດກອງປະຊຸມໂຄສະນາສົ່ງເສີມການທ່ອງທ່ຽວທ້ອງຖິ່ນເພີ່ມທະວີການເຊື່ອມຕໍ່ກັບບັນດາທ້ອງຖິ່ນຂອງຈີນ ແລະ ລາວ.
ຊາ​ປາ ເຊື່ອມ​ຕໍ່​ການ​ທ່ອງ​ທ່ຽວ​ກັບ​ບັນ​ດາ​ທ້ອງ​ຖິ່ນ​ຂອງ ຈີນ,ລາວ - ảnh 1ກອງປະຊຸມໂຄສະນາສົ່ງເສີມການທ່ອງທ່ຽວທ້ອງຖິ່ນເພີ່ມທະວີການເຊື່ອມຕໍ່ກັບບັນດາທ້ອງຖິ່ນຂອງຈີນ ແລະ ລາວ (ພາບ: VOV)
ທີ່ກອງປະຊຸມ, ການນຳເທດສະບານ ຊາປາ ພ້ອມກັບ ບາງເມືອງໃນແຂວງ ຢວນໜານ, ປະເທດ ຈີນ ແລະ ນະຄອນຫຼວງ ວຽງຈັນ (ສປປລາວ) ແນະນຳກ່ຽວກັບຄວາມສາມາດບົ່ມຊ້ອນ, ທ່າໄດ້ປຽບຂອງການທ່ອງທ່ຽວຢູ່ທ້ອງຖິ່ນ, ຜ່ານນັ້ນແຜ່ຂະຫຍາຍສານມິດຕະພາບການຮ່ວມມື.

         ບັນດາຜູ້ແທນຕາງໜ້າໃຫ້ອຳນາດການປົກຄອງ, ສະມາຄົມທ່ອງທ່ຽວບັນດາທ້ອງຖິ່ນໄດ້ສະຫງວນເວລາເພື່ອແລກປ່ຽນກ່ຽວກັບມາດຕະການເພີ່ມທະວີຈຳນວນແຂກທ່ອງທ່ຽວ ຮັບປະກັນຄວາມກົມກຽວຜົນປະໂຫຍດລະຫວ່າງບັນດາຝ່າຍ. ເນື່ອງໃນໂອກາດໄຂງານບຸນລະດູຮ້ອນທີ່ຈັດຂຶ້ນໃນໂອກາດວັນທີ 30 ເມສາ - 1 ພືດສະຫາ, ຢູ່ເທດສະບານ ຊາປາ ກໍ່ໄດ້ຈັດ ງານພົບປະສັງສັນ ແລະ ແລກປ່ຽນວັດທະນະທຳສາກົນ; ລາຍການສະແດງສິລະປະດ້ວຍການປະກອບສ່ວນຂອງຄະນະນັກສິລະປະການແຂວງ ຢວນໜານ, ປະເທດຈີນ.

ຕອບກັບ

ຂ່າວ/ບົດ​ອື່ນ