ເກີດມີນ້ຳກ້າມຢູ່ຫຼາຍແຫ່ງໃນເຂດພູດອຍພາກເໜືອ ຫວຽດນາມ

(VOVWORLD) -ພາກເໜືອພວມເກີດສະພາບອາກາດໜາວທີ່ສຸດນັບແຕ່ ຕົ້ນລະດູໜາວມາຮອດປັດຈຸບັນ, ເມົາເຊີນໃນແຂວງລ້າງເຊີນ, ຈິນກ໊າຍໃນແຂວງຮ່າຢາງ, ເຟີຍອອັກໃນແຂວງກາວບັ່ງໄດ້ເກີດມີນ້ຳກ້າມແຕ່ຮຸ່ງເຊົ້າວັນທີ 20 ກຸມພາ.

ຕາມສູນພະຍາກອນອຸຕິນິຍົມ ອຸທົກກະສາດແຫ່ງຊາດ, ອາກາດໜາວເທື່ອນີ້ຢູ່ພາກເໜືອ ແມ່ນໜຶ່ງໃນຈຳນວນ 6 ຄັ້ງ ທີ່ມີອຸນຫະພຸມຕ່ຳທີ່ສຸດໃນ 40 ປີມານີ້, ຈອມພູເມົາເຊີນໃນແຂວງ ລ້າງເຊີນ ສູງປະມານ 1500 ແມັດເມື່ອທຽບໃສ່ໜ້ານ້ຳທະເລ, ອຸນຫະພຸມກໍ່ຫຼຸດລົງເປັນລົບອົງສາ, ແຕ່ເວລາ 3 ໂມງຕອນເຊົ້າວັນທີ 20 ກຸມພາ ໄດ້ເກີດມີນ້ຳກ້າມ. ນີ້ແມ່ນຄັ້ງທຳອິດໃນຍາມລະດູໜາວຕໍ່ລະດູບານໃໝ່ 2021 – 2022 ໄດ້ເກີດມີນ້ຳກ້າມຢູ່ຈອມພູນີ້.

ເກີດມີນ້ຳກ້າມຢູ່ຫຼາຍແຫ່ງໃນເຂດພູດອຍພາກເໜືອ ຫວຽດນາມ - ảnh 1
ເກີດມີນ້ຳກ້າມຢູ່ຕາມກົກໄມ້ທີ່ຈອມພູເມົາເຊີນເມື່ອຕອນເຊົ້າວັນທີ 20 ກຸມພາ
ເກີດມີນ້ຳກ້າມຢູ່ຫຼາຍແຫ່ງໃນເຂດພູດອຍພາກເໜືອ ຫວຽດນາມ - ảnh 2
ນ້ຳກ້າມໄດ້ປົກຄຸມຢ່າງໜ້າແໜ້ນຢູ່ ຈອມພູເມົາເຊີນ
ເກີດມີນ້ຳກ້າມຢູ່ຫຼາຍແຫ່ງໃນເຂດພູດອຍພາກເໜືອ ຫວຽດນາມ - ảnh 3
ເກີດມີນ້ຳກ້າມຢູ່ຫຼາຍແຫ່ງໃນເຂດພູດອຍພາກເໜືອ ຫວຽດນາມ - ảnh 4
ເກີດມີນ້ຳກ້າມຢູ່ຫຼາຍແຫ່ງໃນເຂດພູດອຍພາກເໜືອ ຫວຽດນາມ - ảnh 5
ມີແຂກທ່ອງທ່ຽວຫຼາຍຄົນໄດ້ຂຶ້ນຈອມພູເມົາເຊີນເພື່ອ ຮັບຊົມປະກົດການອາກາດນີ້

ນັບແຕ່ຮຸ່ງເຊົ້າວັນທີ 20 ກຸມພາ, ຢູ່ບໍລິເວນຈອມພູເຟີຍອອັກ ຂຶ້ນກັບປ່າສະຫງວນແຫ່ງຊາດ ເຟີຍອອັກ - ເຟີນແດນ ທີ່ຕາແສງທັງກົງ, ເມືອງຫງວຽນບິ່ງແຂວງກາວບັ່ງກໍ່ໄດ້ເກີດມີນ້ຳກ້າມໜ້າແໜ້ນ ຂະນະທີ່ອຸນຫະພຸມໄດ້ລົງເຖິງຕ່ຳກ່ວາ 0 ອົງສາ.

ເກີດມີນ້ຳກ້າມຢູ່ຫຼາຍແຫ່ງໃນເຂດພູດອຍພາກເໜືອ ຫວຽດນາມ - ảnh 6
ນ້ຳກ້າມໄດ້ປົກຄຸມຢ່າງໜ້າແໜ້ນພໍສົມຄວນຢູ່ຕຕາມງ່າໄມ້, ໃບຫຍ້າອັນໄດ້ສ້າງເປັນຕົ້ນນ້ຳກ້າມຂາວກະຈະ
ເກີດມີນ້ຳກ້າມຢູ່ຫຼາຍແຫ່ງໃນເຂດພູດອຍພາກເໜືອ ຫວຽດນາມ - ảnh 7
ເກີດມີນ້ຳກ້າມຢູ່ຫຼາຍແຫ່ງໃນເຂດພູດອຍພາກເໜືອ ຫວຽດນາມ - ảnh 8
ນ້ຳກ້າມປົກຄຸມຢ່າງໜ້າແໜ້ນຢູ່ເຂດພູສູງເຟີຍອອັກ
ໃນຂະນະນັ້ນຢູ່ຊີ້ນກາຍເມືອງແມວວາກ, ແຂວງຮ່າຢາງ, ອຸນຫະພຸມໄດ້ລົງ 0 ອົງສາ ກໍ່ປະກົດມີນ້ຳກ້າມ.
ເກີດມີນ້ຳກ້າມຢູ່ຫຼາຍແຫ່ງໃນເຂດພູດອຍພາກເໜືອ ຫວຽດນາມ - ảnh 9
ເກີດມີນ້ຳກ້າມຢູ່ຫຼາຍແຫ່ງໃນເຂດພູດອຍພາກເໜືອ ຫວຽດນາມ - ảnh 10
ນ້ຳກ້າມປົກຄຸມຕົ້ນໄມ້ໃບໜ້າຕຕະຫຼອດຮອດ ຮູຫີນຕ່າງໆ.

ພິເສດນ້ຳກ້າມໄດ້ປະກົດໃນວົງກ້ວາງຢູ່ເຂດພູພຽງຫີນດົ່ງວັນ.

ເກີດມີນ້ຳກ້າມຢູ່ຫຼາຍແຫ່ງໃນເຂດພູດອຍພາກເໜືອ ຫວຽດນາມ - ảnh 11
ນ້ຳກ້າມໄດ້ປົກຄຸມຢູ່ຕາມໄບຫຍ້າ
ເກີດມີນ້ຳກ້າມຢູ່ຫຼາຍແຫ່ງໃນເຂດພູດອຍພາກເໜືອ ຫວຽດນາມ - ảnh 12
ນ້ຳກ້າມໄດ້ປົກຄຸມຢູ່ຕາມເນື້ອທີ່ພືດຜັດຕ່າງໆ.
ເກີດມີນ້ຳກ້າມຢູ່ຫຼາຍແຫ່ງໃນເຂດພູດອຍພາກເໜືອ ຫວຽດນາມ - ảnh 13
ເກີດມີນ້ຳກ້າມຢູ່ຫຼາຍແຫ່ງໃນເຂດພູດອຍພາກເໜືອ ຫວຽດນາມ - ảnh 14
ນ້ຳກ້າມໄດ້ປົກຄຸມດອກຄາຍ, ດອກຫມັ້ນ, ຕົ້ນໄມ້ຊະນິດຕ່າງໆ
ເກີດມີນ້ຳກ້າມຢູ່ຫຼາຍແຫ່ງໃນເຂດພູດອຍພາກເໜືອ ຫວຽດນາມ - ảnh 15
ນ້ຳກ້າມໄດ້ປະກົດມີຢູ່ຕົ້ນແປກໃນແຂວງຮ່າຢາງ

ໃນວັນທີ 20 ກຸມພາ ບໍລິເວນສວນດອກໄມ້ກາວເຊີນ, ຕາແສງດົ່ງວັນ, ເມືອງບິ່ງລຽວ, ແຂວງກວາງນິງ ກໍ່ເກີດມີນ້ຳກ້າມ.

ເກີດມີນ້ຳກ້າມຢູ່ຫຼາຍແຫ່ງໃນເຂດພູດອຍພາກເໜືອ ຫວຽດນາມ - ảnh 16
ນ້ຳກ້າມໄດ້ປົກຄຸມຢ່າງໜ້າແໜ້ນຢູ່ຍອດຕົ້ນໄມ້ໃນບໍລິເວນສວນດອກໄມ້ກາວເຊີນ, ຕາແສງດົ່ງວັນ, ເມືອງບິ່ງລຽວ, ແຂວງກວາງນິງ.
ເກີດມີນ້ຳກ້າມຢູ່ຫຼາຍແຫ່ງໃນເຂດພູດອຍພາກເໜືອ ຫວຽດນາມ - ảnh 17
ນ້ຳກ້າມໄດ້ເກີດມີຢູ່ຕາມຕົ້ນແປກ.

ຕອບກັບ

ຂ່າວ/ບົດ​ອື່ນ