(vovworld) - ​​ງານ​​ມະ​ຫາ​ກຳບຸນ​ຊ້າງ ໄຊ​ຍະ​ບູ​ລີ ​ປະ​ຈຳ​ປີ 2017 ມີ​ຊ້າງ 68 ໂຕ ທີ່​ມາ​ຈາກ 11 ເມືອງ​ໃນ​ແຂວງ ທີ່​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວກວ່າ 20 ​ລາຍ​ການ​ທີ່​ງາ​ນ​ບຸນ.

ຕອນເຊົ້າວັນທີ 18/02, ຢູ່ສະໜາມກິລາແຂວງ ໄຊຍະບູລີ - ທາງພາກເໜືອຂອງລາວ ໄດ້ດຳເນີນພິທີໄຂງານມະຫາກຳບຸນຊ້າງ ຄັ້ງທີ 11 ປີ 2017.

ງານມະຫາກຳບຸນຊ້າງ ປີນີ້ມີການເຄື່ອນໄຫວຟົດຟື້ນຫຼາຍຢ່າງ, ອັນໄດ້ດຶງດູດນັກທ່ອງທ່ຽວພາຍໃນປະເທດ ແລະ ຕ່າງປະເທດເປັນຈຳນວນຫຼາຍ.

ມີປະຊາຊົນປະມານ 300.000 ຄົນທີ່ມາຈາກທຸກແຖບຖິ່ນຂອງລາວ ແລະ ນັກທ່ອງທ່ຽວສາກົນເຂົ້າຮ່ວມງານບຸນນີ້.

ງານມະຫາກຳບຸນຊ້າງປີນີ້ມີຊ້າງ 68 ໂຕ ທີ່ມາຈາກ 11 ເມືອງໃນແຂວງເຂົ້າຮ່ວມການເຄື່ອນໄຫວກວ່າ 20 ລາຍການທີ່ງານບຸນ

ພິທີບາສີສູ່ຂວັນໃຫ້ຊ້າງ

ມີຫຼາຍລາຍການສະແດງຂອງຊ້າງ ຖືກດຳເນີນໃນງານບຸນ.

ຂະບວນແຫ່ຊ້າງລວມມີ 29 ໂຕ, ໂຕນຳໜ້າຖືທຸງຊາດ ແລະ ປ້າຍຄຳຂວັນ “ງານມະຫາກຳບຸນຊ້າງ ແຂວງ ໄຊຍະບູລີ ປະຈຳປີ 2017”

ຕໍ່ຈາກນັ້ນແມ່ນລາຍການສະແດງຊ້າງລຽນເປັນແຖວຂໍ່ານັບຮັບຕ້ອນ, ມອບດອກໄມ້…

… ຊ້າງຕີກອງ

ຊ້າງແຕ້ມພາບ

ທ່ານນາຍົກລັດຖະມົນຕີລາວ ທອງລຸນ ສີສຸລິດ ພ້ອມກັບບັນດາພາບໂດຍຊ້າງແຕ້ມ

ຊ້າງໃສ່ໝວກໃຫ້ຄົນ

ຊ້າງຊັກທຸງຊາດ

ຊ້າງຫຼີ້ນດຶງເຊືອກກັບຄົນ

ຊ້າງເຕະບານ

ຊ້າງແຂ່ງແລ່ນ

ຊ້າງຄຳນັບຜູ້ຊົມ

ນັກທ່ອງທ່ຽວຢອກຫຼີ້ນກັບໂຕຊ້າງ

ບັນດານັກທ່ອງທ່ຽວຫວຽດນາມ ເຂົ້າຮ່ວມງານມະຫາກຳບຸນຊ້າງ