(vovworld) - ໂດຍໄດ້ຮັບຄຳເຊີນຂອງທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ ສປປ ລາວ ບຸນຍັງ ວໍລະຈິດ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຟູ໋ຈ້ອງ ຢ້ຽມຢາມສັນທະວະໄມຕີ ສປປ ລາວ ແຕ່ວັນທີ 24 – 26/11 ຢ່າງເປັນທາງການ. ຕໍ່ໄປນີ້, ນັກຂ່າວ VOV ຂໍແນະນຳຮູບບາງແຜ່ນກ່ຽວກັບພິທີຕ້ອນຮັບທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຢູ່ນະຄອນຫຼວງ ວຽງຈັນ.
![]() ເວລາ 10 ໂມງ 15 ນາທີວັນທີ 24/11, ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ໄປຮອດນະຄອນຫຼວງ ວຽງຈັນ, ເລີ່ມຕົ້ນການຢ້ຽມຢາມ ສປປ ລາວຢ່າງເປັນທາງການ.
|
![]() ຕ້ອນຮັບທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຢູ່ ວຽງຈັນ ມີການນຳຂັ້ນສູງລາວຫຼາຍທ່ານ
|
![]() ປະຊາຊົນລາວ, ນັກຮຽນ, ນັກສຶກສາ, ປະຊາຄົມຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ເຂົ້າຮ່ວມການຕ້ອນຮັບທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ.
|
![]() |
![]() ຢູ່ 2 ພາກທາງແຕ່ສະໜາມບິນຮອດສຳນັກງານປະທານປະເທດ ແມ່ນການຕ້ອນຮັບອັນອົບອຸ່ນ, ສະໜິດສະໜົມຂອງປະຊາຊົນລາວ ສະຫງວນໃຫ້ຄະນະຜູ້ແທນຂັ້ນສູງ ຫວຽດນາມ
|
![]() |
![]() ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ແລະ ທ່ານເລຂາທິການໃຫຍ່, ປະທານປະເທດ ສປປ ລາວ ບຸນຍັງ ວໍລະຈິດ ເຂົ້າຮ່ວມພິທີຕ້ອນຮັບຢ່າງສູງສຸດສຳລັບປະມຸກລັດ
|
![]() ພາຍຫຼັງພິທີຕ້ອນຮັບ, ທີ່ສຳນັກງານປະທານປະເທດ, ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ເຈລະຈາກັບທ່ານ ເລຂາທິການໃຫຍ່, ປະທານປະເທດ ສປປ ລາວ ບຸນຍັງ ວໍລະຈິດ
|
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ







