ນັກສິລະປະກຳ ລໍ່ວັນບຽນ (ພາບ: VOV) |
ຢູ່ເທດສະບານ ເຫງ້ຍໂລະ, ແຂວງ ອຽນບ້າຍ, ຢູ່ບັນດາໝູ່ບ້ານ ຍັງມີຜູ້ອາວຸໂສທີ່ມີຄວາມຮູ້ຢ່າງເລິກເຊິ່ງກ່ຽວກັບບັນດາຈຸດວັດທະນະທຳທີ່ພົ້ນເດັ່ນຂອງຊົນເຜົ່າຜູ້ໄທ, ນັບແຕ່ຕົວໜັງສືຕະຫຼອດຮອດການຂັບລຳ, ການຟ້ອນ, ເຄື່ອງດົນຕີ, ອາຫານການກິນ, ບັນດາການລະຫຼິ້ນພື້ນເມືອງ… ເຂົາເຈົ້າໄດ້ສຸມກຳລັງເຫື່ອແຮງ ເພື່ອອະນຸລັກຮັກສາ, ຖ່າຍທອດໃຫ້ແກ່ຄົນລຸ້ນຕໍ່ໄປ ດ້ວຍຄວາມປາດຖະໜາຢາກໃຫ້ບັນດາຈຸດວັດທະນະທຳນັ້ນຍືນຍົງຄົງຕົວຊົ່ວກາລະນານ.
ເຖິງວ່າມີອາຍຸກ່ວາ 90 ປີແລ້ວກໍ່ຕາມ ແຕ່ນັກສິລະປິນດີເດັ່ນ ລໍ່ວັນບຽນ, ຊົນເຜົ່າຜູ້ໄທ ຢູ່ບ້ານກາງນ່າ, ຕາແສງ ຈຸງເຕິມ, ເທດສະບານ ເຫງ້ຍໂລະ, ແຂວງ ອຽນບ້າຍ ທຸກໆວັນຍັງສອນໜັງສືຜູ້ໄທເດີມ ແລະ ບັນດາວາດຟ້ອນຂອງຊາວເຜົ່າຜູ້ໄທ ໃຫ້ແກ່ພະນັກງານ ແລະ ຊາວທ້ອງຖິ່ນ. ລຸງລໍ່ວັນບຽນ ໃຫ້ຮູ້ວ່າ ໃນຕະຫຼອດໄລຍະຊີ້ນຳນຳພາການປະຕິວັດ, ນຳພາພາລະກິດແຫ່ງການສ້າງສາ ແລະ ພັດທະນາປະເທດຊາດ, ພັກກອມມູນິດ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະ ຍົກສູງບົດບາດຂອງວັດທະນະທຳ.ຢູ່ກອງປະຊຸມວັດນະທະທຳທົ່ວປະເທດທີ່ໄດ້ດຳເນີນໃນເດືອນພະຈິກປີ 2021, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ເນັ້ນໜັກເປັນຫຼາຍຄັ້ງວ່າ: “ວັດທະນະທຳແມ່ນພື້ນຖານຈິດໃຈຂອງສັງຄົມ, ວັດທະນະທຳຍັງຄົງຕົວ ແມ່ນຊົນຊາດກໍ່ຍັງຄົງຕົວ, ສູນເສຍວັດທະນະທຳ ແມ່ນສູນເສຍຊົນຊາດ”. ໂດຍເຊື່ອມຊືມແນວຄິດນັ້ນ, ບວກກັບຄວາມຮັກ, ຄວາມເອກອ້າງທະນົງໃຈກ່ຽວກັບບັນດາຈຸດຄວາມງາມທາງດ້ານວັດທະນະທຳຂອງຊາດຕົນ, ລຸງໄດ້ສະຫຼະເວລາສ່ວນຫຼາຍໃຫ້ແກ່ການຄົ້ນຄ້ວາ, ໂຄສະນາ, ຟື້ນຟູບັນດາຈຸດຄວາມງາມທາງດ້ານວັດທະນະທຳຊົນເຜົ່າຜູ້ໄທ. ລຸງ ລໍ່ວັນບຽນ ແບ່ງປັນວ່າ:
ໂດຍເປັນຊາວຜູ້ໄທ ທຸກຄົນຕ້ອງຮູ້ຊົນເຜົ່າເຮົາມີຈຸດເປັນເອກະລັກພົ້ນເດັ່ນຫຍັງ. ບັນດາຜູ້ເຖົ້າຜູ້ແກ່, ຜູ້ທີ່ຮູ້ຕ້ອງຖ່າຍຖອດໃຫ້ແກ່ທຸກຄົນເພື່ອຮ່ຳຮຽນຕາມ.
ບໍ່ພຽງແຕ່ຢູ່ເທດສະບານ ເຫງ້ຍໂລະເທົ່ານັ້ນ ຫາກຍັງຢູ່ບັນດາບ້ານທ່ອງທ່ຽວຊຸມຊົນຢູ່ 6 ແຂວງເຂດໄຕບັກຄື: ລາວກາຍ, ລາຍເຈົາ, ອຽນບ້າຍ, ດຽນບຽນ, ເຊີນລາ, ຮ່ວາບິ່ງ, ເຄີຍຈັດບັນດາການເຄື່ອນໄຫວພົບປະແລກປ່ຽນວັດທະນະທຳຂຶ້ນເປັນປະຈຳ. ນີ້ທັງແມ່ນການເຄື່ອນໄຫວເຊື່ອມຕໍ່, ສ້າງບັນຍາກາດອັນຟົດຟື້ນມ່ວນຊື່ນໃນການພົບປະແລກປ່ຽນ, ທັງແມ່ນວຽກງານທີ່ແທດຈິງເພື່ອອະນຸລັກຮັກສາ, ເສີມຂະຫຍາຍບັນດາຄຸນຄ່າວັດທະນະທຳຊົນຊາດ. ເອື້ອຍລໍ່ທິເຮືອງ, ຫົວໜ້າກອງສິລະປະບ້ານ ຮິມລາມ 2, ຕາແສງ ຮິມລາມ, ນະຄອນ ດ້ຽນບຽນຝູ, ແຂວງ ດຽນບຽນ ໃຫ້ຮູ້ວ່າ:
ອ້າຍເອື້ອຍນ້ອງໃນກອງສິລະປະ ເວົ້າລວມ ຮູ້ສຶກປິຕິຊົມຊື່ນ. ພ້ອມກັນສ້າງ, ຝືກແອບນຳກັນ, ເຮັດແນວໃດເພື່ອໃຫ້ບັນດາລາຍການມີຫຼາຍຮູບຫຼາຍສີ, ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງແຂກທ່ອງທ່ຽວມາຢ້ຽມຊົມ, ກໍ່ຄືໂຄສະນາ, ແນະນຳວັດທະນະທຳທີ່ງ້ປັນເອກະລັກຂອງດຽນບຽນ.
ການສັ່ງສອນມູນເຊື້ອວັດທະນະທຳໃຫ້ແກ່ເດັກນ້ອຍຢູ່ເຫງ້ຍໂລ (ພາບ: VOV) |
ໃນໂອກາດມາຢາມ ເຊີນລາ ໃນປີ 2014, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ບອກສອນໃຫ້ອຳນາດການປົກຄອງ ແລະ ປະຊາຊົນຢູ່ແຫ່ງນີ້ ຕ້ອງເອົາໃຈໃສ່ອະນຸລັກຮັກສາ, ເສີມຂະຫຍາຍບັນດາຄຸນຄ່າທາງດ້ານວັດທະນະທຳ ດ້ວຍບັນດາຂະບວນການ, ວຽກງານທີ່ແທດຈິງ ແລະ ລະອຽດ. ເພື່ອຜັນຂະຫຍາຍຄຳສັ່ງສອນນີ້, ຢູ່ຕາແສງເຂດພູສູງ ງອກຈຽນ, ເມືອງເມື່ອງລາ ເຊິ່ງແມ່ນທ້ອງຖິ່ນປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ, ແຕ່ອຳນາດການປົກຄອງທ້ອງຖິ່ນ ຍັງໄດ້ປະກາດໃຊ້ 10/77 ແຜນນະໂຍບາຍກ່ຽວກັບຂົງເຂດວັດທະນະທຳ; ແຕ່ລະປີ ໄດ້ປະຕິບັດການຫັນເປັນວຽກງານສັງຄົມໃນປະຊາຊົນກ່ວາ 40.000 USD, ປະກອບສ່ວນເຂົ້າໃນການອະນຸລັກຮັກສາ ແລະ ເສີມຂະຫຍາຍຂະບວນການ, ຮັບປະກັນບັນດາລະບອບລະບຽບການວັດທະນະທຳ,ສົ່ງເສີມ, ລະດົມກຳລັງໃຈພໍ່ແມ່ປະຊາຊົນ. ທ່ານບຸຍຕຽນຊີ, ເລຂາຄະນະພັກຕາແສງ ງອກຈຽນ ໃຫ້ຮູ້ວ່າ:
ຂະບວນການວັດທະນະທຳສິລະປະມະຫາຊົນ ໄດ້ກາຍເປັນ “ເຍື່ອງອາຫານທາງດ້ານຈິດໃຈ” ແມ່ນການກະທຳສຳຄັນພິເສດໃນການຮັກສາສີສັນ, ມູນເຊື້ອຊົນຊາດຂອງງອກຈຽນ. ພື້ນຖານວັດທະນະທຳ ພວມກາຍເປັນຜະລິດຕະພັນທ່ອງທ່ຽວທີ່ເປັນເອກະລັກສະເພາະ, ພິເສດຮັບໃຊ້ແຂກທ່ອງທ່ຽວທັງຢູ່ພາຍໃນປະເທດ ແລະ ສາກົນ, ສ້າງວຽກເຮັດງານທຳແບບຍືນຍົງໃຫ້ແກ່ປະຊາຊົນໃນຕາແສງ.
ແຕ່ລະປີ, ເຊີນລາລ້ວນແຕ່ສະຫງວນແຫຼ່ງທຶນໜູນຊ່ວຍໃຫ້ແກ່ບັນດາການເຄື່ອນໄຫວທາງດ້ານວັດທະນະທຳ, ສິລະປະມະຫາຊົນຢູ່ຂັ້ນຮາກຖານ. ທ່ານນາງ ກວ່າງທິຊວຽນ, ຫົວໜ້າຄະນະວັດທະນະທຳ - ສັງຄົມ, ສະພາປະຊາຊົນແຂວງເຊີນລາ ໃຫ້ຮູ້ວ່າ:
ສະພາປະຊາຊົນແຂວງເຊີນລາ ໄດ້ປະກາດໃຊ້ມະຕິ 5 ສະບັບທີ່ກ່ຽວຂ້ອງເຖິງນະໂຍບາຍໜູນຊ່ວຍອະນຸລັກຮັກສາ, ເສີມຂະຫຍາຍບັນດາຄຸນຄ່າທາງດ້ານວັດທະນະທຳຂອງຊາດ. ດ້ານອື່ນ, ບັນດານະໂຍບາຍໜູນຊ່ວຍການພັດທະນາວັດທະນະທຳຊົນຊາດໄດ້ປະສົມປະສານເຂົ້າໂຄງການເປົ້າໝາຍແຫ່ງຊາດເພື່ອພັດທະນາເສດຖະກິດ - ສັງຄົມເຂດພໍ່ແມ່ປະຊາຊົນບັນດາເຜົ່າສ່ວນໜ້ອຍ ແລະ ເຂດພູສູງ.
“ວັດທະນະທຳຍັງຄົງຕົວ ແມ່ນຊົນຊາດກໍ່ຍັງຄົງຕົວ, ສູນເສຍວັດທະນະທຳ ແມ່ນສູນເສຍຊົນຊາດ”, “ວັດທະນະທຳແມ່ນວິນຍານ ຂອງແຕ່ລະຊົນຊາດ”. ໂດຍເຂົ້າໃຈໄດ້ລະດັບຄວາມສຳຄັນຂອງວັດທະນະທຳ, ບັນດາທ້ອງຖິ່ນຢູ່ເຂດໄຕບັກ ໄດ້, ພວມເພີ່ມທະວີການອະນຸລັກຮັກສາ, ເສີມຂະຫຍາຍບັນດາຄຸນຄ່າທາງດ້ານວັດທະນະທຳ, ຈັດວັດທະນະທຳທຽບເທົ່າກັບເສດຖະກິດ, ການເມືອງ, ສັງຄົມ. ຈາກນັ້ນ, ກໍ່ສ້າງກຳລັງແຮງພາຍໃນປະເທດເພື່ອພັດທະນາຢ່າງວ່ອງໄວ ແລະ ຍືນຍົງ.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ

