ທາງໃນຂອງສູນສິລະປະ Green Art |
ຕອນເຊົ້າຂອງມື້ໜຶ່ງໃນຍາມລະດູຮ້ອນ, ສຽງຂອງແກລົດຕາມຖະໜົນຫົນທາງສາຍຕ່າງໆຢູ່ນະຄອນຫຼວງຮ່າໂນ້ຍ ເຮັດໃຫ້ບັນຍາກາດຮູ້ສຶກອຶດອັດ. ກົງກັນຂ້າມກັບບັນຍາກາດເນືອງນັນນັ້ນ ແມ່ນບັນຍາກາດທີ່ສະຫງົບຫງຽບ, ສະບາຍໃຈໃນສູນສິລະປະ Green Art. ເມື່ອເຂົ້າໄປແຫ່ງນີ້, ທຸກຄົນລ້ວນແຕ່ຮູ້ສຶກໄດ້ເຖິງລັກສະນະສິລະປະຜ່ານການສັບຊ້ອນ. ຢູ່ເທິງຝາເຮືອນ ແມ່ນປະດັບປະດາດ້ວຍຮູບແຕ້ມກ່ຽວກັບທິວທັດທຳມາຊາດ, ຖະໜົນເກົ່າຂອງຮ່າໂນ້ຍ ຫຼື ພາບແຕ້ມທີ່ເປັນໜ້າຈັບອົກຈັບໃຈຢູ່ບ້ານນາ ຫວຽດນາມ ນັ້ນແມ່ນ ຕົ້ນໄຮ, ສ້າງນ້ຳ, ເດີ່ນສາລາ... ທຸກໆພາບແຕ້ມລ້ວນແຕ່ໄດ້ສະແດງໃຫ້ເຫັນສະພາບຕົວຈິງ ແຕ່ກໍ່ເຕັມໄປດ້ວຍລັກສະນະສິລະປະ. ເມື່ອແບ່ງປັນກ່ຽວກັບການກຳເນີດຂອງສູນ, ເອື້ອຍ ເຢືອງກວິ່ງເຫ້ວ ຜູ້ບໍລິຫານສູນສິລະປະ Green Art ໃຫ້ຮູ້ວ່າ:
ປີ 2014, ຢູ່ຮ່າໂນ້ຍມີສູນສອນວິຊາຈິດຕະກຳບໍ່ຫຼາຍ ແຕ່ຄວາມຕ້ອງການກ່ຽວກັບການຮຽນວິຈິດສິນ, ຄວາມຕ້ອງການດ້ານບັນເທິງພາຍຫຼັງເວລາຮ່ຳຮຽນ ແລະ ເຮັດວຽກທີ່ອິດເມື່ອຍນັ້ນ ກໍ່ມີຫຼາຍພໍສົມຄວນ. ໄປຄຽງຄູ່ກັນນັ້ນ, ຂ້າພະເຈົ້າກໍ່ຢາກປະກອບສ່ວນໃດສ່ວນໜຶ່ງເຂົ້າໃນການຍົກລະດັບວິຈິດສິນ ຫວຽດນາມ, ກໍ່ຄືພັດທະນາຕົນເອງ ດັ່ງນັ້ນ ພວກຂ້າພະເຈົ້າຈິ່ງຕັດສິນໃຈສ້າງສູນ.
ປັດຈຸບັນສູນພວມຮັບການສິດສອນວິຊາຈິດຕະກຳສຳລັບ 3 ເປົ້າໝາຍນັ້ນແມ່ນ ວິຈິດສິນເດັກນ້ອຍ, ວິຈິດສິນພື້ນຖານ ແລະ ວິຈິດສິນລົງພຶດຕິກຳຕົວຈິງ. ສຳລັບແຕ່ລະເປົ້າໝາຍ, ສູນລ້ວນແຕ່ມີວິທີການສິດສອນທີ່ຈະແຈ້ງ. ເອື້ອຍ ເຢືອງກວິ່ງເຫ້ວ ໃຫ້ຮູ້ຕື່ມອີກວ່າ:
ເດັກນ້ອຍທຸກຄົນເມື່ອມາແຫ່ງນີ້ລ້ວນແຕ່ໄດ້ຮັບການສິດສອນຕາມຂັ້ນຕອນລະອຽດ, ຕອນທຳອິດພວກນ້ອງນ້ອຍຈະໄດ້ນຳໃຊ້ວິທີການແຕ້ມໂດຍພື້ນຖານດ້ວຍຄວາມຮູ້ກ່ຽວກັບຈິດຕະກຳເທື່ອລະເລັກລະນ້ອຍ, ຜູ້ໃດໄດ້ຮຽນແຕ່ 2 – 3 ຊຸດແລ້ວ ຫຼື ມີອາຍຸແຕ່ 12 ປີຂຶ້ນໄປຈະໄດ້ຮັບການສອນມີແບບມີແຜນຕາມມາດຕະຖານບັນດິດ. ສິ່ງທີ່ສູນຢາກມຸ່ງໄປເຖິງນັ້ນແມ່ນພາຍຫຼັງຮຽນຈົບ, ທຸກຄົນລ້ວນແຕ່ມີຄວາມຮູ້ພື້ນຖານກ່ຽວກັບວິຈິດສິນ.
ຢູ່ສູນ, ນອກຈາກວິທີການສຶກສາແບບພື້ນຖານທຳມະດາແລ້ວ, ສູນຍັງມີວິທີການສິດສອນພິເສດທີ່ສະຫງວນໃຫ້ແກ່ພວກນ້ອງນ້ອຍນັ້ນແມ່ນ ວິທີການສິດສອນແບບເຈາະຈິ້ມ. ແທນທີ່ຈະແຕ້ມຕາມຮູບແຕ້ມໂດຍຄູສອນແຕ້ມ, ພວກນ້ອງນ້ອຍຈະໄດ້ຮັບຊົມບັນດາເອກະສານພາບຖ່າຍ, ວິດີໂອກ່ຽວກັບສັດ, ດອກໄມ້, ທິວທັດທຳມະຊາດ… ພາຍຫຼັງຮັບຊົມພາບດັ່ງກ່າວພວກນ້ອງຈະມີຄວາມຮູ້ພື້ນຖານກ່ຽວກັບວັດຖຸ ແລ້ວສົມທົບກັບຄວາມຮູ້ທີ່ໄດ້ຮັບການຖ່າຍທອດຈາກຄູສອນ, ພວກນ້ອງກໍ່ຈະແຕ້ມດ້ວຍຄວາມຄິດຂອງຕົນ. ຫຼານ ຮ່ວາງຫາຍ ອາຍຸ 7 ປີ ສະແດງຄວາມພາກພູມໃຈກ່ຽວກັບພາບແຕ້ມທີ່ຕົນເອງຫາກໍ່ແຕ້ມແລ້ວວ່າ:
ຫຼານພວມແຕ້ມຄອບຄົວຊ້າງ, ນີ້ແມ່ນຊ້າງພໍ່, ນີ້ແມ່ນຊ້າງລູກ, ສອງພໍ່ລູກພວມຍ່າງຢູ່ໃນປ່າ, ຢູ່ອ້ອມຂ້າງແມ່ນສັດຊະນິດຕ່າງໆຄື: ນົກ, ກະຮອກ, ລິງ…
ນັກຮຽນກຳລັງແຕ້ມຢູ່ ສູນສິລະປະ Green Art |
ຕາມເອືຶ້ອຍ ເຢືອງກວິ່ງເຫ້ວ ແລ້ວ, ວິທີການດັ່ງກ່າວຈະຊ່ວຍໃຫ້ພວກນ້ອງໆ ບໍ່ຖືກຈຳກັດກ່ຽວກັບຈິນຕະນາການ, ມີການສັງເກດທີ່ກວ້າງໃຫຍ່ກ່ວາກ່ຽວກັບວັດຖຸປະກົດການ, ມີຄວາມປະດິດຄິດສ້າງຕໍ່ບັນດາສິ່ງທີ່ຕົນເອງມັກຮັກ, ນັ້ນກໍ່ແມ່ນສິ່ງທີ່ຍາມໃດກໍ່ໄດ້ຮັບຄວາມເອົາໃຈໃສ່ ແລະ ມຸ່ງໄປເຖິງ.
ດ້ວຍວິທີການສອນນີ້ ເຖິງວ່າມີຫົວຂໍ້ດຽວກັນແຕ່ວ່າ ມີບາງຄົນແຕ້ມໂຕເຕົ່າ ຢູ່ອ້ອມຂ້າງແມ່ນສັດຕ່າງໆຄື: ມ້ານ້ຳ, ແມງກະພຸນ ກຸ້ງ, ປູ, ມີບາງຄົນກໍ່ແຕ້ມເຕົ່າສອງໂຕ ແລະ ຖືວ່າໂຕໃຫຍ່ແມ່ນໂຕພໍ່ ແລະ ໂຕນ້ອຍແມ່ນໂຕລູກ ແລະ ສອງພໍ່ລູກກຳລັງໄປຫຼິ້ນ… ນີ້ແມ່ນການກຳນົດທິດເປີດໃນວິທີການສິດສອນຂອງສູນ ແລະ ພາຍຫຼັງສິ້ນສຸດຫຼັກສູດການຮຽນ ບັນດາຜົນງານນັ້ນກໍ່ມີຄວາມແຕກຕ່າງກັນ ແລະ ເຕັມໄປດ້ວຍຄວາມປະດິດຄິດສ້າງ.
ເມື່ອລະດູພັກແລ້ງວຽນມາ, ນ້ອງໆມີເວລາຫຼາຍ ແລະ ໄດ້ມາສູນຫຼາຍກ່ວາ, ຜູ້ໃດກໍ່ຮູ້ສຶກມ່ວນຊື່ນເມື່ອໄດ້ມາແຫ່ງນີ້ ຍ້ອນວ່າ ນອກຈາກໄດ້ຮຽນແຕ້ມ, ນ້ອງໆຍັງໄດ້ຫຼິ້ນກັບເພື່ອນໆ ແລະ ພົບປະກັບຄູສອນອີກດ້ວຍ. ອ້າຍ ຫງວຽນວັນດຶກ ພໍ່ຂອງນ້ອງ ຈາງ ໃຫ້ຮູ້ວ່າ:
ຕອນຫາກໍ່ມາຮຽນ ລູກບໍ່ຢາກໄປຮຽນ ມີແຕ່ຢາກຢູ່ບ້ານ, ແຕ່ພາຍຫຼັງມາຮຽນໄດ້ປະມານ 1 ຊຸດຮຽນແລ້ວ ຍາມໃດລູກກໍ່ຢາກມາສູນເພື່ອພົບປະ ແລະ ລະຫຼິ້ນກັບຄູສອນ ແລະ ເພື່ອນໆ. ມາຮອດປັດຈຸບັນນ້ອງກໍ່ໄດ້ຮຽນຢູ່ນີ້ເປັນເວລາ 3 ປີແລ້ວ.
ປັດຈຸບັນ, ນອກຈາກການສອນວິຊາຈິດຕະກຳແລ້ວ , ສູນສິລະປະ Green Art ຍັງເປີດຕື່ມອີກຫຼາຍຂະແໜງສິລະປະຕ່າງໆຄື: ເຮັດເຄື່ອງປັ້ນດິນເຜົາ, ແຕ້ມພາບສີຂັດມັນ, ພາບດົງໂຮ່… ເພື່ອນັບມື້ນັບຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການຂອງຜູ້ມັກຮັກສິລະປະ, ແມ່ນຂົວເຊື່ອມຕໍ່ຊ່ວຍໃຫ້ນ້ອງໆໄດ້ພົບປະກັບສິລະປະທີ່ເປັນມູນເຊື້ອ, ປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ພັດທະນາວັດທະນະທຳສິລະປະ ຫວຽດນາມ.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ

