ເດືອນ ເມສາ 1968, ເມື່ອຮັບບົດບາດເປັນຮອງເລຂາທິການສູນກາງ ກົມພາກໃຕ້, ທ່ານ ເລດຶກເທາະ ໄດ້ຮັບຄຳສັ່ງຈາກ ປະທານໂຮ່ຈີມິນ ໃຫ້ກັບມາຮ່າໂນ້ຍ ໂດຍດ່ວນ ເພື່ອກະກຽມເດີນທາງໄປຍັງ ປາຣີ ດ້ວຍພາລະກຳ “ເປັນທີ່ປຶກສາພິເສດ” ຄະນະຜູ້ແທນລັດຖະບານ ສາທາລະນະລັດປະຊາທິປະໄຕ ຫວຽດນາມ, ເຈລະຈາແບບເຊິ່ງໜ້າກັບຜູ້ຕາງໜ້າ ອາເມລິກາ ກ່ຽວກັບການສິ້ນສຸດສົງຄາມ, ສ້າງສັນຕິພາບຄືນໃໝ່ ຢູ່ ຫວຽດນາມ.
ທ່ານ ເລດຶກເທາະ ແລະ ທ່ານ Kissinger ຈັບມືກັນພາຍຫຼັງພິທີເຊັນສັນຍາ (ພາບ:TTXVN) |
ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ດັ້ງຮວ່າງຢາງ (ພາບ:TTXVN) |
“ໃນວິວັດການເຈລະຈາສັນຍາ ປາຣີ, ຫວຽດນາມ ແມ່ນປະເທດນ້ອຍ ແລະ ເກືອບຄືວ່າຍັງບໍ່ທັນທີ່ມີປະສົບການໃນວຽກງານການທູດ, ຖ້າທຽບກັບ ອາເມລິກາ - ເຊິ່ງເປັນປະເທດໃຫຍ່ ແລະ ມີກຳລັງຄວາມສາມາດທາງດ້ານການທະຫານ ແລະ ການຕ່າງປະເທດ. Kissinger ແມ່ນບຸກຄົນທີ່ “ຫ້ຽມກຽມແຂງຂໍ້” ໃນແນວຮົບຕ່າງປະເທດຂອງ ອາເມລິກາ ແລະ ໂລກ. ເຖິງຢ່າງໃດກໍຕາມ, ເມື່ອນັ່ງເຊິ່ງໜ້າກັບທ່ານ ເລດຶກເທາະ, ທ່ານ Kissinger ຍາມໃດກໍຕ້ອງຍອມຮັບ ແລະ ນັບຖືຕໍ່ຂໍ້ອ້າງອີງ ແລະ ການອ້າງເຫດຜົນແຮງກ້າຂອງເພິ່ນ. ຂ້າພະເຈົ້າຖືວ່າ ທ່ານ ເລດຶກເທາະ ໄດ້ສະແດງໃຫ້ເຫັນຄຸນນະທາດ, ຄວາມເກັ່ງກ້າສາມາດ ແລະ ພູມປັນຍາຢ່າງແທ້ຈິງ”.
ຖ້າຄືຢູ່ໃນໂຕະເຈລະຈາ, ທ່ານ ເລດຶກເທາະ ຍາມໃດກໍສະແດງໃຫ້ເຫັນຄຸນນະທາດ, ພູມປັນຍາ, ຄວາມຢຶດໝັ້ນກ່ຽວກັບຫຼັກການ ແຕ່ນຳໃຊ້ຍຸດໂທບາຍຢ່າງມີໄຫວພິບນັ້ນ, ໃນກອງປະຊຸມປິດລັບກັບທ່ານ Kissinger, ທ່ານ ເລດຶກເທາະ ຍາມໃດກໍສະແດງໃຫ້ເຫັນເຈດຈຳນົງບຸກໂຈມຕີ, ກຽມພ້ອມໂຕ້ຕອບຈົນເຖິງຂັ້ນສຸດທ້າຍ, ດ້ວຍທ່າທີທຸ່ນທ່ຽງ, ຮັບມືແກ້ໄຂຢ່າງຄ່ອງແຄ້ວ, ແຕ່ເວລາໃດທີ່ຕ້ອງການ ກໍແຂງແກ່ນ, ແຮງກ້າທີ່ສຸດ. ທ່ານ ຮສ.ປອ ບຸ່ຍດິງຟອງ, ສັງກັດສະຖາບັນ ໂຮ່ຈີມິນ ແລະ ບັນດາການນຳພັກ, ສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ, ຢັ້ງຢືນວ່າ:
“ມີສິ່ງໜຶ່ງທີ່ສຳຄັນ ສະແດງໃຫ້ເຫັນພູມປັນຍາ, ຄຸນນະທາດຂອງທ່ານ ເລດຶກເທາະ ນັ້ນແມ່ນ ຍາມໃດທ່ານກໍກຳແໜ້ນ ແລະ ມີຄວາມເຂົ້າໃຈສັດຕູຢ່າງເລິກເຊິ່ງ. ຄືດັ່ງທ່ານ Kissinger ໄດ້ກ່າວວ່າ: “ອ່ານໄດ້ແນວຄິດຂອງຝ່າຍກົງກັນຂ້າມ”. ໝາຍຄວາມວ່າ ເຂົ້າໃຈເຈດຕະນານົມຂອງຝ່າຍກົງກັນຂ້າມແມ່ນຫຍັງ ແລະ ຢາກເວົ້າຫຍັງ. ສະນັ້ນ, ຄຸນນະທາດຂອງທ່ານ ເລດຶກເທາະ ໃນການທູດ ແມ່ນເປັນເຈົ້າການບຸກໂຈມຕີຝ່າຍກົງກັນຂ້າມ, ແຕ່ປະສານສົມທົບລະຫວ່າງຫຼັກການ ກັບຄວາມຄ່ອງແຄ້ວອ່ອນໂຍນໃນການຕໍ່ສູ້ທາງການຕ່າງປະເທດ”.
ສັນຍາ ປາຣີ ແມ່ນໄຊຊະນະສັງລວມຂອງນັບທັງການຕໍ່ສູ້ທາງດ້ານການທະຫານ, ການເມືອງ ແລະ ການທູດ, ໃນນັ້ນ ມີການປະກອບສ່ວນຢ່າງດີເລີດຂອງທ່ານ ເລດຶກເທາະ. ຂະບວນວິວັດແຫ່ງການເຈລະຈາສັນຍາ ປາຣີ ແມ່ນແກ່ຍາວທີ່ສຸດໃນປະຫວັດສາດການທູດໃນຍຸກທັນສະໄໝ, ສ້າງສຽງດັງກ້ອງກັງວານໃນໂລກ ແລະ ຫາງສຽງ, ສື່ມວນຊົນ ອາເມລິກາ ແລະ ເອີຣົບ ໄດ້ຍ້ອງຍໍຊົມເຊີຍດ້ວຍຄວາມເຄົາລົບນັບຖື.
ເຖິງວ່າເຫດການດັ່ງກ່າວໄດ້ຜ່ານພົ້ນໄປເປັນເວລາຫຼາຍປີກໍຕາມ, ແຕ່ຂີດໝາຍຂອງທ່ານອະດີດທີ່ປຶກສາພິເສດ ເລດຶກເທາະ ໃນການເຈລະຈາສັນຍາ ປາຣີ (1968 - 1973) ກໍບໍ່ຖືກຫາຍໄປ. ຜົນງານນັ້ນ ແມ່ນຫຼັກໝາຍອັນເຫຼືອງເຫຼື້ອມໃນປະຫວັດສາດຂອງຂະແໜງການທູດ ຫວຽດນາມ, ນຳມາເຊິ່ງບົດຮຽນ, ປະສົບການອັນລ້ຳຄ່າສຳລັບກິດຈະການເຊື່ອມໂຍງເຂົ້າກັບສາກົນຂອງ ຫວຽດນາມ ໃນປັດຈຸບັນ./.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ

