ການເຄື່ອນໄຫວຫໍ່ເຂົ້າຕົ້ມຂອງສູນ |
ໃນໂອກາດບຸນປີໃໝ່ປະຈຳຊາດຜ່ານມາ, ເອື້ອຍ ຖຸຍຮ່າ ພ້ອມກັບບັນດາສະມາຊິກຂອງສູນພາສາ ແລະ ຄວາມຮູ້ ຫວຽດ ຢູ່ ບາງກອກ ໄດ້ຈັດງານຫໍ່ເຂົ້າຕົ້ມ - ເຊິ່ງເປັນຮີດຄອງປະເພນີທີ່ຂາດບໍ່ໄດ້ໃນໂອກາດບຸນປີໃໝ່ປະຈຳຊາດຂອງຊາວຫວຽດນາມ. ນະທີ່ນີ້, ນັກສຶກສາ ຫວຽດນາມ ແລະ ເພື່ອນມິດ ໄທ ຫຼາຍຄົນ ໄດ້ຫໍ່ເຂົ້າຕົ້ມເອງເປັນອັນທຳອິດໃນຊີວິດຕົນ. ເອື້ອຍ ໂດ໋ຖຸຍຮ່າ, ຜູ້ກໍ່ຕັ້ງສູນ ໄດ້ແບ່ງປັນວ່າ:
“ກ່ອນບຸນປີໃໝ່ປະຈຳຊາດ, ສູນກໍ່ໄດ້ຈັດງານຫໍ່ເຂົ້າຕົ້ມປະຊາຄົມໃຫ້ທຸກໆຄົນ, ພຽງແຕ່ຕ້ອງສົ່ງຈົດທະບຽນມາກ່ອນເທົ່ານັ້ນ ເພື່ອກະກຽມວັດຖຸດິບຄື: ໃບຕອງ, ເຂົ້າສານ, ຖົ່ວເຫຼືອງ. ມີບາງປີ, ຄູສອນຢູ່ບັນດາໂຮງຮຽນມັດທະຍົມຕອນປາຍ ຫຼື ມະຫາວິທະຍາໄລຂອງໄທ ກໍໄດ້ພານັກສຶກສາໄທ ມາທີ່ສູນ ເພື່ອຊອກຮູ້ກ່ຽວກັບວັດທະນະທຳຂອງຊາວຫວຽດນາມ ອີກດ້ວຍ”.
ສຳລັບນ້ອງ ໂດ໋ທິຖຸຍຮັ່ງ, ນັກສຶກສາຂະແໜງມະນຸດວິທະຍາ, ມະຫາວິທະຍາໄລຈຸລາລົງກອນແລ້ວ, ນີ້ແມ່ນຄັ້ງທີ 4 ທີ່ໄດ້ເຂົ້າຮ່ວມການເຄື່ອນໄຫວນີ້:
“ປີໃດນ້ອງກໍ່ເຂົ້າຮ່ວມການເຄື່ອນໄຫວໃນບຸນເຕັດກັບສູນ, ຍ້ອນນ້ອງຮູ້ສຶກວ່າ ບັນດາການເຄື່ອນໄຫວນີ້ມ່ວນຫຼາຍ. ທີໜຶ່ງແມ່ນໄດ້ກິນອາຫານຫວຽດນາມ ໃນໂອກາດບຸນເຕັດ, ເຮັດໃຫ້ເຮົາບັນເທົາຄວາມຄິດຮອດຄອບຄົວ. ທີສອງແມ່ນ, ນ້ອງກໍ່ໄດ້ແບ່ງປັນບັນດາເລື່ອງລາວຂອງຕົນກັບຊາວຫວຽດນາມ ຄົນອື່ນ, ເມື່ອລົມກັນແບບນັ້ນ ເຮົາຮູ້ສຶກມີຄວາມສະໜິດຕິດພັນ ແລະ ການເຊື່ອມຕໍ່ຫຼາຍກ່ວາອີກ”.
ການຫໍ່ເຂົ້າຕົ້ມແມ່ນໜຶ່ງໃນບັນດາການເຄື່ອນໄຫວຂອງສູນ VLK ໃນໂອກາດບຸນປີໃໝ່ປະຈຳຊາດຜ່ານມາ. ນອກນັ້ນ, ສູນຍັງໄດ້ແນະນຳບັນດາຈຸດວັດທະນະທຳອັນດີງາມຂອງຊາວຫວຽດນາມ, ຕົວຢ່າງຄື: ຍາມຕົ້ນປີເຂົ້າວັດ, ບູຊາພະພູດທະຮູບ, ຊອກຫາກ່ຽວກັບປະຫວັດສາດ ວັດທະນະທຳຂອງວັດຫວຽດ ແຫ່ງຕ່າງໆຢູ່ ບາງກອກ. ບັນດາສະມາຊິກເຂົ້າຮ່ວມການເຄື່ອນໄຫວລ້ວນແຕ່ແມ່ນເພື່ອຄວາມຮັກຕໍ່ປະເທດ ຫວຽດນາມ, ຢາກເຄື່ອນໄຫວເພື່ອໂຄສະນາວັດທະນະທຳ ຫາກບໍ່ແມ່ນເພື່ອຈຸດປະສົງເສດຖະກິດ ແລະ ລາຍຮັບ. ນອກຈາກບຸນປີໃໝ່ປະຈຳຊາດ, ງານບຸນເຂົ້າປະດັບດິນ ແລະ ພິທີສວດມົນພາວະນາຢູ່ວັດ ຫວຽດ ແຫ່ງຕ່າງໆຢູ່ນະຄອນຫຼວງ ບາງກອກ ແມ່ນການເຄື່ອນໄຫວປະຈຳປີ ເຊິ່ງສູນ VLK ຈັດຂຶ້ນນັບແຕ່ປີ 2009. ເອື້ອຍ ຖຸຍຮ່າ ເວົ້າຄວາມໃນໃຈສູ່ຟັງວ່າ:
“ເມື່ອໄດ້ຮູ້ວ່າຢູ່ ໄທ ມີວັດຫວຽດ ຫຼາຍແຫ່ງທີ່ມີອາຍຸກ່ວາ 200 ປີ, ຂ້າພະເຈົ້າຢາກເຮັດວຽກງານໃດໜຶ່ງເພື່ອແນະນຳບັນດາວັດຫວຽດ ແຫ່ງນັ້ນໃຫ້ປະຊາຄົມຊາວ ຫວຽດນາມ ອາໄສຢູ່ໄທ, ແນະນຳວັດທະນະທຳອັນດີງາມຂອງຫວຽດນາມໃຫ້ ປະຊາຄົມຊາວໄທ ເພື່ອໃຫ້ເຂົາເຈົ້າຮູ້ວ່າ: ຖ້າວ່າຢູ່ ໄທ ມີວັນແມ່ແຫ່ງຊາດ ວັນທີ 12 ສິງຫາ ນັ້ນ, ຫວຽດນາມ ກໍ່ມີງານບຸນເຂົ້າປະດັບດິນ ໃນວັນເພັງເດືອນ 7 ໄລ່ຕາມຈັນທະປະຕິທິນ ກໍ່ກົງກັບເດືອນ ສິງຫາ, ເຮົາເອີ້ນວັນບຸນນັ້ນແມ່ນວັນແມ່, ວັນພໍ່, ແມ່ນວັນບຸນຕອບບຸນແທນຄຸນບັນພະບຸລຸດ”.
ສຸນກໍ່ໄດ້ຈັດວັນບຸນເຂົ້າປະດັບດິນ |
ເພື່ອນ ວັງນະກອນ ພົນລົກ ຢູ່ແຂວງ ນະຄອນ ພະນົມ, ເຊິ່ງເປັນຊາວ ໄທ ເຊື້ອຊາດ ຫວຽດນາມ ແບ່ງປັນວ່າ:
“ຖ້າຫາກວ່າຢູ່ ໄທ ມີວັນແມ່ແຫ່ງຊາດ ເພື່ອສະແດງຄວາມຮູ້ບຸນຄຸນຕໍ່ຜູ້ໃຫ້ກຳເນີດນັ້ນ, ວັນບຸນເຂົ້າປະດັບດິນ ໄດ້ຈັດຂຶ້ນເພື່ອຊ່ວຍໃຫ້ພໍ່ແມ່ປະຊາຊົນຊາວ ຫວຽດນາມ ທີ່ພວມດຳລົງຊີວິດ ແລະ ຮ່ຳຮຽນຢູ່ທີ່ນີ້ຮູ້ສຶກໄດ້ເຖິງຄວາມຮັກຕໍ່ບ້ານເກີດເມືອງນອນ, ສຳລັບຄອບຄົວຂອງຕົນຫຼາຍກວ່າອີກ. ໃນບັນດາປະເທດສະມາຊິກ ອາຊຽນ, ວັດທະນະທຳຫວຽດນາມ ແລະ ໄທ ມີຫຼາຍຈຸດຄ້າຍຄືກັນ, ຄືວັນບຸນ ສົງການຂອງໄທ ຄ້າຍຄືບຸນປີໃໝ່ປະຈຳຊາດຢູ່ ຫວຽດນາມ, ວັນແມ່ແຫ່ງຊາດ ກໍຄ້າຍຄືວັນບຸນເຂົ້າປະດັບດິນຂອງຊາວ ຫວຽດ”.
ໃນຊ່ວງເວລານີ້, ເມື່ອປະເທດຕ່າງໆໃນທົ່ວໂລກໄດ້ເປີດປະຕູຄືນໃໝ່ພາຍຫຼັງໂລກລະບາດ ໂຄວິດ - 19, ສູນ VLK ຍັງສືບຕໍ່ດຳເນີນບັນດາການເຄື່ອນໄຫວທີ່ຟົດຟື້ນ ເພື່ອເຊື່ອມຕໍ່ພໍ່ແມ່ພີ່ນ້ອງຊາວຫວຽດນາມ ອາໄສຢູ່ໄທ, ເສີມຂະຫຍາຍ ແລະ ໂຄສະນາບັນດາຈຸດຄວາມງາມຂອງວັດທະນະທຳໃນເຂດດິນແດນ ໄທ. ເຖິງວ່າ ຄາກັບວຽກງານຫຼາຍກ່ໍຕາມ, ແຕ່ເອື້ອຍ ຖຸຍຮ່າ ແລະ ບັນດາສະມາຊິກໃນສູນ VLK ຍາມໃດກໍ່ລໍຄອຍໂອກາດໄດ້ເປີດຊຸດຮຽນພາສາຫວຽດ ຄືນໃໝ່ ໃຫ້ລູກຫຼານໃນຄອບຄົວ ໄທ - ຫວຽດ ເຊິ່ງມີພໍ່ ຫຼື ແມ່ແມ່ນຊາວໄທ ທີ່ກຳເນີດຢູ່ ໄທ ແລະ ບໍ່ມີເງື່ອນໄຂສຳຜັດກັບພາສາຫວຽດ ແລະ ວັດທະນະທຳຫວຽດນາມ ຫຼາຍປານໃດ. ຍັງມີຫຼາຍໂຄງການໃນຕໍ່ໜ້າ, ສູນ VLK ຍັງເມົາມົວກັບພາລະກຳແຜ່ຂະຫຍາຍຄວາມຮັກຕ່ໍພາສາຫວຽດ, ວັດທະນະທຳຫວຽດນາມ ຢູ່ປະເທດໄທ./.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ

