ບໍລິສັດ Japfa Comfeed ຫວຽດນາມ ຈຳກັດ ກໍ່ແມ່ນໜຶ່ງໃນບັນດາວິສາຫະກິດ ອິນໂດເນເຊຍ ທີ່ເຄື່ອນໄຫວຢ່າງມີປະສິດທິຜົນຢູ່ ຫວຽດນາມ(ພາບອິນເຕີເນັດ)
|
ການພົວພັນດ້ານເສດຖະກິດລະຫວ່າງ ຫວຽດນາມ ແລະ ອິນໂດເນເຊຍ ໄດ້ພັດທະນາຢ່າງແຮງ ແລະ ພວມສູ້ຊົນບັນລຸວົງເງິນການຄ້າ 2 ສົ້ນ 18 ຕື້ USD ໂດຍໄວ. ການຮ່ວມມືດ້ານການລົງທຶນລະຫວ່າງ 2 ປະເທດກໍ່ເຫັນປະຈັກຕາລະດັບການເຕີບໂຕຫຼາຍພໍສົມຄວນ. ນີ້ອາດຈະໄດ້ຮັບຖືວ່າແມ່ນກຳລັງບົ່ມຊ້ອນຢ່າງໃຫຍ່ຫຼວງໃຫ້ແກ່ວິສາຫະກິດ 2 ປະເທດ.
ໂດຍຫ່າງຈາກໃຈກາງນະຄອນຫຼວງ ຮ່າໂນ້ຍ ປະມານ 8 ກມ, ເຂດຕົວເມືອງ ນາມທັງລອງ (Ciputra Hanoi Internasional City) ດ້ວຍເນື້ອທີ່ 323 ເຮັກຕາ, ລວມມີອາຄານສູງ 34 ຕຶກ, ເຂດເຮືອນວິນລາ 10 ເຂດ, ປະກອບສ່ວນປົວແປງໂສມໜ້ານະຄອນຫຼວງ. ນີ້ແມ່ນໜຶ່ງໃນບັນດາເຂດຕົວເມືອງໃໝ່ທຳອິດໂດຍນັກລົງທຶນ ອິນໂດເນເຊຍ (Ciputra Grup) ແລະ ບໍລິສັດໃຫຍ່ການລົງທຶນພັດທະນາພື້ນຖານໂຄງລ່າງເຂດຕົວເມືອງ (UDIC) ຂອງ ຫວຽດນາມ ຮ່ວມມືກໍ່ສ້າງຢູ່ ຮ່າໂນ້ຍ ໃນປີ 2002. ໃນເວລາກວ່າ 30 ປີທີ່ໄດ້ຮ່ວມມື ແລະ ພັດທະນາພ້ອມກັບນະຄອນຫຼວງ ຮ່າໂນ້ຍ, Ciputra Hanoi (ສາຂາຂອງກຸ່ມບໍລິສັດ Ciputra ຢູ່ ຫວຽດນາມ) ໄດ້ເປັນສິ່ງພິສູດຢ່າງຈະແຈ້ງໃຫ້ແກ່ຜົນສຳເລັດຂອງວິສາຫະກິດ ອິນໂດເນເຊຍ ຢູ່ ຫວຽດນາມ. ທ່ານ Thong Suprobo Antono, ຫົວໜ້າໂຄງການ Ciputra Hanoi, ໃຫ້ຂໍ້ສັງເກດວ່າ:
“ຫວຽດນາມ ແລະ ອິນໂດເນເຊຍ ຍັງມີໂອກາດຮ່ວມມືດ້ານອະສັງຫາລິມະຊັບຫຼາຍຢ່າງ ຍ້ອນວ່າ ທັງ 2 ປະເທດລ້ວນແຕ່ແມ່ນປະເທດພັດທະນາ. ທັງ 2 ປະເທດລ້ວນແຕ່ມີຄວາມຕ້ອງການດ້ານເຮືອນຢູ່ອາໄສຢ່າງໃຫຍ່ຫຼວງ, ນີ້ແມ່ນໂອກາດໃຫ້ກຸ່ມບໍລິສັດ Ciputra ຂອງພວກຂ້າພະເຈົ້າ. ຄວາມຕ້ອງການດ້ານເຮືອນຢູ່ອາໄສທີ່ມີສິ່ງອຳນວຍຄວາມສະດວກຢ່າງຄົບຖ້ວນຂອງປະຊາຊົນ 2 ປະເທດ ພວມແມ່ນຄວາມຕ້ອງການທີ່ຮີບດ່ວນ, ສະນັ້ນ, ນີ້ຈຶ່ງແມ່ນໂອກາດລົງທຶນຢ່າງໃຫຍ່ຫຼວງໃຫ້ແກ່ວິສາຫະກິດ 2 ປະເທດ. ປະຈຸບັນ, ພວກຂ້າພະເຈົ້າພວມຮ່ວມມືກັບບໍລິສັດຂອງ ຫວຽດນາມ, ເປັນສິ່ງທີ່ດີພໍສົມຄວນໃຫ້ແກ່ນັກລົງທຶນຕ່າງປະເທດ ເມື່ອມາລົງທຶນຢູ່ ຫວຽດນາມ ຫຼື ນັກລົງທຶນ ຫວຽດນາມ ແຊກຊຶມເຂົ້າຕະຫຼາດ ອິນໂດເນເຊຍ ຖ້າຫາກເຊື່ອມຕໍ່ການຮ່ວມມືກັບບັນດາບໍລິສັດປະຈຳຖິ່ນ”.
ໃນຂະນະນັ້ນ, ຢູ່ທາງພາກໃຕ້ ຫວຽດນາມ, ໃນຂົງເຂດລ້ຽງສັດ, ບໍລິສັດ Japfa Comfeed ຫວຽດນາມ ຈຳກັດ ກໍ່ແມ່ນໜຶ່ງໃນບັນດາວິສາຫະກິດ ອິນໂດເນເຊຍ ທີ່ເຄື່ອນໄຫວຢ່າງມີປະສິດທິຜົນຢູ່ ຫວຽດນາມ. ໂດຍໄດ້ລົງທຶນເຂົ້າຕະຫຼາດ ຫວຽດນາມ ນັບແຕ່ປີ 1996 ພາຍໃຕ້ຮູບແບບຮ່ວມດຳເນີນທຸລະກິດກັບບໍລິສັດໃຫຍ່ການລ້ຽງສັດ ຫວຽດນາມ, ມາຮອດປະຈຸບັນ, Japfa ຫວຽດນາມ ພວມມີ 8 ໂຮງງານຜະລິດຫົວອາຫານສັດ ແລະ ສິນໃນນ້ຳຢູ່ຫຼາຍແຂວງ, ນະຄອນຂອງ ຫວຽດນາມ. ທ່ານ Tommy Manawan, ຜູ້ອຳນວຍການຝ່າຍການເງິນ ບໍລິສັດ Japfa Comfeed ຫວຽດນາມ ຈຳກັດ, ໃຫ້ຮູ້ວ່າ:
“ຢູ່ ອິນໂດເນເຊຍ, ພວກຂ້າພະເຈົ້າເຄື່ອນໄຫວໃນຂົງເຂດລ້ຽງສັດ, ສະນັ້ນ, ໜຶ່ງໃນບັນດາວຽກງານທີ່ສາມາດປະຕິບັດລະຫວ່າງ ຫວຽດນາມ ແລະ ອິນໂດເນເຊຍ ແມ່ນເຮັດແນວໃດເພື່ອໃຫ້ພວກຂ້າພະເຈົ້າສາມາດນຳອາຫານຈາກ ອິນໂດເນເຊຍ ເຂົ້າ ຫວຽດນາມໄດ້, ຄື: ສາລີ, ກ່ອນນີ້ແມ່ນນ້ຳມັນໝາກພ້າວ. ປະຈຸບັນ, ພວກຂ້າພະເຈົ້າພວມມີແຜນການເປີດກວ້າງຮູບແບບດຳເນີນທຸລະກິດ, ເຮັດແນວໃດເພື່ອສາມາດສະໜອງເຖິງຜູ້ບໍລິໂພກໄດ້ໂດຍກົງ”.
ນີ້ພຽງແຕ່ແມ່ນ 2 ໃນຈຳນວນບັນດາບໍລິສັດຂອງ ອິນໂດເນເຊຍ ທີ່ບັນລຸຜົນສຳເລັດຢູ່ຕະຫຼາດ ຫວຽດນາມ. ກົງກັນຂ້າມ, ຢູ່ຕະຫຼາດ ອິນໂດເນເຊຍ ດ້ວຍປະຊາກອນປະມານ 300 ລ້ານຄົນ - ເປັນປະເທດມີຈຳນວນພົນລະເມືອງຫຼາຍກວ່າໝູ່ຢູ່ພາກພື້ນ ອາຊຽນ, ແມ່ນຕະຫຼາດທີ່ເຕັມໄປດ້ວຍຄວາມສາມາດບົ່ມຊ້ອນໃຫ້ແກ່ບັນດານັກລົງທຶນຕ່າງປະເທດ, ໃນນັ້ນ, ມີວິສາຫະກິດ ຫວຽດນາມ. ໂດຍເຫັນໄດ້ເຖິງໂອກາດພັດທະນາຢູ່ຕະຫຼາດຕ່າງປະເທດ, ກຸ່ມບໍລິສັດ Vinfast ໄດ້ເລີ່ມ “ຂຸດຄົ້ນ” ຕະຫຼາດນີ້. ເມື່ອຕີລາຄາກ່ຽວກັບຄວາມສາມາດບົ່ມຊ້ອນໃນການຮ່ວມມືລະຫວ່າງ ອິນໂດເນເຊຍ ແລະ ຫວຽດນາມ ເວົ້າລວມ, ກໍຄືກຳລັງບົ່ມຊ້ອນຂອງຕະຫຼາດ ອິນໂດເນເຊຍ ສຳລັບ Vinfast ເວົ້າສະເພາະ, ທ່ານ ຫງວຽນດິ່ງຈຽນ, ຜູ້ອຳນວຍການຝ່າຍລົງທຶນ, ບໍລິສັດຫຸ້ນສ່ວນຜະລິດ ແລະ ດຳເນີນທຸລະກິດ Vinfast ແບ່ງປັນວ່າ:
“ປະເທດ ຫວຽດນາມ ແລະ ອິນໂດເນເຊຍ ມີຫຼາຍຈຸດຄ້າຍຄືກັນກ່ຽວກັບຂອບຂະໜາດປະຊາກອນ, ກ່ຽວກັບເກນອາຍຸໜຸ່ມ, ກໍ່ຄືກຳລັງບົ່ມຊ້ອນພັດທະນາເສດຖະກິດ, ຍິ່ງໄປກວ່ານັ້ນແມ່ນມີຈຸດທີ່ຄ້າຍຄືກັນດ້ານວັດທະນະທຳລະຫວ່າງ 2 ປະເທດ. Vinfast ກຳນົດຢ່າງຈະແຈ້ງວ່າ, ຕະຫຼາດ ອິນໂດເນເຊຍ ແມ່ນຕະຫຼາດເປີດ ແລະ ຈະພັດທະນາຂົງເຂດລົດໂອໂຕຢ່າງແຮງ, ພິເສດແມ່ນລົດໂອໂຕໄຟຟ້າ. ແລະທ່າແຮງບົ່ມຊ້ອນກ່ຽວກັບອັດຕານຳໃຊ້ລົດໄຟຟ້າແມ່ນພວມມີຫຼາຍ”.
ປະຈຸບັນ, ອິນໂດເນເຊຍ ແມ່ນຄູ່ຄ້າໃຫຍ່ອັນດັບທີ 3 ຂອງ ຫວຽດນາມ, ຫວຽດນາມ ແມ່ນຄູ່ຄ້າໃຫຍ່ອັນດັບທີ 4 ຂອງ ອິນໂດເນເຊຍ ໃນ ອາຊຽນ. ວົງເງິນການຄ້າ 2 ສົ້ນພວມຮັກສາທ່າເຕີບໂຕຢ່າງຕໍ່ເນື່ອງ ຈາກ 9 ຕື້ USD ໃນປີ 2019 ຂຶ້ນເປັນ 16 ຕື້ USD ໃນປີ 2024. ພິເສດ, ດ້ວຍເລື່ອງຍົກລະດັບການພົວພັນລະຫວ່າງ 2 ປະເທດຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ພາຍຫຼັງການຢ້ຽມຢາມ ອິນໂດເນເຊຍ ຂອງທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນມມ ໂຕເລິມ ໃນເດືອນ ມີນາ 2025, ການຮ່ວມມືດ້ານການຄ້າລະຫວ່າງ ຫວຽດນາມ ແລະ ອິນໂດເນເຊຍ ຈະບັນລຸລະດັບ 18 ຕື້ USD ໂດຍໄວ.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ
