ຫາງສຽງສາກົນກ່ຽວກັບກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກກອມມູນິດຫຽດນາມ

(VOVWORLD) -ໃນໄລຍະຜ່ານມາ, ຫວຽດນາມ ໄດ້ສະແດງໃຫ້ເຫັນການເຕີບໂຕຄວາມເນື້ອເຊື່ອໃຈ, ສ້າງຄວາມປະທັບໃຈກ່ຽວກັບດັດສະນີໃນທຸກຂົງເຂດ.
ຫາງສຽງສາກົນກ່ຽວກັບກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກກອມມູນິດຫຽດນາມ - ảnh 1(ທ່ານປະທານສະພາກອງທຶນໜູນຊ່ວຍແນວຄວາມຄິດອາຊີ - ເອີລົບ (ລັດເຊຍ) ທ່ານ Grigory Trofimchuk)

ໃນຊຸມມື້ຜ່ານມາ, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກກອມມູນິດຫຽດນາມ ໄດ້ດຶງດູດຄວາມສົນໃຈຕິດຕາມຈາກຫາງສຽງສາກົນ. ມີຫຼາຍຄຳເຫັນສະແດງຄວາມເຊື່ອໝັ້ນ ວ່າ ກອງປະຊຸມໃຫຍ່ຈະປະສົບຜົນສຳເລັດຢ່າງຈົບງາມ ແລະ ຜ່ານບັນດາລັດຖະນາໂຍບາຍທີ່ຖືກຕ້ອງ ເພື່ອແນໃສ່ນຳປະເທດຫວຽດນາມ ໃຫ້ພັດທະນາກາຍເປັນປະເທດຮັ່ງມີເຂັ້ມແຂງ…

        ພັກກອມມູນິດບຣາຊິນ (PCB) ໄດ້ຍ້ອງຍໍຄວາມມານະພະຍາຍາມພິເສດຂອງພັກກອມມູນິດຫວຽດນາມ ໃນຕະຫຼອດວິວັດການຈັດຕັ້ງກອງປະຊຸມໃຫຍ່, ພິເສດແມ່ນໃນບັນດາເງື່ອນໄຂທີ່ປະສົບກັບຄວາມຫຍຸ້ງຍາກທີ່ສຸດຂອງປີ 2020 ເມື່ອເກີດໂລກລະບາດໂຄວິດ-19 ແລະ ໄພທຳມະຊາດ, ນ້ຳຖ້ວມໄດ້ສົ່ງຜົນກະສົບຢ່າງແຮງເຖິງຊີວິດທາງດ້ານເສດຖະກິດ-ສັງຄົມຂອງປະເທດຊາດ. ກໍ່ມີທັດສະນະເຊັ່ນດຽວກັນ, ທ່ານປະທານສະພາກອງທຶນໜູນຊ່ວຍແນວຄວາມຄິດອາຊີ - ເອີລົບ (ລັດເຊຍ) ທ່ານ Grigory Trofimchuk ຖືວ່າ, ໃນໄລຍະຜ່ານມາ, ຫວຽດນາມ ໄດ້ສະແດງໃຫ້ເຫັນການເຕີບໂຕຄວາມເນື້ອເຊື່ອໃຈ, ສ້າງຄວາມປະທັບໃຈກ່ຽວກັບດັດສະນີໃນທຸກຂົງເຂດ. ສະພາບຕົວຈິງດັ່ງກ່າວແມ່ນຍ້ອນແນວທາງຍຸດທະສາດຂອງພັກກອມມູນິດຫວຽດນາມ. ຍາມໃດ ຫວຽດນາມ ກໍ່ຢືດໝັ້ນກັບເສັ້ນທາງປະຕິວັດທີ່ໄດ້ເລືອກເຟັ້ນ. ນັບທັງແຜນການສະກັດກັ້ນການຕິດແປດຂອງໂລກລະບາດໂຄວິດ-19 ຂອງຫວຽດນາມ ກໍ່ເປັນເປົ້າໝາຍໃຫ້ແກ່ຫຼາຍປະເທດຄົ້ນຄວ້າ, ໃນນັ້ນມີລັດເຊຍ, ຍ້ອນມັນໄດ້ພິສູດໃຫ້ເຫັນຄວາມແຕກຕ່າງທີ່ໜ້າສົນໃຈ ແລະ ມີປະສິດທິຜົນດີທີ່ສຸດ.

        “ຂ້າພະເຈົ້າເຊື່ອໝັ້ນວ່າ, ໂດຍສຸມໃສ່ມະນຸດ, ຫວຽດນາມ ຈະກາຍເປັນເຂດພັດທະນາສະຖຽນລະພາບ ແລະ ມີຄວາມວັດທະນາຖາວອນທີ່ສຸດ, ບໍ່ພຽງແຕ່ຢູ່ພາກພື້ນເທົ່ານັ້ນ, ຫາກຍັງທົ່ວໂລກອີກດ້ວຍ. ດ້ວຍແບບຢ່າງຂອງຕົນເອງນັ້ນ, ຫວຽດນາມ ໄດ້ພິສູດໃຫ້ທົ່ວໂລກເຫັນວ່າ, ລັດທິສັງຄົມນິຍົມແມ່ນວິທີດີທີ່ສຸດເພື່ອພັດທະນາເສດຖະກິດ ແລະ ການເມືອງຂອງສັງຄົມ”.

        ຈາກ Buenos Aires, ພັກກອມມູນິດ ອາກຊັງຕິນ (PCA) ຢືນຢັນວ່າ, ບັນດາເປົ້າໝາຍເຊິ່ງພັກກອມມູນິດຫວຽດນາມ ວາງອອກໃຫ້ແກ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກໃນຄັ້ງນີ້ ແມ່ນການພິສູດໃຫ້ເຫັນບັນດາຜົນສຳເລັດຂອງການປະຕິວັດຫວຽດນາມ ໃນຕະຫຼອດທົດສະວັດຜ່ານມາ ບົນເສັ້ນທາງແຫ່ງການສ້າງສາ ແລະ ພັດທະນາປະເທດຊາດ.

        ພໍ່ພຽງແຕ່ເປັນການຢືນຢັນແນວທາງຊີ້ນຳນຳພາຢ່າງຖືກຕ້ອງຂອງພັກກອມມູນິດຫວຽດນາມ ເທົ່ານັ້ນ, ຫາງສຽງໂລກຍັງຫວັງວ່າ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກກອມມູນິດຫຽດນາມ ຈະວາງອອກບັນດາການກຳນົດທິດພັດທະນາປະເທດຊາດໃນໄລຍະໃໝ່, ບັນລຸຜົນງານຫຼາຍຢ່າງບົນເສັ້ນທາງກໍ່ສ້າງລັດທິສັງຄົມນິຍົມ. ທ່ານນາງ Irmina del Pilar Perojo, ອຸປະທູດຊົ່ວຄາວ, ສະຖານທູດກູບາ ປະຈຳຫວຽດນາມ, ສະແດງຄວາມເຫັນວ່າ:

        “ພາຍໃຕ້ການຊີ້ນຳນຳພາຂອງພັກ, ລັດ, ລັດຖະບານ, ປະຊາຊົນຫວຽດນາມ ບັນລຸໄດ້ຜົນງານສຳຄັນທາງດ້ານເສດຖະກິດ, ສັງຄົມຫຼາຍຢ່າງ ກໍຄືຜົນສຳເລັດໃນການຄວບຄຸມໂລກລະບາດ. ພວກຂ້າພະເຈົ້າຂໍອວຍພອນໃຫ້ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກກອມມູນິດຫຽດນາມ ແລະ ຜົນສຳເລັດຈາກກອງປະຊຸມໃຫຍ່ຄັ້ງນີ້ ຈະເປັນການປະກອບສ່ວນປັບປຸງການສ້າງສັງຄົມໜຶ່ງ ສັງຄົມນິຍົມພັດທະນາ.”

        ຫາງສຽງສາກົນກໍ່ເຊື່ອໝັ້ນວ່າ, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກກອມມູນິດຫຽດນາມ ຈະແມ່ນປະຖົມປັດໄຈເພື່ອຊຸກຍູ້ພາລະກິດແຫ່ງການພັດທະນາເສດຖະກິດຂອງປະເທດຊາດ, ປັບປຸງຊີວິດການເປັນຢູ່ຂອງປະຊາຊົນ ແລະ ສືບຕໍ່ບັນລຸຜົນສຳເລັດຫຼາຍຢ່າງກວ່າອີກໃນອະນາຄົດ.

ຕອບກັບ

ຂ່າວ/ບົດ​ອື່ນ